ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ

16:19 | 30/09/2022

ຍສໝ - ນັ້ນແມ່ນຄໍາຢັ້ງຢືນຂອງ ສະຫາຍ ສັນຕິພາບ ພົມວິຫານ, ເຈົ້າແຂວງແຂວງສະຫວັນນະເຂດ ທີ່ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສອງປະເທດຫວຽດນາມ-ລາວ ໃນຕອນບ່າຍວັນທີ 29 ກັນຍາ 2022.

ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ
ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022

ທີ່ການຕ້ອນຮັບ, ສະຫາຍ ເຈິ່ນວັນຕຸ໊ຍ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ເນັ້ນໜັກວ່າ ໃນເວລາດໍາເນີນງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ລາວ ຄັ້ງທີ V ຢູ່ ແຂວງກວາງຈິ ແມ່ນເວລາພວມປະເຊີນໜ້າກັບພະຍຸນາຣູ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັດສິນໃຈຜ່ານຜ່າສິ່ງທ້າທາຍຂອງທໍາມະຊາດ, ສະມາຄົມມິດຕະພາບສອງປະເທດ ກໍຍັງຈັດຕັ້ງການເຄື່ອນໄຫວ, ເຫດການຖືກຕາມແຜນການທີ່ໄດ້ວາງອອກ.

ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ
ບັນຍາກາດທີ່ການຕ້ອນຮັບ. ພາບ: thoidai.com.vn

ສະຫາຍ ເຈິ່ນວັນຕຸ໊ຍ ສະແດງຄວາມຂອບອົກຂອບໃຈບັນດາສະຫາຍ ການນໍາແຂວງ ແລະ ບັນດາພະແນກ, ຂະແໜງການແຂວງ ສະຫວັນນະເຂດ ທີ່ໄດ້ສ້າງເງື່ອນໄຂສະດວກ ແລະ ນໍາຈິດໃຈມິດຕະພາບ, ຄວາມຮັກແພງຂອງຊາວສະຫວັນນະເຂດ ມາໃຫ້ງານມະໂຫລານຄັ້ງນີ້.

ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: thoidai.com.vn

ສ່ວນສະຫາຍ ສັນຕິພາບ ພົມວິຫານ, ເຈົ້າແຂວງສະຫວັນນະເຂດ ຢັ້ງຢືນວ່າງານມະໂຫາລານມິດຕະພາບປະຊາຊົນສອງປະເທດຫວຽດນາມ-ລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ຊ່ວຍໃຫ້ຄົນລຸ້ນໜຸ່ມສອງປະເທດມີຄວາມເຂົ້າໃຈກ່ຽວກັບາຍພົວພັນແບບພິເສດຂອງສອງຊາດ. ຜ່ານນັ້ນ, ກໍສ້າງສາ, ພັດທະນາສາຍພົວພັນໃຫ້ຍືນຍົງ, ດີງາມກວ່າເກົ່າ, ບັນລຸໄດ້ເປົ້າໝາຍ ເຊິ່ງສອງພັກ, ສອງລັດ ໄດ້ວາງອອກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.