ນັກສຶກສາໃໝ່ຈາກລາວ ແລະ ກຳປູເຈຍ ຈຳນວນ 38 ຄົນ ໄດ້ຮັບທຶນການສຶກສາ 100% ຢູ່ມະຫາວິທະຍາໄລ ກຶວລອງ

07:00 | 08/10/2024

ຍສໝ - ວັນທີ 5 ຕຸລາ ຢູ່ແຂວງວິ໊ງລອງ, ມະຫາວິທະຍາໄລ ກຶວລອງ ໄດ້ຈັດພິທີໄຂສົກຮຽນໃໝ່ 2024-2025 ແລະ ໄດ້ຮັບໃບຍ້ອງຍໍຈາກ ທ່ານນາຍົກລັດຖະມົນຕີ ຫວຽດນາມ. ໃນໂອກາດນີ້, ມະຫາວິທະຍາໄລ ກໍ່ໄດ້ມອບທຶນການສຶກສາ 100% ໃຫ້ແກ່ນັກສຶກສາໃໝ່ທີ່ມີຜົນການຮຽນດີເດັ່ນ.

38 ຜົນງານເຂົ້າຮ່ວມໃນງານວາງສະແດງການສົນທະນາກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e
ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ

ໃນພິທີດັ່ງກ່າວ, ທ່ານ ຮສຈ.ປອ ເລືອງມິງກື່, ອະທິການບໍດີມະຫາວິທະຍາໄລ ກຶວລອງ ໄດ້ກ່າວວ່າ ໃນສົກຮຽນ 2024-2025 ມະຫາວິທະຍາໄລ ໄດ້ຮັບນັກສຶກສາໃໝ່ ຈຳນວນ 3.186 ຄົນ ໃນນັ້ນມີນັກສຶກສາຕ່າງປະເທດຈາກ ລາວ ແລະ ກໍາປູເຈຍ ຈຳນວນ 41 ຄົນ.

ເພື່ອສົ່ງເສີມຈິດໃຈໃນການຮຽນ, ມະຫາວິທະຍາໄລ ໄດ້ຕັດສິນໃຈມອບທຶນການສຶກສາແບບ 100% ມູນຄ່າ 2,3 ຕື້ດົງ ໃຫ້ແກ່ນັກສຶກສາຕ່າງປະເທດທີ່ເຂົ້າໃໝ່ ຈຳນວນ 38 ຄົນນີ້.

ນັກສຶກສາໃໝ່ຈາກລາວ ແລະ ກຳປູເຈຍ ຈຳນວນ 38 ຄົນ ໄດ້ຮັບທຶນການສຶກສາ 100% ຢູ່ມະຫາວິທະຍາໄລ ກຶວລອງ

ບັນດານັກສຶກສາໃໝ່ໄດ້ຮັບທຶນການສຶກສາຈາກມະຫາວິທະຍາໄລ ກຶວລອງ. (ຮູບພາບ: ໜັງສືພິມ ສຶກສາ ແລະ ຍຸກສະໄໝ)

ນອກຈາກນັ້ນ, ນັກສຶກສາຊົນເຜົ່າຂະແມ 30 ຄົນ ທີ່ອາໄສຢູ່ໃນພາກພື້ນທົ່ງພຽງແມ່ນ້ຳ ກຶວລອງ ກໍໄດ້ຮັບທຶນການສຶກສາ100% ມູນຄ່າທັງໝົດ 2,1 ຕື້ດົງ. ນີ້ແມ່ນສ່ວນໜຶ່ງໃນຄວາມພະຍາຍາມຂອງໂຮງຮຽນ ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາທີ່ມີສະພາບການທີ່ຫຍຸ້ງຍາກໄດ້ບືນຂຶ້ນໃນການຮ່ຳຮຽນ.

ໃນພິທີດັ່ງກ່າວ, ມະຫາວິທະຍາໄລກໍ່ໄດ້ເຊີດຊູ ແລະ ຍ້ອງຍໍນັກສຶກສາໃໝ່ 34 ຄົນ ທີ່ມີຜົນສຳເລັດສູງໃນການຮັບສະໝັກເຂົ້າຮຽນ ມະຫາວິທະຍາໄລໃນລະບົບປົກກະຕິ ປີ 2024. ມີການທຶນການສຶກສາອີກຫຼາຍຮ້ອຍທຶນໄດ້ມອບໃຫ້ແກ່ນັກສຶກສາໃໝ່ທີ່ມີຜົນການຮຽນດີເດັ່ນ, ມີສະພາບການທີ່ຫຍຸ້ງຍາກ, ຄອບຄົວທຸກຍາກ, ໃກ້​ຂັ້ນທຸກ​ຍາກ, ນັກສຶກສາກຳພ້າ ແລະ ລູກຂອງທະຫານເສຍອົງຄະ. ມູນຄ່າທັງໝົດຂອງທຶນການສຶກສາ ແລະ ຍ້ອງຍໍໃນຄັ້ງນີ້ ເກືອບ 9.1 ຕື້ດົງ.

ໃນການແບ່ງປັນກ່ຽວກັບທິດທາງການພັດທະນາໃນສົກຮຽນໃໝ່, ທ່ານ ຮສຈ.ປອ ເລືອງມິງກື່ ໄດ້ກ່າວວ່າ ມະຫາວິທະຍາໄລຈະສືບຕໍ່ປັບປຸງວິທີການສິດສອນ, ຍົກລະດັບຄຸນນະພາບຂອງຫຼັກສູດບຳລຸງ​ສ້າງ ແລະ ລົງທຶນຢ່າງເຕັມທີ່ໃນພື້ນຖານໂຄງລ່າງ. ພ້ອມກັນນັ້ນ, ມະຫາວິທະຍາໄລ ກໍ່ຈະຊຸກຍູ້ການຄົ້ນຄວ້າວິທະຍາສາດ ແລະ ເປີດກ້ວາງການຮ່ວມມືສາກົນ, ເພື່ອປັບປຸງຄຸນນະພາບການສຶກສາ ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດສຳລັບພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ມະຫາວິທະຍາໄລ ກຶວລອງ ໄດ້ຈັດພິທີຮັບເອົາໃບຍ້ອງຍໍຈາກ ທ່ານນາຍົກລັດຖະມົນຕີ ຫວຽດນາມ ມອບໃຫ້ມະຫາວິທະຍາໄລ ຍ້ອນມີຜົນງານດີເດັ່ນໃນການ “ປ່ຽນແປງໃໝ່, ຄວາມຄິດປະດິດສ້າງໃນການຄຸ້ມຄອງ, ການສອນ ແລະ ການຮຽນ”, ໂດຍສະເພາະແມ່ນການບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ ແລະ ການຖ່າຍທອດເຕັກໂນໂລຊີໄປໃຫ້ ລາວ ແລະ ກໍາປູເຈຍ.

ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ

ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ

ຍສໝ - ຕອນ​ຄ່ຳ​ວັນ​ທີ 20 ຕຸລາ, ຢູ່​ສູນ​ວັດ​ທະ​ນະ​ທຳ, ຂໍ້​ມູນ​ຂ່າວ​ສານ ແລະ ກິ​ລາ ​ເມືອງ ເດີດ​ດໍ່, ຄະ​ນະ​ຊາວ​ໜຸ່ມ​ແຂວງ - ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ແຂວງ ບ່າ​ເຣ້ຍ - ຫວຸງ​ເຕົ່າ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ມາ​ຊິກ​ຄະນະ​ຊາວ​ໜຸ່ມ​ແຂວງ ບ່າ​ເຣ້ຍ. - ຫວຸງເຕົ່າ ກັບນັກສຶກສາລາວ ແລະ ກຳປູເຈຍ ...

ນັກສຶກສາລາວ ແລະ ກຳປູເຈຍ  72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ

ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ກັນຍາ, ຄະນະ​ກຳມະການ​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ຟູ້​ຢວນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ ຂອງ​ເມືອງ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ແລກປ່ຽນ​ວັດທະນະທຳ ໃນຫົວ​ຂໍ້​ “ງານ​ບຸນ​ເຊື່ອມ​ຈອດວົງແຂນທີ່ກວ້າງໃຫຍ່” ຄັ້ງ​ທີ 3 ປີ 2023.

ແທັງຮັ່ງ

302 Found

Found

The document has moved here.