ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນແຫ່ງລາຊະອານາຈັກກຳປູເຈຍ

06:30 | 07/09/2022

ຕອນບ່າຍວັນທີ 6 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເຈົ້າຄອງ ນະຄອນຫຼວງພະນົມເປັນ Penh Khuong Sreng ນໍາໜ້າຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບລັດຖະມົນຕີກະຊວງການເງິນ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບລັດຖະມົນຕີກະຊວງການເງິນ ລາວ
ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານເຈົ້າຄອງ ນະຄອນຫຼວງພະນົມເປັນ Penh Khuong Sreng
ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານເຈົ້າຄອງ ນະຄອນຫຼວງພະນົມເປັນ Penh Khuong Sreng

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຖານ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງຍາວນານ” ກັບ ກຳປູເຈຍ ຜ່ານທຸກຊ່ອງທາງຂອງພັກ, ລັດຖະບານ. ແລະສະພາແຫ່ງຊາດ; ຍາມໃດກໍຮັບຮູ້ເຖິງການປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ ແມ່ນໜຶ່ງໃນບັນດາໜ້າທີ່ຍຸດທະສາດ, ມີຄວາມໝາຍສຳຄັນຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ສອງນະຄອນຫຼວງສືບຕໍ່ແລກປ່ຽນ, ເຫັນດີເປັນເອກະພາບ ແລະ ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນ, ການເຄື່ອນໄຫວຮ່ວມມື, ແບ່ງປັນບົດຮຽນໃນຫຼາຍຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ; ຫວັງວ່າເຈົ້າຄອງນະຄອນຫຼວງພະນົມເປັນຈະເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ຊາວຫວຽດນາມ ອາໄສ ແລະ ເຮັດວຽກຢູ່ ກຳປູເຈຍ.

vovworld.vn

ເຫດການ
302 Found

Found

The document has moved here.