Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.

14:00 | 06/05/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ບິ່ງ ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 1116/QD-UBND ລົງ​ວັນ​ທີ 3 ພຶດສະພາ 2024 ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ໂຄງການ​ກໍ່ສ້າງ​ຕົວແບບໂຮງຮຽນ​ອະນຸບານ K-ing ຢູ່​ຕາ​ແສງຊາຍແດນ ຈ້ອງຮວາ (​ເມືອງ​ ມິງຮວາ) ​ໂດຍ​ອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.

WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​ WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​
76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ) 76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ)

ໂຄງການ​ກໍ່ສ້າງຕົວແບບໂຮງຮຽນ​ອະນຸບານ K-ing ​ແມ່ນ​ໄດ້​ຮັບ​ການອຸປະຖຳດ້ວຍເປົ້າໝາຍ ເພື່ອ​ສ້າງເງື່ອນໄຂໃຫ້​ເດັກນ້ອຍທີ່ມີອາຍຸໃນເກນອະນຸບານ​ຢູ່​ບ້ານ K-ing, ​​ຕາ​ແສງຊາຍແດນ ຈ້ອງຮວາ (​ເມືອງ​ ມິງຮວາ, ແຂວງ ກວາງບິ່ງ) ​ໄດ້​ມີ​ໂອກາດ​ຮ່ຳຮຽນ ​ແລະ ສຶກສາໃນເງື່ອນໄຂ​ດີ​ກ່ວາ​, ປອດ​ໄພ​ກວ່າ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ໂຄງ​ການ​ຫັນ​ການ​ສຶກ​ສາໃຫ້ມີລັກສະນະສັງຄົມ.

Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.
ຕົວແບບໂຮງຮຽນ​ອະນຸບານບ້ານ A Quan (ຕາແສງ Lia, ເມືອງ ເຮຶ໋ອງຮວາ, ແຂວງ ກວາງຈີ້) ໂດຍອົງການ PeaceTrees ຫວຽດນາມ ອຸປະຖຳ.

ດ້ວຍ​ຍອດ​ຈຳນວນ​ທຶນ​ປະຕິບັດ​ກວ່າ 997 ລ້ານ​ດົ່ງ, ​ໃນ​ນັ້ນ ​ທຶນ​ບ້ວງ​ຊ່ວຍ​ເຫຼືອລ້າ​ແມ່ນ 600 ລ້ານ​ດົ່ງ; ທຶນສົມທົບກວ່າ 397 ລ້ານດົ່ງ, ໂຄງການນີ້ ໄດ້ມອບໃຫ້ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງ ແລະ ພັດທະນາກອງທຶນທີ່ດິນເມືອງ ມິງຮວາ ຄຸ້ມຄອງ ແລະ ປະຕິບັດໂດຍກົງ.

ຄາດ​ວ່າ​ໃນ​ປີ 2024, ໂຄງການ ຈະ​ກໍ່ສ້າງຕົວແບບໂຮງຮຽນ​ອະນຸບານ​ດ້ວຍຂອບ​ຂະໜາດກິດຈະການ​ ລວມມີ 01 ຫ້ອງ​ຮຽນ, ຫ້ອງ​ເກັບ​ເຄື່ອງ, ຫ້ອງ​ນ້ຳ, ລະບຽງ; ອຸປະກອນໄຟຟ້າ, ນໍ້າ; ຫຼັງຄາເດີ່ນທາງໜ້າ, ເດີ່ນຊີມັງທີ່ຮັບປະກັນມາດຕະຖານການຮຽນການສອນ.

ໂດຍໄດ້ຮູ້​ວ່າ PTVN ​ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ແຫ່ງທຳ​ອິດທີ່​ມາ ຫວຽດນາມ ເພື່ອ​ໜູນ​ຊ່ວຍ​ການ​ແກ້​ໄຂ​ຜົນ​ຮ້າຍທີ່ຕາມມາຈາກ​ສົງຄາມ. ປະຈຸບັນ, PTVN ເຄື່ອນໄຫວດ້ານໜູນ​ຊ່ວຍການເກັບກູ້ ແລະ ສຶກສາຍົກສູງຄວາມຮູ້ກ່ຽວກັບລູກລະເບີດໜາກມິນ, ການພັດທະນາຊຸມຊົນ; ບໍລິເວນເຄື່ອນໄຫວແມ່ນຢູ່ 02 ແຂວງ ກວາງບິ່ງ ແລະ ກວາງຈີ້.

ຢູ່ກວາງບິ່ງ, PTVN ໄດ້ສົມທົບກັນກໍ່ສ້າງ, ຜັນຂະຫຍາຍບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍທີ່ຕາມມາຈາກລູກລະເບີດໝາກມິນ, ວັດຖຸລະເບີດທີ່ຕົກຄ້າງຈາກສົງຄາມ ດ້ວຍເປົ້າໝາຍຫຼຸດຜ່ອນຄວາມສ່ຽງຈາກອຸບັດຕິເຫດຈາກລູກລະເບີດໝາກມິນໃຫ້ແກ່ປະຊາຊົນ ກວາງບິ່ງ ໂດຍຜ່ານການໜູນຊ່ວຍເກັບກູ້, ເກັບໂຮມ, ຈັດການລູກລະເບີດໝາກມິນ, ວັດຖຸລະເບີດບໍ່ທັນແຕກໃນແຂວງ.

ນອກຈາກນັ້ນ, PTVN ຍັງໜູນຊ່ວຍການເຄື່ອນໄຫວພັດທະນາເສດຖະກິດ-ສັງຄົມຢູ່ເຂດຫ່າງໄກສອກຫຼີກ, ດ້ອຍໂອກາດ; ໜູນຊ່ວຍຊຸມຊົນ, ປະຊາຊົນໃນບໍລິເວນແຂວງ ກວາງບິ່ງ ທີ່ຖືກຜົນກະທົບຈາກຈາກລູກລະເບີດໝາກມິນ, ວັດຖຸລະເບີດຫຼັງສົງຄາມ ເພື່ອປະກອບສ່ວນຍົກສູງຄຸນນະພາບຊີວິດໂດຍຜ່ານຫຼາຍລາຍການ, ໂຄງການ.

ມິງດຶກ

ເຫດການ