ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວໃນດິນແດນຫວຽດ

14:00 | 14/09/2022

ຍສໝ - ໃນ​ຊຸມ​ປີ​ຕໍ່​ສູ້​ກູ້​ຊາດ ຮ່​ວມ​ທຸກ​ຮ່​ວມ​ສຸກ, ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ການ​ປະ​ຕິ​ວັດ ລາວ, ມີ​ສະ​ຫາຍ​ການ​ນຳ​ຂັ້​ນ​ສູງຫຼາຍ​ທ່ານ, ຫຼາຍ​ເຫດ​ການທີ່​ຍິ່ງ​ໃຫຍ່​ແຫ່ງ​ຊາດ​ຂອງ​ລາວ ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ຈັດ​ຕັ້ງ…ໃນ​ອ້ອມ​ແຂນ​ແຫ່ງ​ໄມຕີ​ຈິດ​ມິດ​ໃຈ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ແລະ​ບັນດາບ່ອນນີ້​ໄດ້ກາຍເປັນ​ອະ​ນຸ​ສອນ​ສະ​ຖານ​ປະຫວັດສາດທີ່​ສັກ​ກະ​ລະ​ບູ​ຊາ​ອັນ​ດີ​ງາມ.

ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ
ເປີດເຂດອະນຸສອນສະຖານ ສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ ເປີດເຂດອະນຸສອນສະຖານ ສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ

ບ້ານ​ລາວ​ໂຄ (ອຽນ​ເຈົາ, ເຊີນ​ລາ)

ວັນ​ທີ 14 ມິ​ຖຸ​ນາ ປີ 1948, ກອງ​ບັນ​ຊາການ​ໃຫຍ່, ກອງ​ບັນ​ຊາການ​ລະ​ຫວ່າງ​ເຂດເລກ​ທີ 10 ໄດ້​ວາງອອກ​ຄຳ​ສັ່ງ​ສ້າງ​ຕັ້ງ​ຄະ​ນະ​​ຕະ​ລຸມບອນ ລາວ - ເໜືອ ລວມ​ມີ 14 ຄົນ. ສະຫາຍ ​ໄກ​ສອນ ພົມ​ວິ​ຫານ​ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຫົວ​ໜ້າ​ຄະ​ນະ​ຕະ​ລຸມບອນ. ກອງ​ທັບ​ນັ້ນ​ໄດ້ຍ້າຍ​ມາ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ. ນັບ​ແຕ່​ນັ້ນ​ມາ, ການ​ປະ​ຕິ​ວັດ​ລາວ ໄດ້​ພັດ​ທະ​ນາ​ຮອດ​ເຂດ ລາ​ວ​ຮຸງ, ພຽງ​ສາ, ມອງ​ນຳ, ທ່າຫຼວງ, ແລ້ວ​ແຜ່​ຂະ​ຫຍາຍ​ໄປ​ຍັງ​ບັນ​ດາ​ແຂວງ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ລາວ. ຊຸມ​ວັນ​​ເຄື່ອນ​ໄຫວ​ທີ່ປິດລັບ ແລະ ລຳ​ບາກນັ້ນ, ສະ​ຫາຍ ​ໄກ​ສອນ ພົມ​ວິ​ຫານ ພ້ອມ​ກັບ​ບັນ​ດາ​ນັ​ກ​ຮົບ​ຄະ​ນະ​ຕະ​ລຸມບອນ ລາວ​ເໜືອ ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ ຈາກ​ພໍ່​ເຖົ້າ ຈ໊າງ​ລາວ​ໂຄ ພ້ອມ​ກັບ​ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້.

ຕາມ​​ການ​ເລົ່າ​ເລື່ອງ​ຂອງພໍ່​ເຖົ້າ ຈ໊າງ​ລາວ​ໂຄ , ລູກຊາຍ​ຂອງ​ພໍ່​ເຖົ້າ ເລົ່າ​ສູ່​ຟັງ​ວ່າ: ເມື່ອ​ສະ​ຫາຍ ໄກ​ສອນ​ ພົມ​ວິ​ຫານ ມາ​ຢູ່​ນຳ​ກັນ, ທັງ​ຄອບ​ຄົວ​ລ້ວນ​ແຕ່​ຮູ້​ສຶກ​ສຸດ​ຈິດ​ສຸດ​ໃຈ, ເບີກ​ບານ​ມ່ວນ​ຊື່ນ, ຖື​ສະ​ຫາຍ​ຄື​ພີ່​ນ້ອງ​​ດຽວ​ກັນ​ໃນ​ຄອບ​ຄົວ ແລະ ຍັງ​ຮັບ​ເປັນ​ອ້າຍ​ຮັກ. ເພື່ອ​ມີ​ບ່ອນ​ນອນ​, ພໍ່​ເຖົ້າ ຈ໊າງ​ລາວ​ໂຄ ຍັງ​ຕອກ​ຕຽງ​ນອນ​ດ້ວຍ​ຕົນ​ເອງໃຫ້​ສະ​ຫາຍ ​ໄກ​ສອນ ພົມ​ວິ​ຫານ ນອນ. ເພື່ອ​ຮັກ​ສາ​ຄວາມ​ລັບ​ນັ້ນ, ຄອບ​ຄົວ​ພໍ່​ເຖົ້າ​ຈ໊າງ ຕ້ອງພາ​ສະ​ຫາຍ ໄກ​ສອນ​ ພົມ​ວິ​ຫານ ມາ​ຢູ່​ຖ້ຳ​ເທິມ​ເມ, ຫ່າງ​ຈາກ​ຄອບ​ຄົວ​ປະ​ມານ 2 – 3 ກີ​ໂລ​ແມັດ ໄປຕາມທາງ​ປ່າ. ປະ​ມານ 2 – 3 ວັນ, ພໍ່​ເຖົ້າ ຈະ​ເອົາ​ຂອງ​ກິນ​ມາ​ໃຫ້​ອ້າຍ​​ຮັກ​ຄົນ​ນີ້ເທື່ອໜຶ່ງ.

ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວໃນດິນແດນຫວຽດ
ເຂດຮ່ອງຮອຍປະຕິວັດລາວໂຄ ຢູ່ ຕາແສງ ຟຽງຄວ່າຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ (ພາບ: ກວກແຄງ)

ປີ 1949, ມີເທື່ອ​ໜຶ່ງ ສະ​ຫາຍ ໄກ​ສອນ ພົມ​ວິ​ຫານ ໄດ້​ບອກ​ຜູ້​ຕິດ​ຕໍ່​ຄົນ​ໜຶ່ງ​ມາ​ເຮືອນ​ລົມ​ກັນ​ກັບ​ພໍ່​ຂອງຂ້າພະເຈົ້າ. ຫຼັງ​ຈາກ​ນັ້ນ, ພໍ່ຂ້າພະເຈົ້າໄດ້​ເອົາ​ເງິນ​30 ດົ່ງ (ເງິນຫົວໜາມ) ໃຫ້​​ຜູ້​ຕິດ​ຕໍ່​ຄົນ​ນັ້ນ. ເມື່ອ​ຜູ້​ຕິດ​ຕໍ່​ໄປ​ແລ້ວ, ພໍ່ຂ້າພະເຈົ້າ​ຈຶ່ງ​ລົມ​ນຳ​ຄອບ​ຄົວ​ວ່າ ຫາ​ກໍ່​ເອົາ​ເງິນ​ໃຫ້​ອ້າຍ​ຮັກ​ເພື່ອ​ຊື້​ອາ​ວຸດ. ພາຍຫຼັງ​ຊື້​ໄດ້​ອາ​ວຸດ, ສະ​ຫາຍ ໄກ​ສອນ ພົມ​ວິ​ຫານ ໄດ້​ຂຽນ​ໃບ​ຮັບເງິນ ສົ່ງ​ໃຫ້​ພໍ່ຂ້າພະເຈົ້າ ແລະ ຂອບ​ໃຈ​ຄອບ​ຄົວ​ທີ່​ໄດ້​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດ​ລາວ.

ວິວັດການເຄື່ອນໄຫວ ແລະ ຕິດພັນຂອງທ່ານປະທານ ໄກສອນ ພົມວິຫານ ຢູ່ ບ້ານລາວ​ໂຄ ໄດ້ຮັບການຈາລຶກຈາກລັດຖະບານ ຫວຽດນາມ ແລະ ກໍ່ສ້າງເປັນອານຸສອນສະຖານປະຕິວັດ. ເຂດອານຸສອນສະຖານດັ່ງກ່າວ ຕັ້ງຢູ່ໃນຮ່ອມພູ, ກາງປ່າດົງ ແລະ ແບ່ງອອກເປັນ 3 ເຂດຕົ້ນຕໍ. ເຂດທີ 1 ແມ່ນອານຸສອນສະຖານເກົ່າແກ່, ລວມມີພື້ນເຮືອນທັງໝົດຂອງຄອບຄົວທ່ານ ຈ໊າງ ລາວໂຄ ທີ່ອາໄສຢູ່ຕັ້ງແຕ່ຊຸມປີ 1930.

ເຂດທີ 2 ສ້າງໃນເນື້ອທີ່ 3.500 m2 ລວມມີ: ເຮືອນອະນຸສອນ; ແຜ່ນສິລາແນະນຳ; ເຮືອນວາງສະແດງ. ໃນນັ້ນ, ພົ້ນເດັ່ນແມ່ນອານຸສາວະລີ​ສັນ​ຍາ​ລັກ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ແນວ​ຄວາມ​ຄິດ​ຂອງອານຸສາວະລີ​ດອກ​ໄມ້​ມິດ​ຕະ​ພາບ​ທີ່ເກີດຢູ່​ເທິງ​ພູ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ອານຸສາວະລີ​ສັນ​ຍາ​ລັກ​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ເທິງ​ພູ​ສູງ 18 ແມັດ, ​ຖານ​ຮູບ​ຄື​ຄື້ນ​ຟອງ​ນໍ້າ​ທີ່​ມີ​ກີບ​ດອກ​ບົວ ​ແລະ ​ດອກ​ຈໍາ​ປາ. ເຂດທີ 3 ລວມມີບ້ານລາວໂຄ ທັງໝົດ ປະຈຸບັນມີເກືອບ 100 ຄອບຄົວຊົນເຜົ່າມົ້ງດຳລົງຊີວິດ.

​ເຂດຖານທີ່ໝັ້ນການ​ປະຕິວັດ ລາວ​ໂຄ ​ໃນ​ປະຈຸ​ບັນ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ​ທີ່​ພົ້ນ​ເດັ່ນ​ຂອງ​ເມືອງ​ອຽນ​ເຈົາ ເວົ້າສະເພາະ ​ແລະ ​ແຂວງ ເຊີນ​ລາ ເວົ້າ​ລວມ. ດ້ວຍ​ຄວາມ​ໝາຍ ​ແລະ ຄຸນຄ່າ​ປະຫວັດສາດ​ອັນ​ໃຫຍ່​ຫຼວງ, ປີ 2012, ​ເຂດອານຸສອນສະຖານ​ປະຫວັດສາດ​ການ​ປະຕິວັດ ຫວຽດນາມ - ລາວ ຢູ່​ບ້ານ​ລາວ​ໂຄ ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ຈັດ​ອັນ​ດັບ​ເປັນເຂດຮ່ອງຮອຍລະດັບ​​ຊາດ. ​ໃນ​ປີ 2022, ​ເຂດອານຸສອນສະຖານ​ດັ່ງກ່າວ​ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນເຂດຮ່ອງຮອຍລະດັບ​​ຊາດ.

​ອ່າງເກັບນ້ຳ (ຫໍ​ນ້ຳ​) ຟານທຽດ (ບິ່ງທ້ວນ)

​​ອ່າງເກັບນ້ຳ (ຫໍ​ນ້ຳ​) ຟານ​ທຽດ ຕັ້ງ​ຢູ່ຂ້າງ​ແມ່​ນ້ຳ ​ກາ​ຕີ ຖືກ​ສ້າງ​ຂຶ້ນ​ເກືອບ 90 ປີ​ກ່ອນ, ອອກ​ແບບ​ໂດຍ​ ສະເດັດເຈົ້າ​ສຸ​ພາ​ນຸ​ວົງ (ລາວ).

ສະຖານ​ທີ່​ກໍ່ສ້າງອ່າງເກັບ​ນ້ຳ​ ​ຕັ້ງ​ຢູ່​ດິນ​ຂອງ​ບ້ານ​ລອງ​ເຄ, ຝັ່ງ​ຊ້າຍ​ຂອງ​ແມ່​ນ້ຳ ກ​າ​ຕີ, ສູງ​ ແລະ ສະຫວາດສະເຫວີຍ, ຫ່າງ​ຈາກ​ ສະຖານ​ອັກ​ຄະ​ລັດ​ຖະ​ທູດ ປະ​ມານ 350 ແມັດ. ການອອກແບບອ່າງເກັບນ້ຳແມ່ນແຕ້ມໂດຍ ສະເດັດເຈົ້າສຸພານຸວົງ (ລາວ, ຄາວນັ້ນເປັນນັກສຶກສາຕ່າງປະເທດຢູ່ໂຮງຮຽນ Albert Sarraut ປະເທດຫວຽດນາມ), ໄດ້ຮັບການອະນຸມັດຈາກພະແນກໂຍທາທິການ ຮ່າໂນ້ຍ ແລະ ກິດຈະກຳໄດ້ນຳອອກປະມູນ.

ອ່າງເກັບນ້ຳສ້າງເປັນຮູບເສົາ 8 ຫຼ່ຽມ. ຄວາມສູງຈາກຖານເຖິງເທິງຂອງຈອມສຸດແມ່ນ 32 ແມັດ. ທັງ​ໝົດ​ແບ່ງ​ອອກ​ເປັນ 3 ສ່ວນ​ຄື: ​ໂຕເສົາອ່າງເກັບນ້ຳ, ຕົວຮອບອ່າງເກັບນ້ຳ ​ແລະ ​ຫຼັງ​ຄາ. ໂຕເສົາອ່າງເກັບນ້ຳ​ເປັນຮູບ 8 ຫຼ່ຽມ​, ແຕ່​ລະ​ດ້ານກວ້າງ 3,9 ແມັດ​, ຍິ່ງ​ສູງ​ຂຶ້ນ ຍິ່ງຈະ​ມີ​ຂະ​ຫນາດ​ນ້ອຍເຂົ້າ​. ເສັ້ນຜ່າສູນກາງຕີນຂອງອ່າງເກັບນ້ຳຍາວ 9 ແມັດ, ເສັ້ນອ້ອມຮອບ 31,2 ແມັດ, ເນື້ອທີ່ພື້ນແມ່ນ 73,4 ຕາແມັດ.

ຢູ່​ຕາມ​ບັນດາ​ດ້ານ​ຂອງ​ຕົວອ່າງເກັບນ້ຳຈາກ​ເທິງ​ລົງ​ລຸ່ມ, ມີ 5 ຊ່ອງ​ລະບາຍ​ອາກາດ​ປະດັບ​ປະດາ​ດ້ວຍ​ລວດລາຍຕົວອັກສອນ​ທີ່​ກົງ​ກັນ​ກັບ 5 ຄຳ ​ຄື: “​ຮີ໊”, “​ຟຸກ”, “​ເຖາະ”, “ກຽດ”, “ລົກ”. ຄວາມໝາຍແມ່ນອວຍພອນໄຊໃຫ້ທຸກຄົນຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ອາຍຸໝັ້ນຂວັນຍືນ, ກິນອີ່ມນຸ່ງອຸ່ນ. ສະເພາະຂ້າງດ້ານຕາເວັນຕົກຂອງປ່ອງລະບາຍອາກາດທີ່ມີຄໍາວ່າ "ລົກ" ຖືກປ່ຽນແທນດ້ວຍປະຕູເຫຼັກເພື່ອເຂົ້າອອກອ່າງເກັບນ້ຳ.

ສ່ວນຕົວຮອບ​ອ່າງ​ເກັບ​ນ້ຳ​ ກໍ່​ໄດ້​ຮັບ​ການ​ອອກ​ແບບ​ດ້ວຍ​ຮູບ​ຮ່າງ​ 8 ຫລ່ຽມ​ສູງ 5 ແມັດ, ເສັ້ນ​ຜ່າ​ສູນ​ກາງ 9 ແມັດ, ບັນ​ຈຸ​ນ້ຳ 350 ​ແມັດກ້ອນ. ອ້ອມຮອບຕົວອ່າງເກັບນ້ຳ ມີ 8 ຮອບວົງມົນ ປະດັບດ້ວຍເຄື່ອງປັ້ນດິນເຜົາ 4 ຕົວອັກສອນ U.E.P.T, ເຊິ່ງຫຍໍ້ມາຈາກພາສາຝຣັ່ງວ່າ "Usine des Eaux de ຟາ​ນ​ທຽດ" (ຫມາຍຄວາມວ່າ ໂຮງງານຜະລິດນ້ໍາ ຟານ​ທຽດ). ດ້ວຍຈຸດພິເສດເປັນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່ສູງ ສະນັ້ນອ່າງເກັບນ້ຳນີ້ ​ຍັງ​ຖືກ​ນຳ​ໃຊ້​ຄືເປັນ​ເສົາ​ທຸງ.

ດ້ວຍ​ອາຍຸ​ກວ່າ 90 ປີ, ອ່າງເກັບ​ນ້ຳ ຟານ​ທຽດ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ກາຕີ, ສ້າງ​ເປັນຄວາມ​ງາມດ່ັງໃນຝັນ​ໃຫ້​ນະຄອນ, “ເປັນ​ສັກຂີ​ພິຍານ” ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ຂອງ​ນະຄອນ​ທີ່​ສວຍ​ງາມ​ນີ້.

ບ້ານງອຍ - ດ໊າບ່ານ (ຕວຽນກວາງ)

ປະຈຸ​ບັນ, ຕາ​ແສງ​ໝີ໊​ບັງ ​ມີ 25 ບ້ານ, ດ້ວຍ 3.217 ຄອບຄົວ, ມີ 7 ຊົນ​ເຜົ່າ​ດຳລົງ​ຊີວິດ. ວັນ​ທີ 13 ສິງຫາ 1950, ຢູ່​ເມືອງ​ໝີ໊​ບັງ, ກອງ​ປະຊຸມ​ໃຫຍ່ທົ່ວປະເທດ​ແນວ​​​ລາວ​ຕໍ່ຕ້ານ ໄດ້​ໄຂ​ຂຶ້ນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ 100 ກວ່າ​ຄົນ​ຕາງໜ້າໃຫ້​ປະຊາຊົນ​ບັນດາ​ເຜົ່າ​ລາວ. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ລັດຖະບານ​ຕໍ່ຕ້ານ​ລາວ​ທີ່​ນຳພາ​ໂດຍສະເດັດ​ເຈົ້າ​ສຸພານຸວົງ ​ເປັນ​ນາຍົກລັດຖະມົນຕີ; ສະຫາຍ ໄກສອນ ພົມວິຫານ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ (ຕໍ່ມາເປັນເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ) ແລະ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງແນວລາວອິດສະຫຼະ.

ຢູ່ທີ່ນີ້, ແຕ່ທ້າຍປີ 1950 ຫາ ກາງປີ 1951, ສະເດັດເຈົ້າສຸພານຸວົງ, ນາຍົກລັດຖະມົນຕີ ລັດຖະບານ ຕໍ່ຕ້ານລາວ, ປະທານແນວລາວອິດສະຫຼະ ແລະ ພະນັກງານປະຕິວັດລາວ ໄດ້ດຳລົງຊີວິດ ແລະ ເຮັດວຽກ. ແຕ່ລະແຖວຂອງຕົ້ນໄມ້ ແລະ ກ້ອນຫີນຢູ່ທີ່ນີ້ ລ້ວນແຕ່ບັນທຶກບາດກ້າວຂອງບັນດາສະຫາຍ ແລະ ອ້າຍນ້ອງ.

ເດືອນ ທັນວາ ປີ 1950, ປະທານ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາສະຫາຍໃນຄະນະລັດຖະບານ ຕໍ່ຕ້ານລາວ, ເປັນຂີດໝາຍອັນສຳຄັນໃນສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ.

​ໃນ​ໄລຍະເຄື່ອນໄຫວ​ຢູ່​ທີ່​ນີ້, ສະເດັດເຈົ້າ​ສຸພານຸວົງ ​ແລະ ພະນັກງານ​ປະຕິວັດ​ ກໍໄປຢື້​ຢາມຖາມຂ່າວພໍ່ແມ່​ພີ່ນ້ອງຢູ່​ອ້ອມ​ແອ້ມເຂດຄ້າຍ​ທະຫານເປັນປະຈຳ. ຄະ​ນະ​ໄດ້ຈັດຕັ້ງການ​ສະ​ເຫຼີມ​ສະ​ຫຼອງ​ບຸນປີໃໝ່​ຕາມ​ປະ​ເພ​ນີ​ຂອງ​ຫວຽດ​ນາມ (ເຕັດຫວຽດ) ແລະ ໄປ​ອວຍ​ພອນ​ປີ​ໃຫມ່​ປະ​ຊາ​ຊົນທ້ອງຖິ່ນ, ຢາຍອັງເປົາໃຫ້ບັນດາຫຼານ​ນ້ອຍ​ຢູ່ອ້ອມບ້ານ​ດ໊າບ່ານ.

ປີ 1991 ບ້ານ​ງອຍ - ​ດ໊າບ່ານ ​ໄດ້​ຮັບ​ການ​ຮັບ​ຮູ້​ເປັນ​ເຂດຮ່ອງຮອຍ​ປະ​ຫວັດ​ສາດ - ວັດທະນະທຳ​ລະດັບ​​ຊາດ. ເນີນພູໂຖ໊ ຢູ່ບ້ານງອຍ (ບ່ອນເຮັດວຽກຂອງສະເດັດເຈົ້າສຸພານຸວົງ) ໄດ້ຮັບການປ່ຽນຊື່ເປັນພູເຈົ້າຊາຍ ເພື່ອເປັນການລະນຶກເຖິງຊຸມເດືອນປີຄວາມຜູກພັນທີ່ຊື່ສັດບໍລິສຸດເຫຼົ່ານັ້ນ.

ຄຳຮຸ່ງ

ເຫດການ