ພິທີ​ໄຂ​ງານ​ມະໂຫລານມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ V

21:47 | 28/09/2022

ຍສໝ - ຕອນ​ເຊົ້າ​ວັນ​ທີ 28 ກັນຍາ, ຢູ່​ນະຄອນ ດົ່ງ​ຮ່າ, ​ແຂວງ ກວາງ​ຈີ້, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ - ລາວ ​ແລະ ​ແຂວງ ກວາງ​ຈີ້ ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​ໄດ້​ຈັດ​ພິທີ​ໄຂ​ງານ​ໂຫລານມິດຕະພາບປະຊາຊົນ ​ລາວ-ຫວຽດນາມ ​ຄັ້ງ​ທີ 5.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ
ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ

​ເຂົ້າ​ຮ່ວມ​ພິທີ, ຝ່າຍຫວຽດນາມມີ​ທ່ານ ເຈິ່ນວັນຕຸ໊ຍ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດກໍາມະການຜູ້ປະຈໍາການ​ສະພາ​ແຫ່ງ​ຊາດ, ອະດີດ​ຫົວໜ້າ​ຄະນະ​ວຽກງານສະມາຊິກ​ສະພາ​ແຫ່ງ​ຊາດ, ອະດີດ​ຮອງ​ຫົວໜ້າ​ຄະນະຈັດຕັ້ງ​ສູນ​ກາງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ, ຫົວໜ້າ​ຄະນະ​ຜູ້​ແທນ​ປະຊາຊົນ​ຫວຽດນາມ, ທ່ານ ​ເລ​ກວາງ​ຕຸ້ງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​​ພັກ​ແຂວງ, ຫົວໜ້າ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ຈີ້, ທ່ານ ເລ​ຫາຍ​ບິ່ງ, ກຳມະການ​ສໍາຮອງຄະນະບໍລິຫານງານສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ, ທ່ານນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ແລະ ບັນດາ​ການ​ນຳ​ທີ່​ຕາງໜ້າ​ໃຫ້ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຕຳຫຼວດ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກຳມາທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຄະນະ​ບໍລິຫານງານສູນກາງຊາວ​ໜຸ່ມ​, ສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ ສະມາຊິກ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ 60 ທ່ານ ​ແລະ ຜູ້​ແທນ 600 ຄົນ ທີ່​ຕາງໜ້າ​ໃຫ້​ປະຊາຊົນທຸກຊັ້ນວັນນະ​ ຫວຽດນາມ ຢູ່ ​ແຂວງ ກວາງ​ຈີ້.

ພິທີ​ໄຂ​ງານ​ມະໂຫລານມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ V
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: thoidai.com.vn

ຝ່າຍ​ລາວ, ມີ​ທ່ານ ບໍ່ວຽງຄຳ ວົງດາລາ ​ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຢີ ​ແລະ ການສື່ສານ, ປະທານ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ, ຫົວໜ້າ​ຄະນະຜູ້ແທນປະຊາຊົນລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ແລະ ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຫວຽດນາມ ຈຳນວນ 60 ທ່ານ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​, ທ່ານຮອງ​ປະທານຜູ້ປະຈໍາການ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝິ້ນ ຢືນຢັນ​ວ່າ: ຄວາມ​ສາມັກຄີ, ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ຫວຽດນາມ - ລາວ ​ແມ່ນ​ກົດເກນພາວະວິໄສ, ເປັນປັດໄຈມີຄວາມໝາຍເປັນຕາຍ, ​ແມ່ນ​ຊັບ​ສິນ​ລວມອັນ​ລ້ຳ​ຄ່າ​ຂອງສອງຊາດ. ໃນ​ສະພາບ​ການ​ໂລກ​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ເດົາໄດ້ຍາກນັ້ນ, ພວກ​ເຮົາຍິ່ງ​ຮັບ​ຮູ້​ໄດ້ເຖິງຄວາມ​ໝາຍ​ຂອງ​ການ​ພົວພັນທີ່ໄວ້ເນື້ອເຊື່ອໃຈເປັນພິເສດ, ບໍລິສຸດຜຸດຜ່ອງລະຫວ່າງ​ຫວຽດນາມ ​ແລະ ລາວ ຢ່າງເລິກເຊິ່ງ; ພ້ອມ​ກັນ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ ​ແລະ ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ​ໃນ​ທຸກ​ຂົງ​ເຂດ. ​

ທ່ານຮອງປະທານຜູ້ປະຈໍາການສະພາແຫ່ງຊາດສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ເລື່ອງບັນດາອົງການຈັດຕັ້ງມິດຕະພາບສອງປະເທດສົມທົບກັນຈັດຕັ້ງງານພົບປະແລກປ່ຽນມິດຕະພາບປະຊາຊົນຫວຽດນາມ-ລາວ ຄັ້ງທີ V ຢູ່ ແຂວງ ກວ໋າງຈິ ແລະ ແຂວງສະຫວັນນະເຂດ, ເຊິ່ງແມ່ນສະຖານທີ່ໃນປະຫວັດສາດຄືດັ່ງງອະພິນິຫານຕິດພັນກັບເສັ້ນທາງ ເຈື່ອງເຊີນ-ໂຮ່ຈີມິນ, ເປັນສັນຍາລັກຂອງນໍ້າໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມສໍາພັນສູ້ຮົບຂອງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ. ເມື່ອຢັ້ງຢືນບົດບາດສໍາຄັນຂອງວຽກງານພົວພັນຕ່າງປະເທດ, ທ່ານປາດຖະໜາຢາກໃຫ້ບັນດາອົງການຈັດຕັ້ງມິດຕະພາບປະຊາຊົນສອງປະເທດສືບຕໍ່ຍູ້ແຮງການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈໃຫ້ແກ່ປະຊາຊົນທຸກຊັ້ນວັນນະຫຼາຍກວ່າອີກ, ພິເສດແມ່ນໃນຄົນຮຸ່ນໜຸ່ມກ່ຽວກັບປະຫວັດສາດອັນ ສະຫງ່າລາສີຂອງສາຍພົວພັນຫວຽດນາມ-ລາວ ແລະ ພ້ອມກັນຮ່ວມແຮງຮ່ວມໃຈຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ແລະ ສັນຕິພາບ, ສະຖຽນລະພາບ ຢູ່ ພາກພື້ນ.

ທ່ານ ເຈິ່ນວັນຕຸ໊ຍ ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ສະແດງຄວາມຊົມຊື່ນ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບສາຍພົວພັນຫາຍາກທີ່ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ. ໃນໄລຍະຜ່ານມາ, ບັນດາອົງການຈັດຕັ້ງມິດຕະພາບສອງປະເທດ ໄດ້ມີການເຄື່ອນໄຫວທີ່ມີ ຄວາມໝາຍຫຼາຍຢ່າງ ແລະ ມີປະສິດທິຜົນ, ແຜ່​ຂະ​ຫຍາຍ​ໄປທົ່ວປະຊາຊົນທຸກຊັ້ນວັນນະຂອງສອງປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການເຮັດ ໃຫ້ເນື້ອໃນພາຍໃນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ອຸດົມສົມບຸນກວ່າອີກ ແລະ ປັບປຸງ, ພັດທະນາພື້ນຖານປະຊາຊົນອັນໝັ້ນແກ່ນ ໃຫ້ສາຍພົວພັນ ຫວຽດນາມ - ລາວ. ງານ​ມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຍັງແມ່ນໂອກາດເພື່ອໃຫ້ຜູ້ແທນສອງປະເທດ ພ້ອມກັນຫວນຄືນມູນເຊື້ອອັນອົງອາດກ້າຫານ ແລະ ນໍ້າໃຈສາມັກຄີສະໜິດຕິດພັນ ຫວຽດນາມ - ລາວ ໃນການຕໍ່ສູ້ປ່ອຍຊາດ, ຕ້ານສັດຕູໂຕດຽວກັນ, ສົ່ງເສີມປະຊາຊົນ ແລະ ຄົນຮຸ່ນໜຸ່ມສອງປະເທດ ເສີມຂະຫຍາຍມູນເຊື້ອ, ຜ່ານຜ່າສິ່ງທ້າທາຍ, ສ້າງສາປະເທດລາວ ແລະ ຫວຽດນາມ ກາຍເປັນປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜໍາສໍາລານ. ງານ​ມະໂຫລານມິດຕະພາບ ກໍ່ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາຜູ້ແທນແລກປ່ຽນບົດຮຽນ, ມາດຕະການຍູ້ແຮງການຮ່ວມມືເພື່ອປະຕິບັດພາລະກໍາເປັນຂົວເຊື່ອມຕໍ່ມິດຕະພາບ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ.

ພິທີ​ໄຂ​ງານ​ມະໂຫລານມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ V
​ງານ​ມະໂຫລານມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ V ໄດ້ຮັບການເອົາໃຈໃສ່ຈາກການນໍາພັກ, ລັດ. ພາບ: thoidai.com.vn

ຕາງໜ້າ​ການ​ນຳ​ແຂວງກວາງ​ຈີ້, ທ່ານ​ເລຂາ​ພັກ​ແຂວງ ​ເລ​ກວາງ​ຕຸ້ງ ຢືນຢັນ​ວ່າ: ​ໃນ​ຖານະ​ເປັນ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ​ແຂວງ​ສາລະ​ວັນ, ສປປ ລາວ, ອົງຄະນະພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ຈີ້ ລ້ວນ​ແຕ່​ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສໍາຄັນ​ຂອງ​ການ​ພັດທະນາ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາສອງປະ​ເທດຊາດ​ເວົ້າ​ລວມ ​ແລະ ບັນດາພາລະກິດ​ພັດທະນາ​ຂອງ​ແຂວງ ກວາງ​ຈີ້ ​ແລະ ບັນດາທ້ອງ​ຖິ່ນ​ຊາຍ​ແດນ​ລາວເວົ້າ​ສະ​ເພາະ. ເມື່ອຫວນຄືນບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ກວາງ​ຈີ້ ​ແລະ ແຂວງເພື່ອນມິດລາວ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ຕ້ານ​ອາດຊະຍາ​ກຳ, ໂຄສະນາ​ເຜີຍແຜ່ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາຍ​ແດນ, ການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ... ທ່ານ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຄວາມ​ພາກ​ພູມ​ໃຈ​ຂອງ​ແຂວງກວາງ​ຈີ້ ໃນການປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ພິ​ເສດ, ຫາ​ຍາກ ​ແລະ ບໍລິສຸດຜຸດຜ່ອງ​ລະຫວ່າງ​​ສອງ​ປະ​ເທດ​ຫວຽດນາມ - ລາວ.

ຕາງໜ້າຄະນະຜູ້ແທນປະຊາຊົນລາວ, ທ່ານ ບໍ່ວຽງຄໍາ ວົງດາລາ ປະທານ ສະມາຄົມມິດຕະພາບລາວ-ຫວຽດນາມ ເນັ້ນໜັກວ່າ ປະຫວັດສາດສາຍພົວພັນ ມິດຕະພາບ ລາວ - ຫວຽດນາມ ໃນຫຼາຍທົດສະວັດຜ່ານມາ ໄດ້ສະແດງໃຫ້ ເຫັນພະລັງຈິດໃຈວິລະຊົນ, ນໍ້າໃຈສັດຊື່ບໍລິສຸດຜຸດຜ່ອງ, ສະເໜີຕົ້ນສະເໝີປາຍ. ໃນສະພາບການໃໝ່, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືືຮອບດ້ານ ລາວ - ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາທັງລວງກວ້າງ ແລະ ລວງເລິກ, ນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ທ່ານຢືນຢັນວ່າສະມາຄົມຈະມານະພະຍາຍາມເຮັດຈົນສຸດຄວາມ ສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ຫາຍາກ, ສັດຊື່ບໍລິສຸດຜຸດຜ່ອງໃນໂລກນີ້ໄວ້.

ກໍ່ໃນຕອນເຊົ້າວັນທີ 28 ກັນຍາ, ບັນດາຜູ້ແທນປະຊາຊົນສອງປະເທດ ໄດ້ເຂົ້າຮ່ວມກອງປະຊຸມແບ່ງປັນບົດຮຽນໃນການເຄື່ອນໄຫວມິດຕະພາບປະຊາຊົນ. ບັນດາບົດປະກອບຄໍາເຫັນທີ່ກອງປະຊຸມ ແລະ ໄຈ້ແຍກ, ຕີລາຄາໝາກຜົນທີ່ບັນລຸໄດ້ ໃນວຽກງານມິດຕະພາບປະຊາຊົນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ຖອດຖອນບົດຮຽນ ແລະ ປະສົບການ ໃນການເຄື່ອນໄຫວຂອງສະມາຄົມ ໃນຊຸມປີຕໍ່ໄປ. ຜູ້ແທນສອງຝ່າຍໄດ້ປຶກສາຫາລື, ແບ່ງປັນບົດຮຽນ, ພ້ອມທັງສະເໜີມາດຕະການເພື່ອໃຫ້ການເຄື່ອນໄຫວມິດຕະພາບປະຊາຊົນນັບມື້ນັບອຸດົມສົມບູນ, ແທດຈິງ ແລະ ເຂົ້າເຖິງປະຊາຊົນທຸກຊັ້ນວັນນະຂອງສອງປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ.

ບູນມີ

ເຫດການ
302 Found

Found

The document has moved here.