ຍສໝ - ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສິງກະໂປ ໄດ້ອ້າງອີງຕາມໜັງສືພິມ The Strait Times ໂດຍໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວ ສິງກະໂປ, ເຊິ່ງສະແດງອອກໂດຍຜ່ານລະດັບຄວາມສົນໃຈຢ່າງແຂງແຮງໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ກໍ່ຄືການເຕີບໂຕຢ່າງໜ້າສົນໃຈຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້.
ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.
ຍສໝ - ນັບແຕ່ເດືອນເມສາ 2026, ນະຄອນ ດານັງ ໄດ້ຟື້ນຟູ ແລະ ຂະຫຍາຍບັນດາສາຍການບິນສາກົນຈາກ ລັດເຊຍ ແລະ ເຂດປະຊາຄົມບັນດາປະເທດເອກະລາດ (CIS) ຢ່າງເປັນທາງການ, ສ້າງແຮງຜັກດັນທີ່ສຳຄັນເພື່ອຊຸກຍູ້ການຟື້ນຕົວ ແລະ ການເຕີບໂຕຂອງຂະແໜງທ່ອງທ່ຽວ. ດ້ວຍບັນດາໂຄງການກະຕຸ້ນຄວາມຕ້ອງການຢ່າງຫຼວງຫຼາຍ, ບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ແລະ ຍຸດທະສາດການພັດທະນາແບບຄົບຊຸດ, ນະຄອນແຄມທະເລພາກກາງແຫ່ງນີ້ ພວມມຸ່ງໄປສູ່ເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ເກືອບ 20 ລ້ານເທື່ອຄົນໃນປີ 2026, ຢືນຢັນບົດບາດເປັນຈຸດໝາຍປາຍທາງຊັ້ນນຳຂອງພາກພື້ນ.
ຍສໝ - ຮ່າໂນ້ຍ - ສະຖານທີ່ແຫ່ງການປະສານສົມທົບລະຫວ່າງຄວາມເກົ່າແກ່ທີ່ສະຫງ່າງາມ ແລະ ຈັງຫວະຊີວິດທີ່ທັນສະໄໝ ຫາກໍ່ໄດ້ຮັບການຈັດອັນດັບຈາກວາລະສານ Time Out (ອັງກິດ) ໃຫ້ຢູ່ອັນດັບທີ 25 ໃນບັນຊີລາຍຊື່ 50 ນະຄອນທີ່ມີຄວາມໜ້າສົນໃຈທີ່ສຸດໃນໂລກ ເພື່ອດຳລົງຊີວິດ ແລະ ຄົ້ນຫາໃນປີ 2026, ຜ່ານນັ້ນກໍ່ສືບຕໍ່ຢືນຢັນເຖິງແຮງດຶງດູດທີ່ນັບມື້ນັບເພີ່ມຂຶ້ນຂອງນະຄອນຫຼວງ ຫວຽດນາມ ຢູ່ເທິງແຜນທີ່ການທ່ອງທ່ຽວໂລກ.
ຍສໝ - ງານວາງສະແດງການທ່ອງທ່ຽວ ແລະ ການພັກຜ່ອນ ຄັ້ງທີ 29 ໄດ້ດຳເນີນໄປຢ່າງຟົດຟື້ນໃນໄລຍະສອງວັນພັກທ້າຍອາທິດທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ສະຖານທູດຫວຽດນາມ, ຜູ້ຕາງໜ້າບັນດາອົງການການທູດ, ວິສາຫະກິດການທ່ອງທ່ຽວ, ສາຍການບິນ ພ້ອມດ້ວຍຫຼາຍພາກສ່ວນສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະ ສາກົນ.
ຍສໝ - ໃນຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ງານມະຫາກຳການທ່ອງທ່ຽວສາກົນ VITM 2026 ໄດ້ປິດລົງ, ອັດສາກ 4 ວັນແຫ່ງການເຄື່ອນໄຫວຢ່າງຄຶກຄື້ນ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ ກ່ຽວກັບການສົ່ງເສີມ, ການເຊື່ອມຕໍ່ຕະຫຼາດ ແລະ ການກຳນົດທິດທາງທ່າອ່ຽງການພັດທະນາໃໝ່ຂອງຂະແໜງການທ່ອງທ່ຽວ.
ຍສໝ - ທຸກໆປີໃນເດືອນສາມຕາມປະຕິທິນຈັນທະຄະຕິ, ກະແສມວນຊົນຈາກທຸກສາລະທິດຂອງປະເທດຊາດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ຕ່າງກໍ່ພາກັນມຸ່ງໜ້າສູ່ເຂດປູຊະນີຍະສະຖານປະຫວັດສາດ ວັດຮຸ່ງ, ເຊິ່ງເປັນສະຖານທີ່ເຕົ້າໂຮມຈິດວິນຍານອັນສັກສິດຂອງຊາດ ຫວຽດນາມ.
ຍສໝ - ໃນວັນທີ 12 ເມສາ, ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM 2026 ໄດ້ອັດລົງຢ່າງເປັນທາງການ. ພາຍຫຼັງການຈັດຕັ້ງມາເປັນເວລາ 4 ວັນ (9-12/4/2026), ຄາດຄະເນວ່າມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ໄດ້ເຂົ້າມາທ່ຽວຊົມ, ທົດລອງປະສົບການ ແລະ ຊື້ເຄື່ອງຢູ່ພາຍໃນງານ. ຕາມການສຳຫຼວດແບບໄວ ຈາກບັນດາຫົວໜ່ວຍທີ່ເຂົ້າຮ່ວມງານຕະຫຼາດນັດ, ລາຍຮັບຈາກການຂາຍຜະລິດຕະພັນການທ່ອງທ່ຽວ ບັນລຸໄດ້ຫຼາຍກວ່າ 195 ຕື້ດົ່ງ; 95% ຂອງບັນດາວິສາຫະກິດ ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ໃນການເຂົ້າຮ່ວມງານ, ໃນນັ້ນມີ 8,2% ແມ່ນບັນລຸເກີນຄາດໝາຍ; ແລະ ຫຼາຍກວ່າ 92% ມີຄວາມເພິ່ງພໍໃຈຕໍ່ກັບບັນດາກິດຈະກຳຕ່າງໆພາຍໃນງານຕະຫຼາດນັດຄັ້ງນີ້.
ຍສໝ - ໃນວັນທີ 9 ເມສາ ນີ້, ຢູ່ຮ່າໂນ້ຍ, ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີໄຂແຜນງານ ເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ (B2B). ນີ້ແມ່ນເຫດການທີ່ສຳຄັນ ໃນບັນດາກິດຈະກຳຂອງ ງານຕະຫຼາດນັດການທ່ອງທ່ຽວສາກົນ VITM 2026 - ງານຕະຫຼາດນັດການທ່ອງທ່ຽວສາກົນ ຄັ້ງທີ 15 ໂດຍແມ່ນ ສະມາຄົມການທ່ອງທ່ຽວ ຫວຽດນາມ ເປັນຜູ້ຈັດຕັ້ງຂຶ້ນ.
ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ.
ຍສໝ - ຮຶງອຽນ – ນິງບິ່ງ – ກ່າເມົາ ແມ່ນບັນດາແຂວງທີ່ມີທ່າແຮງ ແລະ ຂໍ້ໄດ້ປຽບທີ່ອຸດົມສົມບູນ ທາງດ້ານຊັບພະຍາກອນການທ່ອງທ່ຽວ ດ້ວຍປູຊະນີຍະສະຖານທາງດ້ານປະຫວັດສາດ – ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງຫຼາຍແຫ່ງ. ສະຖານທີ່ເຫຼົ່ານີ້ ແມ່ນບ່ອນລວມຕົວຂອງຫຼາຍຮູບແບບການທ່ອງທ່ຽວທີ່ດຶງດູດໃຈ ເຊັ່ນ: ການທ່ອງທ່ຽວທາງດ້ານວັດທະນະທຳ – ປະຫວັດສາດ, ການທ່ອງທ່ຽວທາງດ້ານຈິດວິນຍານ, ການທ່ອງທ່ຽວແບບອະນຸລັກທຳມະຊາດ, ການທ່ອງທ່ຽວແບບທົດລອງ ແລະ ຄົ້ນຫາທຳມະຊາດ, ສ້າງເປັນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ປະກອບສ່ວນເຂົ້າໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ.
ຍສໝ - ໃນບໍ່ເທົ່າໃດມື້, ງາຍບຸນ ຮວ່າລື 2026 ຈະໄດ້ໄຂຂຶ້ນຢ່າງເປັນທາງການຢູ່ແຜ່ນດິນມໍລະດົກນະຄອນ ນິງບິງ.
ຍສໝ - ສ.ເກົາຫຼີ ຍັງຄົງເປັນໜຶ່ງໃນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ປະກອບສ່ວນເຂົ້າໃນການສົ່ງເສີມການແລກປ່ຽນວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດຢ່າງເລິກເຊິ່ງ ແລະ ກວ້າງຂວາງຂຶ້ນເລື້ອຍໆ.
ຍສໝ - ດ້ວຍຫົວຄິດປະດິດສ້າງ ແລະ ວິໄສທັດຍຸດທະສາດ, ແຂວງກວາງນິງ ພວມຜັນຂະຫຍາຍມະຕິເລກທີ 80-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳຫວຽດນາມ ຜ່ານການກະທຳຕົວຈິງ. ການຫັນປ່ຽນລາຍການສິລະປະຂະໜາດໃຫຍ່ (concert) ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ບໍ່ພຽງແຕ່ເປັນວິທີແກ້ໄຂທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງເປັນບາດກ້າວທີ່ໜັກແໜ້ນເພື່ອຢືນຢັນຖານະຂອງແຂວງໃນຖານະເປັນສູນກາງອຸດສາຫະກຳວັດທະນະທຳ ຕິດພັນກັບມໍລະດົກ.
ໃນຊຸມປີມໍ່ໆມານີ້, ຊຸດອາພອນບູຮານບໍ່ພຽງແຕ່ແມ່ນແຟຊັນເທົ່ານັ້ນ ຫາກຍັງໄດ້ກາຍເປັນການຄົ້ນຫາຕົວຈິງນຳຄວາມງາມດ້ານວັດທະນະທຳພື້ນເມືອງຍັບເຂົ້າໃກ້ກັບມວນຊົນ. ດ້ວຍຄວາມເມົາມົວ ແລະ ຄວາມເອກອ້າງທະນົງໃຈ, ມີນັກອອກແບບໜຸ່ມຫຼາຍຄົນພວມເລີ່ມຕົ້ນທຸລະກິດ ດ້ວຍການເຊີດຊູຄວາມງາມ ແລະ ໂຄສະນາຊຸດອາພອນບັນດາເຜົ່າ. ບໍລິສັດ ວ້ານທຽນອີ ດ້ວຍການນຳພາຂອງນັກອອແບບໜຸ່ມ ຫງວຽນທິງາ ພ້ອມກັບສະມາຊິກ 20 ຄົນ ພວມມານະພະຍາຍາມແຜ່ກະຈາຍຄວາມງາມຊຸດອາພອນພື້ນເມືອງ ເຖິງມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຍສໝ - ໃນຂະນະທີ່ການທ່ອງທ່ຽວທົ່ວໂລກກຳລັງໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງທາງພູມິສາດການເມືອງ, ຂະແໜງການທ່ອງທ່ຽວຂອງຫວຽດນາມຍັງສືບຕໍ່ສະແດງໃຫ້ເຫັນການເຕີບໂຕໃນທາງບວກ.
ຍສໝ - ໂຄງການຍ່າງສັນຕິພາບປີ 2026, ພາຍໃຕ້ຫົວຂໍ້ "ບາດກ້າວສູ່ສັນຕິພາບ" ຈະຈັດຂຶ້ນໃນເວລາ 6:30 ໂມງເຊົ້າຂອງວັນທີ 7 ເມສາ, ທີ່ຖະໜົນຊູວັນແຮ້ງ, ຕາແສງຫງູແຮ້ງເຊີນ, ນະຄອນ ດານັງ.
ຍສໝ - ອີງຕາມສະຖິຕິຈາກອົງການທ່ອງທ່ຽວແຫ່ງຊາດຫວຽດນາມ, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 2.2 ລ້ານຄົນໃນເດືອນກຸມພາ 2026. ນີ້ແມ່ນເດືອນທີສາມຕິດຕໍ່ກັນທີ່ຈຳນວນນັກທ່ອງທ່ຽວສາກົນເກີນ 2 ລ້ານຄົນ, ຫຼັງຈາກ 2.45 ລ້ານຄົນໃນເດືອນມັງກອນ 2026 ແລະ 2.02 ລ້ານຄົນໃນເດືອນທັນວາ 2025.
ຍສໝ - ບໍ່ດົນມານີ້, ບັນດາທຸລະກິດທ່ອງທ່ຽວໃນນະຄອນໂຮ່ຈິມິນໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືເພື່ອດຳເນີນການທ່ອງທ່ຽວດ້ວຍເຮລິຄອບເຕີທີ່ມີທິວທັດທີ່ສວຍງາມ, ໂດຍໄດ້ເປີດຕົວຜະລິດຕະພັນການທ່ອງທ່ຽວທີ່ໄດ້ຮັບການທົດສອບຄັ້ງທຳອິດໃນປີ 2022. ດ້ວຍປະສົບການການບິນທີ່ຫຼາກຫຼາຍຕັ້ງແຕ່ 15 ຫາ 60 ນາທີ, ຜະລິດຕະພັນດັ່ງກ່າວຄາດວ່າຈະສ້າງຈຸດເດັ່ນໃໝ່ໃຫ້ແກ່ການທ່ອງທ່ຽວຂອງນະຄອນ.
ຍສໝ - ຕອນເຊົ້າວັນທີ 6 ມີນາ, ທີ່ຫໍພິພິທະພັນສິລະປະຫວຽດນາມ (66 ຖະໜົນຫງວຽນທາຍຫອກ, ຮ່າໂນ້ຍ), ງານວາງສະແດງດອກໄມ້ຍີ່ປຸ່ນດ້ວຍຫົວຂໍ້ "ລົມຕາເວັນອອກ" ໄດ້ເປີດຂຶ້ນ, ດຶງດູດຜູ້ຮັກສິລະປະເປັນຈຳນວນຫຼວງຫຼາຍມາຢ້ຽມຊົມ ແລະ ສຳຜັດກັບມັນ.
ຍສໝ - ຄະນະຜູ້ແທນທຸລະກິດຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນເບີລິນ (ITB Berlin 2026) ເຊິ່ງຈັດຂຶ້ນແຕ່ວັນທີ 3-5 ມີນາ ທີ່ສູນວາງສະແດງ Messe Berlin (ສູນວາງສະແດງ Berlin) ໃນປະເທດເຢຍລະມັນ, ເພື່ອແນໃສ່ແນະນຳຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວໃຫ້ແກ່ລູກຄ້າສາກົນ, ຜ່ານນັ້ນຊອກຫາໂອກາດຮ່ວມມື ແລະ ພັດທະນາທຸລະກິດແບບຍືນຍົງ.
ຍສໝ - ໃນກະແສປະຫວັດສາດຂອງຊາດ, ເອກະສານບັນທຶກເກົ່າບໍ່ພຽງແຕ່ເປັນໜ້າເຈ້ຍ ຫຼື ວັດຖຸບູຮານເກົ່າແກ່ທີ່ເກັບຮັກສາໄວ້ໃນບ່ອນເກັບມ້ຽນເທົ່ານັ້ນ, ແຕ່ຍັງເປັນຄວາມຊົງຈຳທີ່ມີຊີວິດຊີວາຂອງຊາດ, ຫຼັກຖານທີ່ແທ້ຈິງຂອງຂະບວນການສ້າງສາ, ກໍ່ສ້າງ ແລະ ປົກປ້ອງປະເທດຊາດ.
ຍສໝ - ຫຼັງຈາກວັນພັກປີໃໝ່ຫວຽດນາມ, ກິດຈະກຳທ່ອງທ່ຽວເຊັ່ນ: ການທ່ອງທ່ຽວໃນລະດູບານໃໝ່, ການນະມັດສະການຍັງສືບຕໍ່ເພີ່ມຂຶ້ນ.
ຍສໝ - ຂະແໜງການທ່ອງທ່ຽວຂອງຫວຽດນາມໄດ້ບັນລຸຈຸດໝາຍປາຍທາງຢ່າງຕໍ່ເນື່ອງໃນຈຳນວນນັກທ່ອງທ່ຽວສາກົນ, ສະແດງໃຫ້ເຫັນເຖິງຄວາມສາມາດໃນການຟື້ນຕົວທີ່ເຂັ້ມແຂງ ແລະ ຄວາມສາມາດໃນການຟື້ນຟູ. ອີງຕາມອົງການທ່ອງທ່ຽວແຫ່ງຊາດຫວຽດນາມ, ຜົນໄດ້ຮັບນີ້ບໍ່ພຽງແຕ່ມາຈາກຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນເທົ່ານັ້ນ, ແຕ່ຍັງມາຈາກນະວັດຕະກໍາໃນການຄິດ ແລະ ວິທີການສົ່ງເສີມຈຸດໝາຍປາຍທາງຕ່າງໆ.
ຍສໝ - ໃນວັນທີ 25 ກຸມພາ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດມາດຕະການຫຼາຍຢ່າງເພື່ອຊຸກຍູ້ການທ່ອງທ່ຽວສາກົນ, ໂດຍສຸມໃສ່ການຜ່ອນຄາຍລະບຽບການວີຊາ ແລະ ຂະຫຍາຍຈຸດເຂົ້າ-ອອກຢູ່ສະໜາມບິນທົ່ວປະເທດ.
ຍສໝ - ວັນພັກປີໃໝ່ຫວຽດນາມ 9 ວັນໃນປີ 2026 ພ້ອມກັບສະພາບອາກາດທີ່ເອື້ອອຳນວຍ ເຮັດໃຫ້ມີກິດຈະກຳການທ່ອງທ່ຽວທີ່ມີຊີວິດຊີວາ ແລະ ຄຶກຄື້ນໄປທົ່ວຈຸດໝາຍປາຍທາງທ່ອງທ່ຽວສ່ວນໃຫຍ່ທົ່ວປະເທດ. ອຸດສາຫະກຳທ່ອງທ່ຽວໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 14 ລ້ານຄົນໃນປີມ້າ. ຫຼາຍທ້ອງຖິ່ນໄດ້ໃຊ້ປະໂຫຍດຈາກສິ່ງນີ້, ໂດຍການປະດິດສ້າງຜະລິດຕະພັນຂອງເຂົາເຈົ້າ ແລະ ຈັດກິດຈະກຳທີ່ຫຼາກຫຼາຍເພື່ອດຶງດູດນັກທ່ອງທ່ຽວ.
ຍສໝ - ຫ້ອງວ່າການລັດຖະບານໄດ້ອອກແຈ້ງການເລກທີ 34/TB-VPCP ທີ່ມີບົດສະຫຼຸບຂອງທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິນ ທີ່ກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ.
ຍສໝ - ໂດຍອີງໃສ່ທ່າອ່ຽງການເຕີບໂຕຂອງປີ 2025, ອຸດສາຫະກຳທ່ອງທ່ຽວມີເປົ້າໝາຍທີ່ຈະຕ້ອນຮັບນັກທ່ອງທ່ຽວສາກົນ 25 ລ້ານຄົນ ແລະ ນັກທ່ອງທ່ຽວພາຍໃນປະເທດ 150 ລ້ານຄົນໃນປີ 2026. ການບັນລຸເປົ້າໝາຍເຫຼົ່ານີ້ຮຽກຮ້ອງໃຫ້ຫວຽດນາມຕ້ອງປະຕິບັດບາດກ້າວທີ່ສຳຄັນໃນການສົ່ງເສີມ ແລະ ການຕະຫຼາດການທ່ອງທ່ຽວ, ພ້ອມທັງປະດິດສ້າງແນວຄິດ, ວິທີການ ແລະ ວິທີການຕ່າງໆ.
ຍສໝ - ປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ມີຫົວຂໍ້ວ່າ "ຢາລາຍ - ປ່າໄມ້ອັນກວ້າງໃຫຍ່ສຳຜັດທະເລສີຟ້າ", ໂດຍມີກິດຈະກຳ ແລະ ເຫດການຫຼາຍຢ່າງທີ່ສຸມໃສ່ຢູ່ແຂວງຢາລາຍ, ລວມທັງ ກວີເຍີນ, ເປຼຍກູ ແລະ ບັນດາຕາແສງ ແລະ ເມືອງພັດທະນາການທ່ອງທ່ຽວທີ່ສຳຄັນ.
ຍສໝ - ຕອນເຊົ້າວັນທີ 13 ມັງກອນ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ. ຜູ້ຕາງໜ້າຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງທີ່ເປັນສະມາຊິກຂອງຄະນະຊີ້ນຳກໍ່ໄດ້ເຂົ້າຮ່ວມ.