ຄະນະກຳມະການຮ່ວມມືຫວຽດນາມ - ລາວ ປະກອບສ່ວນຫຼາຍຢ່າງເຂົ້າໃນການພົວພັນທີ່ແໜ້ນແຟ້ນລະຫວ່າງສອງປະເທດ

05:49 | 27/09/2022

ຍສໝ-ທ່ານ ເຈີ່ນກວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຜູ້ປະຈໍາການຄະນະກຳມະການຮ່ວມມື ຫວຽດນາມ - ລາວ ຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນໃນການຮ່ວມມືພັດທະນາລະຫວ່າງສອງປະເທດ ແລະ ທິດທາງໃນຕໍ່ໜ້າ.

ຫວຽດນາມ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ ຫວຽດນາມ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ
ຄະນະກຳມະການຮ່ວມມືຫວຽດນາມ - ລາວ ປະກອບສ່ວນຫຼາຍຢ່າງເຂົ້າໃນການພົວພັນທີ່ແໜ້ນແຟ້ນລະຫວ່າງສອງປະເທດ

ທ່ານ ເຈີ່ນກວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ພາບ: ເລເຊີນ).

ຮຽນທ່ານ, ດ້ວຍບົດບາດເປັນອົງການສະເພາະກິດ ແລະ ຫຼັກແຫຼ່ງໃນວຽກງານຊຸກຍູ້, ສົມທົບກັນ ແລະ ເປັນເສນາທິການກ່ຽວກັບການເຄື່ອນໄຫວຮ່ວມມືລະດັບຊາດກັບເພື່ອນມິດລາວ, ຄະນະກຳມະການໄດ້ສະຫຼຸບບັນດາໜາກຜົນການຮ່ວມມືໂດຍພື້ນຖານຂອງການຮ່ວມມືນີ້ຄືແນວໃດ?

- ທີໜຶ່ງແມ່ນການຮ່ວມມືດ້ານການເມືອງ. ຄະນະກຳມະການຮ່ວມມືກໍ່ໄດ້ສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາກະຊວງທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນເພື່ອກະກຽມບັນດາເນື້ອໃນ ແລະ ໂຄງການເພື່ອຈັດຕັ້ງຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ລາວ ມາຢ້ຽມຢາມ ແລະ ເຮັດວຽກ. ໃນການເຄື່ອນໄຫວທາງການທູດ - ການເມືອງດັ່ງກ່າວ, ມີບັນດາການເຄື່ອນໄຫວສຳຄັນທີ່ສຸດຄື: ການພົບປະເຈລະຈາລະຫວ່າງກົມການເມືອງຂອງສອງປະເທດກໍ່ຄືການພົບປະຂອງການນຳພັກ, ລັດ ຫວຽດນາມ ແລະ ລາວ. ການແລກປ່ຽນຄະນະຜູ້ແທນຂັ້ນສູງແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເພື່ອແນໃສ່ຊຸກຍູ້ສາຍພົວພັນຮ່ວມມື, ມິດຕະພາບທີ່ຮອບດ້ານ ແລະ ໝັ້ນແກ່ນ ລະຫວ່າງຫວຽດນາມ - ລາວ.

ທີສອງ, ແມ່ນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ຄະນະກຳມະການຮ່ວມມືກໍ່ໄດ້ສົມທົບກັບກະຊວງປ້ອງກັນປະເທດ ແລະ ກະຊວງຕໍາຫຼວດ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ໃນນັ້ນ, ພິເສດແມ່ນວຽກງານຮັບປະກັນຄວາມປອດໄພ, ຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ - ລາວ ແລະ ບັນດາການເຄື່ອນໄຫວຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕໍາຫຼວດ ຕໍ່ກັບ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໃນການຜັນຂະຫຍາຍບັນດາໜ້າທີ່ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງສອງປະເທດ.

ຂົງເຂດທີ 3 ກໍ່ມີຄວາມສຳຄັນທີ່ສຸດ, ໄດ້ຮັບຄວາມສົນໃຈຈາກປະຊາຄົມ ແລະປະຊາຊົນ, ນັ້ນແມ່ນການຮ່ວມມືດ້ານເສດຖະກິດ. ຢູ່ບ່ອນນີ້, ບັນດາຈຸດການຮ່ວມມືດ້ານເສດຖະກິດມີດ້ານພົ້ນເດັ່ນແມ່ນການລົງທຶນ, ນີ້ແມ່ນຂົງເຂດເຊິ່ງຄະນະກຳມະການຮ່ວມມືຫວຽດນາມ - ລາວ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການສົ່ງເສີມການລົງທຶນ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ລົງທຶນຢູ່ລາວ, ກໍ່ຄືສ້າງເງື່ອນໄຂສະດວກໃຫ້ລາວ ລົງທຶນຢູ່ຫວຽດນາມ.

ປະຈຸບັນ, ທ່າແຮງບົ່ມຊ້ອນໃນການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ ແລະ ກົງກັນຂ້າມແມ່ນຍັງຫຼວງຫຼາຍ, ຈຸດສຳຄັນແມ່ນເພີ່ມທະວີການເຄື່ອນໄຫວເພື່ອໃຫ້ບັນດາວິສາຫະກິດສອງປະເທດເຂົ້າໃຈກັນກໍ່ຄືເຂົ້າໃຈສະພາບການ, ຂໍ້ກຳນົດຂອງແຕ່ລະປະເທດ.

ຂົງເຂດການຄ້າກໍ່ມີຄວາມສໍາຄັນຫຼາຍ. ຍອດວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ລາວ ແມ່ນຍັງໜ້ອຍຢູ່, ຄາດວ່າຈະບັນລຸປະມານ 5 ຕື້ ໂດລາສະຫະລັດ. ນີ້ກໍ່ແມ່ນໜ້າທີ່ ເພື່ອເປົ້າໝາຍທີ່ໄດ້ວາງອອກແມ່ນ ຍົກວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່. ແລະພວກຂ້າພະເຈົ້າກໍຕັ້ງຄວາມຫວັງກ່ຽວກັບການປັບປຸງພື້ນຖານໂຄງລ່າງເພື່ອເພີ່ມທະວີການເຊື່ອມຈອດລະຫວ່າງຫວຽດນາມ ແລະ ລາວ, ກໍຄືເປີດກວ້າງກົນໄກການຄ້າລະຫວ່າງສອງປະເທດເພື່ອຊຸກຍູ້ການເຕີບໂຕດ້ານວົງເງິນການຄ້າການນຳເຂົ້າ ແລະ ສົ່ງອອກ.

ນອກນັ້ນຍັງມີບັນດາເນື້ອໃນການຮ່ວມມືອື່ນໆ, ໃນນັ້ນມີບັນດາຂົງເຂດທີ່ໄດ້ຮັບຖືວ່າແມ່ນຈຸດສຸມຂອງຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ຕົວຢ່າງຄື: ຜັນຂະຫຍາຍບັນດາໂຄງການທີ່ ຫວຽດນາມ ສະໜັບສະໜູນລາວ ກ່ຽວກັບດ້ານ ວັດທະນະທຳ - ສັງຄົມ, ພິເສດແມ່ນບັນດາຂົງເຂດພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ ແລະ ວັດທະນະທໍາ...

ອີກຂົງເຂດໜຶ່ງກໍ່ສຳຄັນທີ່ສຸດແມ່ນການສຶກສາ ແລະ ບຳລຸງສ້າງ, ປະຈຸບັນມີນັກສຶກສາລາວ 14.000 ຄົນພວມຮ່ຳຮຽນຢູ່ຫວຽດນາມ. ແຕ່ລະປີ, ພວກຂ້າພະເຈົ້າໄດ້ຮັບນັກສຶກສາລາວໃໝ່ປະມານ 1.000 ຄົນໄປຮຽນຢູ່ຫວຽດນາມໃນທຸກຂະແໜງການ, ຂົງເຂດຄືຮຽນກ່ຽວກັບພາສາຫວຽດນາມ.

ນອກຈາກນັ້ນ ຍັງມີບັນດາການເຄື່ອນໄຫວວັດທະນະທຳໃນບັນດາເຫດການສະເຫຼີມສະຫຼອງວັນບຸນໃຫຍ່ລະຫວ່າງຫວຽດນາມ ແລະ ລາວ. ຄະນະກຳມະການກໍ່ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເພື່ອຈັດຕັ້ງບັນດາເຫດການໃຫຍ່ດັ່ງກ່າວໃຫ້ສຳເລັດຜົນ.

ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການ, ຕາມທ່ານໃນໄລຍະຈະມາເຖິງຂໍ້ກຳນົດ, ກົນໄກການເຄື່ອນໄຫວໃດຄວນໄດ້ຮັບການເພີ່ມເຕີມ ແລະ ປະຕິບັດໃຫ້ສໍາເລັດ?

- ມີຫຼາຍມາດຕະການສາມາດມຸ່ງໄປເຖິງ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການຕົ້ນຕໍດັ່ງຕໍ່ໄປນີ້:

ທີໜຶ່ງ, ແມ່ນເພີ່ມທະວີວຽກງານສົມທົບ. ຄະນະກຳມະການແມ່ນຫົວໜ່ວຍມີ ລັກສະນະເສນາທິການສັງລວມ ແລະ ເປັນຕົວແທນເພື່ອເຊື່ອມຕໍ່ລະຫວ່າງສອງຝ່າຍຫວຽດນາມ-ລາວ ແລະ ລາວ-ຫວຽດນາມ, ສະນັ້ນການສົມທົບລະຫວ່າງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຖິງບັນຫາລະອຽດແມ່ນສິ່ງສຳຄັນ ແລະ ຈຳເປັນທີ່ສຸດ. ຍ້ອນແນວນັ້ນ, ຕ້ອງເຮັດໃຫ້ວຽກງານສົມທົບ, ປະສານງານມີຄວາມກົມກຽວ, ທັນການ ແລະ ມີປະສິດທິຜົນ.

ໜ້າທີ່ທີສອງແມ່ນຍົກສູງຄວາມສາມາດຂອງຖັນແຖວທີ່ເຮັດວຽກໃນຄະນະກຳມະການ. ປະຈຸບັນ, ຄະນະກຳມະການສອງປະເທດຫວຽດນາມ ແລະ ລາວ ມີຄວາມແຕກຕ່າງກັນໜ້ອຍໜຶ່ງ. ປະຈຸບັນ, ພາກສ່ວນປະຈໍາການຢູ່ຝ່າຍຫວຽດນາມ ຕັ້ງຢູ່ໃນກະຊວງແຜນການ ແລະ ການລົງທຶນ, ເຖິງຢ່າງໃດກໍ່ຕາມຝ່າຍລາວ ພັດຂ້ອນຂ້າງເປັນເອກະລາດ ແລະ ຂ້ອນຂ້າງໃຫຍ່, ສະນັ້ນກົນໄກກໍ່ແຕກຕ່າງກັນ.

ແນ່ນອນວ່າ, ສິ່ງດັ່ງກ່າວຍັງຂຶ້ນກັບລະບຽບການຂອງແຕ່ລະປະເທດ, ໃນນັ້ນຫວຽດນາມພວມຜັນຂະຫຍາຍແຜນນະໂຍບາຍອັນໃຫຍ່ຫຼວງຂອງພັກ ແລະ ລັດກ່ຽວກັບການຈັດຕັ້ງຄືນໃໝ່, ຫຼຸດຜ່ອນພະນັກງານ ເພື່ອຍົກສູງລະດັບ ຄວາມຮູ້ ແລະ ປະສິດທິຜົນ. ຍ້ອນເຫດນັ້ນ, ເລື່ອງຍົກສູງລະດັບຄວາມຮູ້ ແລະ ກໍາລັງຄວາມສາມາດຂອງພະນັກງານທີ່ເຮັດວຽກຢູ່ຄະນະກຳມະການ ແມ່ນຈໍາເປັນທີ່ສຸດ, ຄວນເຮັດແນວໃດເພື່ອໃຫ້ຄົນໜຶ່ງເຮັດວຽກໄດ້ເທົ່າກັບສອງ ຫຼື ສາມຄົນ.

ທີສາມແມ່ນຍົກສູງການເຊື່ອມຕໍ່, ຄວນເປັນປະຈຳ, ຕໍ່ເນື່ອງລະຫວ່າງສອງຄະນະກຳມະການ. ປະຈຸບັນ, ນອກຈາກການເຊື່ອມໂຍງດ້ວຍຮູບການໂດຍຜ່ານເອກະສານລະຫວ່າງສອງຄະນະກຳມະການແລ້ວ, ບັນດາພະນັກງານກໍ່ໄດ້ເຮັດວຽກຜ່ານແບບວິທີອື່ນໆ ຄື: ອີເມວ ແລະ ໂທລະສັບ. ໂດຍທົ່ວໄປແລ້ວ, ທຸກສິ່ງທຸກຢ່າງກໍ່ມີຄວາມສະດວກດ້ວຍການສະໜັບສະໜູນຈາກພະນັກງານລາວ ທີ່ຮູ້ພາສາຫວຽດນາມ.

-ຂໍຂອບໃຈທ່ານ!

ເລເຊີນ

ເຫດການ
302 Found

Found

The document has moved here.