ການນຳ​ລາວ ​ຕີ​ລາຄາ​ຄວາມໝາຍຂອງ​ໄຊຊະນະດ້ຽນບຽນ​ຝູ ຕໍ່ການ​ປະຕິວັດ​ຫວຽດນາມ - ລາວ

14:00 | 06/05/2024

ການນຳ​ລາວ ​ຕີ​ລາຄາ​ຄວາມໝາຍຂອງ​ໄຊຊະນະ ດ້ຽນບຽນ​ຝູ ຕໍ່ການ​ປະຕິວັດ​ຫວຽດນາມ - ລາວ

ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ
ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ ບຳລຸງພາສາ ລາວ ໃຫ້ພະນັກງານ-ລັດຖະກອນແຂວງ ດ້ຽນບຽນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (ວັນທີ 7 ພຶດສະພາ 1954 – ວັນທີ 7 ພຶດສະພາ 2024), ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາລາວ ໄດ້ສຳພາດທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່ຽວກັບຄວາມ​ໝາຍ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ ​ຕໍ່​ການ​ປະຕິວັດ​ຫວຽດນາມ - ລາວ ​ແລະບັນດາຂະບວນການ​ປົດ​ປ່ອຍຫົວເມືອງຂຶ້ນ​ໃນ​ໂລກ​ໃນ​ເວລາ​ນັ້ນ, ກໍ່​ຄືການຮ່ວມເດີນທາງຂອງສອງປະເທດຫວຽດນາມ-ລາວ ​ໃນ​ຕະຫຼອດ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ. ຕໍ່​ໄປ​ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ສໍາ​ພາດ:

ການນຳ​ລາວ ​ຕີ​ລາຄາ​ຄວາມໝາຍຂອງ​ໄຊຊະນະດ້ຽນບຽນ​ຝູ ຕໍ່ການ​ປະຕິວັດ​ຫວຽດນາມ - ລາວ

ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາລາວ. ພາບ: ບາແທ່ງ

ຕາມທ່ານພົນເອກແລ້ວ, ໄຊຊະນະດ້ຽນບຽນຝູ ມີຄວາມໝາຍແນວໃດຕໍ່ ການປະຕິວັດຫວຽດນາມ - ລາວ ແລະ ຂະບວນການປົດປ່ອຍຫົວເມືອງຂຶ້ນໃນທົ່ວໂລກໃນເວລານັ້ນ? ທ່ານ​ພົນ​ເອກ ຕີ​ລາຄາຄືແນວໃດຕໍ່​ການ​ປະກອບສ່ວນ​ຂອງ​ການຮ່ວມສຳພັນສູ້ຮົບ​ຫວຽດນາມ - ລາວ ​ໃນ​ໄຊຊະນະ​ປະຫວັດສາດດ້ຽນບຽນ​ຝູ?

ໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954 ແມ່ນໄຊຊະນະທີ່ເຮັດໃຫ້ສັ່ນສະເທືອນໄປທົ່ວ 5 ທະວີບ, ດັງກ້ອງສະໜັ່ນຫວັ່ນໄຫວໄປທົ່ວໜ່ວຍໂລກ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໄຊຊະນະ ​ແລະຄວາມ​ພາກພູມ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ແລະບັນດາ​ປະ​ເທດ​ໃນ​ແຫຼມ​ອິນ​ດູ​ຈີນ ​ເວົ້າ​ສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໄຊຊະນະ ​ແລະຄວາມ​ພາກພູມ​ໃຈ​ຂອງ​ທຸກຊາດທີ່ຮັກຫອມສັນຕິພາບ​ທົ່ວ​ໂລກເວົ້າລວມ ອີກດ້ວຍ.

ໄຊຊະນະດ້ຽນບຽນຝູ ໄດ້ສະແດງໃຫ້ເຫັນເຖິງຄວາມຢືດໝັ້ນທີ່ສະເໝີຕົ້ນສະເໝີປາຍໃນການຕັດສິນໃຈຕໍ່ສູ້ ເພື່ອເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໂດຍປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່. ດ້ຽນບຽນຝູ ແມ່ນໄຊຊະນະສະໜັ່ນຫວັ່ນໄຫວທີ່ສຸດໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງຊາດຫວຽດນາມ ວິລະຊົນ, ເຊິ່ງປະຫວັດສາດຂອງຊາດຫວຽດນາມ ແລະ ປະຫວັດສາດໂລກ ໄດ້ຮັບຮອງເອົາໃນສະຕະວັດທີ 20 ຍ້ອນໄດ້ທຳລາຍລະບອບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ເຮັດແຈ້ງຄວາມຈິງທີ່ວ່າ ປະເທດຊາດທີ່ເຄິ່ງໜຶ່ງເປັນ ຫົວເມືອງຂຶ້ນ, ເຄິ່ງໜຶ່ງເປັນສັກດິນາ, ມີເນື້ອທີ່ດິນຈໍາກັດ, ປະຊາກອນໜ້ອຍ, ເສດຖະກິດຫຼ້າຫລັງ, ດ້ອຍພັດທະນາ ແລະກໍາລັງການທະຫານຂະຫນາດນ້ອຍ, ພາຫະນະອາວຸດບໍ່ຫຼາຍປານໃດ, ແຕ່ຖ້າມີຄວາມສາມັກຄີຢ່າງໝັ້ນແກ່ນ, ມີການຊີ້ນໍາ, ນໍາພາຢ່າງຖືກຕ້ອງ, ຮູ້ລະດົມ ​ແລະນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ຂອງ​ປະຊາຊົນ​ເພື່ອ​ດໍາເນີນ​ສົງຄາມ​ປະຊາຊົນນັ້ນ ກໍສາມາດ​ເອົາ​ຊະນະ​ສັດຕູຜູ້​ຮຸກ​ຮານທີ່ມີ​ພື້ນຖານ​ເສດຖະກິດ ​ແລະ ການ​ທະຫານ​ທີ່​ເຂັ້ມ​ແຂງ​ກວ່າ.

ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ກຳປູເຈຍ ທີ່ເປັນພັນທະມິດ ເພື່ອຕໍ່ສູ້ຕ້ານສັດຕູລວມ ເພື່ອປົດປ່ອຍປະເທດຊາດ. ໄຊຊະນະ​ດັ່ງກ່າວ​ໄດ້​ດັບ​ສູນ​ເຈດຈໍານົງຮຸກຮານຂອງ​ລັດທິລ່າເມືອງຂຶ້ນແບບ​ເກົ່າ, ບັງຄັບ​ໃຫ້​ອຳນາດການປົກຄອງລ່າເມືອງຂຶ່ນ​ຝລັ່ງ ຕ້ອງລົງ​ນາມ​ໃນ​ສັນຍາ​ເຊີແນວ ປີ 1954 ກ່ຽວກັບການຢຸດຕິ​ສົງຄາມ, ຟື້ນ​ຟູ​ສັນຕິພາບ​ຢູ່​ອິນ​ດູ​ຈີນ ​ແລະ​ຮັບ​ຮູ້​ເອກະລາດ, ​ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ .

ໄຊຊະນະດ້ຽນບຽນຝູ ແລະໄຊຊະນະຂອງປະຊາຊົນຫວຽດນາມ, ລາວ, ກໍາປູເຈຍ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນຝລັ່ງ ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າຖືກພ່າຍແພ້ເປັນຄັ້ງທຳອິດໃນໂລກ, ກາຍເປັນບ່ອນອີງທີ່ໝັ້ນແກ່ນ ແລະເປັນແບບຢ່າງເພື່ອໃຫ້ບັນດາປະເທດຫົວເມືອງຂຶ້ນ ລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະ ແອກປົກຄອງຂອງລ່າເມືອງຂຶ້ນແບບເກົ່າໃນຫຼາຍປະເທດໃນໂລກ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນພາລະກິດການຕໍ່ສູ້ອັນຍິ່ງໃຫຍ່ ເພື່ອພື້ນຖານເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມຂອງມະນຸດຊາດ. ນີ້​ແມ່ນ​ເຫດຜົນ​ເພື່ອ​ຢັ້ງຢືນ​ວ່າ ດ້ຽນບຽນ​ຝູ ​ແມ່ນ​ໄຊຊະນະ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ບໍ່​ພຽງ​ແຕ່ຂອງ​ປະຊາຊົນ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງປະຊາຊົນ​ບັນດາ​ປະ​ເທດ​ທີ່​ພວມຖືກແອກ​ປົກຄອງ ​ແລະການ​ຂູດ​ຮີດ​ຂອງ​ລັດທິ​ລ່າເມືອງຂຶ້ນແບບ​ເກົ່າ ກໍ່​ຄື​ບັນດາຂະບວນການປົດປ່ອຍຫົວເມືອງຂຶ້ນໃນໂລກໃນເວລານັ້ນ.

​ໃນ​ບັ້ນຮົບດ້ຽນບຽນ​ຝູ, ຝ່າຍ​ລາວ ​ບໍ່​ພຽງ​ແຕ່​ສ້າງ​ທຸກເງື່ອນ​ໄຂ​ສະດວກ​ໃຫ້​ຝ່າຍ​ຫວຽດນາມ ​ໃນບັ້ນຮົບ​ເທົ່າ​ນັ້ນ, ​ຫາກ​ບັນດາ​ກົມກອງກຳລັງ​ປະກອບ​ອາວຸດ​ຂອງ​ລາວ​ ທີ່​ເຄື່ອນ​ໄຫວ​ຢູ່​ພາກ​ເໜືອ​ກໍ່ໄດ້​ສົມທົບ​ກັນ​ບຸກ​ໂຈມ​ຕີ​ກອງທັບຂອງລ່າເມືອງຂຶ້ນ​ຝລັ່ງ​ຢູ່​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ແລະພາຍໃນດິນ​ແດນ​ລາວ, ເຊິ່ງໄດ້ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ດ້ຽນບຽນ​ຝູ. ສຳລັບ​ລາວ ​ແລ້ວ, ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະການຮ່ວມສຳພັນສູ້ຮົບ​ລາວ - ຫວຽດນາມ, ​ແມ່ນ​ໄຊຊະນະ​ຂອງ​ການ​ປະສານ​ສົມທົບ ​ແລະສະໜັບສະໜູນ​ເຊິ່ງກັນ ​ແລະກັນ ​ເພື່ອພ້ອມກັນຕີ​​ຊະ​ນະ​ສັດຕູ​ໂຕດຽວກັນ.

ຜົນສຳເລັດຂອງບັ້ນຮົບດ້ຽນບຽນຝູ ມີຄວາມໝາຍແນວໃດຕໍ່ການສົມທົບກັນລະຫວ່າງ 2 ກອງທັບໃນບັ້ນຮົບຫຼັງຈາກນັ້ນ, ໂດຍສະເພາະແມ່ນໃນຊຸມປີຕໍ່ຕ້ານຈັກກະພັດອາເມລິກາ, ຮຽນທ່ານ?

ໄຊຊະນະດ້ຽນບຽນຝູ ທີ່ສັ່ນສະເທືອນໄປທົ່ວໂລກໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງລົງນາມໃນສັນຍາເຊີແນວປີ 1954, ຮັບຮູ້ເອກະລາດ ແລະອະທິປະໄຕຂອງສາມປະເທດອິນດູຈີນ. ພາຍຫຼັງລົງນາມສັນຍາເຊີແນວ, ລັດທິຈັກກະພັດແບບໃໝ່ ໄດ້ໂດດເຂົ້າມາແທນທີ່ລັດທິລ່າເມືອງຂຶ້ນແບບເກົ່າ ຮຸກຮານລາວ ແລະ ຫວຽດນາມ. ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ສືບ​ຕໍ່​ສາມັກຄີ ​ແລະຄຽງບ່າຄຽງໄຫຼ່ພ້ອມກັບ​ພະນັກງານ, ນັກຮົບ ​ແລະປະຊາຊົນລາວ ​ບັນດາ​ເຜົ່າ​, ຕໍ່ສູ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ ​ແລະອົງອາດກ້າຫານບົດຈິດໃຈ “​ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”, ທຳລາຍຄວາມໃຈດຳອຳມະຫິດຮຸກຮານຂອງຈັກກະພັດແບບໃໝ່ ແລະລູກແຫຼ້ງຕີນມື, ຍາດໄດ້ໄຊຊະນະຫຼາຍບັ້ນຮົບ ເຊັ່ນ: ບັ້ນຮົບປົດປ່ອຍ ແຂວງຫຼວງນ້ຳທາ (1962); ບັ້ນຮົບ ນ້ຳບາກ ໃນປີ 1968; ບັ້ນຮົບ ເມືອງສຸຍ ; ບັ້ນຮົບ ກູ້ກຽດ; ລາມເຊີນ 719 (1971); ບັ້ນຮົບທົ່ງໄຫຫີນ-ຊຽງຂວາງ…

​ເພື່ອ​ໜູນ​ຊ່ວຍ​ບັນດາ​ສະຫາຍ​ຫວຽດນາມ ​ປະຕິບັດ​ສຳ​ເລັດ​ພາລະກິດ​ປະຫວັດສາດ​ປົດ​ປ່ອຍ​ພາກ​ໃຕ້ ​ແລະທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະສູນ​ກາງແນວ​ລາວ​ຮັກ​ຊາດ​ ກໍ່​ໄດ້​ສ້າງ​ທຸກເງື່ອນ​ໄຂ​ສະດວກ​ເພື່ອ​ເປີດ​ເສັ້ນທາງ ​ໂຮ່ຈີ​ມິນ ​ຜ່ານດິນແດນ​ລາວ ເພື່ອຕໍ່ກໍາລັງ, ຂົນຂວາຍທະຫານ ​ແລະພາຫະນະ​ຕໍ່ສູ້ໃນໄລຍະເວລາ​ຫຼາຍ​ປີ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ລວມຂອງ​ສອງ​ຊາດລາວ ​ແລະ ຫວຽດນາມ.

ວັນ​ທີ 30 ​ເມສາ 1975, ພາກໃຕ້ຫວຽດນາມ ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງສົມບູນ. ໂດຍສົມທົບ​ກັບ​ໄຊຊະນະ​ຂອງ​ປະຊາຊົນ​ຫວຽດນາມ, ລາວ ​ໄດ້ປຸກລະດົມບັ້ນຮົບລຸກຮືຂຶ້ນ ດ້ວຍ 3 ບັ້ນບຸກຕີ​ຍຸດ​ທະ​ສາດ, ມຸ່ງໄປເຖິງ​ການ​ຍຶດອຳນາດ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 23 ສິງຫາ 1975, ລົດລ້າງລະບອບລາຊາທິປະໄຕ​ເກົ່າ ​ແລະສ້າງຕັ້ງລະບອບ​ໃໝ່​ເປັນ​ລັດແຫ່ງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ ໃນ​ວັນ​ທີ 2 ທັນວາ ປີ 1975.

ທ່ານ​ຕີ​ລາຄາ​ຄືແນວໃດກ່ຽວກັບການຮ່ວມເດີນທາງ​ຂອງ​ສອງ​ປະ​ເທດ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ​, ສອງປະເທດເຮົາຕ້ອງເຮັດແນວໃດ ເພື່ອ​ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-ລາວ ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ?

ດັ່ງທີ່ພວກເຮົາຮູ້ແລ້ວ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນລາວ ແລະ ຫວຽດນາມ ໄດ້ກຳເນີດຂຶ້ນບົນພື້ນຖານການຮ່ວມສໍາພັນສູ້ຮົບຕ້ານສັດຕູຜູ້ຮຸກຮານ. ການ​ພົວພັນ​ນີ້​ໄດ້​ຮັບ​ການເພີ່ມພູນຄູນສ້າງ ​ແລະທົດ​ສອບ​ໃນ​ຂະ​ບວນການ​ພັດທະນາ​ຂອງ​ການ​ປະຕິວັດ​ທີ່​ຍາວ​ນານ, ລຳບາກ, ດຸ​ເດືອດ, ອົງອາດກ້າແກ່ນ ​ແລະເຕັມໄປດ້ວຍການເສຍສະຫຼະທີ່ອົງອາດກ້າຫານ, ບົນ​ຈິດ​ໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”. ເລືອດ​ເນື້ອ​ເຫື່ອ​ແຮງ​ຂອງນັກຮົບ​ການປະຕິວັດ​ລາວ ​ແລະຫວຽດນາມ ​ໄດ້ມີຢູ່ເຕັມ​ຜືນ​ແຜ່ນດິນ​​ຂອງ​ສອງ​ປະ​ເທດພວກ​ເຮົາ ​ແລະສິ່ງນີ້​ ​​ປະຫວັດສາດ​ຂອງ​ສອງ​ຊາດ ໄດ້ຈົດຈໍາ​ຕະຫຼອດ​ໄປ.

​ໃນ​ສະພາບ​ການໂລກ ແລະພາກພື້ນມີການຜັນແປ​​ຢ່າງ​ສັບສົນ ​ແລະ​ບໍ່​ສາມາດ​ຄາດ​ເດົາ​ລ່ວງໜ້າໄດ້ນັ້ນ, ບັນດາ​ອິດ​ທິກຳລັງທີ່ເປັນ​ປໍ​ລະ​ປັກ​ຈະ​ໃຊ້​ທຸກ​ກົນອຸບາຍ​ເພື່ອ​ທຳລາຍ ​ແລະ​ແບ່ງ​ແຍກ​ສາຍ​ພົວພັນ​ມິດຕະພາບ​ ​ແລະຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດລາວ - ຫວຽດນາມ, ສອງຊາດເຮົາຕ້ອງເພີ່ມທະວີການຮັດແໜ້ນ, ເຮັດໃຫ້ການພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ-ຫວຽດນາມ ເລິກເຊິ່ງກວ່າອີກ. ເພື່ອອະນຸລັກຮັກສາ ແລະເສີມຂະຫຍາຍມູນເຊື້ອຂອງສາຍພົວພັນ ມີໜຶ່ງບໍ່ມີສອງນີ້, ພວກເຮົາຕ້ອງສືບຕໍ່ສຶກສາໃຫ້ລຸ້ນໜຸ່ມ, ຊາວໜຸ່ມ ແລະລຸ້ນຫຼັງຂອງ 2 ປະເທດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີໃນການຕໍ່ສູ້, ຄວາມສັດຊື່ບໍລິສຸດລະຫວ່າງສອງ​ປະ​ເທດ, ຜ່ານ​ນັ້ນກໍ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ, ເພີ່ມພູນຄູນສ້າງໃຫ້ແກ່​ການ​ພົວ​ພັນ​ນີ້​ໃຫ້​ນັບ​ມື້​ນັບຍືນ​ຍົງ ແລະໝັ້ນຄົງຕະຫຼອດໄປ.

ຂໍຂອບໃຈທ່ານພົນເອກ!

ບູນມີ

ທ່ານອາດຈະມັກ

ເຫດການ