ການຮ່ວມມືຍຸດທະສາດເຮັດໃຫ້ສາຍພົວພັນແບບພິເສດ ລາວ-ຫວຽດນາມ ໝັ້ນແກ່ນກວ່າ

08:00 | 23/09/2022

ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສູນກາງສະຫະພັນກຳມະບານລາວ ຈັດຕັ້ງພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ 2022.

ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ
ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແບ່ງປັນທີ່ພິທີປາຖະກະຖາ. ພາບ: ຈິ້ງຢຸ້ງ
ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແບ່ງປັນທີ່ພິທີປາຖະກະຖາ. ພາບ: ຈິ້ງຢຸ້ງ

ນີ້ແມ່ນໂອກາດເພື່ອໃຫ້ພະນັກງານ, ພາລະກອນສູນກາງສະຫະພັນກຳມະບານລາວ ແລະກຳມະບານລັດຖະກອນບັນດາກະຊວງ, ຂະແໜງການຂອງລາວ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດສາຍພົວພັນແບບພິເສດລະຫວ່າງສອງປະເທດ.

ເຂົ້າຮ່ວມເຫດການມີສະຫາຍນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນກຳມະບານລາວ; ສະຫາຍ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ; ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດ ລາວ, ພ້ອມກັບພະນັກງານ, ພາລະກອນສູນກາງສະຫະພັນກຳມະບານລາວ ເປັນຈໍານວນຫຼວງຫຼາຍ.

ແບ່ງປັນທີ່ວາລະທີ 1, ສະຫາຍ ຫງວຽນບາຮຸ່ງ ໄດ້ຫວນຄືນວິວັດການພັດທະນາສາຍພົວພັນແບບພິເສດຫວຽດນາມ-ລາວ, ດ້ວຍຈຸດພົ້ນເດັ່ນແມ່ນສອງເຫດການສໍາຄັນເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ, ນັ້ນແມ່ນການສ້າງຕັ້ງການພົວພັນທາງການທູດໃນວັນທີ 5 ກັນຍາ 1962 ແລະການເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ໃນວັນທີ 18 ກໍລະກົດ 1977.

ສະຫາຍ ຫງວຽນບາຮຸ່ງ ສະແດງຄວາມປິຕິຊົມຊື່ນແຈ້ງໃຫ້ຮູ້ວ່າ ໃນຊຸມປີໝໍ່ໆມານີ້, ສອງປະເທດລາວ ແລະຫວຽດນາມ ໄດ້ບັນລຸຂໍ້ຕົກລົງທີ່ມີລະດັບຍຸດທະສາດຍາວນານ, ພິເສດແມ່ນໂຄງການຮ່ວມມືຢູ່່ທ່າກໍາປັ່ນຫວຸ້ງອາງ ໄດ້ເປີດເສັ້ນທາງອອກທະເລໃຫ້ລາວ ຢ່າງເປັນທາງການ.

ຄຽງຂ້າງນັ້ນ, ຕາມສະຫາຍ ຫງວຽນບາຮຸ່ງ ແລ້ວ, ບັນດາໂຄງການຄື ທາງດ່ວນຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟຫວຸ້ງອາງ-ວຽງຈັນ, ຫຼືຂໍ້ຕົກລົງຊື້ຂາຍໄຟຟ້າໄລຍະຍາວລະຫວ່າງສອງປະເທດ... ພວມຜັນຂະຫຍາຍການປະຕິບັດຈະນັບມື້ນັບເຊື່ອມຕໍ່ຢ່າງແໜ້ນແຟ້ນ ແລະຍົກສູງປະສິດທິຜົນສອງພື້ນຖານເສດຖະກິດ, ເຮັດໃຫ້ອະນາຄົດການພົວພັນລາວ-ຫວຽດນາມ ເຂັ້ມແຂງກວ່າອີກ.

ທີ່ວາລະທີ 2, ສະຫາຍ ຫງວຽນບາຮຸ່ງ ໄດ້ແບ່ງປັນກັບສູນກາງສະຫະພັນກຳມະບານລາວ ກ່ຽວກັບຄວາມໝາຍຂອງວັນຊາດທີ 2 ກັນຍາ ສໍາລັບປະຊາຊົນຫວຽດນາມ, ຢັ້ງຢືນນັ້ນແມ່ນວັນທີ່ມີຄວາມໝາຍອັນໃຫຍ່ຫຼວງ ຕໍ່ທົ່ວປວງຊົນຫວຽດນາມ, ແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຂອງປະທານໂຮ່ຈີມິນ ຕໍ່ກັບປະເທດຫວຽດນາມ.

ສະຫາຍ ຫງວຽນບາຮຸ່ງ ຖືວ່າ ປະຈຸບັນ ສອງປະເທດຫວຽດນາມ-ລາວ ກໍາລັງມີຫຼາຍກາລະໂອກາດພັດທະນາ ແຕ່ກໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ, ສະນັ້ນ, ສະຫາຍ ຫງວຽນບາຮຸ່ງ ສະເໜີໃຫ້ສອງຝ່າຍຄວນເພີ່ມທະວີເສີມຂະຫຍາຍການພົວພັນແບບພິເສດຫວຽດນາມ-ລາວ ກວ່າອີກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.