ລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຢູ່ແຂວງດົ່ງນາຍ

07:55 | 10/10/2022

ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ແລະສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ແຂວງດົ່ງນາຍ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຢູ່ແຂວງດົ່ງນາຍ ປີ 2022.

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ຫວຽດນາມ ປາດຖະໜາພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ ຫວຽດນາມ ປາດຖະໜາພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ
ທ່ານ Kusaka Masatoshi ຮອງຫົວໜ້າກົງສູນໃຫຍ່ຍີ່ປຸ່ນ ປະຈໍາ ນະຄອນໂຮ່ຈີມິນ ມອບລາງວັນງານປະກວດແຕ້ມພາບດ້ວຍຫົວຂໍ້ “ເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ຍີ່ປຸ່ນ”. ພາບ: baodongnai.com.vn.
ທ່ານ Kusaka Masatoshi ຮອງຫົວໜ້າກົງສູນໃຫຍ່ຍີ່ປຸ່ນ ປະຈໍາ ນະຄອນໂຮ່ຈີມິນ ມອບລາງວັນງານປະກວດແຕ້ມພາບດ້ວຍຫົວຂໍ້ “ເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ຍີ່ປຸ່ນ”. ພາບ: baodongnai.com.vn.

ເຂົ້າຮ່ວມລາຍການມີຜູ້ຕາງໜ້າການນໍາແຂວງດົ່ງນາຍ ແລະທ່ານ Kusaka Masatoshi ຮອງຫົວໜ້າກົງສູນໃຫຍ່ຍີ່ປຸ່ນ ປະຈໍານະຄອນໂຮ່ຈີມິນ. ລາຍການໄດ້ດໍາເນີນການເຄື່ອນໄຫວຕ່າງໆ, ຄື: ໄປຢ້ຽມຢາມປູຊະນີຍະສະຖານວັນໝຽວເຈີ໊ນບຽນ, ລາຍການພົບປະແລກປ່ຽນດົນຕີ ຫວຽດນາມ-ຍີ່ປຸ່ນ; ວາງສະແດງຮູບພາບ ແລະປຶ້ມທີ່ແນະນໍາກ່ຽວກັບວັດທະນະທໍາສອງປະເທດ... ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບ 22 ລາງວັນ ໃຫ້ແກ່ນັກຮຽນທີ່ເຂົ້າຮ່ວມງານປະກວດແຕ້ມພາບດ້ວຍຫົວຂໍ້ “ເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ຍີ່ປຸ່ນ”.

ປີ 2016, ສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ແຂວງດົ່ງນາຍ ໄດ້ຮັບການສ້າງຕັ້ງ, ສວມບົດບາດເປັນຂົວເຊື່ອມຕໍ່ສາຍພົວພັນມິດຕະພາບລະຫວ່າງປະຊາຊົນແຂວດົ່ງນາຍ ກັບປະຊາຊົນຍີປຸ່ນ; ເຊື່ອມຕໍ່ວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນຢູ່ແຂວງດົ່ງນາຍ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ