ຫວຽດນາມ-ມົງໂກນ ສ້າ່ງການພົວພັນຄູ່ຮ່ວມມືຮອບດ້ານ

07:08 | 02/10/2024

ຍສໝ - ການນຳສອງທ່ານມີຄວາມພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະມົງໂກນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ແລະມີຄວາມເຊື່ອໝັ້ນຕໍ່ອະນາຄົດ, ການນຳສອງທ່ານໄດ້ພ້ອມກັນຖະແຫຼງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ມົງໂກນ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ມົງໂກນ ຂຶ້ນສູ່ລະດັບສູງໃໝ່ ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ມົງໂກນ ຂຶ້ນສູ່ລະດັບສູງໃໝ່
ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ

ເວລາ 11 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ), ກົງກັບເວລາ 10 ໂມງ 30 ນາທີ (ຕາມເວລາຮ່າໂນ້ຍ) ຂອງວັນທີ 30 ກັນຍາ, ເຮືອບິນພິເສດນຳສົ່ງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນ Chinggis Khaan, ນະຄອນຫຼວງ Ulaanbaatar, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ມົງໂກນ ແຕ່ວັນທີ 30 ກັນຍາ ຫາວັນທີ 1 ຕຸລາ ຕາມຄຳເຊີນຂອງທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ.

ຫວຽດນາມ-ມົງໂກນ ສ້າ່ງການພົວພັນຄູ່ຮ່ວມມືຮອບດ້ານ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ ກວດແຖວກຽດຕິຍົດ. ພາບ: ສໍານັກຂ່າວສານຫວຽດນາມ

*ຕອນບ່າຍຂອງວັນດຽວກັນ, ຢູ່ສະໜາມຫຼວງ Sukhbaatar, ນະຄອນຫຼວງ Ulaanbaatar, ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີການສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ດໍາເນີນການພົບປະເຈລະຈາກັບທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ.

ທີ່ການພົບປະເຈລະຈາ, ການນຳສອງທ່ານມີຄວາມພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະມົງໂກນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ແລະມີຄວາມເຊື່ອໝັ້ນຕໍ່ອະນາຄົດ, ການນຳສອງທ່ານໄດ້ພ້ອມກັນຖະແຫຼງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ມົງໂກນ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ການນຳສອງທ່ານ ກໍ່ໄດ້ແລກປ່ຽນ ແລະບັນລຸໄດ້ຄວາມຮັບຮູ້ກ່ຽວກັບທິດທາງລະອຽດແນໃສ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືຂອງການນຳຂັ້ນສູງ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄໍ້າ; ເຫັນດີເພີ່ມທະວີການພົບປະແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມື ແລະການເຈລະຈາທີ່ມີຢູ່ແລ້ວ; ຍູ້ແຮງການຮ່ວມມືທາງການທູດ, ຄວາມໝັ້ນຄົງ, ຕຸລາການ; ສືບຕໍ່ຮ່ວມມືເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ພັດທະນາທະຫານມ້າ, ສັນຍາລັກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ-ມົງໂກນ ສ້າ່ງການພົວພັນຄູ່ຮ່ວມມືຮອບດ້ານ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ ຖ່າຍຮູບຮ່ວມກັນ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ ແລະສອດຄ່ອງກັບຄວາມຕ້ອງການ, ທ່າແຮງຂອງບັນດາຝ່າຍ; ຊຸກຍູ້ບັນດາຂົງເຂດເສດຖະກິດໃໝ່, ຄື: ເສດຖະກິດດີຈີຕອນ, ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ພ້ອມກັນຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ການນຳສອງທ່ານ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການເຊື່ອມຈອດທາງບົກ, ທາງລົດໄຟ ແລະທາງອາກາດ. ສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືຢູ່ເວທີປາໄສສາກົນ ແລະອົງການຈັດຕັ້ງສາກົນເຊິ່ງສອງປະເທດເປັນສະມາຊິກ, ພິເສດແມ່ນສະຫະປະຊາຊາດ.

ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານ ໄດ້ອອກຖະແຫຼງການຮ່ວມຫວຽດນາມ-ມົງໂກນ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານແນໃສ່ກໍານົດທິດໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະຮອບດ້ານ.

*ຕອນບ່າຍຂອງວັນດຽວກັນ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ມົງໂກນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Luvsannamsrai Oyun-Erdene ນາຍົກລັດຖະມົນຕີມົງໂກນ.

ທີ່ການພົບປະ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນດ້ວຍຫຼາຍຮູບການ; ເສີມຂະຫຍາຍບົດບາດກົນໄກຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ມົງໂກນ ກວ່າອີກ, ປະກອບສ່ວນຊຸກຍູ້ການຮ່ວມມືໃຫ້ແທດຈິງ ແລະມີປະສິດທິຜົນໃນຂົງເຂດເສດຖະກິດສອງປະເທດ; ພ້ອມທັງຍູ້ແຮງການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ, ວິທະຍາສາດ-ເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະການສື່ສານຢ່າງເລິກເຊິ່ງກວ້າງຂວາງກວ່າ.

ຫວຽດນາມ-ມົງໂກນ ສ້າ່ງການພົວພັນຄູ່ຮ່ວມມືຮອບດ້ານ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ Luvsannamsrai Oyun-Erdene ນາຍົກລັດຖະມົນຕີ ມົງໂກນ. ພາບ: baoquocte.vn

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສໍາຄັນການພົວພັນຮ່ວມມືກັບ ມົງໂກນ ແລະປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນ ແລະຍາວນານ, ສອດຄ່ອງກັບຜົນປະໂຫຍດ, ຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຮ່ວມມືຂອງສອງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕີລາຄາສູງຕໍ່ເລື່ອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນກຳອຳນາດຂອງມົງໂກນ ຫາກໍ່ລົງນາມໃນບົດບັນທຶກການຮ່ວມມືສະບັບໃໝ່, ຜ່ານນັ້ນ ສ້າງພື້ນຖານຊຸກຍູ້ການພົວພັນຂອງສອງພັກໃນໄລຍະຈະມາເຖິງ.

ສ່ວນທ່ານ Luvsannamsrai Oyun-Erdene ນາຍົກລັດຖະມົນຕີມົງໂກນ ກໍ່ຢືນຢັນວ່າ ການເພີ່ມທະວີການຮ່ວມມືຮອບດ້ານ ແລະເລິກເຊິ່ງກວ້າງຂວາງກັບຫວຽດນາມ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງມົງໂກນ ຢູ່ພາກພື້ນ; ປາດຖະໜາຢາກເພີ່ມທະວີ ແລະເປີດກວ້າງການຮ່ວມມືກັບຫວຽດນາມ ໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ການຄົມມະນາຄົມຂົນສົ່ງ, logistics, ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນກໍ່ຄືຢູ່ເວທີປາໄສ, ກົນໄກຫຼາຍຝ່າຍເພື່ອໃຫ້ສົມກັບການພົວພັນຄູ່ຮ່ວມມືຮອບດ້ານ.

*ຕອນບ່າຍວັນທີ 30 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Dashzegve Amarbayasgalan ປະທານສະພາແຫ່ງຊາດ ມົງໂກນ.

ຫວຽດນາມ-ມົງໂກນ ສ້າ່ງການພົວພັນຄູ່ຮ່ວມມືຮອບດ້ານ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ Dashzegve Amarbayasgalan ປະທານສະພາແຫ່ງຊາດ ມົງໂກນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີບົດບາດອົງການນິຕິບັນຍັດສອງປະເທດໃນການສົມທົບກັນໜູນຊ່ວຍຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດໃຫ້ພັດທະນາຢ່າງ

ແທດຈິງ, ມີປະສິດທິຜົນ ແລະຮອບດ້ານ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຮອບດ້ານ; ພ້ອມທັງຊຸກຍູ້ການລົງນາມໃນສັນຍາສົ່ງເສີມ ແລະປົກປ້ອງການລົງທຶນສະບັບໃໝ່ລະຫວ່າງຫວຽດນາມ ແລະມົງໂກນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີວຽກງານປົກປ້ອງ, ໜູນຊ່ວຍ ເພື່ອໃຫ້ປະຊາຄົມທີ່ອາໄສຢູ່ຕ່າງປະເທດຂອງສອງປະເທດມີຄວາມອຸ່ນອ່ຽນໃຈໃນການດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ແຕ່ລະປະເທດ; ສົມທົບກັນຊຸກຍູ້ການເຄື່ອນໄຫວຮ່ວມມືພົບປະແລກປ່ຽນດ້ານວັດທະນະທຳ ແລະກິລາ ແນໃສ່ເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ; ເພີ່ມທະວີການໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ, ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການທ່ອງທ່ຽວ, ນະໂຍບາຍ ແລະປະສົບການໃນການຄຸ້ມຄອງ, ພັດທະນາການທ່ອງທ່ຽວຢູ່ແຕ່ລະປະເທດ; ຍູ້ແຮງການຮ່ວມມືຂັ້ນທ້ອງຖິ່ນລະຫວ່າງສອງປະເທດ.

ຕອນບ່າຍວັນທີ 30 ກັນຍາ, ຢູ່ນະຄອນຫຼວງ Ulaanbaatar, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Ukhnaagiin Khurelsukh ປະທານາທິບໍດີ ມົງໂກນ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ-ມົງໂກນ ໄດ້ເຂົ້າຮ່ວມພິທີເປີດວັນວັດທະນະທຳຫວຽດນາມ ຢູ່ມົງໂກນ ປີ 2024.

ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ

ຍສໝ - ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕອບສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ເຖິງ ກູບາ ຢ່າງຈົບງາມ.

ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ

ຍສໝ- ວັນ​ທີ 25 ກັນຍາ, ຄະນະ​ການກຸສົນ​ຂອງ​ສະມາຄົມ​ຊາວຫວຽດນາມ ປະຈຳ​ເຂດ Kansai/ຍີ່ປຸ່ນ, ສະມາຄົມ​ການກຸສົນ ແຊນວ່າງ ເບີລິນ / ​ເຢຍລະ​ມັນ, ສະມາຄົມຕິດຕໍ່​ພົວພັນກັບຊາວຫວຽດນາມ ຢູ່​ຕ່າງປະ​ເທດ ພ້ອມໂຮງຮຽນ​ພາສາ​ຫວຽດນາມ ໄມ້ໄຜ່.... ​ໄດ້​ລົງ​ໄປຢ້ຽມຢາມ, ຊຸກຍູ້, ບໍລິຈາກ​ເຂົ້າສານ, ເຄື່ອງໃຊ້ປະຈຳ, ເຄື່ອງໃຊ້ໃນໂຮງຮຽນ ແລະ ມອບເງິນໜູນຊ່ວຍໃຫ້ບັນດາຄອບຄົວທີ່ຖືກຮັບຜົນກະທົບຈາກພະຍຸ ແລະ ນໍ້າຖ້ວມຢູ່ເມືອງ ...

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.