ເປີດທາງພາຄະນະຜູ້ແທນຄະນະຊາວໜຸ່ມປະຕິວັດລາວ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ ຢ່າງປອດໄພ

11:51 | 13/09/2022

ຕອນເຊົ້າວັນທີ 12 ກັນຍາ, ກອງຕໍາຫຼວດຈະລາຈອນທາງບົກເລກ 4 ສັງກັດພະແນກຕໍາຫຼວດຈະລາຈອນແຂວງເງະອານ ໄດ້ເປີດທາງພາຄະນະຜູ້ແທນຄະນະຊາວໜຸ່ມປະຕິວັດລາວ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ ຮັບປະກັນຄວາມປອດໄພຢ່າງເດັດຂາດ, ລຸລ່ວງໄປດ້ວຍດີ.

ຫວຽດນາມ - ລາວ ແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກ ຢ່າງປອດໄພ ຫວຽດນາມ - ລາວ ແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກ ຢ່າງປອດໄພ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ເປີດທາງພາຄະນະຜູ້ແທນຄະນະຊາວໜຸ່ມປະຕິວັດລາວ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ. ພາບ: Congan.nghean.gov.vn
ເປີດທາງພາຄະນະຜູ້ແທນຄະນະຊາວໜຸ່ມປະຕິວັດລາວ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ. ພາບ: Congan.nghean.gov.vn

ຕາມນັ້ນແລ້ວ, ກອງຕໍາຫຼວດຈະລາຈອນທາງບົກ ເລກ 4 ໄດ້ກໍາແໜ້ນສະພາບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນທີ່ກ່ຽວຂ້ອງເຖິງວຽກງານຮັກສາຄວາມປອດໄພໃຫ້ຄະນະຜູ້ແທນ, ເປັນເຈົ້າການຄົ້ນພົບ ແລະແກ້ໄຂບັນດາກໍລະນີສັບສົນກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນເວົ້າສະເພາະ ແລະການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເວົ້າລວມໃຫ້ເປັນຢ່າງດີ.

ພ້ອມທັງ ຕິດຕໍ່ກັບບັນດາກົມກອງທີ່ກ່ຽວຂ້ອງຢ່າງເປັນປະຈໍາເພື່ອກໍາແໜ້ນຕາຕະລາງ, ລາຍການເຄື່ອນໄຫວຂອງຄະນະ, ເປັນເຈົ້າການຈັດກໍາລັງ ແລະພາຫະນະໃນການຕ້ອນຮັບ, ເປີດທາງໃຫ້ຄະນະຢ່າງເໝາະສົມ, ມີວິທະຍາສາດ, ລຸລ່ວງ ແລະປອດໄພ; ຜັນຂະຫຍາຍກໍາລັງ, ພາຫະນະປະຕິບັດການຕ້ອນຮັບ, ເປີດທາງໃຫ້ຄະນະຖືກຕ້ອງຕາມຂັ້ນຕອນຂອງກະຊວງຕໍາຫຼວດ ແລະກົດລະບຽບຂອງຕໍາຫຼວດແຂວງເງະອານ...

ນັບແຕ່ຕົ້ນປີນີ້ມາຮອດປະຈຸບັນ, ກອງຕໍາຫຼວດຈະລາຈອນທາງບົກ ເລກ 4, ສັງກັດພະແນກຕໍາຫຼວດຈະລາຈອນຕໍາຫຼວດແຂວງເງະອານ ກໍ່ໄດ້ນໍາໜ້າເປີດທາງໃຫ້ຄະນະຜູ້ແທນມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ ກວ່າ 150 ຄະນະ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ລຸລ່ວງໄປດ້ວຍດີ, ພິເສດມີຄະນະຜູ້ແທນຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.