EVN ແລະ ບັນດາຄວາມກ້າວໜ້າໃນການຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມ - ລາວ

07:28 | 07/09/2022

ຍສໝ - ບັນດາສັນຍາຊື້ - ຂາຍ​ໄຟຟ້າທີ່ໄດ້ເຊັນລະຫວ່າງຫວຽດນາມ ​ແລະ ລາວ ເປັນຂີດໝາຍກ້າວໜ້າ​ທີ່ສຳຄັນໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືໃນຂົງເຂດ​ພະລັງງານ.

ການຮ່ວມມືດ້ານພະລັງງານຫວຽດນາມ - ລາວ: ຈາລືກຄວາມສາມັກຄີພິເສດ ການຮ່ວມມືດ້ານພະລັງງານຫວຽດນາມ - ລາວ: ຈາລືກຄວາມສາມັກຄີພິເສດ
ຫວຽດນາມ - ລາວ ແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກ ຢ່າງປອດໄພ ຫວຽດນາມ - ລາວ ແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກ ຢ່າງປອດໄພ

ວັນທີ 31 ມີນາ 2022, ຄະນະຄຸ້ມຄອງໂຄງການໄຟຟ້າ 2 (EVNPMB 2) ໄດ້ຈັດພິທີເຊັນບັນດາສັນຍາ “ສະໜອງອຸປະກອນ, ປະຕິບັດການກໍ່ສ້າງຕິດຕັ້ງໂຄງການ ແລະ ດັດປັບອຸປະກອນແບບທົດລອງໃຫ້ໂຄງການສະຖານີເບີອີ 220 kV ແລະ ບັນດາສາຍ 220 kV ເຊິ່ງຕໍ່ຈາກເຂື່ອນໄຟຟ້ານ້ຳກົງ 1, 2, 3​ (ລາວ) ເຂົ້າລະບົບໄຟຟ້າ ຫວຽດນາມ” ແລະ ສັນຍາ “ອອກແບບ, ສະໜອງສິນຄ້າ ແລະ ກໍ່ສ້າງຕິດຕັ້ງ (EPC) ໂຄງການສະຖານີດັກອອກ 220 kV ແລະ ບັນດາສາຍ 220 kV ທີ່ຕໍ່ຈາກເຂື່ອນໄຟຟ້ານໍ້າອີມູນ (ລາວ) ເຂົ້າລະບົບໄຟຟ້າ ຫວຽດນາມ”. ທັງສອງໂຄງການ​ດັ່ງກ່າວແມ່ນໄດ້ລົງທຶນໂດຍອີງໃສ່ຄຳໝັ້ນສັນຍາຂອງສອງຝ່າຍກ່ຽວກັບການພົວພັນຮ່ວມມື​ລະຫວ່າງລັດຖະບານ​ ຫວຽດນາມ ແລະ ລາວ ​ໃນຂົງເຂດພັດທະນາພະລັງງານ, ຮັບໃຊ້ການ​ນຳເຂົ້າໄຟຟ້າຈາກກຸ່ມເຂື່ອນໄຟຟ້ານ້ຳກົງ 1, 2, 3 ​ແລະ ນ້ຳ​ອີມູນ (ລາວ) ​ໄປຍັງ ຫວຽດນາມ.

ທ່ານຜູ້ອໍານວຍການໃຫຍ່ EVN ເຈີນດິງເຍີນ ກ່າວຄໍາເຫັນທີ່ການເຮັດວຽກກັບບັນດາວິສາຫະກິດລາວ (ພາບ: TTXVN)

ທ່ານຜູ້ອໍານວຍການໃຫຍ່ EVN ເຈີນດິງເຍີນ ກ່າວຄໍາເຫັນທີ່ການເຮັດວຽກກັບບັນດາວິສາຫະກິດລາວ.

ກ່ອນໜ້ານັ້ນ, ວັນ​ທີ 6 ທັນວາ 2021, ຢູ່​ຮ່າໂນ້ຍ, ເນື່ອງໃນໂອກາດຈັດຕັ້ງກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ​ລັດຖະບານ​ສອງປະເທດຫວຽດນາມ - ລາວ, ພາຍໃຕ້​ການເປັນສັກຂີພິະຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ​ນາ​ຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ທ່ານ ເຈີນດິງເຍີນ - ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບັນດານັກລົງທຶນຂອງບັນດາໂຄງການໄຟຟ້າຢູ່ປະເທດລາວ ເພື່ອຂາຍໄຟຟ້າໃຫ້ຫວຽດນາມ. ບັນດາໂຄງການລວມມີ:

ບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນ​ລະຫວ່າງ​ກຸ່ມບໍລິສັດໄຟຟ້າຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ພົງຊັບທະວີ ກ່ຽວກັບ​ການພັດທະນາກຸ່ມໂຄງການເຂື່ອນໄຟຟ້ານໍ້າເຢືອງ ດ້ວຍກຳລັງໄຟຟ້າ 84 MW, ຄາດວ່າ​ຈະ​ຂາຍໄຟຟ້າ​ໃຫ້​ ຫວຽດນາມ ​ແຕ່​ປີ 2024-2025. ບົດບັນທຶກຄວາມເຂົ້າໃຈລະຫວ່າງກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພົງຊັບທະວີ ວ່າດ້ວຍການພັດທະນາໂຄງການໄຟຟ້າຖ່ານຫີນນ້ຳຟານດ້ວຍກຳລັງໄຟຟ້າ 300 MW, ຄາດວ່າຈະຂາຍໄຟຟ້າໃຫ້ ຫວຽດນາມ ໃນປີ 2025. ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈທີ່ໄດ້ເຊັນລະຫວ່າງກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ບໍລິສັດ Kong sup Hydro Development of Nam Neun 1 and Nam Neun 3 ກ່ຽວກັບການພັດທະນາໂຄງການເຂື່ອນໄຟຟ້າ Nam Neun 1 ດ້ວຍກຳລັງໄຟຟ້າ 124 MW, ຄາດວ່າຈະຂາຍໄຟຟ້າໃຫ້ ຫວຽດນາມ ໃນປີ 2024-2025.

ຕາມ​ບົດລາຍງານ, ປະຈຸ​ບັນ, ມີເຂື່ອນ​ໄຟຟ້າ​ຫຼາຍ​ແຫ່ງ​ຢູ່​ລາວ​ໄດ້​ສົ່ງ​ອອກ​ໄຟຟ້າ​ໄປຍັງ​ຫວຽດນາມ ​ໂດຍ​ເຈົ້າຂອງການລົງທຶນ ​ຫວຽດນາມ​ ແລະ ​ລາວ ​ລົງທຶນ. ບາງໂຄງການສາມາດກ່າວເຖິງເຊັ່ນ: ເຂື່ອນໄຟຟ້າ ເຊກະໝານ 1 (290 MW) ແລະ ເຂື່ອນໄຟຟ້າເຊກະໝານ ຊານໄຊ (32 MW) ໂດຍບໍລິສັດໄຟຟ້າ ຫວຽດນາມ - ລາວ ເປັນເຈົ້າຂອງການລົງທຶນ; ກຸ່ມເຂື່ອນໄຟຟ້າ ນ້ຳສັກ (265 MW) ແລະ ກຸ່ມໄຟຟ້າ ນໍ້າໂມ້ (505 MW) ໂດຍກຸ່ມບໍລິສັດ ພົງຊັບທະວີ (PGC) ເປັນເຈົ້າຂອງການລົງທຶນ.

ເຂື່ອນໄຟຟ້າ ນໍ້າໂມ້ 2 ຕັ້ງຢູ່ແຂວງ ຊຽງຂວາງ, ລາວ, ມີກໍາລັງໄຟຟ້າທັງຫມົດ 120 MW ເຊິ່ງຄາດວ່າ ຈະເປີດການນໍາໃຊ້ເປັນທາງການໃນທ້າຍປີ 2022. (ພາບ: TTXVN)

ເຂື່ອນໄຟຟ້າ ນໍ້າໂມ້ 2 ຕັ້ງຢູ່ແຂວງ ຊຽງຂວາງ, ລາວ, ມີກໍາລັງໄຟຟ້າທັງຫມົດ 120 MW ເຊິ່ງຄາດວ່າ ຈະເປີດການນໍາໃຊ້ເປັນທາງການໃນທ້າຍປີ 2022.

ໂດຍ​ປຶກສາ​ຫາລື​ກ່ຽວ​ກັບ​​ການ​ຮ່ວມ​ມືໃນອະນາຄົດ​ກ່ຽວກັບການຮ່ວມມືດ້ານ​ໄຟຟ້າ​ລະຫວ່າງ​ກຸ່ມບໍລິສັດໄຟຟ້າ​ຫວຽດນາມ (EVN) ​ແລະ ຂະແໜງການ​ໄຟຟ້າ ​ລາວ, ທ່ານຜູ້ອຳນວຍການ​ໃຫຍ່ EVN ເຈີນດິງເຍີນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, EVN ພວມ​ຂາຍໄຟຟ້າ​ແຮງ​ດັນ​ກາງ (22/35kV) ​ໃຫ້ 7 ​ຈຸດທີ່ຢູ່ໃກ້ໆເຂດຊາຍແດນລາວ. ການ​ສົມທົບ​ກັນ​ໃນ​ການ​ເຄື່ອນ​ໄຫວ, ຮັກສາຄວາມໝັ້ນຄົງ, ຄວາມ​ປອດ​ໄພ​ຂອງ​ຕາໜ່າງ​ໄຟຟ້າ​ ທັງສອງປະເທດ​ໄດ້ປະຕິບັດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ເຂົ້າໃນການຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ພິເສດ​ລະຫວ່າງ​ສອງ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ກໍ​ມີເຂື່ອນ​ໄຟຟ້າ​​ລາວ 3 ​ແຫ່ງໄດ້ຂາຍ​ໄຟຟ້າ​ໃຫ້ ​ຫວຽດນາມ ດ້ວຍກຳລັງໄຟຟ້າ​ 572 MW; ມີ 1.608 MW ຈາກ 22 ໂຮງງານໄຟຟ້າຕ່າງໆທີ່ໄດ້ເຊັນສັນຍາ ຊື້-ຂາຍໄຟຟ້າ, ປະຈຸບັນ ກຳລັງສ້າງ ແລະ ຈະຂາຍໄຟຟ້າໃຫ້ ຫວຽດນາມ ກ່ອນປີ 2025; 509 MW ໄດ້ຮັບການຮັບຮູ້ຈາກລັດຖະບານໃນນະໂຍບາຍຊື້ໄຟຟ້າ, ປະຈຸບັນກໍາລັງເຈລະຈາສັນຍາຊື້-ຂາຍໄຟຟ້າກັບ EVN ແລະ 1.577 MW ຈາກໂຮງງານໄຟຟ້າອື່ນໆ 10 ແຫ່ງ ເຊິ່ງໄດ້ຮັບການເຫັນດີເປັນເອກະພາບຈາກ EVN ກ່ຽວກັບແຜນການເຊື່ອມຕໍ່ ແລະ ນະໂຍບາຍຊື້ - ຂາຍໄຟຟ້າ, ແລ້ວຍື່ນກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລາຍງານໃຫ້ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີໃຫ້​ອະ​ນຸ​ມັດ​. ມາຮອດ​ທ້າຍ​ປີ 2025, ຄວາມ​ສາມາດການ​ຊື້-ຂາຍ​ໄຟຟ້າ​ລະຫວ່າງ​ຫວຽດນາມ - ລາວ ອາດ​ຈະ​ລື່ນ​ກາຍ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ບົດ​ບັນທຶກ​ຄວາມເຂົ້າໃຈ​​ລະຫວ່າງ​ສອງ​ລັດຖະບານ​ໃນ​ປີ 2016.

EVN ​ໄດ້​ສ້າງ​ກຸ່ມບໍລິສັດຫນຶ່ງ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ຂົວ​ຕໍ່​ລະຫວ່າງ​ຂະແໜງການໄຟຟ້າ​ຂອງ​ປະ​ເທດເຮົາ ​ແລະ ຂະແໜງການໄຟຟ້າ ​ແລະ ກະຊວງ, ຂະແໜງການຂອງບັນດາປະເທດເພື່ອນມິດ. ການນຳ EVN ກໍ​ເຊື່ອ​ໝັ້ນ​ວ່າ, ການ​ພົວພັນທີ່ມີມາແຕ່ດົນນານ​ລະຫວ່າງ​ບັນດາ​ຫົວໜ່ວຍ​ ​ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ພັດທະນາ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຕິບັດ​ນະ​ໂຍບາຍ​ລວມ​ຂອງ​ການ​ນຳ​ຫວຽດນາມ ແລະ ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ພະລັງງານ​ລະຫວ່າງສອງປະ​ເທດໃຫ້ມີປະສິດທິຜົນ.

ຫອມມາລາ

ເຫດການ
302 Found

Found

The document has moved here.