ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ

07:40 | 12/10/2022

ຍສໝ - ທ່ານ​ພົນ​ຈັດຕະວາ, ປອ ຫງວຽນ​ວັນຈິ໊ງ, ຮອງ​ຫົວ​ໜ້າ​ຫ້ອງ​ການຄະນະພັກ​ການ​ທະ​ຫານ​ສູນ​ກາງ, ຫ້ອງວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເນັ້ນ​ໜັກ​ວ່າ: ຊຸດ​ຝຶກ​ອົບ​ຮົມ​ແນ​ໃສ່​​ຊ່ວຍໃຫ້​ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ກໍາແໜ້ນ​ຄວາມ​ຮູ້, ທັກສະ​ພື້ນ​ຖານ​ກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານ ຫ້ອງການ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ
ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ

ຕອນບ່າຍວັນທີ 10 ຕຸລາ, ຢູ່ກອງ 871 (ກົມໃຫຍ່ການເມືອງ), ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກອງ 871 ຈັດຕັ້ງພິທີໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານ,ລັດຖະກອນຂອງກະຊວງປ້ອງກັນປະເທດລາວ ປີ 2022.

ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ
ທ່ານ​ພົນ​ຈັດຕະວາ, ປອ ຫງວຽນ​ວັນຈິ໊ງ
ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ
ພັນໂທ ສອນທະວີ ຈັນທະທຸມມາ, ຮອງຫົວໜ້າກົມຄົ້ນຄວ້າ ສັງລວມ, ຫ້ອງວ່າການກະຊວງປ້ອງກັນປະເທດລາວ
ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ
ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ
ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ
ບັນຍາກາດທີ່ພິທີໄຂ. ພາບ: ຕູແອງ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ພົນ​ຈັດຕະວາ, ປອ ຫງວຽນ​ວັນຈິ໊ງ, ຮອງ​ຫົວ​ໜ້າ​ຫ້ອງ​ການຄະນະພັກ​ການ​ທະ​ຫານ​ສູນ​ກາງ, ຫ້ອງວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເນັ້ນ​ໜັກ​ວ່າ: ຊຸດ​ຝຶກ​ອົບ​ຮົມ​ແນ​ໃສ່​​ຊ່ວຍໃຫ້​ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ກໍາແໜ້ນ​ຄວາມ​ຮູ້, ທັກສະ​ພື້ນ​ຖານ​ກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານ ຫ້ອງການ. ບົນ​ພື້ນຖານ​ນັ້ນ, ພະນັກງານ, ລັດຖະກອນ ກະຊວງ​ປ້ອງ​ກັນ​ປະ​ເທດລາວ ຄົ້ນຄວ້າ ​ແລະ ນຳ​ໃຊ້​ເຂົ້າ​ໃນ​ຂະ​ບວນການ​ປະຕິບັດ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ, ຮັບ​ໃຊ້​ການ​ນຳພາ, ບັນຊາ ​ແລະ ບໍລິຫານ​ຂອງ​ອົງການ ​ແລະ ກົມກອງ; ປະກອບສ່ວນ​ເພີ່ມ​ທະວີ​ຄວາມສາມັກຄີ​ມິດຕະພາບ, ສາຍພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ກອງທັບ​ຫວຽດນາມ - ລາວ.

ສ່ວນສະຫາຍພັນໂທ ສອນທະວີ ຈັນທະທຸມມາ, ຮອງຫົວໜ້າກົມຄົ້ນຄວ້າ ສັງລວມ, ຫ້ອງວ່າການກະຊວງປ້ອງກັນປະເທດລາວ, ຫົວໜ້າຄະນະຝຶກອົບຮົມ ໃຫ້ຮູ້ວ່າ: ການເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ເປັນໂອກາດທີ່ດີເພື່ອເກັບກໍາ ຄວາມຮູ້ພື້ນຖານກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການ. ສະຫາຍພັນໂທ ສອນທະວີ ຈັນທະທຸມມາ ຢືນຢັນວ່າ​ຈະ​ຕັ້ງໜ້າ​ເສີມຂະຫຍາຍ ​ແລະ ໝນູນໃຊ້ ຢ່າງມີຫົວຄິດປະດິດ​ສ້າງ​ບັນດາ​ຄວາມ​ຮູ້​ທີ່​ຖອດຖອນໄດ້​ເພື່ອ​ຮັບ​ໃຊ້​ກອງທັບ ​ແລະ ປະເທດລາວ, ພ້ອມ​ທັງ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ສອງ​ກອງທັບ ຫວຽດນາມ - ລາວ.

ບູນມີ

ເຫດການ
302 Found

Found

The document has moved here.