ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ໃຫ້ເລິກເຊິ່ງກວ້າງຂວາງກວ່າອີກ

11:36 | 28/09/2022

ໃນໄລຍະຢູ່ຍີ່ປຸ່ນ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ອະດີດນາຍົກລັດຖະມົນຕີ Abe Shinzo , ວັນທີ 26 ກັນຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ
ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ໃຫ້ເລິກເຊິ່ງກວ້າງຂວາງກວ່າອີກ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລກປ່ຽນກັບທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ Kishida Fumio ຢັ້ງຢືນວ່າ ຍີ່ປຸ່ນ ຖືເປັນສໍາຄັນພິເສດຕໍ່ການພົວພັນກັບຫວຽດນາມ ແລະຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມ, ຖານະບົດບາດ, ບົດບາດນັບມື້ນັບສໍາຄັນຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ.

ການນໍາສອງທ່ານ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງຂອງການພົວພັນຫວຽດນາມ-ຍີ່ປຸ່ນ, ພ້ອມທັງເຫັນດີເປັນເອກະພາບກ່ຽວກັບທິດທາງໃຫຍ່ເພື່ອແນໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

ການນໍາສອງທ່ານ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງເປັນປະຈໍາ; ຊຸກຍູ້ການຮ່ວມມືດ້ານການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດໃຫ້ມີປະສິດທິຜົນ, ແທດຈິງ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ວັດທະນະທໍາ, ການທ່ອງທ່ຽວ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດເປັນຢ່າງດີ.

ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19, ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ພິຈາລະນາຊຸກຍູ້ການຮ່ວມມືຍຸດທະສາດໃນບັນດາຂົງເຂດບຸລິມະສິດ ຄື ສະໜອງ ODA ຮຸ່ນໃໝ່ໃຫ້ຫວຽດນາມ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໜູນຊ່ວຍຫວຽດນາມ ຫັນເປັນອຸດສາຫະກໍາ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.