ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022

19:00 | 26/09/2022

ຫວ່າງແລ້ວນີ້, ທີ່ສະໜາມຫຼວງຢູ່ຕໍ່ໜ້າຫໍສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ສະພາແຫ່ງຊາດ ລາວ ໄດ້ຈັດຕັ້ງການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ເພື່ອຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ແລະທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເຂົ້າຮ່ວມການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ”. ພາບ: ຫງວຽນຫາຍຕ໊ຽນ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ແລະທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເຂົ້າຮ່ວມການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ”. ພາບ: ຫງວຽນຫາຍຕ໊ຽນ.

ເຂົ້າຮ່ວມລາຍການ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ; ບັນດາຮອງປະທານສະພາແຫ່ງຊາດລາວ; ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສປປ ລາວ; ການນໍາບັນດາກະຊວງ, ຂະແໜງການຂອງລາວ ພ້ອມດ້ວຍຜູ້ຕາງໜ້າສະຖານທູດ, ອົງການຜູ້ຕາງໜ້າການທູດ ບັນດາປະເທດ ປະຈໍາ ລາວ.

ກ່າວຄໍາເຫັນເປີດພິທີ, ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ, ການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ຄັ້ງນີ້ ແມ່ນການເຄື່ອນໄຫວທີ່ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022, ແນໃສ່ປະກອບສ່ວນຮັດແໜ້ນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສະພາແຫ່ງຊາດສອງປະເທດ.

ຈຸດປະສົງຂອງການຈັດຕັ້ງການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ເພື່ອແນໃສ່ຊຸກຍູ້ ແລະເພີ່ມທະວີນໍ້າໃຈສາມັກຄີ, ຮັກແພງກັນລະຫວ່າງພະນັກງານ, ຄົນຮຸ່ນໜຸ່ມ ກໍຄືປະຊາຊົນສອງປະເທດ ມີໂອກາດຮ່ວມກັນເຂົ້າຮ່ວມກິດຈະກໍາແຂ່ງຂັນກິລາ. ພ້ອມກັນນັ້ນ, ນີ້ກໍແມ່ນການເຄື່ອນໄຫວຂໍ່ານັບຮັບຕ້ອນສອງວັນປະຫວັດສາດ ໃນປີ 2022 ຄື: ວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ຄົບຮອບ 45 ປີ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.