ຍສໝ - ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະ ບັນດາ ອົງການ ຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ.
ຍສໝ - ທ່ານພົນຈັດຕະວາ, ປອ ຫງວຽນວັນຈິ໊ງ, ຮອງຫົວໜ້າຫ້ອງການຄະນະພັກການທະຫານສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: ຊຸດຝຶກອົບຮົມແນໃສ່ຊ່ວຍໃຫ້ພະນັກງານກະຊວງປ້ອງກັນປະເທດ ລາວ ກໍາແໜ້ນຄວາມຮູ້, ທັກສະພື້ນຖານກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານ ຫ້ອງການ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈິມິນ, ທ່ານ Watanabe Nobuhiro, ຫົວໜ້າກົງສຸນໃຫຍ່ ຍີ່ປຸ່ນ ໄດ້ມີການເຮັດວຽກແບບທາງໄກເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2023) ກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ບັນດາແຂວງພາກໃຕ້.
ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ແລະສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ແຂວງດົ່ງນາຍ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຢູ່ແຂວງດົ່ງນາຍ ປີ 2022.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນ່າງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ.
ຍສໝ - ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ VUFO ພ້ອມແລ້ວທີ່ຈະແບ່ງປັນປະສົບການກິດຈະກໍາເຄື່ອນໄຫວກັບຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍວັດທະນະທຳອິນໂດເນເຊຍ ຢູ່ບຣຸກແຊນ (ແບນຊິກ) ໄດ້ຈັດວັນຄອບຄົວ ອາຊຽນ ຂຶ້ນ.
ຍສໝ - ອາທິດຜ່ານມາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ 2022. ສະມາຄົມວິຈິດສິນ 2 ປະເທດ ໄດ້ສົມທົບກັນຈັດຕັ້ງລາຍການ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບພາບພົດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.
ຍສໝ - ເວທີປາໄສຄະນະກຳມະການແມ່ນ້ຳຂອງສາກົນ (MRC) ໄດ້ໄຂຂຶ້ນຢູ່ສຳນັກງານລັດຖະສະພາ ເຂດ Flanders ຢູ່ນະຄອນຫຼວງ Brussels (ແບນຊິກ). ເຫດການໂດຍບັນດາອົງການການຕ່າງປະເທດ, ຄົມມະນາຄົມ - ວຽກງານສາທາລະນະ, ສິ່ງແວດລ້ອມ, ການຄ້າ - ການລົງທຶນຢູ່ເຂດ Flanders ໄດ້ສົມທົບກັນຈັດຕັ້ງ.
ແມ່ນຄູ່ຮ່ວມມືພັດທະນາຂອງ ສະຫະພາບເອີລົບ (EU) ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ, ພວມກາຍເປັນ “ຍອດປະພາຄານ” ໃນພາກພື້ນ ດ້ວຍຄວາມສາມາດຄວບຄຸມໄພເງິນເຟີ້.
ຍສໝ - ນັ້ນແມ່ນຄໍາຢັ້ງຢືນຂອງ ສະຫາຍ ສັນຕິພາບ ພົມວິຫານ, ເຈົ້າແຂວງແຂວງສະຫວັນນະເຂດ ທີ່ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສອງປະເທດຫວຽດນາມ-ລາວ ໃນຕອນບ່າຍວັນທີ 29 ກັນຍາ 2022.
ຍສໝ - ຕອນເຊົ້າວັນທີ 29 ກັນຍານີ້, ຢູ່ແຂວງສະຫວັນນະເຂດໄດ້ດຳເນີນພິທີປິດງານບຸນມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5. ຕາມສະຫາຍ ບໍວຽງຄຳ ວົງດາລາ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແລ້ວ, ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ສະມາຄົມມິດຕະພາບລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັບຜູ້ແທນປະຊາຊົນສອງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນ ...
ຍສໝ - ງານບຸນມະໂຫລານມີຫົວຂໍ້ວ່າ: “ຮ່ວມເດີນຂະບວນຢູ່ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ”. ຜ່ານບັນດາການເຄື່ອນໄຫວ, ງານບຸນມະໂຫລານ ຫວັງວ່າບັນດາຜູ້ແທນຈະມີຄວາມຮັບຮູ້ເຖິງຄວາມໝາຍປະຫວັດສາດຂອງເສັ້ນທາງໂຮ່ຈີມິນ ຢ່າງເລິກເຊິ່ງກວ່າອີກ, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ; ລາວ-ຫວຽດນາມ.
ຍສໝ - ອົງການເພື່ອການພັດທະນາສາກົນຝຣັ່ງ (AFD) ຈະເພີ່ມທະວີການໜູນຊ່ວຍ ແລະ ສະໜອງທຶນໃຫ້ແກ່ບັນດາໂຄງການຂອງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ສະມາຄົມຂອງຝະລັ່ງ ທີ່ດຳເນີນຢູ່ ຫວຽດນາມ, ໂດຍຜ່ານບັນດາຂົງເຂດທີ່ໄດ້ພິສູດໃຫ້ເຫັນປະສິດທິຜົນ, ໃນນັ້ນມີການຍົກສູງກຳລັງຄວາມສາມາດຂອງອຳນາດການປົກຄອງທ້ອງຖິ່ນ, ບຳລຸງສ້າງວິຊາອາຊີບໃຫ້ຊາວໜຸ່ມ, ເບິ່ງແຍງດູແລເດັກ ແລະ ຍົກສູງປະສິດທິພາບໃນການຜະລິດກະສິກຳ ແລະ ຫັດຖະກຳ.
ຍສໝ - ຕອນເຊົ້າວັນທີ 28 ກັນຍາ, ຢູ່ນະຄອນ ດົ່ງຮ່າ, ແຂວງ ກວາງຈີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ລາວ ແລະ ແຂວງ ກວາງຈີ້ ສົມທົບກັບສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ຈັດພິທີໄຂງານໂຫລານມິດຕະພາບປະຊາຊົນ ລາວ-ຫວຽດນາມ ຄັ້ງທີ 5.
ຫວ່າງແລ້ວນີ້, ມະຫາວິທະຍາໄລກວ໋າງນາມ ຈັດຕັ້ງພິທີມອບໃບຢັ້ງຢືນພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ 64 ຄົນ ແລະມອບ-ຮັບນັກສຶກສາລາວ ໃຫ້ວິທະຍາໄລການແພດກວ໋າງນາມ.
ໃນໄລຍະຢູ່ຍີ່ປຸ່ນ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ອະດີດນາຍົກລັດຖະມົນຕີ Abe Shinzo , ວັນທີ 26 ກັນຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ.
ຍສໝ-ທ່ານ ເຈີ່ນກວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຜູ້ປະຈໍາການຄະນະກຳມະການຮ່ວມມື ຫວຽດນາມ - ລາວ ຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນໃນການຮ່ວມມືພັດທະນາລະຫວ່າງສອງປະເທດ ແລະ ທິດທາງໃນຕໍ່ໜ້າ.
ຫວ່າງແລ້ວນີ້, ທີ່ສະໜາມຫຼວງຢູ່ຕໍ່ໜ້າຫໍສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ສະພາແຫ່ງຊາດ ລາວ ໄດ້ຈັດຕັ້ງການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ເພື່ອຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022.
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສູນກາງສະຫະພັນກຳມະບານລາວ ຈັດຕັ້ງພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ 2022.
ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ, ວັນທີ 17 ກັນຍາ, ສະຖານກົງສູນໃຫຍ່ຫວຽດນາມ ແລະສະຖານກົງສູນໃຫຍ່ ລາວ ປະຈໍາແຂວງຂອນແກ່ນ (ໄທ) ໄດ້ຈັດຕັ້ງການແຂ່ງຂັນກິລາມິດຕະພາບ ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນອົງການຜູ້ຕາງໜ້າສອງປະເທດ ພ້ອມດ້ວຍຜູ້ຕາງໜ້າສະມາຄົມຊາວໄທ ເຊື້ອຊາດຫວຽດນາມ ຢູ່ແຂວງຂອນແກ່ນ.
ຍສໝ - ໃນຊຸມປີຕໍ່ສູ້ກູ້ຊາດ ຮ່ວມທຸກຮ່ວມສຸກ, ເສຍສະຫຼະຊີວິດຂອງການປະຕິວັດ ລາວ, ມີສະຫາຍການນຳຂັ້ນສູງຫຼາຍທ່ານ, ຫຼາຍເຫດການທີ່ຍິ່ງໃຫຍ່ແຫ່ງຊາດຂອງລາວ ໄດ້ຮັບການເບິ່ງແຍງດູແລ, ຈັດຕັ້ງ…ໃນອ້ອມແຂນແຫ່ງໄມຕີຈິດມິດໃຈຂອງປະເທດຊາດ ແລະ ຊາວຫວຽດນາມ. ແລະບັນດາບ່ອນນີ້ໄດ້ກາຍເປັນອະນຸສອນສະຖານປະຫວັດສາດທີ່ສັກກະລະບູຊາອັນດີງາມ.
ວັນທີ 12 ກັນຍາ, ທີ່ດ່ານສາກົນເກົ່າແຈວ (ແຂວງຮ່າຕີ໊ງ), ສູນກາງຊາວໜຸ່ມ ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ມາເຂົ້າຮ່ວມລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດຫວຽດນາມ-ລາວ ແລະລາຍການ “ໄປຕາມຮອຍຕີນຜູ້ນໍາ” ປີ 2022.
ຕອນເຊົ້າວັນທີ 12 ກັນຍາ, ກອງຕໍາຫຼວດຈະລາຈອນທາງບົກເລກ 4 ສັງກັດພະແນກຕໍາຫຼວດຈະລາຈອນແຂວງເງະອານ ໄດ້ເປີດທາງພາຄະນະຜູ້ແທນຄະນະຊາວໜຸ່ມປະຕິວັດລາວ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ ຮັບປະກັນຄວາມປອດໄພຢ່າງເດັດຂາດ, ລຸລ່ວງໄປດ້ວຍດີ.
ທ່ານນາຍົກລັດຖະມົນຕີ Anthony Albanese ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ມີຄວາມໝາຍສຳຄັນພິເສດ.
ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ.
ຍສໝ - "ສາຍພົວພັນຫວຽດນາມ-ລາວ: ຍືນຍົງ ແລະ ພັດທະນາ" ເປັນຫົວຂໍ້ຂອງງານວາງສະແດງຮູບພາບໂດຍສໍານັກຂ່າວສານຫວຽດນາມ (TTXVN) ສົມທົບກັບ ສໍານັກຂ່າວສານປະເທດລາວ (KPL) ຈັດຂຶ້ນໃນຕົ້ນເດືອນ ກັນຍາ 2022 ທີ່ຮ່າໂນ້ຍ. ບັນດາພາບທີ່ໄດ້ແນະນໍາຢູ່ງານວາງສະແດງແມ່ນໄດ້ສະແດງຢ່າງມີຊິວີດຊິວາ, ແທ້ຈິງກ່ຽວກັບສາຍພົວພັນ, ຖານມິດສະຫາຍສະໜິດຕິດພັນ, ໝັ້ນຄົງທະນົງແກ່ນລະຫວ່າງພັກ ແລະ ປະຊາຊົນສອງປະເທດທີ່ຍາມໃດກໍຄຽງບ່າຄຽງໄຫຼ່ພ້ອມກັນໃນການຕໍ່ສູ້ກອບກູ້ເອົາເອກະລາດ ກໍຄືໃນພາລະກິດສ້າງສາ,ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ.
ຍສໝ - ບັນດາສັນຍາຊື້ - ຂາຍໄຟຟ້າທີ່ໄດ້ເຊັນລະຫວ່າງຫວຽດນາມ ແລະ ລາວ ເປັນຂີດໝາຍກ້າວໜ້າທີ່ສຳຄັນໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືໃນຂົງເຂດພະລັງງານ.
ຕອນບ່າຍວັນທີ 6 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເຈົ້າຄອງ ນະຄອນຫຼວງພະນົມເປັນ Penh Khuong Sreng ນໍາໜ້າຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ.
ໃນໄລຍະກວ່າ 60 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງໝັ້ນຄົງໜັກແໜ້ນ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸປະສິດທິຜົນ.