ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

16:30 | 10/10/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈິມິນ, ທ່ານ Watanabe Nobuhiro, ຫົ​ວ​ໜ້າກົງສຸນໃຫຍ່ ຍີ່ປຸ່ນ ໄດ້​ມີ​ການ​ເຮັດ​ວຽກ​ແບບ​ທາງ​ໄກເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2023) ກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ບັນດາແຂວງພາກໃຕ້.

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ຫວຽດນາມ ປາດຖະໜາພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ ຫວຽດນາມ ປາດຖະໜາພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ
ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ
ການ​ເຮັດ​ວຽກ​ທາງ​ໄກ

ທີ່​ການ​ພົບ​ປະ, ຫົວ​ໜ້າກົງສຸນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ​ໂຮ່ຈີ​ມິນ ທ່ານ Watanabe Nobuhiro ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປະຕິບັດ​ວຽກ​ງານ​ສື່ສານ 50 ປີ, ບັນດາ​ໂຄງການ ​ແລະ ກິດຈະກຳ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ. ພ້ອມ​ກັນ​ນັ້ນ, ກໍແຈ້ງ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ​ໂລ​ໂກ້ທີ່​ລະ​ນຶກ, ຂໍ້​ມູນ​ກ່ຽວ​ກັບ​ການ​ຮັບ​ຮອງເອົາໂຄງການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຍີ່​ປຸ່ນ - ຫວຽດນາມ ​​ຂອງຝ່າຍ​ຍີ່ປຸ່ນ.

ພ້ອມ​ທັງທ່ານ​ກໍປາດ​ຖະໜາ​ຢາກ​ສືບ​ຕໍ່​ທະ​ວີ​ຄູນ​ໂຄງການ​ຢ່າງ​ກວ້າງຂວາງ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຍີ່​ປຸ່ນ - ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ວັດທະນະທຳ, ສິລະ​ປະ, ກິລາ, ການ​ສຶກສາ, ການທ່ອງທ່ຽວ, ​ເສດຖະກິດ, ວິທະຍາສາດ ​ແລະ ອື່ນໆ. ຄະນະ​ຈັດ​ຕັ້ງ​ຈະນຳ​ເອົາ​ຂໍ້​ມູນ​ຂອງ​ບັນດາ​ລາຍການ​ທີ່​ຮັບ​ຮອງ​ວ່າ​ເປັນ​ລາຍການ​ຄົບຮອບ 50 ປີເຂົ້າໃນບັນຊີລາຍການເຄື່ອນໄຫວ, ລາຍການ​ເຫຼົ່າ​ນີ້​ສາມາດ​ນຳ​ໃຊ້​ໂລ​ໂກ້​ຂອງ​ປີ​ຄົບຮອບ 50 ປີ.

ທີ່​ການ​ເຮັດ​ວຽກ, ຜູ້​ຕາງ​ໜ້າ​ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແລະ ສະ​ມາ​ຄົມ​ມິດ​ຕະ​ພາ​ບ ຫວຽດ​ນາມ - ຍີ່​ປຸ່ນ​ ບັນ​ດາ​ແຂວງ, ນະ​ຄອນ​ຄື: ບິ່ງ​ເຢືອງ, ບ່າ​ເຣ້ຍ - ຫວູງ​ເຕົາ, ກຽນ​ຢາງ, ນະ​ຄອນ​ເກິ່ນ​ເທີ ແລະ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ແລກ​ປ່ຽນ​ການ​ກະ​ກຽມ​ສຳລັບ​ການ​ຈັດ​ຕັ້ງ​ໂຄງ​ການ, ເຫດ​ການ​ຢູ່​ທ້ອງ​ຖິ່ນ​ມຸ່ງ​ໄປ​ເຖິງ​ເຫດ​ການ​ດັ່ງ​ກ່າວ.

ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ
ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ
Opera "ເຈົ້າ​ຍິງ Anio​"
ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງເຫດການ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ.

ບັນ​ດາ​ການ​ເຄື່ອນ​ໄຫວ​ເຫດ​ການ​ແມ່ນເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຊອກ​ຮູ້ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຍີ່​ປຸ່ນ, ສ້າງ​ປະ​ຖົ​ມ​ປັດ​ໄຈ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ​ບ​ປະ​ແລກ​ປ່ຽນ, ຊອກ​ຮູ້ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ເພື່ອ​ໃຫ້​ປະ​ຊາ​ຊົນ, ນັກ​ຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ ມີ​ໂອ​ກາດ​ສຳ​ຜັດ, ຊອກ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ​ຍີ່​ປຸ່ນ.

ພ້ອມ​ກັນ​ນັ້ນ, ກໍເປັນການປະກອບສ່ວນ​ສຶກສາ, ໂຄ​ສະ​ນາ​ເຜີຍ​ແຜ່ການ​ພົວ​ພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ຍີ່ປຸ່ນ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ວັດທະນະທຳ, ພົບ​ປະປະຊາຊົນ; ສ້າງປະ​ຖົມ​ປັດ​ໄຈ ​ແລະ ​ກຳລັງໜູນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ດຶງ​ດູດ​ນັກ​ລົງທຶນ​ຍີ່ປຸ່ນ...

ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່​ຍີ່​ປຸ່ນ ປະ​ຈຳ​ນະ​ຄອນ ໂຮ່​ຈິ​ມິນ ຫວັງ​ວ່າ​ຈະ​ໄດ້ຮັບ​ເອ​ກະ​ສານຫຼາຍ​ສະ​ບັບ​ທີ່​ສະ​ເໜີຈັດ​ຕັ້ງ​ບັນ​ດາ​ເຫດ​ການ, ງານ​ບຸນ, ການ​ເຄື່ອນ​ໄຫວ​ຢູ່​ທ້ອງ​ຖິ່ນ ແລະ ​ຄວາມມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.