ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ

14:32 | 29/09/2022

ຍສໝ - ງານ​ບຸນມະໂຫລານ​ມີ​ຫົວ​ຂໍ້​ວ່າ: “​ຮ່ວມເດີນ​ຂະ​ບວນຢູ່ເສັ້ນທາງ​ ​ເຈື່ອງ​ເຊີນ - ​ເສັ້ນທາງ​ໂຮ່ຈີ​ມິນ”. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ, ງານບຸນມະໂຫລານ ຫວັງ​ວ່າ​ບັນດາ​ຜູ້​ແທນ​ຈະ​ມີຄວາມ​ຮັບ​ຮູ້​ເຖິງ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ເສັ້ນທາງ​ໂຮ່ຈີ​ມິນ ຢ່າງເລິກເຊິ່ງກວ່າອີກ, ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ; ລາວ-ຫວຽດນາມ.

ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ
ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ຊັກ​ສະຖານ

​ດ້ວຍເປົ້າໝາຍ​ເພີ່ມ​ທະວີ​ການພົບປະ​ແລກປ່ຽນ, ຄວາມ​ເຂົ້າ​ໃຈ ​ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ລາວ ເວົ້າລວມ ​ແລະ ປະຊາຊົນ​ຢູ່​ເຂດ​ຊາຍ​ແດນສອງປະເທດ​ເວົ້າ​ສະ​ເພາະ; ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ; ປັບປຸງ ​ແລະ ເພີ່ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່ເປັນມູນເຊື້ອ; ເປີດກວ້າງການພົວພັນກັບບັນດາອົງການ, ອົງການຈັດຕັ້ງຢູ່ທ້ອງຖິ່ນຂອງປະເທດເພື່ອນລາວ; ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາຊົນ​ທຸກຊັ້ນວັນນະຂອງສອງ​ປະ​ເທດ​ກ່ຽວ​ກັບ​ປະຫວັດສາດການ​ປະຕິວັດ ​ແລະ ການ​ຮ່ວມ​ສໍາພັນ​ສູ້​ຮົບ​ລະຫວ່າງ ຫວຽດນາມ - ລາວ, ສາຍພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ; ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ໄດ້ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​​ຈັດ​ຕັ້ງ​ງານບຸນມະໂຫລານມິດຕະພາບ​ຫວຽດນາມ - ລາວ 5 ຄັ້ງ.

ສ້າງ ແລະ ຮັບຮອງເອົາໂຄງການດຳເນີນງານລວມ

ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທຳ​ອິດ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 14-18 ພະຈິກ 2005 ຢູ່ ເງ້ອານ (ຫວຽດນາມ). ໃນ​ຂອບ​ເຂດ ຂອງງານບຸນມະໂຫລານ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນຕ່າງໆ​​ຄື: ການ​ພົບ​ປະ​ກັບ​ປະຊາຊົນ​ຫວຽດນາມ - ລາວ, ກອງ​ປະຊຸມ​ສຳ​ມະ​ນາ “ບົດບາດ ​ແລະ ມາດ​ຕະການ​ຂອງ​​ອົງການ​ຈັດ​ຕັ້ງ​ປະຊາຊົນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ”...

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທຳ​ອິດ ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 14 – 18 ພະຈິກ 2005. (ພາບ: ອາຟີ)

ຄະນະ​ຜູ້​ແທນ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຂອງ​ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ສ້າງ​ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ “​ໂຄງການດໍາເນີນງານລວມ​ໄລຍະ 2005-2007” ​ເພື່ອມຖຸ່ງໄປເຖິງການ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ເຊັນສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ແລະ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຂອງ​ສອງ​ປະ​ເທດ​ປີ 2007, ​ໃນນັ້ນ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ ​ແລະ ຄວາມ​ສຳຄັນ​ຂອງ​ການ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ປະຊາຊົນທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ບັນດາ​ອົງການຈັດຕັ້ງ ​ແລະ ທ້ອງ​ຖິ່ນ...

ເຫັນດີເປັນເອກະພາບ 3 ເນື້ອໃນຕົ້ນຕໍ

ງານບຸນມະໂຫລານ​ມິດຕະພາບ​ຫວຽດນາມ - ​ລາວ​ ຄັ້ງ​ທີ II ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 15 - 21 ກໍລະກົດ 2007 ຢູ່​ນະຄອນຫຼວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ ​ແລະ ສະຫວັນ​ນະ​ເຂດ (ລາວ) ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2007) ແລະ 30 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2007). ຄະ​ນະ​ຜູ້​ແທນ​ປະ​ຊາ​ຊົນ​ຫວຽດ​ນາມ ມີ 45 ທ່ານ ​ໂດຍ​ສະ​ຫາຍ ຮວິ່ງດ໊າມ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານທັງເປັນເລ​ຂາ​ທິ​ການ​ຄະນະກໍາມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ເປັນຫົວໜ້າຄະນະ.

ທີ່​ພິທີ​ເປີດ, ສອງຝ່າຍ​ໄດ້​ປະກາດ​ຖະ​ແຫຼ​ງການ​ຮ່ວມ​ດ້ວຍ 3 ​ເນື້ອ​ໃນ​ຕົ້ນຕໍ​ຄື: ທີ​ໜຶ່ງ​: ປະຊາຊົນ​ສອງ​ປະ​ເທດ​ຈະ​ຜ່ານ​ບັນດາ​ໝູ່ຄະນະ, ອົງການ​ຈັດ​ຕັ້ງມະຫາຊົນ, ເຊິ່ງແກ່ນສານ​ແມ່ນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ສະມາຄົມ ມິດຕະພາບ​ລາວ - ຫວຽດນາມ ສືບ​ຕໍ່​ມີ​ຫຼາຍ​ຮູບແບບການ​ເຄື່ອນ​ໄຫວທີ່​ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ​ແລະ ​ແທດ​ຈິງ ​ເພື່ອ​ແນ​ໃສ່​ຍູ້ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ຂົນຂວາຍ​ປະຊາຊົນ​ທຸກຊັ້ນວັນນະສອງ​ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ​ເພື່ອ​ເພີ່ມພູນຄູນສ້າງ, ເພີ່ມທະວີ ແລະ ເສີມຂະຫຍາຍ​ມູນ​ເຊື້ອ​ມິດຕະພາບ, ຄວາມ​ສາ​ມັກ​ຄີແບບພິເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ສະ​ພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ. ທີສອງ, ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຂອງ​ສອງ​ປະ​ເທດ ຕ້ອງ​ຍູ້ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງຕົນ, ຕັ້ງໜ້າ​ຂົນຂວາຍ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ວິສາຫະກິດ ​ແລະ ປະຊາຊົນທຸກຊັ້ນວັນນະສອງປະ​ເທດ ປະກອບສ່ວນ​ເຂົ້າໃນການປະຕິບັດໂຄງການຮ່ວມມືຮອບດ້ານ ລະຫວ່າງສອງ​ລັດໃຫ້ເປັນຢ່າງດີ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ...

ທີ​ສາມ: ຍູ້​ແຮງ​ການ​ກໍ່ສ້າງ ​ແລະ ບູລະນະກົງຈັກສະມາຄົມ​ຂອງແຕ່ລະ​ປະ​ເທດກວ່າອີກ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ຊາຍ​ແດນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ປະສົບ​ການ​ການ​ເຄື່ອນ​ໄຫວ​ລະຫວ່າງ​ສອງ​ສະມາຄົມ; ປະຕິບັດ​ບົດບາດ​ເປັນ​ຂົວ​ຕໍ່​ໃຫ້ເປັນ​ຢ່າງ​ດີ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ເພີ່ມທະວີ​ຄວາມ​ສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ​ແລະ ຊຸກຍູ້ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ການເຄື່ອນໄຫວທີ່ຄຶກຄື້ນຢູ່ 3 ແຂວງຂອງຫວຽດນາມ

ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງທີ III ​ໄດ້​ໄຂ​ຂຶ້ນ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 15 - 21 ກໍລະກົດ 2012 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສອງປະ​ເທດ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2012) ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2012). ຄະນະ​ຜູ້​ແທນ​ຫວຽດນາມ ນຳ​ໜ້າ​ໂດຍ ທ່ານ ຫວູຈ້ອງ​ກິມ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານທັງເປັນ​ເລຂາທິການ​ໃຫຍ່​ຄະນະ​ກໍາມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເປັນ​ຫົວໜ້າ​ຄະນະ.

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ບັນດາ​ຜູ້​ແທນ​ຖ່າຍຮູບ​ທີ່​ລະນຶກ​ທີ່​ງານ​ບຸນມະໂຫລານ​ມິດຕະພາບປະຊາຊົນ​ຫວຽດນາມ - ລາວ ​ຄັ້ງ​ທີ III. ພາບ: thoidai.com.vn

ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ ງານບຸນມະໂຫລານຫວຽດນາມ - ລາວ ຄັ້ງ​ທີ III ລວມມີ: ​ພິທີເປີດ​ງານ​ບຸນ (ວັນທີ 16 ກໍລະກົດ ຢູ່​ຮ່າ​ໂນ້ຍ); ຢ້ຽມຢາມ ແລະ ພົບປະແລກປ່ຽນຢູ່ແຂວງ ນິງບິ່ງ (ວັນທີ 16 ກໍລະກົດ ຢູ່ ນິງບິ່ງ); ການ​ພົບ​ປະ​ ແລະ ແລກ​ປ່ຽນ​ປະ​ສົບ​ການ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ປະຊາຊົນສອງ​ປະ​ເທດ​ຫວຽດ​ນາມ - ລາວ (ວັນ​ທີ 17 ກໍລະກົດ ຢູ່ ຮ່າ​ໂນ້ຍ); ການ​ນຳ​ພັກ ​ແລະ ລັດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ (​ວັນທີ 17 ກໍລະກົດ ຢູ່​ຮ່າ​ໂນ້ຍ);...

ມີ​ຜູ້​ແທນ​ເກືອບ 1.000 ທ່ານ​ຂອງ​ທັງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ພົບ​ປະ ​ແລະ ຖ່າຍຮູບ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ. ພາບ: thoidai.com.vn

ງານ​ບຸນມະໂຫລານ​ມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ VI ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ຊຽງ​ຂວາງ (ລາວ) ​ແຕ່​ວັນ​ທີ 17 - 23 ກໍລະກົດ 2017 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2017). ຄະນະ​ຜູ້​ແທນ​ປະຊາຊົນ​ຫວຽດນາມ​ ​ໂດຍ​ ສະຫາຍ ເຈີ່ນ​ວັນ​ຕຸ່ຍ, ກຳມະການ​ສູນ​ກາງ​ພັກ, ກໍາມະການຜູ້ປະຈໍາການ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຄະນະ​ປະຕິບັດງານສະມາຊິກ ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ເປັນ​ຫົວໜ້າ​ຄະນະ. ຝ່າຍລາວ, ມີ ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ; ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ, ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ພ້ອມ​ດ້ວຍ​ຜູ້​ແທນ​ເກືອບ 1.000 ທ່ານ ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຄະນະ, ຂະແໜງການຂອງລາວ, ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາຄູ​ອາຈານ, ນັກ​ຮຽນ ​ແລະ ນັກ​ສຶກສາ​ລາວ ​ເຂົ້າ​ຮ່ວມ.

​ໃນ​ຂອບ​ເຂດ​ຂອງ​ງານ​ບຸນມະໂຫລານ ​ໄດ້​ດໍາເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ໂຮມຊຸມນຸມມິດຕິງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ແລະ 55 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ ​ໂດຍ​ພັກ ​ແລະ ລັດລາວ ຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດລາວ; ຢ້ຽມຢາມຫໍພິພິທະພັນປະທານ ໄກສອນ ພົມວິຫານ; ...

ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ ​ແລະ ຫຼາຍຮູບຫຼາຍແບບ, ຜູ້​ແທນ​ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ, ​ແລກປ່ຽນ​ບົດຮຽນ​ປະສົບການທີ່​ດີ​ໃນ​ການ​ຜັນຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ກໍສະ​ເໜີ​ບັນດາ​ມາດ​ຕະການປັບປຸງ ​ແລະ ເພີ່ມທະວີສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ນໍາການພົວພັນນີ້​ພັດທະນາຂຶ້ນສູ່ລະດັບສູງໃໝ່.

ຮ່ວມເດີນຂະບວນຢູ່ເສັ້ນທາງເຈື່ອງເຊີນ

ງານ​ບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ​ຄັ້ງ​ທີ V ​ໄດ້​ໄຂ​ຂຶ້ນ​ຢູ່​ແຂວງ​ກວາງ​ຈີ້ (ຫວຽດນາມ) ​ແລະ ​ສະຫວັນນະເຂດ (ລາວ) ​ແຕ່​ວັນ​ທີ 27 – 30 ກັນຍາ 2022 ​ເນື່ອງ​ໃນ​ໂອກາດ “ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022); 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ - ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022).

ງານ​ບຸນມະໂຫລານ​ມີ​ຫົວ​ຂໍ້​ວ່າ: “​ຮ່ວມເດີນ​ຂະ​ບວນຢູ່ເສັ້ນທາງ​ ​ເຈື່ອງ​ເຊີນ - ​ເສັ້ນທາງ​ໂຮ່ຈີ​ມິນ”. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ, ງານບຸນມະໂຫລານ ຫວັງ​ວ່າ​ບັນດາ​ຜູ້​ແທນ​ຈະ​ມີຄວາມ​ຮັບ​ຮູ້​ເຖິງ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ເສັ້ນທາງ​ໂຮ່ຈີ​ມິນ ຢ່າງເລິກເຊິ່ງກວ່າອີກ, ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ; ລາວ-ຫວຽດນາມ. ພ້ອມ​ກັນ​ນັ້ນ, ກໍປະກອບສ່ວນກໍ່ສ້າງ​ເຈື່ອງ​ເຊີນ ​ເປັນ​ຊາຍ​ແດນ​ສາມັກຄີ, ມິດຕະພາບ, ພັດທະນາ​ເສດຖະກິດ - ສັງຄົມ, ປ້ອງ​ກັນ​ປະຊາດປ້ອງກັນຄວາມສະຫງົບທີ່ໝັ້ນຄົງ​ເຂັ້ມ​ແຂງ, ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ ມີ​ຊີ​ວິດ​ທີ່ອີ່ມໜຳສຳລານ ແລະ ມີ​ຄວາມ​ຜາ​ສຸກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.