ຫວຽດນາມ ເຂົ້າຮ່ວມງານບຸນວັດທະນະທຳສິລະປະ ແມ່ຂອງ - ລ້ານຊ້າງ ປີ 2024

10:55 | 05/10/2024

ຍສໝ - ນີ້​​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນ ຫວຽດນາມ ​ໄດ້​ແລກປ່ຽນ, ​ແນະນຳຈຸດ​ວັດທະນະທຳ ​ແລະ ສິລະ​ປະທີ່ເປັນເອກະລັກພິເສດ​ຂອງ ຫວຽດນາມ ​ໃຫ້​ແກ່​ຜູ້​ຊົມ​ ຈີນ ກໍ່​ຄື​ເພື່ອນ​ມິດ​​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ - ລ້ານຊ້າງ; ປະກອບສ່ວນ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນລະຫວ່າງ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈເຊິ່ງກັນ ແລະ ກັນ ແລະ ເສີມສ້າງນໍ້າໃຈມິດຕະພາບ.

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ປີ 2024
World Travel Awards ເຊີດຊູ ກຸກເຟືອງ ເປັນ​ປ່າສະຫງວນແຫ່ງຊາດແຖວ​ໜ້າ​ຂອງ ​ອາຊີ​ ໃນ​ປີ 2024

ງານ​ບຸນ​ວັດທະນະທຳ​​ສິລະ​ປະ​ ແມ່​ຂອງ - ​ລ້ານ​ຊ້າງ ​ປີ 2024 ​ຈັດ​ຂຶ້ນ​ໂດຍການປະສານສົມທົບຂອງ ​ຄະນະ​ໂຄສະນາ​ສຶກສາຄະນະພັກ​ແຂວງ​ຢຸນໜານ, ​ພະແນກ​ວັດທະນະທຳ ​ແລະ ​ທ່ອງ​ທ່ຽວ​ແຂວງ ​ຢຸນໜານ, ຄະນະ​ພັກ ​ແລະ ອໍານາດການປົກຄອງ​ປະຊາຊົນ ເຂດສິບສອງພັນນາ. ງານ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ ສິບສອງພັນນາ, ​ແຂວງ​ຢຸນໜານ ​ຂອງ​ຈີນ ​ແຕ່​ວັນ​ທີ 1 ຫາ 3 ຕຸລາ 2024.

ຄະ​ນະ​​ຫວຽດ​ນາມ ​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳສິ​ລະ​ປະ ​ແມ່ຂອງ - ​ລ້ານ​ຊ້າງ ປີ 2024 ດ້ວຍການປະກອບສ່ວນຂອງ​ເວທີ ​ເລະງັອກ, ໂດຍ​ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ເລະງອັກ ນຳ​ໜ້າ. ທີ່​​ເທດສະການ, ຄະນະ​ໄດ້ນໍາສະເໜີ​ລາຍການ​ສະ​ແດງ “​ຫຸ່ນກະບອກ​ຫວຽດນາມ - ບຸນລະດູບານໃໝ່” ​ແລະ ບົດສະແດງ “ງານ​ແຕ່ງ​ດອງ​ຂອງ​ລູກ​ສາວໜູ”.

Các nghệ sĩ Việt Nam biểu diễn tiết mục “Rối Việt – Trẩy hội xuân” tại Lễ hội.  ບັນດາ​ນັກ​ສິລະ​ປິນຫວຽດນາມ ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ “​ຫຸ່ນກະບອກ​ຫວຽດນາມ - ບຸນລະດູໃບໄມ້ປົ່ງ” ທີ່​ງານ​ບຸນ.

ບັນດາ​ນັກ​ສິລະ​ປິນ ຫວຽດນາມ ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ “​ຫຸ່ນກະບອກ​ຫວຽດນາມ - ບຸນລະດູບານໃໝ່” ທີ່​ງານ​ບຸນ.

ນັກສິລະປິນປະຊາຊົນ ເລະງອັກ ແບ່ງປັນກັບນັກຂ່າວວ່າ: ລາຍການສະແດງ “​ຫຸ່ນກະບອກ​ຫວຽດນາມ - ບຸນລະດູບານໃໝ່” ບໍ່ພຽງແຕ່ນຳມາເຊິ່ງບັນຍາກາດທີ່ຟົດຟື້ນມ່ວນຊື່ນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນຄວາມອຸດົມສົມບູນຂອງສິລະປະພື້ນເມືອງຂອງ ຫວຽດນາມ. ບົດສະແດງ “ງານແຕ່ງດອງຂອງລູກສາວໜູ” ຈະພາໃຫ້ມີສຽງຫົວ ແລະ ຄວາມເບີກບານມ່ວນຊື່ນ. ສະທ້ອນໃຫ້ເຫັນເຖິງ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ຫວຽດນາມ. ການ​ມີ​ໜ້າ​ຂອງ​ຄະນະ​ຫວຽດນາມ​ ໃນ​ງານ​ບຸນ​ໄດ້​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ດ້ານ​ວັນນະຄະດີ​ ລະຫວ່າງບັນດາ​ປະ​ເທດ.

NSND Lệ Ngọc (thứ 3 từ phải sang) chụp ảnh lưu niệm cùng các nghệ sĩ.  ນັກສິລະປິນປະຊາຊົນ ເລງອັກ (ຄົນທີ 3 ຢູ່ຈາກເບື້ອງຂວາມືໄປ) ໄດ້ຖ່າຍຮູບທີ່ລະນຶກຮ່ວມກັບບັນດານັກສິລະປິນ.

ນັກສິລະປິນປະຊາຊົນ ເລະງອັກ (ຄົນທີ 3 ຈາກເບື້ອງຂວາມື) ໄດ້ຖ່າຍຮູບທີ່ລະນຶກຮ່ວມກັບບັນດານັກສິລະປິນ.

ນັກສິລະປິນປະຊາຊົນ ເລະງອັກ ເນັ້ນໜັກວ່າ: “ເປົ້າໝາຍຂອງຄະນະຜູ້ແທນ ຫວຽດນາມ ແມ່ນແນະນໍາວັດທະນະທໍາ, ສິລະປະ ແລະ ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງປະເທດຊາດ. ພວກເຮົາ​ຫວັງ​​ຈະ​ສ້າງ​ຂົວ​ຕໍ່​ລະຫວ່າງ​ບັນດາພື້ນຖານວັດທະນະທຳ ແລະ ຊຸກຍູ້​ຄວາມ​ເຂົ້າ​ໃຈ, ຄວາມ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ລະຫວ່າງ​ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ”.

ທ່ານນາງ​ຫວັງ​ວ່າ Festival ຈະ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ​ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ ແມ່​ນ້ຳຂອງ - ລ້ານຊ້າງ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ແລກປ່ຽນ​ດ້ານ​ສິລະ​ປະ, ການທ່ອງທ່ຽວ ​ແລະ ການ​ສຶກສາ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ມິດຕະພາບ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຄຸນຄ່າ​ແບບ​ຍືນ​ຍົງ​ໃຫ້​ແກ່​ຄົນ​ລຸ້ນຫຼັງນຳອີກ.

Nghệ sĩ Tạ Công Phùng (thứ 4 từ phải sang) chụp ảnh cùng nghệ sĩ các nước.  ນັກ​ສິລະ​ປິນ ຕາກົງຟຸ່ງ (ຄົນທີ 4 ຈາກເບື້ອງ​ຂວາມືໄປ) ຖ່າຍຮູບຮ່ວມ​ກັບ​ນັກ​ສິລະ​ປິນຈາກບັນດາ​ປະ​ເທດ​ອື່ນໆ.

ນັກ​ສິລະ​ປິນ ຕະກົງຟຸ່ງ (ຄົນທີ 4 ຈາກເບື້ອງ​ຂວາມື) ຖ່າຍຮູບຮ່ວມ​ກັບ​ນັກ​ສິລະ​ປິນຈາກບັນດາ​ປະ​ເທດ.

​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ “ເທດສະການລະດູ​ບານໃໝ່”, ນັກ​ສິລະ​ປິນ ຕະກົງຟຸ່ງ ​ໄດ້ກ່າວວ່າ: “ຂ້າພະ​ເຈົ້າ​ຢາກ​ຖ່າຍ​ທອດ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ​ເຖິງ​ເພື່ອນ​ມິດສາ​ກົນ. ຂ້າ​ພະ​ເຈົ້າພະຍາຍາມ​ສະ​ແດງ​ຄວາມ​ຈິງ​ໃຈ ແລະ ສຸດອົກສຸດໃຈ​ໃນ​ທຸກໆປະໂຫຍກທີ່ຂັບຮ້ອງ, ທຸກການເຄື່ອນໄຫວ, ຊ່ວຍ​ໃຫ້​ທຸກຄົນຮັບ​ຮູ້ໄດ້​ເຖິງ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ຢ່າງ​ຈະ​ແຈ້ງ”.

ທ່ານກໍ່​ຍັງຫວັງ​ວ່າ​ຈະໄດ້ມີ​ຫຼາຍ​ໂອກາດ​​ສະ​ແດງ​ຢູ່ບັນດາ​ປະ​ເທດ​ອື່ນໆ ​ເພື່ອ​ແນະນຳ​ວັດທະນະທຳ​​ປະ​ເທດ​ຂອງຕົນ. ພ້ອມ​ກັນ​ນັ້ນ, ທ່ານກໍ່ຢາກ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ, ​ເຊິ່ງເປັນບ່ອນທີ່ມີບັນດານັກ​ສິລະ​ປິນ​ຈາກ​ຫຼາຍ​ປະ​ເທດ​ສາມາດ​ຮ່ຳຮຽນ ​ແລະ ປະດິດສ້າງ​ຮ່ວມ​ກັນ, ຜ່ານ​ນັ້ນ​ ກໍ່ສ້າງ​ຂົວ​ຕໍ່ທີ່​ໝັ້ນຄົງລະຫວ່າງບັນດາພື້ນຖານ​ວັດທະນະທຳ.

ບັນດາກິດຈະກໍາງານບຸນປີນີ້ລວມມີ: ຖະໜົນວັດທະນະທໍາປະດິດສ້າງແບບບໍ່ເປັນວັດຖຸ ແມ່ຂອງ - ລ້ານຊ້າງ, ລະດູໝາກໄມ້ເຂດຮ້ອນທີ່ມ່ວນຊື່ນ, ງານບຸນຖະໜົນຫົນທາງ ແລະ ງານວາງສະແດງສິນຄ້າທ່ອງທ່ຽວຊາຍແດນ ສິບສອງພັນນາ ຄັ້ງທີ 25... ນັກທ່ອງທ່ຽວສາມາດຄົ້ນຫາບັນດາສະຖານທີ່ທີ່ມີຊື່ສຽງຂອງ ອາຊີໃຕ້ ແລະ ຕາເວັນອອກສຽງໃຕ້. ພ້ອມກັບເພີດເພີນກັບສາກການສະແດງທີ່ປະທັບໃຈຈາກນັກສິລະປິນ ກວ່າ 300 ຄົນທີ່ຈາກບັນດາປະເທດໃນເຂດພາກພື້ນແມ່ນໍ້າຂອງ.

ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ຫາ​ກໍ່ປະກາດໃຊ້​ແຜນການ​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ ຢູ່​ນະຄອນ ເກີນ​ເທີ ​​ປີ 2024.

ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ

ຍສໝ - ວັນທີ 25 ກໍລະກົດ, ຊາວໜຸ່ມ, ນັກສຶກສາຫວຽດທີ່ຢູ່ຕ່າງປະເທດໄດ້ມີໂອກາດໄປຮຽນຮູ້ກ່ຽວກັບວັດທະນະທໍາຈໍ່າ, ມໍລະດົກຫໍ, ທາດ ແລະ ວັດທະນະທໍາຊົນເຜົ່າຈໍ່າຢູ່ເຂດພື້ນທີ່ມີລົມຫາດຊາຍ ນິ່ງທ້ວນ ແລະ ບິ່ງທ້ວນ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.