ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ

08:17 | 07/10/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານນ່າງ ຫງວຽນເຟືອງງາ ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ​ໃຫ້​ທ່ານ Park Noh Wan ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ.

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ
ສະຫະພັນບັນດາອົງການມິດຕະພາບ ແຂວງເກີນເທີ: ລົງຢ້ຽຢາມ ແລະ ອວຍພອນປີໃໝ່ວິສາຫະກິດ ໄທ ໃນໂອກາດສົງຄານ ສະຫະພັນບັນດາອົງການມິດຕະພາບ ແຂວງເກີນເທີ: ລົງຢ້ຽຢາມ ແລະ ອວຍພອນປີໃໝ່ວິສາຫະກິດ ໄທ ໃນໂອກາດສົງຄານ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານນາງ ຫງວຽນ​ເຟືອງ​ງາ ໄດ້​ຊົມ​ເຊີຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan ທີ່​ໄດ້ປະຕິບັດ​ອາ​ຍຸ​ການ​ຢູ່​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ. ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Park Noh Wan ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ສ.​ເກົາຫຼີ, ທ່ານນາງ ຫງວຽນເຟືອງງາ ​ໄດ້​ຕາງໜ້າ​ໃຫ້ VUFO ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ເຊິ່ງແມ່ນລາງວັນສູງສຸດຂອງ VUFO.

ດ້ວຍ​ຫລາຍ​ປີ​ທີ່​ໄດ້​ມີ​ຄວາມ​ສະໜິດ​ຕິດ​ພັນ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Park Noh Wan ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ, ນັບແຕ່ການ​ເມືອງ, ການ​ທູດ, ​ເສດຖະກິດ, ວັດທະນະທຳ ​ແລະ ການແລກປ່ຽນປະຊາຊົນ. ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ 3 ປີ​ຂອງ​ທ່ານ Park Noh Wan, 2 ປະ​ເທດ ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງຢ່າງ​ສຳ​ເລັດ​ຜົນ​ຫຼາຍ​ຄັ້ງ​ ​ແລະ ບັນລຸ​ໄດ້​ຂໍ້​ຕົກລົງ​ສຳຄັນ​ຫຼາຍ​ສະບັບ ເຊິ່ງ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ. ເກົາຫຼີ ເຂົ້າສູ່ລວງເລິກ, ແທດຈິງ ແລະ​ ​ມີ​ປະ​ສິດ​ທິ​ຜົນ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ທ່ານນາງ ຫງວຽນ​ເຟືອງ​ງາ ໄດ້​ຊົມ​ເຊີຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan ທີ່​ໄດ້ປະຕິບັດ​ອາ​ຍຸ​ການ​ຢູ່​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ.

ໂດຍຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Park Noh Wan, ທ່ານນາງ ຫງວຽນເຟືອງງາ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Park Noh Wan ຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນຖານະຕຳແໜ່ງໃໝ່.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານນາງ ຫງວຽນ​ເຟືອງ​ງາ ໄດ້ສະແດງຄວາມ​ຊົມ​ເຊີຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan ທີ່​ໄດ້ປະຕິບັດ​ອາ​ຍຸ​ການ​ຢູ່​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ. ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ການ​ປະກອບສ່ວນ​ອັນ​ຕັ້ງໜ້າຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Park Noh Wan ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ສ.​ເກົາຫຼີ, ທ່ານນາງ ຫງວຽນເຟືອງງາ ​ໄດ້​ຕາງໜ້າ​ໃຫ້ VUFO ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ເຊິ່ງແມ່ນລາງວັນສູງສຸດຂອງ VUFO.

ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ Park Noh Wan ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ VUFO ​ແລະ ທ່ານ​ນາງ ຫງວຽນ​ເຟືອງ​ງາ ທີ່​ໄດ້ໃຫ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ທູດ​ປະຊາຊົນ, ພ້ອມ​ກັນ​ນັ້ນ, ກໍຢືນຢັນ​ຈະ​ສືບ​ຕໍ່​ປະຕິບັດປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ​ໃນນາມສ່ວນຕົວ ​ພາຍຫຼັງ​ສິ້ນ​ສຸດ​ອາຍຸ​ການ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Park Noh Wan ​ແລ້ວ, ​ເຖິງ​ແມ່ນ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ ຍັງ​ຄົງ​ຢູ່​ໃນ​ບາດກ້າວ​ພັດທະນາ​ທີ່​ດີງາມ. ພາຍຫຼັງ​ພະຍາດ​ລະບາດ​ໄດ້ຮັບການ​ຄວບ​ຄຸມ​ແລ້ວ, ຊາວ ​ສ.​ເກົາຫຼີ ກໍ​ພວມ​ກັບ​ຄືນ​ມາ​ຫວຽດນາມ​ ເພື່ອ​ທ່ອງ​ທ່ຽວ, ລົງທຶນ ​ແລະ ​ເຮັດ​ວຽກ. ຄຽງ​ຂ້າງ​ນັ້ນ, ສ.​ເກົາຫຼີ ກໍຈະ​ໃຫ້ການຕ້ອນຮັບ​ການ​ໄປ​ຢ້ຽມຢາມ ສ.​ເກົາຫຼີ ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໃນ​ທ້າຍ​ປີ​ນີ້, ໝັ້ນໝາຍຈະມີບາດກ້າວ​ພັດທະນາ​ໃໝ່​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ມຸ່ງ​ໄປ​ເຖິງ​ການ​ຍົກ​ລະດັບ​ການ​ພົວພັນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ”.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ

VUFO ແລະ ສະຖານທູດ ສ.ເກົາຫຼີ ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (22/12/1992 – 22/12/2022) ​ໃນ​ທ້າຍ​ປີ 2022.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.