ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022

07:46 | 03/10/2022

ຍ​ສ​ໝ - ອາ​ທິດ​ຜ່ານ​ມາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ 2022. ສະມາຄົມວິຈິດສິນ 2 ປະເທດ ໄດ້ສົມທົບກັນຈັດຕັ້ງລາຍການ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບພາບ​ພົດຂອງ​ປະ​ເທດຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.

10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022 10 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ VIETNAM DAIRY 2022
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022
ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022

ເຂົ້າຮ່ວມງານວາງສະແດງມີເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ, ທ່ານ ຫງວຽນບ໋າຮຸ່ງ; ປະທານ​ສະ​ມາ​ຄົມ​ວິຈິດ​ສິນ​ຫວຽດ​ນາມ, ທ່ານ ເລືອງ​ຊວນ​ດວ່ານ; ຮອງ​ຫົວໜ້າ​ສູນ​ວັດທະນະທຳ ຫວຽດນາມ ປະຈຳ ລາວ, ທ່ານ ຫງວຽນ​ຟຸກ​ຊິງ; ປະທານສະມາຄົມວິຈິດສິນລາວ, ທ່ານ ໄມສີງ ຈັນບຸດດີ ພ້ອມ​ກັບນັກຈິດ​ຕະ​ກອນ​ເປັນ​ຈຳ​ນວນຫຼວງຫຼາຍ​ທີ່​ມາ​ຈາກສອງ​ປະ​ເທດ.

ງານ​ວາງ​ສະ​ແດງ​ໄດ້ວາງ​ສະ​ແດງ​ຜົນ​ງານ​ກວ່າ 100 ຢ່າງ ເຊິ່ງ​ແມ່ນອາຫານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ນັກຈິດ​ຕະ​ກອນຂອງ​ສອງ​ປະ​ເທດ. ບັນດາ​ຜົນງານ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຍົກ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ສອງ​ປະ​ເທດທີ່​ພວມ​ພັດທະນາ​ອີກ​ດ້ວຍ.

ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022
ທ່ານ ຫງວຽນບ໋າຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ
ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022
ະທານ​ສະ​ມາ​ຄົມ​ວິຈິດ​ສິນ​ຫວຽດ​ນາມ, ທ່ານ ເລືອງ​ຊວນ​ດວ່ານ
ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022

ກ່າວ​ຄຳ​ເຫັນ​ທີ່​ງານ​ວາງສະ​ແດງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ​ໃຫ້​ຮູ້​ວ່າ: ບັນດາ​ຜົນງານ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ສວຍ​ງາມທາງ​ດ້ານ​ຈິດ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ງາມ​ທາງ​ດ້ານ​ສິ​ລະ​ປະ, ວິ​ຈິດ​ສິນ​ອີກ​ດ້ວຍ. ງານວາງສະແດງແກ່ຍາວເຖິງວັນທີ 3 ຕຸລາ 2022.

ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022

ທີ່​ງານ​ວາງສະ​ແດງ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຫຼຽນກາທີ່ລະນຶກ “​ເພື່ອ​​ພາ​ລະ​ກິດ​ວິຈິດ​ສິນ​ຫວຽດນາມ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ, ທ່ານ ຫງວຽນ​ຟູກ​ຊິງ ຮອງ​ຜູ້​ອຳ​ນວຍ​ການ​ສູນ​​ວັດທະນະທຳ ຫວຽດນາມ ປະຈຳ ລາວ ແລະ ທ່ານ ຄຳສຸກ ແກ້ວວົງໄຊ, ຫົວໜ້າສະຖາບັນວິຈິດສິນແຫ່ງຊາດລາວ ຍ້ອນມີການປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານວິຈິດສິນຫວຽດນາມ.

ງານ​ວາງສະ​ແດງ​​ວິ​ຈິດ​ສິນ​ຫວຽດນາມ - ລາວ ​ໃນ​ປີ 2022

ບຸນ​ຄົງ

ເຫດການ
302 Found

Found

The document has moved here.