ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ

07:20 | 03/10/2022

ຍ​ສ​ໝ - ເວທີ​ປາ​ໄສ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ສາກົນ (MRC) ​ໄດ້​ໄຂ​ຂຶ້ນ​ຢູ່​ສຳນັກງານລັດຖະສະພາ​ ເຂດ Flanders ຢູ່​ນະຄອນຫຼວງ Brussels (​ແບນ​ຊິກ). ເຫດ​ການ​ໂດຍ​ບັນດາ​ອົງການ​ການ​ຕ່າງປະ​ເທດ, ຄົມມະນາຄົມ - ​ວຽກງານ​ສາທາລະນະ, ສິ່ງ​ແວດ​ລ້ອມ, ການ​ຄ້າ - ການ​ລົງທຶນຢູ່​ເຂດ Flanders ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ.

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023
ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ

ເວ​ທີ​ປາ​ໄສ​ດັ່ງ​ກ່າວ​ແມ່ນ​ເຫດ​ການ​ທີ່ຈັດແບບເຊິ່ງໜ້າ​ທຳ​ອິດ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ລະ​ຫວ່າງ​ເຂດ Flanders ແລະ ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ ພາຍຫຼັງ 2 ປີທີ່​ຖືກ​ຂາດ​ວັກ​ຂາດ​ຕອນ ຍ້ອນ​ພະ​ຍາດ​ໂຄວິດ - 19. ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 27 ຂອງ ສະ​ພາ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ ສາ​ກົນ (ເດືອນ​ພະ​ຈິກ 2020), ເຂດ Flanders ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຂອງ MRC ຢ່າງ​ເປັນ​ທາງ​ການ ແລະ ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ໜູນ​ຊ່ວຍ​ໂຄງ​ການ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ 1,1 ລ້ານ ເອີ​ໂຣ (1,07 ລ້ານ USD) ໃນ​ໄລ​ຍະ 2021 – 2025.

ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ການ​ທູດ ເຂດ Flanders, Julie Bynens; ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດ ກຳ​ປູ​ເຈຍ, ລາວ, ຫວຽດ​ນາມ ແລະ ໄທ ປະ​ຈຳ ແບນ​ຊິກ, ຜູ້​ອຳ​ນວຍ​ການ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ Anoulak Kitthikhoun, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ແລະ ສະ​ຖາບັນ​ຄົ້ນ​ຄ້​ວາ​ຂອງ​ແບນ​ຊິກ ຈຳນວນໜຶ່ງ.

ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ
ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ

ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ແລກປ່ຽນ​ບັນດາ​ທິດ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ Flanders ​ແລະ ພາກ​ພື້ນ​ແມ່​ນ້ຳຂອງ ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ ​ພ້ອມ​ທັງ​ຊອກ​ຫາ​ວິທີ​ຮັບ​ມືບັນດາ​ສິ່ງ​ທ້າ​ທາຍ​ລວມທີ່ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ຖ້ວມ, ໄພ​ແຫ້ງ​ແລ້ງ ​ແລະ ການ​ຄົມມະນາຄົມ. ຫຼາຍບໍລິສັດທີ່ສະຫນອງການແກ້ໄຂເຕັກໂນໂລຢີ Flanders ໄດ້ສະແດງຄວາມສົນໃຈ ແລະ ປາຖະຫນາທີ່ຈະເຊື່ອມຕໍ່ເພື່ອຊອກຫາໂອກາດການຮ່ວມມື ແລະ ການລົງທຶນໃຫມ່.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ ແບນ​ຊິກ ຫງວຽນ​ວັນ​ຖ​າວ ​ໄດ້​ສະ​ແດງ​ຄວາມກຽມ​ພ້ອມຢາກ​ສົມ​ທົບ​ກັນຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ເຂດ Flanders ກັບ​ພາກ​ພື້ນ​ແມ່​ນ້ຳຂອງ ບົນ​ຈິດ​ໃຈ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ແບ່ງປັນ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ພາກ​ພື້ນ​ພວມ​ປະ​ເຊີນ​ໜ້າ​ຄື: ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ນ້ຳ​ຖ້ວມ, ​ໄພ​ແຫ້ງ​ແລ້ງ, ລະດັບ​ນ້ຳ​ທະ​ເລ​ຍຶ່ງຂຶ້ນ, ນ້ຳ​ທະ​ເລ​ຊືມ​ເຂົ້າເຂດດິນ, ການ​ຂາດ​ວັກ​ຂ​າດ​ຕອນ​ຂອງ​ຕ່ອງ​ໂສ້​ການ​ສະໜອງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ສະ​ເໜີ​ການ​ຮ່ວມ​ມື Flanders - ​ແມ່​ນ້ຳຂອງ ​ໂດຍ​ສຸມ​ໃສ່​ສອງ​ຂົງ​ເຂດ​ຄຸ້ມ​ຄອງແຫຼ່ງ​ນ້ຳ​ຂ້າມຊາຍ​ແດນ ​ແລະ ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ​ທີ່​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ
ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ

ບົນ​ພື້ນຖານ​ບັນດາ​ທ່າແຮງ​ຂອງ​ພາກ​ພື້ນ Flanders, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ຖາວ ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສົບ​ການ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຖ່າຍທອດ​ບັນດາ​ເຕັກ​ໂນ​ໂລ​ຢີແບບຢ່າງຂອງເຂດ Flanders ​ຄື: ການ​ເກັບ​ຄວາມ​ເຢັນ​ອັດສະລິຍະ ​ເພື່ອຮັບໃຊ້ໃຫ້ແກ່ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ຜະລິດ​ໄຟຟ້າ ​ແລະ ນ້ຳ​ສະອາດ​ຈາກ​ລົມ (water-by-wind), ກໍ່ສ້າງສູນຂົນສົ່ງ ແລະ ພື້ນຖານໂຄງລ່າງການຂົນສົ່ງທາງນໍ້າ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ເພື່ອ​ຜົນ​ປະ​ໂຫຍ​ດລວມ. ທ່ານ​ເອກ​ອັກຄະ​ລັດຖະທູດປາດ​ຖະໜາ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ແບນ​ຊິກ ​ໃນ​ຂົງ​ເຂດ​ກະສິກຳ ຈະ​ປະກອບສ່ວນ​ນຳ​ມາເຊິ່ງ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1973 – 2023).

ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.