ຮູບພາບເຕັມໄປດ້ວຍສາຍໃຈມິດຕະພາບ ຫວຽດ-ລາວ

09:07 | 07/09/2022

ຍສໝ - "ສາຍພົວພັນຫວຽດນາມ-ລາວ: ຍືນຍົງ ແລະ ພັດທະນາ" ເປັນຫົວຂໍ້ຂອງງານວາງສະແດງຮູບພາບໂດຍສໍານັກຂ່າວສານຫວຽດນາມ (TTXVN) ສົມທົບກັບ ສໍານັກຂ່າວສານປະເທດລາວ (KPL) ຈັດຂຶ້ນໃນຕົ້ນເດືອນ ກັນຍາ 2022 ທີ່ຮ່າໂນ້ຍ. ບັນດາພາບທີ່ໄດ້ແນະນໍາຢູ່ງານວາງສະແດງແມ່ນໄດ້ສະແດງຢ່າງມີຊິວີດຊິວາ, ແທ້ຈິງກ່ຽວກັບສາຍພົວພັນ, ຖານມິດສະຫາຍສະໜິດຕິດພັນ, ໝັ້ນຄົງທະນົງແກ່ນລະຫວ່າງພັກ ແລະ ປະຊາຊົນສອງປະເທດທີ່ຍາມໃດກໍຄຽງບ່າຄຽງໄຫຼ່ພ້ອມກັນໃນການຕໍ່ສູ້ກອບກູ້ເອົາເອກະລາດ ກໍຄືໃນພາລະກິດສ້າງສາ,ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ.

ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ
ວົງເງິນການຄ້າຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນ ວົງເງິນການຄ້າຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນ

ງານໄດ້ວາງສະແດງ 63 ປາໂນຂະຫນາດໃຫຍ່ ກັບ 109 ຮູບທີ່ດີເດັ່ນ ເຊິ່ງໄດ້ຄັດເລືອກຈາກຫຼາຍພັນຮູບຂອງນັກຂ່າວສໍານັກງານຂ່າວສານຫວຽດນາມ ແລະ ສໍານັກງານຂ່າວສານປະເທດລາວ. ແຕ່ລະພາບຕິດພັນກັບເຫດການໜຶ່ງສະແດງຢ່າງມີຊີວິດຊີວາ, ແທ້ຈິງຂອງສາຍພົວພັນມີໜຶ່ງບໍ່ມີສອງ: ໃນໂລກ, ສາຍພົວພັນຖານມິດສະຫາຍສະໜິດຕິດພັນ, ໝັ້ນຄົງທະນົງແກ່ນລະຫວ່າງພັກ ແລະ ປະຊາຊົນ ສອງປະເທດໄດ້ຄຽງບ່າຄຽງໄຫຼ່ພ້ອມກັນຕ້ານສັດຕູໂຕດຽວກັນຈົນຮອດມື້ໄດ້ຮັບໄຊຊະນະຢ່າງສົມບູນ.

ນັ້ນແມ່ນ: ພາບທີ່ໄດ້ຖ່າຍໃນບັນຍາກາດທີ່ສະໜິດສະໜົົມຂອງບັນດານັກຮົບສາຍສໍາພັນລາວ-ຫວຽດ ແລະ ປະທານສຸພານຸວົງພົບປະນັກຮົບອາສາສະໝັກຫວຽດນາມ ປີ 1950 ເປັນຂີດໝາຍໃນບາດກ້າວສໍາຄັນຂອງການຕໍໍ່ສູ້ປະຕິວັດລາວ ຝານການປະສານສົມທົບ, ສາມັກຄີຕໍ່ສູ້ຮ່ວມກັບປະຊາຊົນຫວຽດນາມ ຕີຕ້ານໄຊຊະນະພວກລ່າເມືອງຂຶ້ນຝະລັ່ງ, ກນໍາມາເອກະລາດ, ເສລິພາບມາໃຫ້ສາມຊາດອິນດຸຈີນ, ພາບບັນດານັກຮົບຫວຽດ-ລາວຕໍ່ສູ້ ແລະ ໄຊຊະນະ, ສ້າງເປັນ “ບົດເພງວິລະຊົນເສັ້ນທາງເລກ 9 - ພາກໃຕ້ລາວ”, ພາບເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກ ເລຢ້ວນ ມາຢາມເຂດປົດປ່ອຍລາວ ປີ 1973 ໃນການຕ້ອນຮັບຢ່າງອົບອູ່ນຂອງປະຊາຊົນລາວ, ນາຍພົນຍິງ ຫງວຽນ ທິ ດິ້້ງ ມາຢາມກອງແມ່ຍິງປືນໃຫຍ່ເຂດປົດປ່ອຍລາວ ປີ 1974.

ນັບແຕ່ມື້ສອງປະເທດໄດ້ປົດປ່ອຍຢ່າງສົມບູນ ແລະ ພ້ອມກັນກ້າວເຂົ້າສູ່ພາລະກິດສ້າງສາ, ພັດທະນາປະເທດຊາດ, ບັນດາຮູບພາບສ່ອງແສງສາຍພົວພັນສອງປະເທດກ້າວເຂົ້າສູ່ໄລຍະໃຫມ່ທີ່ຮັດແໜ້ນກວ່າ, ຮອບດ້ານກວ່າ, ຊ່ວຍກັນແກ້ໄຂບັນດາຜົນກະທົບພາຍຫຼັງສົງຄາມ, ໄພທໍາມະຊາດ, ພະຍາດ, ສ້າງສາປະເທດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕກັບພື້ນຖານເສດຖະກິດ, ວັດທະນະທໍາວິທະຍາສາດທີ່ພັດທະນາ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ ໂດຍນັກຂ່າວຂອງສອງສໍານັກງານຂ່າວສານໄດ້ມີໜ້າຢູ່ທຸກຂົງເຂດ, ທຸກຫົນແຫ່ງສືບຕໍ່ບັນທຶກໄວ້.

ມາຢ້ຽມຢາມງານວາງສະແດງແຕ່ເຊົ້າ, ທ່ານ ຫງວຽນ ເຖ ງຽບ, ຮອງຫົວຫນ້າສາຂາສະມາຄົມປະຈໍາສາຂາສະມາຄົມມິດຕະພາມຫວຽດນາມ - ລາວ ສໍານັກຂ່າວສານຫວຽດນາມ ໃຫ້ຮູ້ວ່າ ນີ້ເປັນກິດຈະກໍາທີ່ຈໍາເປັນ ແລະ ມີຄວາມໝາຍສໍາຄັນໃນໂອກາດທີ່ສອງປະເທດກໍາລັງສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທຸດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຄົບຮອບ 45 ປີ. ຜ່ານການວາງສະແດງ, ປະຊາຊົນ, ໂດຍສະເພາະແມ່ນໄວໜຸ່ມ ໄດ້ມີຄວາມເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບສາຍພົວພັນພິເສດ, ຊື່ສັດ, ບໍລິສຸດ ແລະ ເປັນແບບຢ່າງຂອງສອງປະເທດ ຜ່ານນັ້ນກໍ່ສືບຕໍ່ເພີ່ມພູນຄູນສ້າງໄມຕິຈິດມິດຕະພາບໃຫ້ນັບມື້ນັບເຂັ້ມແຂງ.

ສ່ວນຕົວ ທ່ານ ງຽບ ໄດ້ຕິດພັນກັບປະເທດລາວເກືອບທັງຊີວີດຂອງຕົນ. ຕົ້ນປີ 1970, ທ່ານໄດ້ພ້ອມກັບຊ່ຽວຊານຫວຽດນາມ ສໍານັກຂ່າວສານຕາແສງ ປະຈໍາຢູ່ຖໍ້າ ພູແຄ-ຊໍາເໜືອ, ຊ່ວຍກໍ່ສ້າງ ສໍານັກຂ່າວສານປະເທດລາວ ກ່ຽວກັບການເຮັດຂ່າວ, ຮູບ ແລະ ເຕັກນີກການຮັບ ແລະ ເຜີຍແຜ່ຂ່າວຕາມວິທີເຮົາເຮັດໃຫ້ເພື່ອນເບິ່ງ, ແລ້ວເຮົາກັບເພື່ອນເຮັດພ້ອມກັນ, ສຸດທ້າຍແມ່ນເພື່ອນເຮັດ ເຮົາເບິ່ງ, ປະກອບຄໍາຄິດເຫັນ.

ເມື່ອທີມງານສໍານັກຂ່າວສານ KPL ເຮັດວຽກຢູ່ ຕາແສງພູແຄ ໄດ້ລື້ງກັບວຽກງານແລ້ວ, ທ່ານໄດ້ຖືກແຕ່ງຕັ້ງຍົກຍ້າຍໄປແຂວງຄໍາມ່ວນ (ພາກກາງລາວ) ກໍ່ສ້າງໜ່ວຍງານນັກຂ່າວເພື່ອມີຂໍ້ມູນຈາກແຂວງນີ້ສົ່ງຕໍ່ໄປຕາແສງພູແຄ ເພື່ອສ່ອງແສງຂະບວນການຜະລິດ, ບັນດາການເຄື່ອນໄຫວວັດທະນະທໍາ-ສັງຄົມ ແລະ ກຽມພ້ອມສູ້ຮົບຕ້ານສັດຕູກວາດລ້າງ, ບຽດຍຶດເອົາບ້ານເມືອງເຂດປົດປ່ອຍ.

ຫຼັຈາກທີ່ລາວຍຶດອໍານາດໄດ້ຢ່າງສົມບູນ ໃນປີ 1975, ບັນດາຊ່ຽວຊານຫວຽດນາມໄດ້ກັບຄືນປະເທດ, ທ່ານ ງຽບ ໄດ້ເພີ່ມທະວີເຂົ້າຫ້ອງການ C (ຕໍ່ມາເປັນຄະນະ CK) ເປັນຫົວຫນ້າໜ່ວຍງານບັນນາທິການພາສາຫວຽດ. ນີ້ເປັນຫ້ອງການພິເສດຂອງອົງການຂ່າວສານແຫ່ງຊາດ ເຊິ່ງໜຶ່ງໃນບັນດາຫນ້າທີ່ສໍາຄັນແມ່ນການເຮັດຂ່າວເພື່ອສ່ອງແສງການຕໍ່ສູ້ດ້ານການເມືອງ, ການທະຫານ, ການທູດຂອງປະເທດລາວຢ່າງທັນການ ເພື່ອລົງພິມໃນຂ່າວສານໂລກ ແລ້ວສົ່ງໃຫ້ບັນດາໜັງສືພີມ, ບັນດາວິທະຍຸກະຈາຍສຽງພາຍໃນປະເທດ ແລະ ຊ່ວຍເພື່ອເຮັດຂ່າວເປັນພາສາອັງກິດສົ່ງອອກໂລກພາຍນອກ. ນອກຈາກໂມງເຮັດຂ່າວ,ຫ້ອງການ C ຍັງຕ້ອນຮັບ, ຈັດບ່ອນຢູ່ກິນຢູ່ໃຫ້ພະນັກງານ, ນັກຂ່າວ, ພະນັກງງານເຕັກນິກ KPL ມາຢ້ຽມຢາມ ແລະ ແລກປ່ຽນວຽກງານ.

ຮູບພາບເຕັມໄປດ້ວຍສາຍໃຈມິດຕະພາບ ຫວຽດ-ລາວ

ທ່ານ ຫງວຽນ ເຖ ງຽບ ໄດ້ຫວນຄືນໄລຍະເວລາທີ່ໄດ້ເປັນນັກຂ່າວ ສໍານັກງານຂ່າວສານຫວຽດນາມ ປະຕິບັດຫນ້າທີ່ຢູ່ສະໜາມຮົບລາວ. ພາບ: ທູຮ່າ

ສະນັ້ນ, ເວລາເບິ່ງຮູບທີ່ໄດ້ວາງສະແດງໃນງານນີ້, ທ່ານ ງຽບ ໄດ້ຄິດເຫັນຄືນໄລຍະເວລາທີ່ໄດ້ເປັນນັກຂ່າວສໍານັກງານຂ່າວສານຫວຽດນາມ ປະຕິບັດຫນ້າທີ່ຢູ່ສະໜາມຮົບລາວ.

ທ່ານ ເຈີ່ນ ເຍີດ ຮ່ວາງ, ຮອງຫົວຫນ້າກົມຮ່ວມມືສາກົນ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ)ໃຫ້ຮູ້ວ່າ ງານວາງສະແດງຮູບພາບ "ສາຍພົວພັນຫວຽດນາມ -ລາວ: ຍືນຍົງ ແລະ ພັດທະນາ" ເປັນເຫດການທີ່ມີຄວາມໝາຍສໍາຄັນໃນການເພີ່ມທະວີໄມຕິຈິດມິດຕະພາບລະຫວ່າງສອງປະເທດ ແລະ ນໍາການຮັບຮູ້ກ່ຽວກັບປະຫວັດສາດສາຍພົວພັນການທູດຫວຽດນາມ-ລາວມາໃຫ້ມວນຊົນ.

ຕາມ ທ່ານ ຮ່ວາງ, ບັນດາກິດຈະກໍາວັດທະນະທໍາຄືງານວາງສະແດງນີ້ຕ້ອງໄດ້ໃສ່ໃຈ,ຈັດຕັ້ງຫຼາຍກວ່າອີກເພື່ອຜ່ານນັ້ນຊ່ວຍໃຫ້ໄວໜຸ່ມເຂົ້າໃຈກວ່າເກົ່າກ່ຽວກັບປະຫວັດສາດສາຍພົວພັນ,ໄມຕິຈີດລະຫວ່າງປະຊາຊົນສອງຊາດ.

"ຂ້າພະເຈົ້າມັກພິເສດເຂດວາງສະແດງບັນດາຮູບພາບກ່ຽວກັບປະຫວັດສາດສອງປະເທດ, ເພາະປະຫວັດສາດຕ້ອງໄດ້ຫວນຄືນຕະຫຼອດ, ບັນດາໂອກາດຄົບຮອບວັນຕ່າງໆເປັນທີ່ດີທີ່ສູດເພື່ອນຳເອົາບັນດາຮູບພາບນັ້ນເຂົ້າເຖິງມວນຊົນ. ຂ້າພະເຈົ້າຫວັງວ່າ ບັນດາຮູບພາບປະຫວັດສາດທີ່ປະເສີດນີ້ຈະໄດ້ນໍາໄປວາງສະແດງທາງອອນລາຍ, ໃນແບບ 360 ອົງສາ, ຫຼືເຮັດເປັນ infographic ເພື່ອໃຫ້ຫຼາຍໆຄົນ,ພິເສດແມ່ນໄວໜຸ່ມໃນທົ່ວປະເທດໄດ້ເບິ່ງ ແລະ ເຂົ້າໃຈໄມຕິຈິດອັນບໍລິສຸດຫວຽດ-ລາວ ຢ່າງເລີກເຊີ່ງກວ່າເກົ່າ, ທ່ານ ເຈີ່ນ ເຍີດ ຮ່ວາງ ກ່າວ.

ຜູ້ອໍານວຍການໃຫຍ່ສໍານັກງານຂ່າວສານຫວຽດນາມ ວູ ຫວຽດ ຈາງ ໃຫ້ຮູ້ວ່າ, ງານວາງສະແດງໄດ້ສ່ອງແສງຮອບດ້ານບັນດາຂີດໝາຍທີ່ສໍາຄັນໃນສາຍພົວພັນລະຫວ່າງສອງປະເທດ, ບັນດາຜົນງານດີເດັ່ນທີ່ສອງປະເທດບັນລຸໄດ້ ແລະ ທັງບັນດານໍ້າໃຈທີ່ປະຊາຊົນສອງປະເທດໄດ້ມອບໃຫ້ກັນໃນຕະຫຼອດໄລຍະປະຫວັດຂອງສອງຊາດ.

"ບັນດາຮູບພາບງາມ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບຂອງສອງຊາດຫວຽດ-ລາວ ຈະສືບຕໍ່ໄດ້ຮັບການຈົດຈຳໄວ້ຈາກບັນດາລຸ້ນນັກຂ່າວຕ່າງໆຂອງ TTXVN ແລະ KPL, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ຄວາມຍືນຍົງ ແລະ ພັດທະນາຂອງສາຍພົວພັນອັນຍິ່ງໃຫຍ່, ມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ທ່ານຈາງ ຢືນຢັນ.

ໄຊພອນ

ເຫດການ
302 Found

Found

The document has moved here.