ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

13:55 | 06/05/2024

ຍສໝ - ສະ​ມັດ​ຊາ​ໃຫຍ່​ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບ​ຜ່ານ​ມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິ​ດັ່ງກ່າວ​ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາ​ເມ​ລິ​ກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີ​ຕາ​ລີ, ຍີ່ປຸ່ນ, ມາຣົກ, ​ເປຣູ, ຟີ​ລິບ​ປິນ ​ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະ​ເທດອຸປະຖຳຮ່ວມ.

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ  ສະຫະປະຊາຊາດ ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ
ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ມະຕິ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ ແລະ ອົງການ​ສາກົນທີ່​ກ່ຽວຂ້ອງ ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ​ຕົວ​ຈິງ​ໃນ​ປີ 2026 ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ກ່ຽວ​ກັບ​ບັນດາ​ຮົ້ວ​ກີດຂວາງ, ສິ່ງ​ທ້າ​ທາຍ​ທີ່​ແມ່ຍິງ​ເຮັດ​ວຽກ​ງານ​ກະສິກຳຕ້ອງປະເຊີນໜ້າ. ພ້ອມ​ກັນ​ນັ້ນ, ກໍຊຸກຍູ້​ໃຫ້​ລັດຖະບານ​ວາງ​ອອກ​ບັນດາ​ນະ​ໂຍບາຍ, ວິທີ​ແກ້​ໄຂ​ເພື່ອ​ຍົກສູງຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່​ແມ່ຍິງ​ໃນ​ຂົງເຂດ​ກະສິກຳ.

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ສະ​ມັດ​ຊາ​ໃຫຍ່​ສະຫະປະຊາຊາດ ໄດ້ເຫັນດີເປັນເອກະພາບ​ຜ່ານ​ມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. (ຮູບປະກອບ)

ນອກຈາກນັ້ນ, ບັນດາການເຄື່ອນໄຫວ ຍັງເພື່ອເປັນການເຊີດຊູບັນດາຂໍ້ລິເລີ່ມ, ນະໂຍບາຍ ແລະ ການກະທຳທີ່ມຸງໄປເຖິງ ກໍຄືພວມໄດ້ປະຕິບັດເພື່ອແກ້ໄຂບັນດາບັນຫານີ້, ໂດຍຜ່ານນັ້ນ ກໍບັນລຸໄດ້ເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່​ແມ່ຍິງ​ໃນ​ຂົງເຂດ​ກະສິກຳ.

ອົງການອາຫານ ແລະ ການກະເສດ (FAO) ຈະປະສານສົມທົບກັບບັນດາອົງການອື່ນໆຂອງສະຫະປະຊາຊາດ ທີ່ຕັ້ງຢູ່ Rome, ອີຕາລີ, ເພື່ອໜຸນຊ່ວຍປະຕິບັດມະຕິ ແລະ ຈັດຕັ້ງບັນດາການເຄື່ອນໄຫວໃຫ້ປີສາກົນແມ່ຍິງເຮັດວຽກງານກະສິກຳ.

ຢູ່​ຫວຽດນາມ, ​ແມ່ຍິງ​ກວມ​ເອົາ 50% ຈຳນວນ​ຄົນ​ງານ​ທີ່​ເຮັດ​ວຽກ​ໃນ​ຂະ​ແໜງ​ກະສິກຳ ​ແລະ ເກືອບ 80% ໃນບັນດາສະຫະກອນ, ເຊິ່ງໄດ້​ປະກອບສ່ວນ​ສຳຄັນ​ທີ່​ສຸດ​ເຂົ້າ​ໃນ​ການ​ພັດທະນາຂອງຂະ​ແໜງ​ເສດຖະກິດ​ປາຍແຫຼມໜຶ່ງຂອງ​ປະ​ເທດຊາດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ມີ​ຫຼາຍ​ນະ​ໂຍບາຍ​ປະຕິບັດ​ຕົວ​ຈິງ​ເພື່ອ​ໜູນ​ຊ່ວຍ, ປົກ​ປັກ​ຮັກສາ​ສິດ ​ແລະ ຍົກສູງບົດບາດ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ກະສິກຳ.

ໂດຍຜ່ານ​ການ​ເຂົ້າ​ຮ່ວມກຸ່ມ​ຫຼັກ​ແຫຼ່ງທີ່​ສ້າງ ​ແລະ ​ແນະນຳ​ມະຕິ, ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ເຈລະຈາ ​ແລະ ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຄວາມ​ໝາຍ​ນີ້ ​ໃຫ້ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ.

ມິງດຶກ

ເຫດການ