ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

07:31 | 05/10/2022

ຍສໝ - ຫວ່າງແລ້ວນີ້, ຢູ່ຫໍ​ວັດທະນະທຳ​ອິນ​ໂດ​ເນ​ເຊຍ ​ຢູ່​ບຣຸກ​ແຊນ (ແບນ​ຊິກ) ໄດ້ຈັດວັນ​ຄອບຄົວ ​ອາ​ຊຽນ​ ​ຂຶ້ນ.

ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025
ຊຸກຍູ້ປະຊາຄົມ ອາຊຽນ ພັດທະນາວັດທະນາຖາວອນ, ໝັ້ນຄົງ ຊຸກຍູ້ປະຊາຄົມ ອາຊຽນ ພັດທະນາວັດທະນາຖາວອນ, ໝັ້ນຄົງ

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ສະຫະພາບ​ເອີ​ລົບ (ອີ​ຢູ). ເຫດການ​ປີ​ນີ້ ​ໄດ້ຈັດຕັ້ງໂດຍ​ສະຖານທູດ​ອິນ​ໂດ​ເນ​ເຊຍ ​ເປັນ​ເຈົ້າພາບ ສົມທົບ​ກັບ​ສະຖານທູດ​ມາ​ເລ​ເຊຍ.

ພາຍຫຼັງ 2 ປີ​ການ​ເລື່ອນ​ເວລາຈັດ​ຍ້ອນ​ໂລກ​ລະບາດ​ໂຄ​ວິດ-19, ວັນ​ຄອບຄົວ​ອາ​ຊຽນ​ປີ​ນີ້ ​ໄດ້​ກັບ​ຄືນ​ມາຈັດດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄອບຄົວ​ພະນັກງານ, ພາລະ​ກອນ​ຂອງ​ສະຖານທູດ ອາ​ຊຽນ ຢູ່ ​ແບນ​ຊິກ, ​ໃນ​ນັ້ນ​ມີ​ສະຖານທູດຫວຽດ​ນາມ ແລະ ທ່ານຫົວໜ້າກົມ​ໃຫຍ່ຮັບຜິດຊອບ​ອາ​ຊີ ​ຂອງ​ອົງ​ການ​ການ​ຕ່າງ​ປະ​ເທດ​ເອີ​ລົບ (EEAS), Gunnar Weigand.

ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

ວັນຄອບຄົວອາຊຽນ ແມ່ນມີຄວາມຟົດຟື້ນທີ່ສຸດກັບກິດຈະກໍາກິລາ ແລະ ວັດທະນະທໍາທີ່ມີຄວາມຫມາຍຫຼາຍຢ່າງ. ໂດຍເປີດສາກ​ການ​ແຂ່ງ​ຂັນ​ລົດ​ຖີບ​ໂດຍ​ມີ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະ​ຖານ​ທູດ​ມາ​ເລ​ເຊຍ ແລະ ຈຸດ​ໝາຍ​ແມ່ນ​ຫໍວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍ. ທີມແຂ່ງໄດ້ໄປຜ່ານຖະໜົນຫົນທາງທີ່ສວຍງາມທີ່ສຸດຂອງນະຄອນຫຼວງ Brussels ໃນສະພາບອາກາດທີ່ໜາວເຢັນເລັກນ້ອຍ, ກັບແຖວຕົ້ນໄມ້ສີຂຽວທີ່ຄ່ອຍໆປ່ຽນເປັນສີເຫຼືອງ, ເປັນສີສັນຍະລັກຂອງລະດູໃບໄມ້ຫຼົ່ນຂອງເອີຣົບ. ພົ້ນເດັ່ນ​ດ້ວຍເສື້ອ​ທຸງ​ສີ​ແດງ​​ດາວ​ສີ​ເຫຼືອງ, ທີມ​ຫວຽດ​ນາມ​ໄດ້​ເຂົ້າ​ສູ່​ເສັ້ນ​ໄຊ​ກ່ອນ.

ມີການລະຫຼິ້ນ​ທີ່​ໜ້າ​ສົນ​ໃຈ​ອື່ນໆ​ຫຼາຍ​ຢ່າງ​ເຊັ່ນ ​ການແຂ່ງຂັນ "ກິນ​ເຄັກ​ໄວ​ທີ່​ສຸດ", "ຍູ້​ບານໄວ​ທີ່​ສຸດ", ຫຼື ​ເກມ​ສໍາ​ລັບ​ເດັກ​ນ້ອຍ… ສ້າງ​ຄວາມ​ຕື່ນ​ເຕັ້ນ​ສໍາ​ລັບ​ຜູ້​ເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ, ທ່ານ Nong Sakai - ​ເອກ​ອັກຄະ​ລັດຖະທູດ ກຳປູ​ເຈຍ ປະຈຳ​ລາຊະ​ອານາຈັກ ແບນ​ຊິກ - ​ພວມ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ ​ໄດ້​ຊີ້​ແຈ້ງວ່າ ​ໃນ​ການ​ເຄື່ອນ​ໄຫວ​ນີ້​ ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ຢູ່​ Brussels. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ອາ​ຊຽນ ຢູ່​ແບນ​ຊິກ ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ ​ກັນ.

ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

ຕາງໜ້າ​ໃຫ້​ສະຫະພາບ​ເອີ​ລົບ (EU), ທ່ານ Gunnar Weigand ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ທີ່​ສະໜິດສະໜົມ​ລະຫວ່າງ EU ​ແລະ ອາ​ຊຽນ ​ໃນ​ໄລຍະ​ຜ່ານ​ມາ. EU ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ເຊິ່ງໄດ້​ສະ​ແດງ​ອອກ​ໃນ​ຍຸດ​ທະ​ສາດ​ອິນ​ເດຍ - ​ປາ​ຊີ​ຟິກຂອງ​ກຸ່ມ. ທ່ານ Weigand ກໍ່ໄດ້ຊົມເຊີຍການຈັດຕັ້ງວັນຄອບຄົວອາຊຽນ ທີ່ Brussels, ພິເສດແມ່ນ ປະເທດແບນຊິກ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດການພົວພັນ EU-ອາຊຽນ ຄົບຮອບ 45 ປີ ໃນກາງເດືອນທັນວາ ຈະມາເຖິງດ້ວຍການເຂົ້າຮ່ວມຂອງບັນດາຜູ້ນຳຂອງ EU ແລະ ບັນດາປະເທດອາຊຽນ. ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ວັດທະນາຖາວອນ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ທົ່ວ​ໂລກ.

ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

ທີ່​ງານ​ບຸນ, ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ດຳ​ເນີນ​ບັນດາ​ລາຍການ​ສະ​ແດງສິລະປະ​ທີ່ເຂັ້ມຂຸ້ນໄປດ້ວຍສີສັນ​ຊາດ. ໂດຍປະ​ເຄື່ອງ​ນຸ່ງ​ທີ່​ສະຫງ່າ​ງາມ​ຂອງ​ນັກ​ການ​ທູດ, ບັນດາທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຮອງ​ເອກ​ອັກຄະ​ລັດຖະທູດ ​ໄດ້​ນຸ່ງ​ຊຸດ​ປະຈຳ​ຊາດ​ຄື​ນັກ​ສະ​ແດງອາ​ຊີບ, ເຊິ່ງສະແດງອອກໃນການຟ້ອນ​ລຳ​ທຳ​ເພງຂອງ​ບ້ານ​ເກີດ​ເມືອງ​ນອນຕົນ ​ເພື່ອ​ແນະນຳ​ໃຫ້​ຜູ້​ຊົມ​ໄດ້​ຮັບ​ຮູ້​ເຖິງ​ຈຸດ​ດີງາມ​ຍອດຍິ່ງໃນ​ສິລະ​ປະ​ພື້ນ​ເມືອງ​ຂອງ​​ຊາດຕົນ.

​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ແນະນຳ​ບັນດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ​ປະ​ເທດ​ຕົນ, ​ໃນ​ນັ້ນ​ມີ​ເຍື່ອງຢໍ່ຈືນ​ຂອງ​ຫວຽດນາມ, ​ເຊິ່ງໄດ້​ຊ່ວຍ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ເຂົ້າ​ໃຈ​ວັດທະນະທຳ ​ແລະ ປະຊາຊົນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ຮັດແໜ້ນ​ຄວາມ​ສາມັກຄີ​ໃນ​ບັນດາ​ຄອບຄົວໃຫຍ່​ ອາ​ຊຽນ​ ຕືື່ມອີກ.

ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ
ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ
ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ຕາງໜ້າ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ຂີ່​ລົດຖີບ​ໃນ​ງານ​ບຸນ​ຄອບຄົວ​ອາ​ຊຽນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.