ຍສໝ - ຕອນບ່າຍວັນທີ 9 ຕຸລາ, ຄະນະຜູ້ແທນຂອງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ນຳໂດຍສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮຈິມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ແຂວງຈຳປາສັກ, ປະເທດລາວ.
ຍສໝ - ໃນຊຸມປີມໍ່ໆມານີ້, ປະຊາຄົມວິສາຫະກິດອົດສະຕຣາລີ ໄດ້ມີການປ່ຽນແປງໃນທັດສະນະ ແລະ ນັບມື້ນັບເຂົ້າໃຈຢ່າງຈະແຈ້ງເຖິງທີ່ຕັ້ງທົ່ວໂລກພວມເພີ່ມຂຶ້ນຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ສຳລັບຄວາມຕັ້ງຫວັງການເຕີບໂຕຂອງບັນດາວິສາຫະກິດຢູ່ອົດສະຕຣາລີ.
ຍສໝ - ທີ່ກອງປະຊຸມ, ສະແດງຄວາມເຫັນດີເຫັນພ້ອມກັບຫົວຂໍ້ອາຊຽນ 2024 ກ່ຽວກັບ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີວ່າ ກວ່າເວລາໃດໝົດ, ອາຊຽນ ຕ້ອງຖືການສ້າງຄວາມເຂັ້ມແຂງດ້ວຍຕົນເອງເປັນພື້ນຖານເພື່ອບືນຂຶ້ນ, ຖືການເຊື່ອມຕໍ່ເປັນຈຸດສຸມເພື່ອບຸກທະລຸ ແລະຖືການປ່ຽນແປງໃໝ່ປະດິດຄິດສ້າງເປັນກໍາລັງໜູນເພື່ອນໍາໜ້ານໍາພາ. ບົນພື້ນຖານນັ້ນ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນບັນດາທິດທາງສຳຄັນຂອງອາຊຽນ ໃນໄລຍະຈະມາເຖິງ.
ຍສໝ - ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້ແມ່ນເວທີປາໄສເພື່ອຊ່ວຍໃຫ້ວິສາຫະກິດຂອງທັງສອງປະເທດກຳແໜ້ນທ່າອ່ຽງດຳເນີນທຸລະກິດໃໝ່, ຊອກຫາຄູ່ຮ່ວມມື ເພື່ອຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຈາກນັ້ນ ກໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ. ເຫດການ ໄດ້ດຶງດູດເກືອບ 100 ວິສາຫະກິດ ແລະ ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນທີ່ມາຈາກ ສິງກະໂປ ແລະ ຫວຽດນາມ.
ຍສໝ - ການສຳມະນາດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ -ຍີ່ປຸ່ນ ຄັ້ງທີ 2 ໂດຍມີຫົວຂໍ້ວ່າ “ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຮ່ວມມືມຸ່ງໄປເຖິງການທ່ອງທ່ຽວແບບຍືນຍົງ” ຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ.
ຍສໝ - ວັນທີ 5 ຕຸລາ ຢູ່ແຂວງວິ໊ງລອງ, ມະຫາວິທະຍາໄລ ກຶວລອງ ໄດ້ຈັດພິທີໄຂສົກຮຽນໃໝ່ 2024-2025 ແລະ ໄດ້ຮັບໃບຍ້ອງຍໍຈາກ ທ່ານນາຍົກລັດຖະມົນຕີ ຫວຽດນາມ. ໃນໂອກາດນີ້, ມະຫາວິທະຍາໄລ ກໍ່ໄດ້ມອບທຶນການສຶກສາ 100% ໃຫ້ແກ່ນັກສຶກສາໃໝ່ທີ່ມີຜົນການຮຽນດີເດັ່ນ.
ຍສໝ - ຕອນບ່າຍວັນທີ 5 ຕຸລາ, ສາຂາສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຢູ່ເມືອງ ບິ່ງແຈ໋ງ ໄດ້ປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ຈັດຕັ້ງພິທີເປີດຕົວ.
ຍສໝ - ວັນທີ 30 ກັນຍາ, ຢູ່ນະຄອນ ກວີເຍີນ (ບິ່ງດິງ) ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມ, ບຳລຸງ, ແລກປ່ຽນວິຊາການກ່ຽວກັບທັກສະສ້າງສື່ມວນຊົນມັນຕິມີເດຍໃຫ້ແກ່ພະນັກງານເຮັດວຽກງານສື່ມວນຊົນຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 4 ແຂວງພາກໃຕ້ຂອງລາວ (ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ).
ຍສໝ - ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງອາຊຽນ ບັນລຸໄດ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມມານະພະຍາຍາມປະຕິບັດສຳເລັດເປົ້າໝາຍ ແລະບຸລິມະສິດທີ່ລາວ ວາງອອກໃນປີເປັນປະທານອາຊຽນ 2024 ດ້ວຍຫົວຂໍ້ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
ຍສໝ - ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ ໄດ້ມີການພົບປະແລກປ່ຽນກັບສື່ມວນຊົນກ່ຽວກັບລາວ ກະກຽມກອງປະຊຸມຄັ້ງນີ້ກໍ່ຄືການເຄື່ອນໄຫວໃນປີປະທານອາຊຽນ 2024 ແລະການສະໜັບສະໜູນ, ສົມທົບຂອງຫວຽດນາມ.
ຍສໝ - ການຮັບປະກັນຕ່ອງໂສ້ການສະໜອງຈະມີຄວາມລຸລ່ວງ; ການຊຸກຍຸ້ການຂຸດຄົ້ນບັນດາເສັ້ນທາງຄອນເທນເນີທາງລົດໄຟ; ການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ ປະເທດຈີນ..." ແມ່ນບັນດາຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢ່ຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກໍາມະການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ຈີນ ວັນທີ 29 ເດືອນກັນຍາ.
ຍສໝ - ຄະນະກໍາມະການປະຊາຊົນ ນະຄອນດ່າໜັງ ຫາກໍ່ໄດ້ປະກາດໃຊ້ ມະຕິສະບັບເລກທີ 2017/QD-UBND ວ່າດ້ວຍການອະນຸມັດການຮັບເອົາເງິນກວ່າ 4,1 ຕື້ດົ່ງ ຈາກໂຄງການທຶນໜູນຊ່ວຍການສຶກສາ ແລະ ພັດທະນາທັກສະຂອງ SEEDS ໃຫ້ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບຄວາມຫຍຸ້ງຍາກ ຢູ່ເຂດນະຄອນ ໂດຍອົງການ Pacific Links Foundation ອຸປະຖໍາ.
Ngày 3/10, Ủy viên Trung ương Đảng, Phó Bí thư Thường trực Thành ủy Nguyễn Thị Tuyến đã tiếp đoàn công tác Viện Kiểm sát nhân dân Thủ đô Viêng Chăn (Cộng hòa Dân chủ Nhân dân Lào), do Viện ...
ຍສໝ - ວັນທີ 2-3 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນການຜະລິດ ແລະ ການຄ້າ Altai Sibiri ຈັດຕັ້ງການພົບປະ, ເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ຄະນະຜູ້ແທນວິສາຫະກິດແຂວງ Amur (ສະຫະພັນລັດເຊຍ).
ຍສໝ - ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ ຫວຽດນາມ ໄດ້ແລກປ່ຽນ, ແນະນຳຈຸດວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກພິເສດຂອງ ຫວຽດນາມ ໃຫ້ແກ່ຜູ້ຊົມ ຈີນ ກໍ່ຄືເພື່ອນມິດບັນດາປະເທດໃນພາກພື້ນແມ່ນ້ຳຂອງ - ລ້ານຊ້າງ; ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນລະຫວ່າງປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເສີມສ້າງນໍ້າໃຈມິດຕະພາບ.
ຍສໝ - ໃນບັນຍາກາດອັນຄຶກຄັກຂອງບຸນໄຫ້ວພະຈັນ, ກຸ່ມຜູ້ອຸປະຖຳ ໄຕ້ຫວັນ (ຈີນ) ຈາກອົງການທີ່ບໍ່ຂຶ້ນກັບລັດຖະບານ Zhi Shan ໄດ້ໄປຢ້ຽມຢາມ ແລະ ພົບປະກັບບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ພາກກາງ ຫວຽດນາມ. ການເດີນທາງບໍ່ພຽງແຕ່ມີຄວາມໝາຍດ້ານມະນຸດສະທຳເທົ່ານັ້ນ ແຕ່ຍັງເປັນໂອກາດເພື່ອໃຫ້ບັນດາຜູ້ອຸປະຖຳເຂົ້າໃຈຫຼາຍຂຶ້ນ ໃນການບຸກບືນຂອງບັນດາເດັກນ້ອຍ ແລະ ສະພາບຕົວຈິງຢູ່ທ້ອງຖິ່ນອີກດ້ວຍ.
ຍສໝ - ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະນາຍົກລັດຖະມົນຕີ Simon Harris ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນພາຍຫຼັງເກືອບ 3 ທົດສະວັດແຫ່ງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ.
ຍສໝ - ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ Emmanuel Macron ປະທານາທິບໍດີຝຣັ່ງ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແບ່ງປັນກັບໜັງສືພິມໂລກ ແລະຫວຽດນາມ ກ່ຽວກັບຄວາມໝາຍ ແລະການເຄື່ອນໄຫວ, ເນື້ອໃນພົ້ນເດັ່ນໃນຂອບເຂດການຢ້ຽມຢາມສຳຄັນຄັ້ງນີ້.
ຍສໝ - ວັນທີ 29 ເດືອນກັນຍາ, ຢູ່ຮຶງອຽນ, ສະຖານທູດໄທ ປະຈຳ ຫວຽດນາມ ແລະ ກົມໃຫຍ່ການທ່ອງທ່ຽວແຫ່ງຊາດ ໄທ ໄດ້ຮ່ວມມືກັບແຂວງຮຶງອຽນ ຈັດງານລາຍການ “ໄທ – ຍິ່ງເຂົ້າໃຈຍິ່ງຮັກ”.
ຍສໝ - ວັນທີ 29 ກັນຍາ 2024, ງານບຸນໝາກໄມ້ຫວຽດນາມ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ປັກກິ່ງ, ຈີນ.
ຍສໝ - ທ່ານປະທານາທິບໍດີ Michael D. Higgins ຕີລາຄາສູງຕໍ່ແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ; ໂດຍຢືນຢັນການຖືເປັນສໍາຄັນຕໍ່ທີ່ຕັ້ງ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບທ່ານ Amar Nayak, ທີ່ປຶກສາທົ່ວໂລກກ່ຽວກັບການຊ່ວຍເຫຼືອດ້ານມະນຸດສະທໍາຂອງສະຫະພັນ ActionAid ສາກົນ (AAI), ເນື່ອງໃນໂອກາດການໄປປະຕິບັດງານຂອງທ່ານ Nayak ຢູ່ ຫວຽດນາມ.
ຍສໝ - ວັນວັດທະນະທໍາຫວຽດນາມ ຈັດຂຶ້ນຢູ່ນະຄອນຫຼວງອູລານບາຕໍ ຂອງປະເທດມົງໂກນ ແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ສິງຫາ. ເຫດການດັ່ງກ່າວມີຄວາມໝາຍສຳຄັນໃນການສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ.
ຍສໝ - ນີ້ແມ່ນການປະກອບຄໍາເຫັນຂອງ ທ່ານ ດ່ວານງອັກເລິມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວ໋າງບິ່ງ ທີ່ງານຕອ້ນຮັບ ທ່ານ Lehocz Gabor ຫົວໜ້າສະຖານກົງສູນໃຫຍ່ ຮຸງກາຣີ ປະຈຳນະຄອນ ໂຮ່ຈີມິນ ແລະ ຄະນະເຮັດວຽກໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ ແຂວງ ກວ໋າງບິ່ງ ວັນທີ 25 ກັນຍາ ນີ້.
ສໝ - ຫວ່າງແລ້ວນີ້, ໂດຍຕອບສະໜອງຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງຽດນາມ ໂຕເລີມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີປຸກລະດົມການຂົນຂວາຍບໍລິຈາກເຄື່ອງຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລົມພາຍຸລູກທີ 3.
ຍສໝ - ວັນທີ 30 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນມິງເຕີມ ໄດ້ຍື່ນສານຕາຕັ້ງຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກສົ່ງຄວາມຊົມເຊີຍເຖິງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ ສີຈິ້ນຜິງ.
ຍສໝ - 1 ໝູ່ຄະນະ ແລະ ບຸກຄົນ 3 ທ່ານ ຂອງແຂວງ ກວ໋າງຫງາຍ ໄດ້ຮັບຫຼຽນໄຊ ຂອງ ສປປ ລາວ ຍ້ອນມີຜົນງານດີເດັ່ນໃນການຊຸກຍູ້ການພັດທະນາສາຍພົວພັນ ລາວ - ຫວຽດນາມ.
ຍສໝ - ການນຳສອງທ່ານມີຄວາມພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະມົງໂກນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ແລະມີຄວາມເຊື່ອໝັ້ນຕໍ່ອະນາຄົດ, ການນຳສອງທ່ານໄດ້ພ້ອມກັນຖະແຫຼງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ມົງໂກນ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ຍສໝ - ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດທີ່ ມົງໂກນ ຢ່າງຈົບງາມ...