ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ

08:16 | 13/09/2022

ທ່ານນາຍົກລັດຖະມົນຕີ Anthony Albanese ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ມີຄວາມໝາຍສຳຄັນພິເສດ.

ໝາກລຳໄຍ ຫວຽດນາມ ນັບສິບໂຕນ ໄດ້ສົ່ງໄປຍັງຕະຫຼາດ ອົດສະຕາລີ ໝາກລຳໄຍ ຫວຽດນາມ ນັບສິບໂຕນ ໄດ້ສົ່ງໄປຍັງຕະຫຼາດ ອົດສະຕາລີ
ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ
ທ່ານລັດຖະມົນຕີການຕ່າງປະເທດດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese
ທ່ານລັດຖະມົນຕີການຕ່າງປະເທດດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese

ເນື່ອງໃນໂອກາດໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 4, ວັນທີ 12 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດດ ຫວຽດນາມ ບຸຍແທັງເຊີນ ແລະ ເຂົ້າຢ້ຽມຂໍ່ຳນັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຕາມພິທີການທູດ.

ທ່ານນາຍົກລັດຖະມົນຕີ Anthony Albanese ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ມີຄວາມໝາຍສຳຄັນພິເສດ; ຢືນຢັນລັດຖະບານພັກແຮງງານຂອງ ອົດສະຕາລີ ແລະ ທ່ານເອງ ຍາມໃດກໍ່ຖື ຫວຽດນາມ ເປັນເພື່ອນ, ເປັນຄູ່່ຮ່ວມມືສຳຄັນໃນ ອາຊຽນ ແລະ ພາກພື້ນ; ພ້ອມທັງຍາມໃດກໍ່ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໃຫ້ພັດທະນາຢ່າງເຂັ້ມແຂງ, ຮອບດ້ານໃນທຸກຂົງເຂດ, ພິເສດແມ່ນວົງເງິນການຄ້າ 2 ສົ້ນໄດ້ລືື່ນກາຍຕົວເລກ 10 ຕື້ USD ໃນປີ 2021. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ ອົດສະຕາລີ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດໃໝ່ເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ອົດສະຕາລີ ມີທ່າແຮງ ແລະ ມີບົດຮຽນຄືພະລັງງານໃໝ່ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.