ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

13:54 | 06/05/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ, ສື່​ມວນ​ຊົນ​ໂລກ ​ໄດ້​ມີບັນດາບົດ​ຄວາມ​ຍ້ອງຍໍ​ໄຊຊະນະ​ນີ້, ຖື​ວ່າ​ແມ່ນບາດລ້ຽວໃນ​ປະຫວັດສາດແຫ່ງ​ການ​ປົກຄອງ​ແບບຫົວເມືອງຂຶ້ນ ແລະ ລະດົມກຳລັງໃຈຂະບວນການເອກະລາດ​ຂອງ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ.

ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ
ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ
ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ບົດຂຽນຂອງນັກຂ່າວ Mouris Salloum George ລົງພິມໃນວາລະສານ “Voces del Periodista” ຍ້ອງຍໍໄຊຊະນະ ດ້ຽນບຽນຝູ ຂອງ ຫວຽດນາມ. (ພາບ: ກອງທັບປະຊາຊົນ)

​ໃນ​ບົດ​ຄວາມ​ມີ​ຫົວ​ຂໍ້​ວ່າ “​ບົດເພງວິລະຊົນຕະຫຼອດ​ການຂອງ​ສະຕະວັດ​ທີ XX” ໄດ້​ລົງ​ພິມ​ໃນ​ວັນ​ທີ 3 ພຶດສະພາ​ ໃນວາລະສານຂອງ ​ເມັກ​ຊິ​ໂກ “Voces del periodista”, ຜູ້ຂຽນ Mouris Salloum George ​ທັງ​ເປັນຫົວໜ້າບັນນາທິການຂອງວາລະສານ​ດັ່ງກ່າວ​ ໄດ້​ເນັ້ນ​ໜັກວ່າ ໄຊຊະນະ ດ້ຽນບຽນຝູ ໄດ້​ສ້າງ​ບາດລ້ຽວອັນ​ສຳຄັນ​ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ, ສ້າງ​ພື້ນຖານ ​ແລະ ຄວາມຕັດສິນ​ໃຈ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ສັນຍາ Geneve ກ່ຽວກັບການຢຸດຕິ​ສົງຄາມ​ຢູ່ ຫວຽດນາມ ​ແລະ ຟື້ນ​ຟູ​ສັນຕິພາບ​ຢູ່​ພາກ​ຕາ​ເວັນ​ອອກ. ໄຊຊະນະນີ້ ຍັງຢັ້ງຢືນເຖິງຄວາມເຕີບໂຕຢ່າງປະທັບໃຈ, ກະໂດດຂັ້ນຂອງກອງທັບປະຊາຊົນຫວຽດນາມ, ເປັນຫຼັກຖານທີ່ຊັດແຈ້ງກ່ຽວກັບກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນຍຸກສະໄໝ ໂຮ່ຈີມິນ.

ໃນຂະນະນັ້ນ, ໜັງສືພິມ Ámbito Internacional ຂອງ ອາກຊັງຕິນ ໃຫ້ຮູ້ວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນຂີດໝາຍການເສຍໄຊຢ່າງຮ້າຍແຮງທີ່ສຸດຂອງລັດທິຫົວເມືອງຂຶ້ນ, ພ້ອມທັງໃຫ້ຄຳເຫັນວ່າ ເກືອບ 70 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ຂອບຂະໜາດອັນຍິ່ງໃຫຍ່ ແລະ ຄວາມໝາຍປະຫວັດສາດຂອງໄຊຊະນະ ດ້ຽນບຽນຝູ ຍັງມີຄຸນຄ່າມາຮອດປະຈຸບັນ. ໄຊຊະນະ ດ້ຽນບຽນຝູ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຄວາມກ້າວໜ້າຂອງມວນມະນຸດ, ພ້ອມກັນນັ້ນ ກໍ່ໄດ້ພິສູດໃຫ້ເຫັນຄວາມຈິງວ່າ ບັນດາປະເທດຊາດ​ທີ່​ຖືກ​ກົດ​ຂີ່, ຮຸກ​ຮານ ຖ້າ​ມີ​ເຈດ​ຕະນາທີ່ກ້າແກ່ນ, ມີ​ແນວທາງ​ທີ່​ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ, ຮູ້​​ສາມັກຄີກັນຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ, ປະຊາ​ຊາດ​ນັ້ນ ກໍ່​ຈະ​ໄດ້​ໄຊຊະນະ​ຢ່າງ​ແນ່ນອນ.

ໜັງສືພິມ Resumen Latinoamericano ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມໃນວັນທີ 2 ພຶດສະພາ ເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດຂອງ ຫວຽດນາມ, ກໍຄືໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຄວາມກ້າວໜ້າຂອງມະນຸດຊາດ. ໄຊຊະນະ​ນີ້ ໄດ້ພິສູດຄວາມຈິງໃຫ້ບັນດາປະເທດຊາດ​ທີ່​ຖືກ​ກົດ​ຂີ່, ຮຸກ​ຮານເຫັນວ່າ ດ້ວຍ​ເຈດ​ຕະນາທີ່ກ້າແກ່ນ, ຈິດໃຈສາມັກຄີ​ຕໍ່ສູ້​ເພື່ອ​ຄວາມເປັນທຳ ແລະ ຍຸດ​ທະ​ສາດ​ທີ່​ຖືກຕ້ອງ, ເຖິງຈະເປັນຊາດ​ນ້ອຍ ແຕ່ກໍ​ສາມາດ​ເອົາ​ຊະນະຕໍ່ປະເທດມະຫາອຳນາດໄດ້.

ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ພາບຫນ້າຈໍຂອງບົດຄວາມລົງພິມໃນວັນທີ 2 ພຶດສະພາ ຂອງໜັງສືພິມ Resumen Latinoamericano, ອາກຊັງຕິນ, ຍ້ອງຍໍໄຊຊະນະ ດ້ຽນບຽນຝູ ອັນຍິ່ງໃຫຍ່ຂອງ ຫວຽດນາມ.

ກ່ອນ​ໜ້າ​ນີ້, ໜັງ​ສື​ພິມ L'Unione Sarda ຂອງ ​ອີ​ຕາ​ລີ​ ກໍລົງ​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ “ຫວຽດ​ນາມ, ບົດ​ຮຽນ​ທີ່ຍັງ​ຄົງ​ໃຊ້​ໄດ້​ໃນ​ປະຈຸບັນ” ຂອງຜູ້ຂຽນ Antonio Barracca. ບົດຄວາມຍ້ອງຍໍ ​ຫວຽດນາມ - ປະ​ເທດ​ທຸກ​ຍາກ​ ເຮັດ​ກະສິກຳເປັນຕົ້ນຕໍ, ​ແຕ່​ມີ​ກຳລັງ​ແຮງ​ເພື່ອ​ຕີເອົາ​ຊະນະກອງທັບ​ຂອງ​ສອງ​ປະ​ເທດ​ມະຫາ​ອຳນາດ ຝຣັ່ງ ​ແລະ ອາ​ເມ​ລິ​ກາ.

​ໄຊຊະນະ​ຂອງ​ຂະ​ບວນການ​ດັ່ງກ່າວ​ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ສຳລັບ​ປະຊາຊົນ​ ຫວຽດນາມ ​ເທົ່າ​ນັ້ນ, ຫາກຍັງມີອິດ​ທິພົນຜົນສະທ້ອນແຜ່​ລາມ​ໄປ​ທົ່ວ​ພາກ​ພື້ນ​ ອິນ​ດູ​ຈີນ. ໄຊຊະນະ ໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນ ຝຣັ່ງ ຕ້ອງລົງນາມໃນສັນຍາ ເຊີແນວ ໃນວັນທີ 21 ກໍລະກົດ 1954, ຍອມຮັບການຖອນທະຫານທັງໝົດອອກຈາກ ອິນດູຈີນ.

ພາຍຫຼັງສົງຄາມຕໍ່ຕ້ານ ຝຣັ່ງ ໄດ້ສິ້ນສຸດລົງ, ຫວຽດນາມ ໄດ້ແບ່ງອອກເປັນ 2 ພາກຄື: ພາກເຫນືອ - ພາກໃຕ້, ພາກເຫນືອແມ່ນສາທາລະນະລັດປະຊາທິປະໄຕຫວຽດນາມ ນຳພາໂດຍປະທານ ໂຮ່ຈີມິນ ແລະ ພາກໃຕ້ແມ່ນອຳນາດການປົກຄອງໂດຍ ອາເມລິກາ ເປັນກຳລັງໜູນ. ມາ​ຮອດ​ວັນ​ທີ 30 ເມສາ 1975, ວິ​ລະ​ຊົນ​ຫວຽດ​ນາມ ໄດ້​ເອົາ​ຊະ​ນະ​ສົງ​ຄາມ​ຮຸກ​ຮານ ແລະ ການ​ປົກ​ຄອງແບບຫົວເມືອງຂື້ນ​ຂອງ​ຈັກ​ກະ​ພັດ ​ອາ​ເມ​ລິ​ກາ ອີກເທື່ອໜຶ່ງ, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ ແລະ ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ.

ໜ້າເວບ​ El Popular, ອົງການສຽງເວົ້າ​ຂອງ​ພັກ​ກອມ​ມູນິດ ອູຣູກວາຍ, ກໍໄດ້​ລົງ​ພິມ​ບົດ​ສຳພາດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ໂງມິງຫງວຽດ, ໃນນັ້ນ ຢືນຢັນ​ວ່າ ໂດຍສືບຕໍ່ໄຊຊະນະ ດ້ຽນບຽນ​ຝູ ປີ 1954, ຊາດ ຫວຽດນາມ ​ໄດ້​ສືບ​ຕໍ່ຂຽນບັນດາ​ບົດບົດເພງວິລະຊົນອັນ​ສະຫງ່າ​ລາສີ​ໃນຍຸກສະ​ໄໝ​ ໂຮ່ຈິ​ມິນ, ສ້າງເປັນບັນດາ​ໄຊຊະນະ​ອັນ​ເລີດລ້ຳລືຊາ​ຄື ​ໄຊຊະນະ ຮ່າ​ໂນ້ຍ - ດ້ຽນບຽນ​ຝູ ທາງ​ອາກາດ ປີ 1972, ບັ້ນສູ້ຮົບ ໂຮ່ຈີ​ມິນ ປະຫວັດສາດ ປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງສົມບູນ ແລະ ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ. ຊາດ​ ຫວຽດນາມ ສືບ​ຕໍ່​ພາລະກິດແຫ່ງການສ້າງ​ສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນແຜ່ນດິນອັນ​ຄົບ​ຖ້ວນ.

​ທ່ານ​ເອກ​ອັກຄະ​ລັດຖະທູດ ໂງມິງຫງວຽດ ເນັ້ນ​ໜັກ​ວ່າ ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ ​ແມ່ນ​ຄວາມ​ພາກພູມ​ໃຈຕະຫຼອດ​ໄປ, ເປັນ​ແຫຼ່ງກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ ​ເພື່ອ​ຊຸກຍູ້​ປະຊາຊົນ​ ຫວຽດນາມ ມານະ​ພະຍາຍາມປະຕິບັດໂຄງການດຳເນີນງານໃນການສ້າງສາ​ປະ​ເທດຊາດ​ໃນ​ໄລຍະຂ້າມຜ່ານຫັນ​ເປັນ​ສັງຄົມ​ນິຍົມ, ມະຕິ​ກອງ​ປະຊຸມ​ໃຫຍ່ຂອງພັກທົ່ວ​ປະ​ເທດ​ຄັ້ງ​ທີ XIII ຢ່າງມີໄຊ, ​ປຸກລະດົມ ​ແລະ ຫັນຄວາມ​ມຸ່ງ​ມາດ​ປາຖະໜາ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ, ​ຜາ​ສຸກ, ສູ້​ຊົນ​ຮອດ​ກາງ​ສັດຕະວັດ​ທີ 21, ຫວຽດນາມ ຈະ​ກາຍ​ເປັນ​ປະ​ເທດ​ພັດທະນາທີ່​ມີ​ລາຍ​ຮັບ​ສູງໃຫ້ປະກົດຜົນເປັນຈິງ.

ມິງດຶກ

ເຫດການ