ຍີ່ປຸ່ນ ຈະໃຫ້ສອບເສັງເອົາໃບຂັບຂີ່ເປັນພາສາ ຫວຽດນາມ

07:34 | 07/05/2024

ຍສໝ - ອຳນາດການປົກຄອງ ຍີ່ປຸ່ນ ພວມສະໜອງບັນດາບົດສອບເສັງເອົາໃບຂັບຂີ່ລົດແທັກຊີ ແລະ ລົດເມ ເປັນຫຼາຍພາສາກ່ວາ, ລວມມີ ພາສາຫວຽດນາມ, ອັງກິດ, ຈີນ ແລະ ເນປານ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ການເຮັດສີ່ງນີ້ ແມ່ນເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຄົນຕ່າງປະເທດ ເພາະການສອບເສັງໃບຂັບຂີ່ ແມ່ນປະຕິບັດເປັນແຕ່ພາສາຍີ່ປຸ່ນ ເທົ່ານັ້ນ.

ກ່ອນໜ້ານີ້, ບັນດາບົດສອບເສັງໃບຂັບຂີ່ປະເພດ 1 ປົກກະຕິ ໄດ້ມີພາສາອັງກິດ, ແຕ່ການສອບເສັງໃບຂັບຂີ່ປະເພດ 2 ກໍໄດ້ສະໜອງພຽງແຕ່ເປັນພາສາຍີ່ປຸ່ນ ເທົ່ານັ້ນ, ສະນັ້ນ ຈິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ຄົນຕ່າງປະເທດ.

ຍີ່ປຸ່ນ ຈະໃຫ້ສອບເສັງເອົາໃບຂັບຂີ່ເປັນພາສາ ຫວຽດນາມ

ຮູບປະກອບ

ພະແນກຕໍາຫຼວດແຂວງ Aichi ຢູ່ພາກກາງຂອງ ຍີ່ປຸ່ນ ໄດ້ຈັດຕັ້ງບົດກວດກາໃບຂັບຂີ່ປະເພດ 2 ເປັນພາສາອັງກິດ ເລີ່ມໃນອາທິດນີ້. ພະແນກຕໍາຫຼວດແຂວງ Fukuoka ຢູ່ພາກເຫນືອຂອງ Kyushu ໄດ້ເລີ່ມການສອບເສັງໃບຂັບຂີ່ເປັນພາສາຫວຽດນາມ, ອັງກິດ, ຈີນ ແລະ ເນປານ ໃນທ້າຍເດືອນມີນາ.

ປະມານ 50% ຂອງຜູ້ຍື່ນໃບສະຫມັກເສັງໃບຂັບຂີ່ປະເພດ 2 ທີ່ເສັງຜ່ານ. ຕາມອົງການ​ຕຳຫຼວດ​ແຫ່ງ​ຊາດ​ແລ້ວ, ​ໃນ​ບັນດາ​ຜູ້ມີໃບອະນຸຍາດປະເພດ 2 ສຳລັບ​ພາຫະນະລົດເບົາ ​ແລະ ລົດໜັກ, ມີ​ພົນລະເມືອງ​ຕ່າງປະ​ເທດ 6.689 ຄົນ - ໜ້ອຍ​ກວ່າ 1% - ໃນ​ທ້າຍ​ປີ 2023.

ຂະແໜງລົດແທັກຊີ ແລະ ລົດເມ ກໍຄືຂະແໜງ logistics ຍີ່ປຸ່ນ ກໍາລັງປະເຊີນໜ້າກັບສະພາບການຂາດແຄນຄົນຂັບຢ່າງຮ້າຍແຮງ. ການຂາດດຸນໂດຍລວມຄາດວ່າ ຈະມີຜູ້ຂັບລົບປະມານ 67.000 ຄົນ ແລະ 22.000 ຄົນໃນປີ 2029 ຕາມລຳດັບ. ເພື່ອແກ້ໄຂບັນຫາດັ່ງກ່າວ, ອົງການຕຳຫຼວດແຫ່ງຊາດ ໄດ້ແປຄຳຖາມຕົວຢ່າງສຳລັບການເສັງໃບຂັບຂີ່ປະເພດ 2 ເປັນ 20 ພາສາ ແລະ ແຈກຢາຍໃຫ້ທຸກສະຖານີຕຳຫຼວດ ເພື່ອສ້າງເງື່ອນໄຂໃຫ້ຄົນຕ່າງປະເທດສາມາດເຂົ້າຮ່ວມການ​ສອບ​ເສັງ.

ລັດຖະບານ ຍີ່ປຸ່ນ ​ໄດ້ປະກາດແຜນການ​ຮັບ​ຄົນ​ຂັບ​ລົດ​ຕ່າງປະ​ເທດເຖິງ 24,500 ຄົນຕາມໂຄງການ​ວີຊາແຮງ​ງານ​ທີ່​ມີສີມືແຮງງານແຕ່​ປີ 2024 ຫາ 2028.

ຕາມ​ຂໍ້​ມູນທີ່​ກະຊວງ​ແຮງ​ງານ​ ຍີ່ປຸ່ນ​ ປະກາດໃນ​ວັນ​ທີ 26 ມັງກອນ 2024, ຈຳນວນ​ຄົນ​ງານ​ຕ່າງປະ​ເທດ​ໃນ​ເດືອນ​ຕຸລາ​ ປີ 2023 ມີ​ເກືອບ 2,05 ລ້ານ​ຄົນ. ໃນດ້ານສັນຊາດ, ກຸ່ມແຮງງານຫວຽດນາມ ມີ 518.364 ຄົນ, ກວມເອົາ 25,3%. ຮອງລົງມາແມ່ນກຸ່ມແຮງງານຈາກຈີນ (397,918 ຄົນ) ແລະ ຟີລິບປິນ (226,846 ຄົນ).

​ໄລ່​ຕາມ​​ການ​ພັກເຊົາແລ້ວ, ຈໍາ​ນວນ​ຜູ້ທີ່ມີ​ວີ​ຊາທີ່ໄດ້ອອກ​ໃຫ້​ບຸກ​ຄົນທີ່ມີວິຊາສະເພາະເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ, 24,2%, ສູງ​ເຖິງ 595,904 ຄົນ. ​ໃນ​ນັ້ນ, ຈຳນວນ​ຄົນ​ທີ່​ຖືກ​ຈັດ​ເປັນ “ແຮງງານ​ວິຊາ​ການ” ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ 75,2%, ຂຶ້ນ​ເຖິງ 138.518 ຄົນ, ລວມມີຊາວ ຫວຽດນາມ ເກືອບ 69.500 ຄົນ ​ແລະ ຟີ​ລິບ​ປິນ ເກືອບ 25.600 ຄົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ