ງານພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ຢູ່ ໄທ

11:18 | 19/09/2022

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ, ວັນທີ 17 ກັນຍາ, ສະຖານກົງສູນໃຫຍ່ຫວຽດນາມ ແລະສະຖານກົງສູນໃຫຍ່ ລາວ ປະຈໍາແຂວງຂອນແກ່ນ (ໄທ) ໄດ້ຈັດຕັ້ງການແຂ່ງຂັນກິລາມິດຕະພາບ ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນອົງການຜູ້ຕາງໜ້າສອງປະເທດ ພ້ອມດ້ວຍຜູ້ຕາງໜ້າສະມາຄົມຊາວໄທ ເຊື້ອຊາດຫວຽດນາມ ຢູ່ແຂວງຂອນແກ່ນ.

ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ
“Thai Summer Delicacies” – ນຳ​ຜະ​ລິດ​ຕະ​ພັນ Halal ໄທ ມາ​ສູ່​ລູກ​ຄ້າ ຫວຽດ “Thai Summer Delicacies” – ນຳ​ຜະ​ລິດ​ຕະ​ພັນ Halal ໄທ ມາ​ສູ່​ລູກ​ຄ້າ ຫວຽດ
ພະນັກງານ, ພາລະກອນສະຖານກົງສູນໃຫຍ່ສອງປະເທດ ຖ່າຍຮູບເປັນທີ່ລະນຶກຢູ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.
ພະນັກງານ, ພາລະກອນສະຖານກົງສູນໃຫຍ່ສອງປະເທດ ຖ່າຍຮູບເປັນທີ່ລະນຶກຢູ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຈູດຶກຢຸ້ງ ຫົວໜ້າສະຖານກົງສູນໃຫຍ່ ເນັ້ນໜັກ ວ່າ ການພົບປະແລກປ່ຽນມິດຕະພາບ ແມ່ນໂອກາດເພື່ອຫວນຄືນມູນເຊື້ອກ່ຽວກັບນໍ້າໃຈມິດຕະພາບອັນລໍ້າຄ່າລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃນຕະຫຼອດ 60 ປີຜ່ານມາ. ຄວາມສາມັກຄີ, ການຮ່ວມມືລະຫວ່າງຫວຽດນາມ ແລະລາວ ແມ່ນຊັບສົມບັດອັນລໍ້າຄ່າ, ເປັນພື້ນຖານເພື່ອໃຫ້ສອງປະເທດ ພ້ອມກັນເສີມຂະຫຍາຍໃນ ບັນດາໄລຍະປະຫວັດສາດໃນຕໍ່ໜ້າ. ຫວຽດນາມ ແລະລາວ ບໍ່ພຽງແຕ່ເປັນສອງປະເທດ ບ້ານໃກ້ເຮືອນຄຽງ ເທົ່ານັ້ນ, ຫາກຍັງເປັນ “ສອງປະເທດສະຫາຍອ້າຍນ້ອງ” ອີດກ້ວຍ. ທ່ານ ຈູດຶກຢຸ້ງ ສະແດງຄວາມເຊື່ອໝັ້ນວ່າ ເຖິງວ່າຫຍຸ້ງຍາກລໍາຍາກຈັ່ງໃດ ກໍຕາມ ແຕ່ສອງປະເທດ ກໍຕັດສິນໃຈຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ສາຍພົວພັນອັນສັກກາລະບູຊາ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ ພາກພື້ນ ແລະໃນໂລກ.

ສ່ວນທ່ານ ສົມບັດ ແພງພະຈັນ ຢັ້ງຢືນວ່າ ເລື່ອງສະຖານກົງສູນໃຫຍ່ສອງປະເທດ ຮ່ວມກັນຈັດຕັ້ງພິທີສະເຫຼີມສະຫຼອງນີ້ມີຄວາມໝາຍສຸດທີ່ສໍາຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ ເວົ້າລວມ ແລະການພົວພັນອັນສະໜິດສະໜົມລະຫວ່າງອົງການຜູ້ຕາງໜ້າສອງປະເທດ ປະຈໍາຢູ່ ຂອນແກ່ນ ເວົ້າສະເພາະ.

ພາຍຫຼັງພິທີໄຂ, ພະນັກງານ, ພາລະກອນສອງສະຖານກົງສູນໃຫຍ່ ໄດ້ເຂົ້າຮ່ວມການແຂ່ງຂັນປິງປ໋ອງ, ຕີດອກປີກໄກ່ມິດຕະພາບ ແລະຮ່ວມກັນຮັບປະທານອາຫານທີ່ເປັນມູນເຊື້ອຂອງສອງຊາດຫວຽດນາມ ແລະລາວ ອີກດ້ວຍ.

la.qdnd.vn

ເຫດການ
302 Found

Found

The document has moved here.