ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ

16:33 | 03/05/2024

ຍສໝ - ວັນ​ທີ 2 ພຶດສະພາ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ດຶກ​ຮຸ່ງ, ຮອງ​ປະ​ທານ-ເລຂາທິການ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສິງ​ກະ​ໂປ (VSFA) ໄດ້​ຕ້ອນຮັບ​ ແລະ ເຮັດວຽກກັບທ່ານ Joe Tan, ຮອງ​ປະທານ​ບໍລິຫານ ​ບໍລິສັດ Sing-Viet Impact Ventures (SVIV).

ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4 ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4
ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ) ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)

ທີ່​ການ​ພົບ​ປະ, ທ່ານ Joe Tan ​ໃຫ້​ຮູ້​ວ່າ SVIV ປາດ​ຖະໜາ​ຢາກ​ຊອກ​ຮູ້​ທ້ອງຕະຫຼາດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ວິ​ສາ​ຫະກິດ ຫວຽດນາມ. SVIV ຄາດ​ວ່າ​ໃນ​ກາງ​ເດືອນ​ພຶດສະພາ 2024 ຈະ​ຈັດ​ຕັ້ງ​ຄະນະ​ປະຕິບັດງານ ລວມມີ​ຜູ້ຕາງໜ້າບັນດາວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ ສິງກະ​ໂປ ມາ​ເຮັດ​ວຽກ​ຢູ່​ບາງ​ແຂວງ, ນະຄອນ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ແຂວງ ຫາຍ​ຟ່ອງ, ຜ່ານ​ນັ້ນ​ ກໍ​ເພີ່ມ​ທະວີ​ການ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມືລະຫວ່າງສອງຝ່າຍ.

ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ

ທ່ານ ຫງວຽນ​ດຶກ​ຮຸ່ງ, ຮອງ​ປະ​ທານ-ເລຂາທິການ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສິງ​ກະ​ໂປ (ຂວາ) ຕ້ອນຮັບ ແລະ ເຮັດວຽກກັບ ທ່ານ Joe Tan, ຮອງ​ປະທານ​ບໍລິຫານ​ບໍລິສັດ Sing-Viet Impact Ventures. (ພາບ: ດິ່ງ ຮວ່າ)

ຕາມ​ທ່ານ ເຈີ່ນວັນດັ່ງ, ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ສິງກະ​ໂປ ນະຄອນ ຫາຍ​ຟ່ອງ ແລ້ວ, ນະຄອນ ຫາຍ​ຟ່ອງ ແມ່ນ​ນະຄອນ​ພັດທະນາ​​ທີ່ຂະຫຍັນຂັນເຄື່ອນ, ມີກຳລັງບົ່ມຊ້ອນ​ຮ່ວມ​ມື​ກັບ ສິງກະ​ໂປ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ​ເຕັກ​ໂນ​ໂລ​ຢີ, ການຂົນສົ່ງ, ການທ່ອງທ່ຽວ, ສາທາລະນະ​ສຸກ... ບັນດາ​ວິ​ສາ​ຫະກິດ​ ຫາຍ​ຟ່ອງ ຫວັງ​ວ່າ ຝ່າຍ ສິງກະ​ໂປ ​ຈະ​ໜູນຊ່ວຍແບ່ງປັນປະສົມການ, ບຳລຸງ​ສ້າງ, ຝຶກອົບຮົມວິຊາຊີບ, ຜ່ານ​ນັ້ນ​ ກໍປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບແຫຼ່ງກຳລັງ​ແຮງ​ງານທີ່​ມີ​ສີມືແຮງງານສູງ​ຢູ່​ນະຄອນ.

ຕາມ​ທ່ານ ຫງວຽນ​ດຶກ​ຮຸ່ງ ແລ້ວ, VSFA ໄດ້ ແລະ ສືບ​ຕໍ່​ມີຄວາມພ້ອມ​ທີ່​ຈະ​ເປັນຂົວ​ເຊື່ອມ​ຕໍ່ SVIV ກັບ​ບັນ​ດາ​ຄູ່​ຮ່ວມ​ມື ​ຫວຽດ​ນາມ.

2 ຝ່າຍ ​ໄດ້​ເຫັນ​ດີເປັນເອກະພາບ​ຮັກສາ​ການ​ແລກປ່ຽນ, ສົມທົບ​ກັນ​ເພື່ອ​ມຸ່ງໄປເຖິງການ​ລົງ​ນາມ​ໃນ​ບົດ​ບັນທຶກການ​ເຮັດວຽກລະຫວ່າງ​ສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ ກັບ SVIV ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ ນະຄອນ ຫາຍຟ່ອງ ກັບ SVIV ​ໃນໄລຍະຈະມາເຖິງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.