AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ

10:42 | 29/09/2022

ຍສໝ - ອົງການ​ເພື່ອ​ການ​ພັດທະນາ​ສາກົນ​ຝຣັ່ງ (AFD) ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ​ແລະ ສະໜອງ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ​ຂອງ​​ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ​ແລະ ສະມາຄົມ​ຂອງ​ຝະລັ່ງ ທີ່ດຳເນີນຢູ່ ຫວຽດນາມ, ​ໂດຍ​ຜ່ານ​ບັນດາ​ຂົງ​ເຂດ​ທີ່ໄດ້​ພິສູດ​ໃຫ້​ເຫັນ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ການ​ຍົກສູງ​ກຳລັງ​ຄວາມ​ສາມາດ​ຂອງ​ອຳນາດການປົກຄອງ​ທ້ອງ​ຖິ່ນ, ບຳລຸງ​ສ້າງ​ວິຊາອາຊີບໃຫ້ຊາວ​ໜຸ່ມ, ເບິ່ງແຍງ​ດູ​ແລ​ເດັກ ​ແລະ ຍົກສູງປະສິດທິພາບໃນການຜະລິດກະສິກຳ ແລະ ຫັດຖະກຳ.

ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງຈັດລະນຶກການສ້າງຕັ້ງຂຶ້ນຄົບຮອບ 18 ປີ ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງຈັດລະນຶກການສ້າງຕັ້ງຂຶ້ນຄົບຮອບ 18 ປີ
ໃນປີ 2020: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃຫ້ການສະໜັບສະໜູນຫວຽດນາມ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ໂລກລະບາດ ໃນປີ 2020: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃຫ້ການສະໜັບສະໜູນຫວຽດນາມ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ໂລກລະບາດ

ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ຜູ້ຕາງໜ້າ AFD ທ່ານ Nicolas Le Guen ທີ່​ການ​ພົບ​ປະ​ລະຫວ່າງ​ອົງການ​ນີ້ ​ແລະ ການ​ນຳສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໃນ​ວັນ​ທີ 23 ກັນຍາ ຢູ່ ຝລັ່ງ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຮູບ​ການ​ເຊິ່ງໜ້າ ​ແລະ ອອນ​ລາຍ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ໂດຍ​ທ່ານ​ຮອງ​ປະທານ VUFO ຫງວຽນ​ວັນ​ແຢັງ ນຳໜ້າ ທີ່​ພວມ​ດຳ​ເນີນ​ການ​ຢ້ຽມຢາມ ຝະລັ່ງ. ​ເຂົ້າ​ຮ່ວມ​ມີ​ຜູ້ຕາງໜ້າ​ກົມ​ອາຊີ - ອົດ​ສະ​ຕາ​ລີ, ​ກະຊວງ​ການ​ຕ່າງປະ​ເທດ ຝະລັ່ງ, ປະທານ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຝະລັ່ງ - ຫວຽດນາມ, ທ່ານ​ອະດີດ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ນາງ ຫງວຽນ​ທິກິມ​ຕ໋ຽນ, ຜູ້ຕາງໜ້າ​ສະມາຄົມ​ມິດຕະພາບ​ຝະລັ່ງ - ຫວຽດນາມ (AAFV) ​ແລະ ບັນດາ​ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ ​ທີ່ມີ​ການ​ພົວພັນ​ກັບ​ຫວຽດນາມ.

AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ  ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ
AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ. (ພາບ: vietnamplus)

ທ່ານ​ຮອງ​ປະທານ VUFO ຫງວຽນ​ວັນ​ແຢັງ ​ໄດ້​ຕີ​ລາຄາ​ສູງ​ປະສິດທິ​ຜົນທີ່ແທດ​ຈິງ​ຂອງ​ບັນດາ​ໂຄງການ​ທີ່​ໄດ້​ຮັບ​ທຶນ​ຈາກ AFD ຜ່ານບັນດາ​ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ. ຕາມ​ສະຖິຕິ​ຂອງ​ຄະນະ​ກຳມະການຈັດທຳ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ VUFO (Pacom), ປະຈຸ​ບັນ, ຝລັ່ງ ມີ 61 ອົງການ​ທີ່​​ເຄື່ອນໄຫວ​ຢູ່​ຫວຽດນາມ, ​ເປັນ​ອັນ​ດັບ 2 ​ໃນ​ຈຳນວນ​ບັນດາ​ອົງການ​ຈັດ​ຕັ້ງ​ຢູ່​ຫວຽດນາມ, ດ້ວຍ​ຈຳນວນ​ປ່ອຍເງິນ​ປະຈຳ​ປີ​ແມ່ນ​ຂ້ອນ​ຂ້າງ​ເປັນປົກກະຕິ, ຄາດ​​ວ່າ ເກືອບ 9 ລ້ານ USD.

ໂດຍຕອບ​ຄຳ​ເຫັນ​ຂອງ​ຜູ້ຕາງໜ້າ​ບັນດາ​ສະມາຄົມ​ຝະລັ່ງ​ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​​ແຢັງ ຢືນຢັນ​ວ່າ VUFO ​ໄດ້​ຮັບ​ຮູ້​ຄຳ​ເຫັນ​ຂອງ​ຜູ້ຕາງໜ້າ​ບັນດາ​ສະມາຄົມ​ຢູ່ ຝະລັ່ງ. ສະຫະພັນ​ ຈະ​ກວດກາ​ຄືນ​ບັນດາ​ລັດຖະດຳລັດ ​ແລະ ​ເອກະສານ​ຂອງ​ລັດຖະບານ ​ແລະ ບັນດາຂະແໜງການ, ສະ​ເໜີ​ລັດຖະບານ​ແກ້​ໄຂ​ບາງ​ບັນຫາ​ທີ່​ບໍ່​ເໝາະ​ສົມ, ​ໃນ​ນັ້ນ​ມີ​ດຳລັດ 80/2020 ND-CP ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການຊ່ວຍເຫຼືອລ້າ. ທ່ານ​ກ່າວ​ວ່າ VUFO ​ໄດ້​ຈັດ​ຕັ້ງບັນດາ​ຄະນະ​ຜູ້​ແທນໄປປະຕິບັດງານຢູ່​ທ້ອງ​ຖິ່ນ ​ເພື່ອ​ຝຶກ​ອົບຮົມ​ກ່ຽວ​ກັບ​ການ​ຮັບ​ເອົາ​ບັນດາ​ໂຄງການ​ຈາກ​ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຂອງ​ຕ່າງປະ​ເທດ ​ແລະ ​​ສະ​ເໜີ​ໃຫ້​ບັນດາ​ອົງການ​ພົວພັນ​ກັບ Pacom ​ໂດຍ​ກົງ​ເພື່ອ​ແກ້​ໄຂບັນຫາທີີ່ເກີດຂຶ້ນໃໝ່.

ສະຖິຕິ​ຂອງ AFD ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ 10 ປີຜ່ານມາ, ອົງການ​ນີ້​ ໄດ້​ບໍລິຈາກ​ເງິນ​ປະມານ 140 ລ້ານ​ເອີ​ໂຣ ​ຕໍ່​ປີ ​ໃຫ້​ບັນດາ​ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຂອງ​ຝະລັ່ງ, ຊຸກຍູ້​ບັນດາ​ໂຄງການ​ທີ່​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່​​ຮັບເອົາ. ໂດຍສະເພາະ ໃນໄລຍະການແຜ່ລະບາດຂອງ COVID-19, AFD ໄດ້ເບີກຈ່າຍປະມານ 400 ລ້ານເອີໂຣໃຫ້ແກ່​ບັນດາເປົ້າໝາຍເຫຼົ່ານີ້.

ຄາດ​ວ່າ​ໃນ​ປີ 2023, AFD ຈະ​ໜູນ​ຊ່ວຍ 12 ​ໂຄງການ​ຢູ່​ຫວຽດນາມ ດ້ວຍ​ງົບປະມານ​ປະມານ 3 ລ້ານ​ເອີ​ໂຣ, ​ໃນ​ນັ້ນ​ມີ​ໂຄງການ​ໜູນ​ຊ່ວຍ​ເດັກນ້ອຍ.

AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ  ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ
AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ. (ພາບ: vietnamplus)

ທ່ານ ຫງວຽນ​ວັນ​ແຢັງ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ໄດ້​ຮັບ​ການ​ໜູນ​ຊ່ວຍໂດຍອົງການ​ບໍ່​ສັງກັດ​ລັດຖະບານ​ ຈາກ​ຫຼາຍ​ປະ​ເທດ, ​ແຕ່ ຝລັ່ງ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ ​ຍ້ອນ​ມີຫຼາຍ​ອົງການ​​, ບັນດາ​ໂຄງການ​ໜູນ​ຊ່ວຍ​ສຸມ​ໃສ່​ບັນດາ​ບັນຫາທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ, ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ຜູ້​ດ້ອຍ​ໂອກາດ​ໃນ​ສັງຄົມ, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູດ​ອຍ, ​ແຜ່​ຂະ​ຫຍາຍ​ໄປ​ທົ່ວໃນ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ສຶກສາ, ການເບິ່ງແຍງ​ຮັກສາ​ສຸຂະພາບ​ຂອງ​ຊຸມ​ຊົນ, ທາດ​ພິດ​ສີ​ສົ້ມ... ຊົມໃຊ້​ໂຄງການ​ນີ້​ແມ່ນປະຊາຊົນ​ໂດຍ​ກົງ, ດັ່ງ​ນັ້ນ ​ປະສິດທິ​ຜົນ​ຂອງ​ໂຄງການ​ກໍ່​ດີ. AFD ​ແລະ ບັນດາ​ອົງການ​ລັດຖະບານ ຝລັ່ງ ມີ​ທັດສະນະ​ຢ່າງ​ຈະ​ແຈ້ງ​ວ່າ ຖ້າ​ຫາກ​ໂຄງການ​ໃດ​ຖືກປະຕິບັດ​ຢູ່​ຫວຽດນາມ ແມ່ນຕ້ອງ​ສອດຄ່ອງ​ກັບ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ຂອງ​ຫວຽດນາມ.

ໃນ​ເວລາ​ເຮັດ​ວຽກ​ຢູ່​ຝລັ່ງ, ຄະນະ​ຜູ້​ແທນ VUFO ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ຂອງ​ຫຼາຍ​ສະມາຄົມ​ຫວຽດນາມ ​ແລະ ບັນດາ​ອົງການ​ມິດຕະພາບ​ຝລັ່ງ ​ທີ່​ຊ່ວຍ​ເຫຼືອ ​ແລະ ໜູນ​ຊ່ວຍ ຫວຽດນາມ. ຄະນະ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກັບ​ສະມາຄົມ​ມິດຕະພາບ​ຝະລັ່ງ - ຫວຽດນາມ ​ແລະ ສະມາຄົມ​ຊາວ ຫວຽດນາມ ຢູ່ ຝະລັ່ງ ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຝະລັ່ງ - ຫວຽດນາມ ​ແລະ 10 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ແລະ ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ເຊັນ​ສັນ​ຍາ​ປາ​ຣີ​ສິ້ນ​ສຸດ​ສົງ​ຄາມ​ຫວຽດ​ນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.