ຜູ້​ແທນ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃນ 5 ບັນ​ຫາ​ໃຫຍ່

12:14 | 30/09/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 29 ກັນຍາ​ນີ້, ຢູ່​ແຂວງ​ສະຫວັນ​ນະ​ເຂດ​ໄດ້​ດຳ​ເນີນ​ພິທີ​ປິດ​ງານ​ບຸນ​ມະ​ໂຫລານ​ມິດຕະພາບປະ​ຊາ​ຊົນ​ ຫວຽດນາມ - ​ລາວ ​ຄັ້ງ​ທີ 5. ຕາມສະຫາຍ ບໍ​ວຽງ​ຄຳ ວົງ​ດາ​ລາ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ການສື່ສານ ​ສປປ ລາວ, ປະທານ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ແລ້ວ, ​ເພື່ອເປັນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ, ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ລາວ - ຫວຽດນາມ, ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ພ້ອມ​ກັບ​ຜູ້ແທນປະຊາຊົນ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ 5 ບັນຫາ​ໃຫຍ່.

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ກັບ ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ກັບ ລາວ ຢ່າງ​ບໍ່​ຢຸດ​ຢັ້ງ
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ
ຜູ້​ແທນ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃນ 5 ບັນ​ຫາ​ໃຫຍ່
ມີ​ຜູ້​ແທນ​ເປັນ​ຈ​ຳ​ນວນຫຼວງຫຼາຍ​ເຂົ້າ​ຮ່ວມ​ງານ​ມະໂ​ຫລານ

ລະ​ອຽດ​:

​ທີໜຶ່ງ​ແມ່ນ: ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ, ມີ​ເນື້ອ​ໃນທີ່​ເລິກ​ເຊິ່ງ; ຍູ້​ແຮງວຽກ​ງານ​ໂຄສະນາ, ສຶກສາ ​ແລະ ຂົນຂວາຍ​ປະຊາຊົນທຸກ​ຊັ້ນ​ວັນນະຂອງ​ສອງ​ປະ​ເທດ ​​ປະກອບສ່ວນ​ຊຸກຍູ້ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ທີສອງແມ່ນ: ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ສົມ​ທົບ​ກັນ​ໃນ​ວຽກ​ງານການສຶກສາ, ສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ແລະ ຄົນລຸ້ນຫຼັງໄດ້ເຂົ້າໃຈແຈ້ງ ແລະ ເລິກເຊິ່ງກວ່າກ່ຽວກັບມູນເຊື້ອອັນບໍລິສຸດຜຸດ​ຜ່ອງ, ຊື່ສັດ ແລະ ຫາ​ຍາກໃນ​ໂລກ ໂດຍ ​ທ່ານ​ປະທານ ​ໂຮ່ຈິ​ມິນ, ປະທານ​ ໄກສອນ ພົມວິຫານ ​ແລະ ປະທານ​ ສຸພານຸວົງ ທີ່ແສນ​ເຄົາ​ລົບ​ຮັກ ໄດ້ກໍ່​ສ້າງ ແລະ ເພີ່ມ​ພູນ​ຄູນ​ສ້າງ, ຈາກສິ່ງດັ່ງກ່າວ​ນັ້ນ ກໍມີຄວາມຮັບ​ຮູ້, ເປັນ​ເຈົ້າ​ການ​ໃນ​ການ​ຮັກ​ສາ ແລະ ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນໃຫ້​ນັບ​ມື້​ນັບ​ຂຽວ​ສົດ​ງົດງາມ, ແຕກດອກ​ອອກ​ຜົນ.

ທີ​ສາມແມ່ນ: ສືບ​ຕໍ່​ສະໜັບສະໜູນ ​ແລະ ຊຸກຍູ້​ບັນດາ​ກະຊວງ, ອົງການ, ຂະແໜງການ, ນັກທຸລະກິດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ 2 ປະ​ເທດ ຈັດ​ຕັ້ງ ​ແລະ ຜັນຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ ​ແລະ ລັດ ​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວັດ​ທະ​ນະ​ທໍາ-ສັງ​ຄົມ, ການ​ສຶກ​ສາ-ກິ​ລາ, ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຊີ...

ທີສີ່ແມ່ນ: ເພີ່ມທະວີ​ການຈັດ​ຕັ້ງ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ລະຫວ່າງ​ບັນດາ​ອົງການ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ຢູ່​ທ້ອງ​ຖິ່ນ ​ແລະ ​ແຂວງ​ຕິດ​ກັບ​ເຂດ​ຊາຍ​ແດນສອງ​ປະ​ເທດ, ປະກອບສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ​​ແຫ່ງສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື. ເພີ່ມທະວີການປັບປຸງ, ເປີດກວ້າງວຽກງານຈັດຕັ້ງສະມາຄົມມິດຕະພາບຂອງແຕ່ລະປະເທດໃນແຕ່ລະໄລຍະໃຫ້ສອດຄ່ອງກັບສະພາບການໃໝ່, ເປັນຕົ້ນແມ່ນບັນດາແຂວງທີ່ມີ​ເສັ້ນ​ຊາຍ​ແດນ​ຮ່ວມກັນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນປະສົບການ​ໃນ​ການ​ເຄື່ອນ​ໄຫວ​ລະຫວ່າງ​ສອງ​ສະມາຄົມ; ​ເປັນ​ຂົວ​ຕໍ່​ທີ່​ມີ​ປະສິດທິ​ຜົນ, ປະກອບສ່ວນ​ປົກ​ປັກ​ຮັກສາ, ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ - ຫວຽດນາມ.

ທີຫ້າແມ່ນ: 2 ສະມາຄົມ​​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຈັດ​ຕັ້ງ​ງານ​ບຸນ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ລາວ - ຫວຽດນາມ ​ຄັ້ງ​ທີ 6 ຢູ່ ສປປ ລາວ ​ໃນ​ປີ 2027.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດ, ທ່ານ ສັນ​ຕິ​ພາບ​ ພົມວິ​ຫານ ກຳ​ມະ​ການ​ສູນກາງພັກ, ເຈົ້າ​ແຂວງສະ​ຫວັນ​ນະ​ເຂດ ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ ແລະ ສະແດງຄວາມຂອບ​ໃຈຢ່າງ​ຈິງ​ໃຈ ໄປ​ຍັງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ, ສະຫາຍການນຳບັນດາແຂວງ, ນະຄອນ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ໄດ້ນຳມາ​ເຊິ່ງນ້ຳໃຈມິດຕະພາບອັນບໍລິສຸດຜຸດຜ່ອງ ແລະ ຄວາມສາມັກຄີສະ​ໜິດ​ຕິດ​ພັນອ້າຍນ້ອງ​ຂອງ ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ມາ​ຍັງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂ​ວງ ສະ​ຫວັນ​ນະ​ເຂດ.

ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ ​ເນັ້ນ​ໜັກ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ລາວ ຮູ້ສຶກ​ເອກອ້າງທະນົງ​ໃຈ​ທີ່​ສຸດ ​ແລະ ​ເຫັນ​ວ່າ ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້ ​ແລະ ​ໄຊຊະນະ​ຂອງ​ສອງ​ປະ​ເທດ, ພວກເຮົາ​ໄດ້​ປະກອບສ່ວນ​ຈົນສຸດ​ຄວາມ​ສາມາດຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ແຫ່ງ​ການຕໍ່ສູ້​ຍາດ​ເອົາ​ໄຊຊະນະ​ຂອງ​ປະຊາຊົນ​ຫວຽດນາມ. ການ​ຄົງ​ຕົວ​ຂອງ “​ເສັ້ນທາງ​ໂຮ່ຈີ​ມິນ” ດັ່ງ​ທີ່​ຮູ້​ກັນວ່າ ​ໄດ້ຢັ່ງຢາຍ​ຍາວ​ຢຽດ​ໄປ​ທົ່ວຜືນ​ປ່າ​, ສາຍພູ​, ​ແມ່​ນ້ຳລຳເຊທີ່ຍາວ​ນັບ​ພັນ​ກິ​ໂລ​ແມັດ​ຜ່ານ​ດິນ​ແດນ​ລາວ, ອັນໄດ້ສ້າງ​ເງື່ອນ​ໄຂ​ສະດວກ​ ​ກາຍ​ເປັນ​ເສັ້ນທາງຂົນສົ່ງເຄື່ອນຍ້າຍ, ​ເປັນ​ບ່ອນ​ເຕົ້າ​ໂຮມ​ກຳລັງ​ແຮງ ​ແລະ ຂົນ​ສົ່ງ​ອາວຸດ​ຍຸດ​ໂທ​ປະກອນ​ເພື່ອ​ປົດ​ປ່ອຍ​ຫວຽດນາມ​ໃຕ້.

ສ່ວນທ່ານ ເຈີ່ນ​ວັນ​ຕູຍ, ອະດີດກຳ​ມະ​ການຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ອະດີດ​ປະທານກຳມາທິການ​​ວຽກງານຜູ້ແທນສະພາ ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້ແບ່ງປັນ​ວ່າ: ໃນຊຸມວັນດຳເນີນງານບຸນມະ​ໂຫາ​ລານມິ​ດ​ຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 5 ໄດ້ເປັນຄວາມຊົງຈຳທີ່ເລິກເຊິ່ງສຳລັບພວກຂ້າພະເຈົ້າແຕ່ລະຄົນທີ່ບໍ່ອາດລືມໄດ້. ພວກຂ້າພະເຈົ້າກໍດີໃຈທີ່ໄດ້ເຫັນປະ​ຈັກ​ຕ​າການພັດທະນາທີ່ເຂັ້ມແຂງຂອງແຂວງສະຫວັນນະເຂດ. ໃນໂອກາດນີ້, ຂ້າ​ພະ​ເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດ​ໃຈຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ປະຊາຊົນລາວ ເວົ້າ​ລວມ ແລະ ປະຊາຊົນແຂວງສະຫວັນນະເຂດ ເວົ້າສະເພາະ ບັນລຸໄດ້ໃນການສ້າງສາ ແລະ ພັດທະນາປະເທດຊາດໃນຕະຫຼອດໄລຍະຜ່ານມາ.

ໂດຍຕາງໜ້າ​ໃຫ້ຄະນະ​ຈັດ​ຕັ້ງ ​ແລະ ​ບັນ​ດາ​ຜູ້​ແທນ​ທີ່ເຂົ້າ​ຮ່ວມ​ງານບຸນມະ​ໂຫລານ, ທ່ານ ​ເຈີ່ນວັນ​ຕູຍ ​ສະແດງຄວາມຂອບ​ອົກ​ຂອບ​ໃຈ​ບັນດາ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ອົງການ​ສູນ​ກາງ​ຫວຽດນາມ ແລະ ລາວ, ການ​ນຳ ​ແລະ ປະຊາຊົນ​ສອງ​ແຂວງ ກວາງ​ຈິ - ສະຫວັນ​ນະ​ເຂດ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​, ຕອບ​ສະໜອງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ງານມະ​ໂຫລານຢ່າງ​ຕັ້ງໜ້າ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ງານບຸນ​ມະ​ໂຫລາ​ນມິດ​ຕະ​ພາບປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 5 ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.