ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

08:40 | 06/05/2024

ຍສໝ - ບັນດາໜັງສືພິມ​ໃຫຍ່​ຂອງ ອາກຊັງຕິນ​ ​ໄດ້​ລົງ​ພິມ​ບົດ​ຄວາມ​ກ່ຽວ​ກັບການ​ໄຊຊະນະ​ດ້ຽນບຽນ​ຝູ, ຢືນຢັນ​ວ່າ​ການໄຊຊະນະ​ນີ້​ບໍ່​ພຽງ​ແຕ່​ໄດ້​ສົ່ງຜົນສະທ້ອນ​ເຖິງ​ປະຫວັດສາດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປ່ຽນ​ແປງ​ສະພາບ​ການ​ໂລກ​ອີກ​ດ້ວຍ.

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ
ນັກຮຽນຮູ້ໄທ ໄດ້ຕີລາຄາບັນດາປັດໄຈທີ່ເຮັດໃຫ້ການໄຊຊະນະດ້ຽນບຽນຝູ ນັກຮຽນຮູ້ໄທ ໄດ້ຕີລາຄາບັນດາປັດໄຈທີ່ເຮັດໃຫ້ການໄຊຊະນະດ້ຽນບຽນຝູ

ໃນວັນທີ 2 ພຶດສະພາ, ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຂຽນກ່ຽວກັບໄຊຊະນະ ດ້ຽນບຽນຝູ ຂອງ ຫວຽດນາມ, ຢັ້ງຢືນວ່າ ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມ ເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກ, ພ້ອມກັນນັ້ນກໍ່ຖືວ່າ ໄຊຊະນະດ້ຽນບຽນຝູ ເລີ່ມຈາກ​ກຳລັງ​ຄວາມ​ສາມັກຄີ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ປະທານ​ໂຮ່ຈິ​ມິນ.

​ເວັບ​ໄຊ ABC Mundial ​ໄດ້​ລົງ​ພິມ​ບົດ​ຄວາມ​ເນັ້ນ​ໜັກ​ວ່າ ໄຊຊະນະ ດ້ຽນບຽນ​ຝູ ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ຈຸດ​ສິ້ນ​ສຸດ​ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ຢູ່ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ້າງ​ຂີດ​ໝາຍ​ທີ່​ບໍ່​ອາດຫຼົງລືມ​ໄດ້​ໃນ​ປະຫວັດສາດ​ຂອງ​ມວນມະນຸດ.

ຕາມ ABC Mundial ແລ້ວ, ເມື່ອ 70 ປີກ່ອນ, ແຕ່ວັນທີ 13 ມີນາ – 7 ພຶດສະພາ 1954, ທະຫານ ແລະ ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານປະທານ ໂຮ່ຈີມິນ ນຳໜ້າ ໄດ້ດຳເນີນບັ້ນຮົບຍຸດທະສາດ ດ້ຽນບຽນຝູ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ສະຫງ່າລາສີ, ​ໄດ້​ເປັນ​ການ​ຫັນປ່ຽນ​ອັນ​ໃຫຍ່​ຫຼວງ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດຊາດ​ຂອງ​ປະຊາຊົນ​ຫວຽດນາມ.

ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ນັກ​ຂຽນ​ບົດ​ໄດ້​ຢືນຢັນ​ວ່າ ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ຕໍ່ສູ້​ຢ່າງ​ຮອບດ້ານ​ຂອງ​ປະຊາຊົນ​ຫວຽດນາມ.

ຈາກ​ການ​ຕໍ່​ຕ້ານ​ໃນ​ສະ​ໜາມ​ຮົບ​ຈົນ​ເຖິງ​ການ​ຕໍ່ສູ້​ທາງ​ດ້ານ​ການ​ເມືອງ, ເສດຖະກິດ, ການ​ທູດ, ທຸກ​ຂະ​ແໜງ​ການ​ຂອງ​ສັງຄົມ​ຫວຽດນາມ ​ໄດ້​ພ້ອມ​ກັນຕໍ່ສູ້​ຂັບ​ໄລ່ສັດຕູ​ຜູ້​ຮຸກ​ຮານ.

ພ້ອມ​ກັນ​ນັ້ນ, ReporteAsia ​ກໍ່ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ ​ໃນ​ພາລະກິດແຫ່ງການຕໍ່ສູ້ທົ່ວປວງຊົນ, ​ເຕົ້າ​ໂຮມ​ກຸ່ມກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​ສູງ​ສຸດ​ເພື່ອ​ຍາດ​ເອົາ​ໄຊຊະນະ​ດ້ຽນບຽນ​ຝູ.

ໜັງສືພິມ​ດັ່ງກ່າວ​ໃຫ້​ຮູ້​ວ່າ: 70 ປີ​ຜ່ານ​ມາ, ພາຍຫຼັງ 56 ວັນ ​ແລະ ຄືນ​ແຫ່ງ​ການ​ຕໍ່ສູ້​ຢ່າງອົງອາດ​ກ້າຫານ, ມີ​ກົນ​ໄກ, ສ້າງສັນ, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ທຳລາຍ​ກຸ່ມຖານ​ທີ່​ໝັ້ນ ດ້ຽນບຽນ​ຝູ ທັງ​ໝົດ, ທຳລາຍມ້າງ ​ແລະ ຈັບຕົວທະຫານ​ຝະລັ່ງ ຢູ່​ທີ່​ນີ້; ​ໄດ້​ຍິງ​ເຮືອບິນ, ພາຫະນະ ​ແລະ ອາວຸດ​ຍຸດ​ໂທ​ປະກອນ​ທັງ​ໝົດ, ສາງເກັບ​ເຄື່ອງ, ອຸປະກອນ​ການ​ທະຫານ​ຂອງ​ກອງທັບ​ຝລັ່ງ.

ນອກຈາກ​ນ້ຳ​ໃຈມະຫາ​ສາມັກຄີ​ ​ແລະ ການ​ປະກອບສ່ວນ​ອັນຍິ່ງ​ໃຫຍ່​ຂອງ​ກຳລັງ​ມະນຸດ ​ແລະ ດ້ານ​ວັດຖຸ​ເຂົ້າ​ໃນ​ຂະ​ບວນການ ດ້ຽນບຽນ​ຝູ, ຄວາມ​ກ້າຫານ ​ແລະ ສະຕິ​ປັນຍາ​ຂອງ​ຫວຽດນາມ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳໃຈ​ແຫ່ງ​ຄວາມ​ຕັດສິນ​ໃຈ​ຕໍ່ສູ້ ​ແລະ ຄວາມ​ຕັດສິນ​ໃຈ​ຍາດເອົາໄຊຊະນະຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ພາຍໃຕ້ການນຳພາ ແລະ ການຈັດຕັ້ງຂອງພັກກອມມູນິດ ຫວຽດນາມ ໂດຍປະທານ ໂຮ່ຈີມິນ ນຳພາ, ແຫຼ່ງກຳເນີດແຫ່ງກຳລັງແຮງທາງດ້ານຈິດໃຈຂອງຊາວ ຫວຽດນາມ ໄດ້ຮັບການປຸກລະດົມ ແລະ ຫັນເປັນກຳລັງວັດຖຸເພື່ອຍາດເອົາໄຊຊະນະ.

ໜັງສືພິມ Ámbito Internacional ​ໄດ້​ມີ​ບົດ​ຂຽນ​ຢືນຢັນ​ວ່າ ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ຂີດ​ໝາຍ​ການ​ປາບ​ປາມ​ລັດທິ​ອາ​ນາ​ນິຄົມທີ່ໂຫດ​ຮ້າຍ ​ແລະ ​ໃຫ້​ຄຳ​ເຫັນ​ວ່າ ເກືອບ 70 ປີ​ໄດ້​ຜ່ານ​ໄປ, ​ແຕ່​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ໝາຍ​ປະຫວັດສາດ​ຂອງ​ໄຊຊະນະ​ດ້ຽນບຽນ​ຝູ ຍັງ​ຄົງ​ຮັກສາ​ຄຸນຄ່າ​ອັນ​ດີງາມ​ນີ້.

ໄຊຊະນະ ດ້ຽນບຽນຝູ ໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຄວາມກ້າວໜ້າຂອງມວນມະນຸດ, ພ້ອມດຽວກັນນັ້ນ ກໍ່ໄດ້ພິສູດໃຫ້ເຫັນຄວາມຈິງວ່າ, ຊົນຊາດທີ່ຖືກກົດຂີ່ຂົ່ມເຫັງ ແລະ ຮຸກຮານ, ຖ້າມີເຈດຈຳນົງ ແລະ ແນວທາງທີ່ຖືກຕ້ອງ ແລະ ມີຫົວຄິດປະດິດສ້າງ, ມີຄວາມສາມັກຄີ, ຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ, ຊາດນັ້ນກໍ່ຈະໄດ້ຮັບໄຊຊະນະຢ່າງແນ່ນອນ./.

ຄຳຮຸ່ງ

ເຫດການ