ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ຈະສືບຕໍ່ແຕກດອກອອກຜົນ, ບັນລຸຜົນງານຫຼາຍຢ່າງ

15:13 | 06/09/2022

ໃນໄລຍະກວ່າ 60 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງໝັ້ນຄົງໜັກແໜ້ນ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸປະສິດທິຜົນ.

EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ
ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ວສື່ມວນຊົນກ່ຽວກັບສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2022). ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໃນໄລຍະກວ່າ 60 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງໝັ້ນຄົງໜັກແໜ້ນ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸປະສິດທິຜົນ. ການພົວພັນດ້ານການເມືອງ - ການຕ່າງປະເທດນັບມື້ນັບສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ, ເປັນປະຈຳໃນທຸກຊ່ອງທາງ; ມານະພະຍາຍາມຮັກສາ, ເສີມຂະຫຍາຍບັນດາກົນໄກຮ່ວມມື ແລະ ບັນດາຂໍ້ຕົກລົງຂັ້ນສູງ ແລະ ທຸກຂັ້ນຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ການຮ່ວມມືດ້ານເສດຖະກິດບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ 2 ຝ່າຍ. ວົງເງິນການຄ້າ 2 ສົ້ນໃນ 8 ເດືອນຕົ້ນປີ 2022 ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາ ແລະ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທັງ 2 ປະເທດ.

ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຖືວ່າ: ລາວ ແລະ ຫວຽດນາມ ຈະສືບຕໍ່ຈັບມືກັນຢ່າງແໜ້ນ, ພ້ອມກັນກ້າວຂຶ້ນ, ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງປັນບົດຮຽນ, ຄວາມຮູ້, ທັກສະໃຫ້ກັນ, ສ້າງເງື່ອນໄຂໃຫ້ແກ່ກັນເພື່ອພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ພ້ອມກັນຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ ເພື່ອຄວາມວັດທະນາຖາວອນ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.