ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5

11:28 | 12/10/2022

ຍສໝ - ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະ ບັນດາ ອົງການ ຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ.

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ
ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10 ຄົນ

ຕອນເຊົ້າວັນທີ 10 ຕຸລາ, ທີ່ກອງ 871 (ກົມໃຫຍ່ການເມືອງ), ວິທະຍາຄານຍຸດທະສາດປ້ອງກັນຊາດ ໄດ້ຈັດພິທີປິດຊຸດຝຶກອົບຮົມການຄົ້ນຄວ້າ ຍຸດທະສາດ ການທະຫານໃຫ້ແກ່ກະຊວງປ້ອງກັນປະເທດລາວ, ຊຸດທີ 5.

ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5
ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5
ສະຫາຍພົນຈັດຕະວາ, ຮຈ.ປອ ຫວູເກືອງກວ໊ຽດ ຫົວໜ້າ ວິທະຍາຄານຍຸດທະສາດປ້ອງກັນຊາດ
ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5
ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5
ຜູ້ຕາງໜ້າວິທະຍາຄານຍຸດທະສາດປ້ອງກັນຊາດ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ. ພາບ: ຕູແອງ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດ​, ສະຫາຍພົນຈັດຕະວາ, ຮຈ.ປອ ຫວູເກືອງກວ໊ຽດ ຫົວໜ້າ ວິທະຍາຄານຍຸດທະສາດປ້ອງກັນຊາດ ຢັ້ງຢືນວ່າ ຊຸດຝຶກອົບຮົມດັ່ງ ກ່າວໄດ້ຈັດຂຶ້ນເປັນ ເວລາ 1 ເດືອນ ແນໃສ່ບໍາລຸງຄວາມຮູ້, ຍົກສູງລະດັບ ແລະ ວິທີການຄົ້ນຄວ້າໃຫ້ແກ່ນາຍທະຫານຄົ້ນຄວ້າຂັ້ນຍຸດທະສາດ ຂອງກອງທັບປະຊາຊົນລາວ.

ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະ ບັນດາ ອົງການ ຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ. ສະຫາຍພົນຈັດຕະວາ ຫວູເກືອງກວ໊ຽດ ຫວັງວ່າ ຜ່ານຊຸດຝຶກອົບຮົມຢູ່ຫວຽດນາມ, ບັນດານາຍທະຫານກອງທັບ ປະຊາຊົນລາວ ຈະນຳໃຊ້ບັນດາ​ບົດ​ຮຽນຄວາມຮູ້ທີ່ໄດ້ຄົ້ນຄວ້າ, ຮ່ຳຮຽນຢ່າງມີຫົວ ຄິດປະດິດສ້າງເພື່ອປະຕິບັດ ສຳເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

ສະຫາຍພັນໂທ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມ ວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າຊຸດຝຶກອົບຮົບແມ່ນໂອກາດທີ່ດີເພື່ອຮັບເອົາຄວາມຮູ້ພື້ນຖານຂອງຍຸດທະສາດການທະຫານ, ພ້ອມທັງ ຢັ້ງຢືນວ່າ ຈະຕັ້ງໜ້າເສີມຂະຫຍາຍ ແລະ ນຳໃຊ້ບັນດາຄວາມຮູ້ທີ່ໄດ້ຮໍ່າຮຽນຢູ່ ຫວຽດນາມ ເຂົ້າໃນການປະຕິບັດວຽກ​ງານ​ຕົວ​ຈິງ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີ, ມິດຕະພາບສະໜິດຕິດ ພັນລະຫວ່າງສອງຊາດ ແລະ ກອງທັບສອງປະເທດ ຫວຽດນາມ-ລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.