ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນຕໍ່ປະຫວັດສາດການປະຕິວັດລາວ

08:30 | 07/05/2024

ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນຕໍ່ປະຫວັດສາດການປະຕິວັດລາວ

ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024) ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024)
ລາວ ໂຄສະນາ ກ່ຽວກັບຄວາມສໍາຄັນຂອງ ໄຊຊະນະດ້ຽນບຽນຝູ ລາວ ໂຄສະນາ ກ່ຽວກັບຄວາມສໍາຄັນຂອງ ໄຊຊະນະດ້ຽນບຽນຝູ

ນັກຂ່າວ: ໄຊຊະນະດ້ຽນບຽນຝູ ໄດ້ເຮັດໃຫ້ພູມສາດການເມືອງໂລກໃນສະຕະວັດທີ 20 ສັ່ນສະເທືອນ ພິເສດແມ່ນຢູ່ໃນອິນດູຈີນ. ໃນຖານະເປັນນັກຄົ້ນຄວ້າປະຫວັດສາດການທະຫານຜູ້ໜຶ່ງ, ທ່ານພົນຈັດຕະວາ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍ, ບົດບາດ ແລະຂອບຂະໜາດຂອງໄຊຊະນະດ້ຽນບຽນຝູ?

ພົນຈັດຕະວາ ແປ້ນຄໍາ ບຸດຈັນເພັງ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນທີ່ສຸດ, ມີຂອບຂະໜາດຍຸກສະໄໝ, ບໍ່ພຽງແຕ່ທຳລາຍກົນອຸບາຍ, ເຈດຈຳນົງຂອງພວກລ່າເມືອງຂຶ້ນຝລັ່ງ ແລະການແຊກແຊງຂອງອາເມລິກາ ເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ ເພື່ອສັນຕິພາບ ແລະຄວາມກ້າວໜ້າຂອງມວນມະນຸດອີກດ້ວຍ, ແມ່ນສັນຍານທີ່ສະແດງໃຫ້ເຫັນການລົ້ມເຫຼວຂອງຍຸດທະສາດຕໍ່ຕ້ານການປະຕິວັດທົ່ວໂລກຂອງລັດທິລ່າເມືອງຂຶ້ນແບບໃໝ່.

ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນຕໍ່ປະຫວັດສາດການປະຕິວັດລາວ
ທ່ານພົນຈັດຕະວາ ແປ້ນຄໍາ ບຸດຈັນເພັງ. ພາບ: vov.vn

ອາດເວົ້າໄດ້ວ່າ, ນີ້ແມ່ນໄຊຊະນະລວມຂອງບັນດາປະເທດໃນແຫຼມອິນດູຈີນ, ແມ່ນໄຊຊະນະຂອງຂະບວນການກອມມູນິດ, ຂະບວນການກໍາມະກອນສາກົນ, ແມ່ນໄຊຊະນະຂອງການຕໍ່ສູ້ ເພື່ອສັນຕິພາບ ແລະຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ.

ໄຊຊະນະດ້ຽນບຽນຝູ ຂອງຫວຽດນາມ ໄດ້ພິສູດໃຫ້ເຫັນສັດຈະທຳໃນຍຸກປະຈຸບັນທີ່ວ່າ: ຖ້າບັນດາປະເທດຖືກຮຸກຮານ ແລະກົດຂີ່ຂົ່ມເຫັງ, ຖ້າມີຈິດໃຈກູ້ຊາດ, ມີແນວທາງທີ່ຖືກຕ້ອງ, ມີແນວຄິດປ່ຽນແປງໃໝ່, ຮູ້ຈັກສາມັກຄີ, ຕໍ່ສູ້ເພື່ອເອກະລາດແຫ່ງຊາດນັ້ນ ກໍຈະຍາດໄດ້ຊະນະຢ່າງແນ່ນອນ. ສິ່ງດັ່ງກ່າວຈະຊ່ວຍໃຫ້ບັນດາປະເທດທີ່ພວມເປັນຫົວເມືອງຂຶ້ນຂອງຈັກກະພັດຢູ່ອາຊີ, ອາຟະຣິກາ, ແລະອາເມລິກາລາຕິນ ລຸກຮືຂຶ້ນຕໍ່ສູ້ ເພື່ອປົດປ່ອຍຈາກແອກປົກຄອງ.

ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດແມ່ນການນຳພາທີ່ຖືກຕ້ອງ ແລະສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈີມິນ, ໂດຍສະເພາະແມ່ນໃນຊ່ວງເວລາທີ່ສໍາຄັນຂອງການຕໍ່ສູ້. ພັກ ແລະປະທານ ໂຮ່ຈີມິນ ຍາມໃດກໍ່ຊາບຊຶມລັດທິມາກ-ເລນິນ, ລະດົມກໍາລັງໃຈປະຊາຊົນດໍາເນີນສົງຄາມປະຊາຊົນ, ທົ່ວປວງຊົນ, ຮອບດ້ານ, ກໍ່ສ້າງ ແລະນຳໃຊ້ກຳລັງປະກອບອາວຸດປະຕິວັດເປັນແກ່ນສານ; ຕໍ່ສູ້ດ້ວຍກຳລັງແຮງທີ່ທັນສະໄໝ, ສົມທົບກັນຢ່າງແໜ້ນແຟ້ນກັບບົດຮຽນ, ປະສົບການຕໍ່ສູ້ຂອງບັນພະບຸລຸດ, ສະພາບການປະຈຸບັນ ແລະກໍາລັງແຮງຂອງມວນມະນຸດ.

ໃນການຕໍ່ສູ້ນັ້ນ, ໄດ້ຖືເອົາກຳລັງແຮງຂອງຕົນເປັນຕົ້ນຕໍ, ພ້ອມທັງໄດ້ຮັບການສະໜັບສະໜູນຈາກບັນດາປະເທດສັງຄົມນິຍົມ, ເພື່ອນມິດຈາກ 5 ທະວີບ; ເພື່ອສ້າງທ່າຮົບ ແລະເພີ່ມກໍາລັງແຮງ, ຍິ່ງຕໍ່ສູ້ຍິ່ງເຮັດໃຫ້ກໍາລັງຂອງເຮົາເຂັ້ມແຂງຂຶ້ນກວ່າເກົ່າ, ບັງຄັບໃຫ້ສັດຕູຕົກຢູ່ໃນທ່າທີ່ອ່ອນແອ ແລະຍອມຈໍານົນໂດຍບໍ່ມີເງື່ອນໄຂ.

ສາມາດຢັ້ງຢືນໄດ້ວ່າ ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ເຂົ້າສູ່ປະຫວັດສາດຂອງຊາດຫວຽດນາມ, ກາຍເປັນຂີດໝາຍອັນສະຫງ່າງາມຂອງສະຕະວັດທີ 20 ເທົ່ານັ້ນ, ຫາກຍັງໃນຕະຫຼອດ 70 ປີຜ່ານມາ, ໄຊຊະນະດ້ຽນບຽນຝູ ຍາມໃດກໍ່ແມ່ນບົດຮຽນປະຫວັດສາດທີ່ເຕັມໄປດ້ວຍຄຸນຄ່າຂອງການຕໍ່ສູ້ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ ກໍ່ຄືບັນດາປະເທດທີ່ຮັກຫອມສັນຕິພາບໃນໂລກປະຈຸບັນ.

ນັກຂ່າວ: ໄຊຊະນະດ້ຽນບຽນຝູ ໄດ້ເປີດຍຸກສະໄໝໃໝ່ໃຫ້ແກ່ການປະຕິວັດຂອງສາມປະເທດອິນດູຈີນ. ສິ່ງໃດໄດ້ສ້າງເປັນໄຊຊະນະຄັ້ງປະຫວັດສາດນີ້ ແລະມີຜົນສະທ້ອນຄືແນວໃດຕໍ່ການປະຕິວັດລາວ ແລະການທະຫານລາວໃນສະໄໝນັ້ນ, ຮຽນທ່ານພົນຈັດຕະວາ?

ພົນຈັດຕະວາ ແປ້ນຄໍາ ບຸດຈັນເພັງ: ໄຊຊະນະດ້ຽນບຽນຝູ ໄດ້ເປີດຍຸກສະໄໝໃໝ່ໃຫ້ແກ່ການປະຕິວັດຫວຽດນາມ, ລາວ ແລະກຳປູເຈຍ, ປະກອບສ່ວນຊຸກຍູ້ຂະບວນການປົດປ່ອຍຊາດ, ເປີດສາກໃຫ້ແກ່ການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນແບບເກົ່າໃນທົ່ວໂລກ.

ນີ້ແມ່ນໝາກຜົນຂອງກໍາລັງແຮງສັງລວມໃນ 9 ປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ດ້ວຍຫຼາຍປັດໄຈສຳຄັນ, ໃນນັ້ນ ສຳຄັນທີ່ສຸດແມ່ນການນຳພາຂອງພັກ ແລະປະທານໂຮ່ຈີມິນ; ທີສອງແມ່ນຈິດໃຈຮັກຊາດ, ຈິດໃຈປະຕິວັດ, ຈິດໃຈອົງອາດກ້າຫານ, ສະຕິປັນຍາ ແລະກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ; ທີສາມແມ່ນການສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນທັງທາງດ້ານວັດຖຸ ແລະຈິດໃຈຂອງທະຫານ ແລະປະຊາຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນການຕໍ່ສູ້ ແລະການສະໜັບສະໜູນຂອງບັນດາປະເທດອ້າຍນ້ອງ ແລະເພື່ອນມິດສາກົນ.

ຍ້ອນເຫດນັ້ນ, ໄຊຊະນະດ້ຽນບຽນຝູ ຈຶ່ງມີຄວາມໝາຍສຳຄັນຕໍ່ປະຫວັດສາດແຫ່ງການປະຕິວັດລາວ, ແລະເປັນປັດໄຈໃຫ້ແກ່ການກຳເນີດພັກປະຊາຊົນລາວ ແລະຄະນະພັກການທະຫານສູນກາງລາວ ໃນຕົ້ນປີ 1955.

ເຖິງວ່າໃນເວລານັ້ນກຳລັງຍັງໜຸ່ມນ້ອຍ, ກຳລັງແຮງອາວຸດຍຸດໂທປະກອນການທະຫານຍັງອ່ອນແອກໍ່ຕາມ ແຕ່ດ້ວຍການຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ແລະຈາກທະຫານອາສາສະໝັກຫວຽດນາມຢູ່ລາວ, ກອງທັບລາວ ສືບຕໍ່ໄດ້ຮັບການປັບປຸງ, ນັບມື້ນັບເຂັ້ມແຂງ. ນັ້ນກໍ່ແມ່ນການຫັນປ່ຽນທີ່ຈຳເປັນໃຫ້ແກ່ການພັດທະນາແບບກະໂດດຂັ້ນຂອງການປະຕິວັດ ແລະກອງທັບລາວ ໃນໄລຍະຕໍ່ມາ.

ນັກຂ່າວ: ຂໍຂອບໃຈທ່ານພົນຈັດຕະວາ!

ສົມເພັດ

ທ່ານອາດຈະມັກ

ເຫດການ