ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ

08:33 | 06/05/2024

ຍສໝ - ທີ່​ກອງ​ປະ​ຊຸມສະພາລັດ​ຖະ​ມົນ​ຕີ OECD (MCM) ປີ 2024, ທ່ານ​ລັດ​ຖະ​ມົນ​ຕີການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້​ແບ່ງ​ປັນ​ທິດ​ທາງ ແລະ ແນວ​ຄິດ​ພັດ​ທະ​ນາຂອງ​ຫວຽດ​ນາມ. ທ່ານ​​ເນັ້ນ​ໜັກ​ວ່າ ຫວຽດນາມ ບໍ່​ໄດ້​ເຕີບ​ໂຕ​ດ້ວຍການແລກດ້ວຍທຸກຢ່າງ, ຍາມໃດກໍ່ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ ແລະ ​ເປົ້າ​ໝາຍ​ຂອງການພັດທະນາ.

5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ 5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ
ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື ແລະ ພັດທະນາດ້ານ​ເສດຖະກິດ (OECD) Mathias Cormann ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida, ນັບແຕ່​ວັນ​ທີ 2-3 ພຶດສະພາ 2024, ຢູ່​ນະຄອນຫຼວງ Paris, ຟຣັ່ງ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍແທງເຊີນ ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສະພາລັດ​ຖະ​ມົນ​ຕີ OECD (MCM) ປີ 2024 ແລະ ບາງການເຄື່ອນໄຫວຢູ່ ຟຣັ່ງ.

ກອງ​ປະ​ຊຸມ MCM ປີ​ນີ້ໂດຍ ຍີ່​ປຸ່ນ​ເປັນ ປະທານ, ມີຫົວ​ຂໍ້ "ພ້ອມກັນສ້າງ​ສັນການ​ປ່ຽນ​ແປງ​: ນຳໜ້າການ​ປຶກສາຫາລື​ທົ່ວ​ໂລກ ​ດ້ວຍວິທີສຳຜັດຢ່າງພາວະວິໄສ ແລະ ເປັນໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ ເພື່ອເປົ້າໝາຍການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ກວມລວມ".

ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ທີ່​ສຸດ​ຂອງ OECD ​ໃນ​ປີ 2024 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ບັນດາ​ປະ​ເທດ​ສະມາຊິກ OECD ​ແລະ ປະ​ເທດ​ແຂກ​ຖືກ​ເຊີນຈຳນວນໜຶ່ງ.

ກອງ​ປະ​ຊຸມ ​ໄດ້​ປະ​ກາດ​ບົດ​ລາຍ​ງານແງ່ຫວັງ​ເສດ​ຖະ​ກິດ​ທົ່ວໂລກ​ປີ 2024. ຕາມ​ນັ້ນ​ແລ້ວ, OECD ໃຫ້​ຂໍ້ສັງເກດວ່າ ເສດ​ຖະ​ກິດ​ທົ່ວ​ໂລກ ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແຕ່​ການ​ເຕີບ​ໂຕຍັ​ງຢູ່ລະດັບທຳມະດາ (ຮັກ​ສາ​ໄວ້ 3,1% ໃນ​ປີ 2024, ທຽບ​ໃສ່​ປີ 2023 ແລະ ເພີ່ມ​ຂຶ້ນ 3,2% ໃນ​ປີ 2025). ເສດຖະກິດຂອງ ອາເມລີກາ ແລະ ບັນດາປະເທດທີ່ພົ້ນເດັ່ນຂື້ນໃໝ່ ແມ່ນຫົວຈັກການເຕີບໂຕທົ່ວໂລກ. ເງິນເຟີ້​ຫຼຸດ​ລົງ​ໄວ​ກວ່າ​ທີ່​ຄາດ​ໄວ້, ຄວາມ​ໝັ້ນ​ໃຈ​ຂອງ​ພາກ​ເອກະ​ຊົນໄດ້ດີ​ຂຶ້ນ, ອັດຕາ​ຄົນ​ຫວ່າງ​ງານ​ຕ່ຳ, ການ​ຄ້າ​ເຕີບ​ໂຕຕາມທິດຕັ້ງໜ້າ...

ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ

ທ່ານ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ ແລະ ພັດທະນາ​ເສດຖະກິດ (OECD) Mathias Cormann ກ່າວ​ຄຳປາໄສທີ່​ພິທີ​ເປີດ (ພາບ: ແອງຕ໋ວນ/VOV-Paris).

ນອກ​ນີ້, ​ເສດຖະກິດ​ທົ່ວ​ໂລກ ​ຍັງໄດ້ຮັບຜົນ​ກະທົບ​ຈາກ​ບັນຫາຄວາມ​ສ່ຽງ​ຫຼາຍ​ຢ່າງ​ກັບ​ຜົນ​ກະທົບ​ຈາກບັນດາ​ບັນຫາກ່ຽວກັບ​ພູມ​ສາດ​ການ​ເມືອງ (​ການ​ປະ​ທະ​ກັນ​ຢູ່ ອູແກຣນ, ຕາ​ເວັນ​ອອກ​ກາງ...), ຂອງນະໂຍບາຍການ​ເງິນ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່, ຄວາມສ່ຽງດ້ານ​ການ​ເງິນ ​ແລະ ບັນຫາ​ໜີ້ສິນ...

ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ ເພື່ອສ້າງ​ພື້ນຖານ​ເສດຖະກິດ, ສັງຄົມ​ແບບ​ຍືນ​ຍົງ ແລະ ກວມລວມ, ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ​ທົ່ວ​ໂລກຢ່າງເສລີພາບ, ຍຸຕິທຳ, ປັບປຸງບັນດາ​ພື້ນຖານ​ເສດຖະກິດ​ທີ່​ໝັ້ນຄົງ, ສ້າງຄວາມເຂັ້ມແຂງດ້ວຍຕົນ​ເອງ, ຊຸກຍູ້​ການ​ຫັນ​ເປັນ​ເສດຖະກິດການປ່ອຍອາຍພິດໜ້ອຍ, ໝູນວຽນ ແລະ ສະດວກໃຫ້ແກ່ທໍາມະຊາດ, ຍູ້ແຮງການໜູນໃຊ້ AI, ປະສານງານການຄຸ້ມຄອງຂໍ້ມູນທົ່ວໂລກ...

ໂດຍສະແດງຄວາມຊົມເຊີຍ ອາກຊັງຕິນ ແລະ ອິນໂດເນເຊຍ ໃນການເລີ່ມຕົ້ນຂະບວນການເຈລະຈາເພື່ອເຂົ້າເປັນສະມາຊິກ OECD, ບັນດາປະເທດ ໄດ້ຕີລາຄາສູງນະໂຍບາຍການຂະຫຍາຍສະມາຊິກຂອງ OECD ດ້ວຍການຮັບບັນດາປະເທດທີ່ພວມພັດທະນາເຂົ້າເປັນສະມາຊິກໃນຊຸມປີມໍ່ໆມານີ້, ຊ່ວຍໃຫ້ການປະຕິບັດພາລະກິດຂອງ OECD ດີຂຶ້ນໃນຂອບເຂດທົ່ວໂລກ. ບັນດາ​ປະ​ເທດ OECD ຢືນຢັນ​ ຖືບົດບາດ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ການ​ປະກອບສ່ວນ​ຂອງ​ໂຄງການ SEARP ​ໃນ​ການ​ນຳ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ OECD ​ຫຍັບເຂົ້າ​ໃກ້​ກັນເປັນສຳຄັນ.

ໂດຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ ຫວຽດນາມ ບູຍແທງເຊີນ ​ໄດ້​ມີບົດ​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ 2 ບົດທີ່​ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຄງການ SEARP ​ແລະ ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳອິດ.

ທີ່ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຄງການ SEARP, ທ່ານ​ລັດຖະມົນຕີ ຫວຽດນາມ ບູຍແທງເຊີນ ໄດ້ຕີ​ລາຄາ​ສູງ​ວິ​ໄສ​ທັດ​ຂອງ ຍີ່​ປຸ່ນ ​ເມື່ອ​ລິ​ເລີ່ມ​ສ້າງ​ຕັ້ງ​ໂຄງການ SEARP. ພາຍຫຼັງ 10 ປີ, ໂຄງການ SEARP ໄດ້ກາຍເປັນໂຄງການພາກພື້ນທີ່ປະສົບຜົນສຳເລັດທີ່ສຸດຂອງ OECD ດ້ວຍຜົນສຳເລັດອັນພົ້ນເດັ່ນຫຼາຍຢ່າງ, ໃນນັ້ນ ມີອິນໂດເນເຊຍ ແລະ ໄທ ໄດ້ສະໝັກເຂົ້າຮ່ວມ OECD. ດ້ວຍທີ່ຕັ້ງຍຸດ​ທະ​ສາດ​ທີ່​ສຳຄັນ ​ແລະ ບັນດາພື້ນຖານເສດທະກິດທີ່ພວມ​ພັດທະນາຢ່າງຂະຫຍັນຂັນເຄື່ອນ, ບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ນັບມື້ນັບຈະມີ​ບົດບາດ​ສຳຄັນ​​ໃນ​ການ​ປະກອບສ່ວນເຂົ້າໃນການ​ເຕີບ​ໂຕ ​ແລະ ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດທະນາທົ່ວໂລກ.

ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍ​ແທງ​ເຊີນ ກ່າວຄຳປາໄສທີ່ພິທີສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຄງການ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ OECD. ພາບ: TTXVN.

ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳອິດຂອງກອງ​ປະຊຸມ​ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງພື້ນຖານ​ເສດຖະກິດ ​ແລະ ສັງຄົມ​ແບບກວມລວມ ​ແລະ ຍືນ​ຍົງ”, ທ່ານ​ລັດຖະມົນຕີ ຫວຽດນາມ ບູຍແທງເຊີນ ໄດ້​ແບ່ງປັນ​ທິດທາງ ​ແລະ ຈິນຕະນາການພັດທະນາ​ຂອງ​ຫວຽດນາມ.

ທ່ານ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າ ບໍ່ແມ່ນວ່າ ຫວຽດນາມ ຈະເຮັດທຸກສິ່ງທຸກຢ່າງເພື່ອການເຕີບໂຕ, ແຕ່ຍາມໃດກໍ່ຖືມະນຸດເປັນໃຈກາງ, ອັດຕະພາບ ແລະ ​ເປົ້າ​ໝາຍ​ຂອງການພັດທະນາ.

ທ່ານ​ລັດຖະມົນຕີ​ສະ​ເໜີ​ໃຫ້ OECD ເປັນ​ຜູ້​ນໍາ​ໜ້າໃນການ​ຊຸກຍູ້​ການ​ຮ່ວມ​ມື​ທົ່ວ​ໂລກ, ລະອຽດ:

ທີ່ໜຶ່ງ, ສ້າງລະບົບນິເວດທົ່ວໂລກທີ່ມີຫົວຄິດປະດິດສ້າງນຳໃຊ້ທີ່ດີໃນສອງທ່າອ່ຽງ ຄຽງຄູ່ກັນແມ່ນການຫັນປ່ຽນສີຂຽວ ແລະ ດິຈິຕອນ, ສຸມໃສ່ການນະວັດຕະກຳ, AI ແລະ ການຫັນປ່ຽນພະລັງງານທີ່ຍຸດຕິທຳ.

ທີ​ສອງ, ສ້າງ​ກົນ​ໄກແບ່ງປັນປະສົບ​ການ ​ແລະ ສ້າງ​ກຳລັງຄວາມ​ສາມາດ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດເສີມຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ມະນຸດສະທຳໄດ້ຫຼາຍທີ່ສຸດ, ລຸລ່ວງບັນດາກຳລັງຜັກດັນການ​ເຕີບ​ໂຕ​ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງແບບກວມລວມ.

ທີ​ສາມ, ຊຸກຍູ້​ບັນດາ​ປະ​ເທດ OEC ໜຸນຊ່ວຍ​ດ້ານ​ການ​ເງິນ, ເຕັກນິກ, ເຕັກ​ໂນ​ໂລ​ຢີ​​ໃຫ້​ບັນດາ​ປະ​ເທດ​ທີ່​ບໍ່​ແມ່ນ OECD ຜັນຂະຫຍາຍບັນດາ​ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ, ​ພິເສດ​ແມ່ນກ່ຽວກັບມະນຸດ, ພື້ນຖານ​ໂຄງ​ລ່າງ ​ແລະ ລະບອບລະບຽບການ.

ໃນ​ຂອບ​ເຂດ​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ກໍ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ອື່ນໆ, ລວມມີການ​ໂອ້​ລົມ​ສົນທະນາຂັ້ນ​ລັດຖະມົນຕີ​ຂອງ​ເວທີ​ປາ​ໄສ​ກ່ຽວ​ກັບບັນດາ​ວິທີ​ການ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ກາກ​ບອນ (IFCMA) ​ແລະ ​ເຫດການ “ມຸ່ງ​ໄປ​ເຖິງ​ການ​ຄຸ້ມ​ຄອງ AI ທີ່​ປອດ​ໄພ, ​ໝັ້ນຄົງ ​ແລະ ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ: ຊຸກຍູ້ການບໍລິຫານ AI ​ໃນ​ທົ່ວ​ໂລກ ແລະ ກວມລວມ".

ມິງດຶກ

ເຫດການ