ອົງການ ActionAid ສາກົນ ໜູນຊ່ວຍ ຫວຽດນາມ ​ໃນ​ການຟື້ນຟູຜົນ​ຮ້າຍ​ຈາກ​ພາຍຸ Yagi

22:26 | 02/10/2024

ຍສໝ -​ ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບທ່ານ Amar Nayak, ທີ່ປຶກສາທົ່ວໂລກກ່ຽວກັບການຊ່ວຍເຫຼືອດ້ານມະນຸດສະທໍາຂອງສະຫະພັນ ActionAid ສາກົນ (AAI), ເນື່ອງໃນໂອກາດການໄປປະຕິບັດງານຂອງທ່ານ Nayak ຢູ່ ຫວຽດນາມ.

ຊ່ວຍເຫຼືອປະຊາຊົນແຂວງຫຼວງນ້ຳທາ (ລາວ) ທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi
ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

ທີ່​ການ​ພົບ​ປະ, ທ່ານ Amar Nayak ​ໄດ້​ສະ​ແດງ​ຄວາມ​ເຫັນໃຈ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ ຫວຽດນາມ ຕ້ອງແບກຫາບພາຍຫຼັງ​ພະຍຸ​ເລກທີ 3 (Yagi). ທ່ານໃຫ້ຮູ້ວ່າ ພາຍຫຼັງ​ໄດ້​ຮັບ​ບົດ​ລາຍ​ງານ ​ແລະ ຂໍ້​ສະ​ເໜີຈາກ ຫ້ອງວ່າການຜູ້ຕາງໜ້າ ActionAid ສາກົນ ປະຈຳ​ ຫວຽດນາມ (AAV), AAI ໄດ້​ຕັດສິນ​ໃຈ​ຈັດ​ສັນ​ງົບປະມານ​ຢ່າງ​ວ່ອງ​ໄວ ​ແລະ ສົ່ງ​ຜູ້​ຊ່ຽວຊານ​ໄປຍັງ ຫວຽດນາມ ​ເພື່ອ​ສະໜັບສະໜູນ​ໂດຍ​ກົງ. ນີ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາທີ່ເຂັ້ມແຂງຂອງ ActionAid ໃນການຫນູນຊ່ວຍການຟື້ນຟູ ແລະ ການກໍ່ສ້າງຄືນໃຫມ່ຫຼັງຈາກພາຍຸ.

ອົງການ ActionAid ສາກົນ ໜູນຊ່ວຍ ຫວຽດນາມ ​ໃນ​ການຟື້ນຟູຜົນ​ຮ້າຍ​ຈາກ​ພາຍຸ Yagi

ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ຫງວຽນຫ​ງອກ​ຮຸ່ງ ໄດ້​ຕ້ອນ​ຮັບ​ທ່ານ Amar Nayak, ທີ່​ປຶກ​ສາ​ທົ່ວ​ໂລກ​ກ່ຽວ​ກັບການຊ່ວຍເຫຼືອດ້ານມະນຸດສະທໍາຂອງ ສະຫະພັນ ActionAid ສາກົນ.​ (ພາບ: AAV)

ທ່ານ Amar Nayak ກໍ່​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ບັນດາອົງການທີ່ມີໜ້າທີ່ ແລະ ປະຊາຊົນ​ ຫວຽດນາມ ​ໃນ​ວຽກງານຮັບມື ແລະ ແກ້ໄຂຜົນ​ຫຼັງ​ຈາກ​ພະຍຸ​ເລກທີ 3. ​ໂດຍ​ອີງ​ໃສ່​ປະສົບ​ການ​ໃນ​ວຽກ​ງານ​ກູ້​ໄພ​ດ້ານ​ມະນຸດສະທຳ​ທົ່ວ​ໂລກ, ທ່ານ​ໄດ້​ແບ່ງປັນ​ຫຼາຍ​ຂໍ້​ສະ​ເໜີ​ໃຫ້​ການ​ນຳສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ລວມມີ ​ກົນ​ໄກ​ຮຽກ​ຮ້ອງ ​ແລະ ຮັບ​ການ​ຊ່ວຍ​ເຫຼືອ, ສ້າງກອບກົດໝາຍ​ທີ່ກຽວຂ້ອງກັບ​ການແກ້ໄຂແຫຼ່ງກຳລັງ​ໜູນ​ຊ່ວຍ ​ແລະ ຄວາມສຳຄັນ​ຂອງ​ການ​ກະກຽມ, ການຝຶກຊ້ອມໃນຊຸມຊົນເພື່ອການຮັບມືກັບໄພພິບັດທໍາມະຊາດ.

ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ຫງວຽນ​ຫງອກ​ຮຸ່ງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ AAI, AAV ແລະ ທ່ານ Amar Nayak ໂດຍ​ສ່ວນ​ບຸກ​ຄົນ ຍ້ອນການໜູນ​ຊ່ວຍ​ຢ່າງ​ທັນ​ການ​ໃນ​ວຽກ​ງານ​ຟື້ນຟູ​ພາຍຫຼັງ​ພາຍຸ​ເລກທີ 3. ທ່ານຫວັງວ່າ ດ້ວຍແຫຼ່ງຊັບພະຍາກອນ ແລະ ປະສົບການອັນອຸດົມສົມບູນໃນການແກ້ໄຂໄພພິບັດທໍາມະຊາດ, ActionAid ຈະສືບຕໍ່ຮ່ວມເດີນທາງໄປພ້ອມກັບຫວຽດນາມ, ພິເສດແມ່ນໃນໂຄງການຊ່ວຍເຫຼືອຊຸມຊົນຟື້ນຟູຫຼັງພາຍຸເລກທີ 3 (ໂຄງການ Y1).

ທ່ານ ຫງວຽນ​ຫງອກ​ຮຸ່ງ ​ເນັ້ນ​ໜັກ​ວ່າ ການປະກອບ​ຄວາມ​ຮູ້ ​ແລະ ທັກສະປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ໃຫ້​ປະຊາ​ຄົມ​, ພິເສດ​ໃຫ້ນັກຮຽນ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ທ່ານ​ຮຽກຮ້ອງ​ໃຫ້ AAI, AAV ​ແລະ ບັນດາ​ຄູ່​ຮ່ວມ​ມືອຸປະຖຳສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້ ​ໂດຍ​ຜ່ານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ຄະນະປະສານ​ງານ​ການ​ຊ່ວຍ​ເຫຼືອ​ປະຊາຊົນ (PACCOM - ຫົວໜ່ວຍ​ຂຶ້ນ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ) ​ແລະ ບັນດາ​ກົນ​ໄກ​ທີ່​ກ່ຽວຂ້ອງ.

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi

ຍສໝ - ​ໄພ​ນ້ຳ​ຖ້ວມ​ ແລະ ​ດິນ​ເຈື່ອນ​ທີ່​ເກີດ​ຈາກພະຍຸ Yagi ​ໄດ້​ທຳລາຍ​ປະ​ເທດ​ຫວຽດນາມ, ມຽນມາ, ລາວ ​ແລະ ​ໄທ, ສົ່ງ​ຜົນ​ກະທົບ​ຕໍ່​ເດັກນ້ອຍ​ເກືອບ 6 ລ້ານ​ຄົນ. ເດັກນ້ອຍມີຄວາມຫຍຸ້ງຍາກໃນການເຂົ້າເຖິງນ້ຳສະອາດ, ການສຶກສາ, ການດູແລສຸຂະພາບ, ອາຫານ ແລະ ທີ່ພັກອາໄສ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ຍສໝ - ໂດຍຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ໃນ​ວັນ​ທີ 18 ກັນຍາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້​ຈັດ​ຕັ້ງລາຍການ​ບໍລິຈາກ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ເລກທີ 3 (Yagi), ດ້ວຍການ​ເຂົ້າ​ຮ່ວມ​ຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາ​ອົງການ​ສະມາຊິກ​ຢູ່ສູນ​ກາງ ຢ່າງຕັ້ງໜ້າ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.