ການຮ່ວມສຳພັນຂອງສາມປະເທດອິນດູຈີນ ຕໍ່ກັບໄຊຊະນະດ້ຽນບຽນຝູ

08:39 | 06/05/2024

ຮ່ວມສຳພັນຂອງສາມປະເທດອິນດູຈີນ ຕໍ່ກັບໄຊຊະນະດ້ຽນບຽນຝູ

ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ໃນຕະຫຼອດວິວັດແຫ່ງການຄົງຕົວ ແລະພັດທະນາ, ປະຊາຊົນສາມປະເທດອິນດູຈີນ ຍາມໃດກໍ່ຕ້ອງປະເຊີນໜ້າກັບບັນດາອິດທິກຳລັງຮຸກຮານທີ່ໃຫຍ່ ແລະເຂັ້ມແຂງ. ຍ້ອນເງື່ອນໄຂພູມສາດ ແລະປະຫວັດສາດ, ປະຊາຊົນສາມປະເທດຕ້ອງອາໄສກັນ ຈຶ່ງມີກຳລັງແຮງພຽງພໍເພື່ອເອົາຊະນະສັດຕູໂຕດຽວກັນ.

ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ມີຫຼາຍການກະທຳທີ່ມີລັກສະນະຮ່ວມສຳພັນສູ້ຮົບ, ສະແດງໃຫ້ເຫັນສາຍພົວພັນສະໜິດຕິດພັນລະຫວ່າງສາມຊາດ. ພຽງແຕ່ເມື່ອພັກກອມມູນິດອິນດູຈີນ ກຳເນີດ, ນຳພາພາລະກິດຕໍ່ສູ້ປົດປ່ອຍຂອງສາມປະເທດນັ້ນ, ການພົວພັນນີ້ຈຶ່ງກາຍເປັນສາຍພົວພັນຍຸດທະສາດຢ່າງແທ້ຈິງ.

ການຮ່ວມສຳພັນຂອງສາມປະເທດອິນດູຈີນ ຕໍ່ກັບໄຊຊະນະດ້ຽນບຽນຝູ

ທະຫານອາສາສະໝັກຫວຽດນາມ ກົມກອງໜຶ່ງ ເຂົ້າຮ່ວມບັ້ນຕໍ່ສູ້ຢູ່ສະໜາມຮົບລາວ. ພາບເອກະສານ: TTXVN

ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ (ແລະການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ) ທັງຝ່າຍເຮົາ ແລະສັດຕູ ລ້ວນແຕ່ຮັບຮູ້ຢ່າງຈະແຈ້ງວ່າ ອິນດູຈີນ ແມ່ນສະໜາມຮົບໜຶ່ງ, ໃນນັ້ນ ຫວຽດນາມ ຍາມໃດກໍ່ແມ່ນສະໜາມຮົບຫຼັກແຫຼ່ງ, ລາວ ແລະກຳປູເຈຍ ແມ່ນສອງສະໜາມຮົບທີ່ມີທີ່ຕັ້ງຍຸດທະສາດສຳຄັນ. ຢາກຢຶດຄອງປະເທດນີ້, ສັດຕູຕ້ອງຄອບງຳ, ແບ່ງແຍກສອງປະເທດທີ່ຍັງເຫຼືອ, ກ້າວສູ່ການຄິດໄລ່ຢຶດຄອງທັງອິນດູຈີນ, ສ້າງກົງຈັກຫຸ່ນຂຶ້ນມາ ເພື່ອເປັນລູກແຫຼ້ງຕີນມື, ສ້າງແອກປົກຄອງໃນທົ່ວ 3 ປະເທດ.

ຢູ່ສະໜາມຮົບອິນດູຈີນ ມີການພົວພັນສອງຝ່າຍທີ່ຂັດແຍ່ງກັນ: ຝ່າຍໜຶ່ງແມ່ນການສົມທົບລະຫວ່າງພວກລ່າເມືອງຂຶ້ນຝລັ່ງ ທີ່ອາເມລິກາ ໄດ້ສົມຮູ້ຮ່ວມຄິດກັບພວກລູກແຫຼ້ງຕີນມືຫຸ່ນ, ສ່ວນອີກ ຝ່າຍໜຶ່ງແມ່ນພັນທະມິດລະຫວ່າງບັນດາກຳລັງຕໍ່ຕ້ານ, ປະຊາຊົນ 3 ຊາດ ຕ້ານສັດຕູໂຕດຽວກັນ.

ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ແຕ່ເດືອນກັນຍາ 1945 ຈົນຮອດ ທ້າຍປີ 1946 ປະຊາຊົນ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ເລີ່ມຜັນຂະຫຍາຍການຕໍ່ສູ້, ພ້ອມທັງຊ່ວຍເຫຼືອກັນສ້າງກຳລັງ, ກະກຽມບັ້ນຕໍ່ຕ້ານທີ່ຍືດເຍື້ອຍາວນານ. ຢູ່ໃນໄລຍະນີ້, ຫວຽດນາມ ສວມບົດບາດເປັນຫຼັກແຫຼ່ງແກ່ນສານໃນການສ້າງຕັ້ງການພົວພັນສາມັກຄີສູ້ຮົບລະຫວ່າງປະຊາຊົນ 3 ປະເທດ.

ແຕ່ປີ 1947 ຈົນຮອດປີ 1950, ປະຊາຊົນຫວຽດນາມ ທັງຍູ້ແຮງພາລະກິດຕໍ່ຕ້ານ, ທັງຊ່ວຍເຫຼືອປະຊາຊົນສອງປະເທດບ້ານໃກ້ເຮືອນຄຽງ ຈົນສຸດຄວາມສາມາດຂອງຕົນ. ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເພື່ອຜົນປະໂຫຍດຂອງເພື່ອນ ແລະຜົນປະໂຫຍດລວມ, ທັງສ້າງເງື່ອນໄຂເພື່ອໃຫ້ຂະບວນການຕໍ່ຕ້ານຂອງເພື່ອນບືນຕົວຂຶ້ນ, ສາມາດຮັບຜິດຊອບຄວາມຮຽກຮ້ອງຕ້ອງການຂອງການສູ້ຮົບ ແລະສ້າງຕັ້ງກຳລັງດ້ວຍຕົນເອງ, ຊ່ວຍເພື່ອນແມ່ນຊ່ວຍຕົນເອງ.

ໃນຊຸມປີ 1951, 1952, 1953, ພາລະກິດຕໍ່ຕ້ານຂອງ 3 ຊາດສືບຕໍ່ກ້າວຂຶ້ນ, ຍາດໄດ້ຫຼາຍໄຊຊະນະຕື່ມອີກ ທັງດ້ານການທະຫານ, ການເມືອງ, ການພົວພັນຕ່າງປະ ເທດ, ຍູ້ສັດຕູຜູ້ຮຸກຮານໃຫ້ຕົກຢູ່ໃນທ່າຮັບດ້ານຍຸດທະສາດ, ທຳລາຍກົນອຸບາຍຂອງພວກສັດຕູເທື່ອລະກ້າວ. ກ້າວເຂົ້າສູ່ລະດູຮ້ອນ ປີ 1953, ສະຖານະການສົງຄາມຢູ່ສະໜາມຮົບອິນດູຈີນ ມີການຫັນປ່ຽນທີ່ສຳຄັນ. ພາຍຫຼັງຖືກປະລາໄຊຢ່າງຕໍ່ເນື່ອງຢູ່ ຮວ່າບິ່ງ (ທ້າຍປີ 1951 ຕົ້ນປີ 1952), ພາກເໜືອລາວ (ລະດູບານໃໝ່ ປີ 1953), ກອງທັບຝລັ່ງ ຍິ່ງຕົກເຂົ້າສູ່ສະພາບຫຍຸ້ງຍາກ. ແຕ່ວ່າພວກລ່າເມືອງຂຶ້ນປະຕິການຝລັ່ງ ທີ່ມີອາເມລິກາ ໜູນຫຼັງ, ຕໍ່ກຳລັງແຮງ ຍັງຫວັງຢາກຊອກຫາທາງອອກທີ່ມີກຽດ ດ້ວຍໄຊຊະນະດ້ານການທະຫານຢູ່ສະໜາມຮົບ.

ໃນສະພາບການດັ່ງກ່າວ, ແຜນການ Navarre ໄດ້ກໍາເນີດເກີດຂຶ້ນ. ນັ້ນແມ່ນແຜນການທີ່ອີງໃສ່ຄວາມມານະພະຍາຍາມສູງສຸດຂອງ ຝລັ່ງ ແລະການອຸປະຖຳດ້ານການທະຫານໃຫຍ່ທີ່ສຸດຂອງອາເມລິກາ, ດ້ວຍການປະກອບສ່ວນສູງສຸດກ່ຽວກັບກຳລັງຄົນ, ກຳລັງດ້ານວັດຖຸສິ່ງຂອງຂອງລັດຖະບານຫຸ່ນ. ນັ້ນແມ່ນແຜນການອັນຕະລາຍເພື່ອກອບກູ້ການປະລາໄຊຂອງທັງຝລັ່ງ ແລະອາເມລິກາ ໃນສົງຄາມຮຸກຮານ, ແມ່ນການຮ່ວມສຳພັນຄັດຄ້ານການປະຕິວັດລະຫວ່າງລັດທິຈັກກະພັດ ແລະພວກລູກແຫຼ້ງຕີນມື, ພວກປະຕິການເພື່ອຕ້ານປະຊາຊົນ 3 ປະເທດ. ແຜນການ Navarre ແມ່ນສິ່ງທົດສອບທີ່ດຸເດືອດຕໍ່ກັບການຮ່ວມສໍາພັນສາມັກຄີສູ້ຮົບຂອງປະຊາຊົນອິນດູຈີນ.

ພາຍຫຼັງການຕີລາຄາ ແລະໄຈ້ແຍກແຜນການການທະຫານສຳຄັນຂອງ ຝລັ່ງ, ພວກເຮົາໄດ້ມີການຊີ້ນຳເພື່ອຮັບມື. ຢູ່ສະໜາມຮົບຕົ້ນຕໍແມ່ນບຸກໂຈມຕີດັບສູນສັດຕູທີ່ຕັ້ງທັບຢູ່ລາຍເຈົາ, ປົດປ່ອຍເຂດໄຕບັກ ຢ່າງສົມບູນ, ສົມທົບກັບທະຫານປະເທດລາວ ເພື່ອປົດປ່ອຍແຂວງຜົ້ງສາລີ, ສົມທົບກັບທະຫານປະເທດລາວ ແລະທະຫານກຳປູເຈຍ ຕີສັດຕູຢູ່ພາກກາງລາວ, ພາກໃຕ້ລາວ ແລະທິດຕາເວັນອອກສ່ຽງເໜືອ ກຳປູເຈຍ, ເປີດກວ້າງເຂດປົດປ່ອຍ. ແຜນການສູ້ຮົບລະດູໜາວ-ລະດູບານໃໝ່ 1953-1954 “ລວມມີສະໜາມຮົບທົ່ວປະເທດ ແລະຫວຽດນາມ-ກຳປູເຈຍ-ລາວ”.

ຍ້ອນແນວນັ້ນໃນການຕໍ່ຕ້ານລະດູໜາວ-ລະດູບານໃໝ່ 1953-1954, ດ້ວຍບັ້ນບຸກໂຈມຕີຢູ່ຕາມທິດຍຸດທະສາດໃນທົ່ວສະໜາມຮົບອິນດູຈີນ, ທະຫານ ແລະປະຊາຊົນ 3 ປະເທດໄດ້ສາມັກຄີກັນຢ່າງສະໜິດແໜ້ນ, ສົມທົບກັນສູ້ຮົບຢ່າງແໜ້ນແຟ້ນ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່.

ເຖິງວ່າຕົກຢູ່ໃນທ່າຮັບທີ່ຕ້ອງຮັບມືໃນທົ່ວສະໜາມຮົບອິນດູຈີນ ກໍ່ຕາມ, ແຕ່ວ່າ ອາເມລິກາ ຍັງໄດ້ໃຫ້ການຊ່ວຍເຫຼືອ, ພວກລ່າເມືອງຂຶ້ນ ຝລັ່ງ ຍັງເພີ່ມທະວີການສ້າງດ້ຽນບຽນຝູ ໃຫ້ເປັນຖານທັບທີ່ເຂັ້ມແຂງແບບບໍ່ເຄີຍມີມາກ່ອນໃນສົງຄາມອິນດູຈີນ, ດ້ວຍຄວາມຫວັງວ່າ ຖານທັບນີ້ຈະເປັນບ່ອນ “ຂູດເນື້ອເຖືອໜັງ” ກຳລັງຕົ້ນຕໍຂອງຫວຽດມິງ ເພື່ອຍາດເອົາທ່າເປັນເຈົ້າການຄືນມາ. ດັ່ງນັ້ນ ການຕໍ່ສູ້ທີ່ເດັດດ່ຽວຢູ່ດ້ຽນບຽນຝູ ໄດ້ສ່ອງແສງໃຫ້ເຫັນໝາກຜົນຂອງການຕໍ່ສູ້ຕ້ານສັດຕູໂຕດຽວກັນຂອງປະຊາຊົນ 3 ປະເທດ ເຊິ່ງໄດ້ດຳເນີນຢ່າງຕໍ່ເນື່ອງເກືອບຮອດ 9 ປີ, ກ່ອນອື່ນໝົດແມ່ນ ໝາກຜົນຂອງບັ້ນບຸກໂຈມຕີຂອງການຮ່ວມສຳພັນສູ້ຮົບຂອງປະຊາຊົນ 3 ປະເທດ ໃນລະດູໜາວ-ລະດູບານໃໝ່ 1953-1954.

ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນການຕໍ່ສູ້ຍຸດທະສາດທີ່ເດັດດ່ຽວຂອງການຕໍ່ຕ້ານທີ່ສັກສິດຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນການຕໍ່ສູ້ທີ່ເດັດດ່ຽວຂອງການຮວ່ມສຳພັນສາມັກຄີສູ້ຮົບຂອງ 3 ປະເທດອິນດູຈີນ ອີກດ້ວຍ. ໃນຂະນະທີ່ກອງທັບ ແລະປະຊາຊົນຫວຽດນາມ ບຸກໂຈມຕີດັບສູນຖານທັບດ້ຽນບຽນຝູ, ກອງທັບ ແລະປະຊາຊົນສອງປະເທດລາວ ແລະ ກຳປູເຈຍ ອ້າຍນ້ອງໄດ້ຍູ້ແຮງການເຄື່ອນໄຫວສູ້ຮົບ ສົມທົບກັບດ້ຽນບຽນຝູ, ໜູນຊ່ວຍ, “ແບ່ງປັນກຳລັງແຮງ” ກັບດ້ຽນບຽນຝູ.

ພາຍຫຼັງການສູ້ຮົບທັງເວັນ ແລະ ຄືນເປັນເວລາ 56 ວັນ, ບັ້ນຮົບປະຫວັດສາດດ້ຽນບຽນຝູ ໄດ້ສິ້ນສຸດລົງດ້ວຍໄຊຊະນະ. ໄຊຊະນະປະຫວັດສາດດ້ຽນບຽນຝູ ໄດ້ເຮັດໃຫ້ຄວາມມານະພະຍາຍາມສົງຄາມສູງສຸດຂອງພວກລ່າເມືອງຂຶ້ນ ຝລັ່ງ ແລະການແຊກແຊງ ຂອງອາເມລິກາ ຖືກປະລາໄຊ.

ສຳລັບ 3 ປະເທດອິນດູຈີນ, ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝລັ່ງ ເທົ່ານັ້ນ “ຫາກຍັງແມ່ນໄຊຊະນະຂອງນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບຮອບດ້ານລະຫວ່າງ ກອງທັບ ແລະປະຊາຊົນ 3 ຊາດ” ອີກດ້ວຍ.

ສົມເພັດ