ມຸ່ງໄປເຖິງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ

20:48 | 15/10/2024

ຍສໝ - ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີພູເຂົາແມ່ນ້ໍາຕິດຕໍ່ກັນ. ສາຍພົວພັນສາມັກຄີ, ມິດຕະພາບ, ທີ່ຊື່ສັດບໍລິສຸດ, ທັງເປັນເພື່ອນມິດສະຫາຍ ແລະທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ ແລະການນໍາຂອງພັກ, ລັດ ແລະປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ໄດ້ກາຍເປັນສາຍພົວພັນທີ່ແບບຢ່າງ, ທີ່ຊື່ສັດບໍລິສຸດ ແລະຫາຍາກໃນໂລກ.

ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2
ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ

ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກ ແລະເງິນເດືອນກໍ່ບໍ່ຫຼາຍກໍ່ຕາມ, ແຕ່ພະນັກງານ ແລະນັກຮົບທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ຫັກເງິນເດືອນ ແລະເງິນອຸດໜູນສ່ວນໜຶ່ງເພື່ອຊ່ວຍເຫຼືອ ແລະໜູນຊ່ວຍພວກນ້ອງນັກຮຽນບັນດາເຜົ່າທີ່ດຳລົງຊີວິດຢູ່ເຂດຊາຍແດນ ແລະນັກຮຽນຊາວລາວ ຢູ່ບ້ານຕິດກັບຊາຍແດນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ”. ການກະທໍາທີ່ມີຄວາມໝາຍນີ້ແມ່ນປະກົດການທີ່ມີຊີວິດຊີວາປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ຄວາມຜູກພັນຮັກໄຄ່ກາໂລ

ມື້ນີ້ແມ່ນວັນພິເສດເມື່ອພວກຂ້າພະເຈົ້າພ້ອມກັບຄະນະປະຕິບັດງານຄະນະຊີ້ນຳວຽກງານຊາຍແດນແຂວງ ເທືອທຽນເຫວ້, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະຄ້າຍທະຫານຊາຍແດນທີ່ຕັ້ງທັບຢູ່ຊາຍແດນຫວຽດນາມ - ລາວ ຂອງແຂວງເທື່ອທຽນເຫວ້ ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ປະຊາຊົນບ້ານກາໂລ, ເມືອງກະລຶມ, ແຂວງເຊກອງ, ປະເທດລາວ. ເສັ້ນທາງແຕ່ດ່ານຊາຍແດນອາເດິດ ໄປຫາກາໂລ ປະຈຸບັນສະດວກກວ່າ. ທັງສອງຟາກທາງເຕັມໄປດ້ວຍສີຂຽວຂອງໄຮ່ສາລີ, ໄຮ່ນາ ແລະໂນນໝາກນັດ. ທ່ານພັນໂທ ຫງວຽນກວາງແມ້ງ, ຫົວໜ້າການເມືອງຄ້າຍທະຫານດ່ານຊາຍແດນອາເດິດ ແບ່ງປັນວ່າ: “ປ້ອມຍາມຫຼັງໃໝ່ຂອງຄ້າຍຕຳຫຼວດ ຕາວ່າງ ແລະເຮືອນມຸງສັງກະສີໃໝ່ຂອງກອງຮ້ອຍທະຫານຊາຍແດນ 531 (ແຂວງເຊກອງ, ລາວ) ໂດຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນອາເດິດ ຊ່ວຍກໍ່ສ້າງ ແລະມອບໃຫ້ກໍາລັງປະກອບອາວຸດປະເທດເພື່ອນລາວ.

ມຸ່ງໄປເຖິງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ
ພັນເອກພິເສດ ຟ້າມຕຸ່ງເລີມ, ຫົວໜ້າການເມືອງທະຫານຊາຍແດນແຂວງເທື່ອທຽນເຫວ້ ມອບທຶນຊ່ວຍເຫຼືອ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ” ໃຫ້ນ້ອງ ທ້າວ ອາຣອດ. ພາບ: ຫວໍຕ໋ຽນ

ສິ່ງທີ່ເຮັດໃຫ້ຂ້າພະເຈົ້າ ປະຫຼາດໃຈແມ່ນຊາວບ້ານຫຼາຍຄົນນັບທັງເດັກນ້ອຍໄດ້ອອກມາຕ້ອນຮັບດ້ວຍຄວາມເບີກບານມ່ວນຊື່ນ. ຫົວໜ້າບ້ານກາໂລ ເກອອຍ ແລະຊາວບ້ານໄດ້ຕ້ອນຮັບຄະນະປະຕິບັດງານດ້ວຍການຈັບມືຢ່າງແໜ້ນແຟ້ນ, ຮອຍຍິ້ມທີ່ສົດໃສ ແລະສາຍຕາເຕັມໄປດ້ວຍຄວາມຮັກແພງ. ອ້າຍໃຫ້ຮູ້ວ່າ: “ເມື່ອໄດ້ຍິນຂ່າວຄະນະປະຕິບັງານມາຢ້ຽມຢາມ, ປະຊາຊົນທົ່ວບ້ານດີໃຈຫຼາຍ. ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍໄດ້ພາກັນມາເຕົ້າໂຮມຢູ່ໂຮງຮຽນໃນບ້ານເພື່ອຕ້ອນຮັບ".

ພາຍຫຼັງຢ້ຽມຢາມຖາມຂ່າວແລ້ວ, ຄະນະປະຕິບັດງານໄດ້ມອບຂອງຂວັນເກືອບ 200 ພູດໃຫ້ປະຊາຊົນ ແລະນັກຮຽນບ້ານກາໂລ. ທ້າວ ອາຣອດ, ໝູ່ບ້ານກາໂລ (ປະຈຸບັນຮຽນຢູ່ມໍ 6, ໂຮງຮຽນມັດທະຍົມຕອນຕົ້ນເມືອງກະລືມ) ໄດ້ຮັບຂອງຂວັນຊ່ວຍເຫຼືອໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ” ໂດຍທ່ານພັນເອກພິເສດ ຟ້າມຕຸ່ງເລີມ, ຫົວໜ້າການເມືອງທະຫານຊາຍແດນແຂວງເທື່ອທຽນເຫວ້ ມອບໃຫ້. ທ້າວ ອາຣອດ ໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ: “ລູກຂໍຂອບໃຈພວກອາວທະຫານຊາຍແດນ ຫວຽດນາມ ທີ່ໄດ້ອຸປະກາລະ ແລະຊ່ວຍເຫຼືອເພື່ອໃຫ້ລູກສາມາດໄປຮຽນຕໍ່".

ປະຈຸບັນ, ບ້ານກາໂລ ມີ 120 ຄອບຄົວ ດ້ວຍມີ 563 ຄົນ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຂົາເຈົ້າດຳລົງຊີວິດຕົ້ນຕໍແມ່ນອີງໃສ່ການປູກຝັງ, ລ້ຽງສັດ. ທ່ານ ເກອອຍ ໃຫ້ຮູ້ຕື່ມວ່າ: ເຖິງວ່າບ້ານກາໂລ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ດ້ວຍຄວາມມານະພະຍາຍາມຂອງຊາວບ້ານ, ພ້ອມກັບການໜູນຊ່ວຍຂອງອໍານາດການປົກຄອງ, ທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນທະຫານຊາຍແດນຫວຽດນາມ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ດີຂຶ້ນຫຼາຍ. ປະຈຸບັນ, ປະຊາຊົນສາມາດດຳລົງຊີວິດຢູ່ໃນເຮືອນຖາວອນ, ເດັກນ້ອຍໄດ້ຮ່ຳຮຽນຢູ່ໃນເຮືອນກວ້າງໃຫຍ່ສວຍງາມ. ຫວັງວ່າ ໃນໄລຍະຈະມາເຖິງ, ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນຈາກອໍານາດການປົກຄອງ, ທ້ອງຖິ່ນຂອງສອງປະເທດ ແລະທະຫານຊາຍແດນຫວຽດນາມ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີກວ່າ”. ພາຍຫຼັງໂອ້ລົມນຳກັນຄະນະປະຕິບັດງານໄດ້ອໍາລາບ້ານກາໂລດ້ວຍການຈັບມືອັນອົບອຸ່ນສະໜິດສະໜົມ.

ພ້ອມກັນເບິ່ງແຍງດູແລພວກນ້ອງເຍົາວະຊົນ, ອະນຸຊົນເພື່ອອະນາຄົດ

ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີພູເຂົາແມ່ນ້ໍາຕິດຕໍ່ກັນ. ສາຍພົວພັນສາມັກຄີ, ມິດຕະພາບ, ທີ່ຊື່ສັດບໍລິສຸດ, ທັງເປັນເພື່ອນມິດສະຫາຍ ແລະທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ ແລະການນໍາຂອງພັກ, ລັດ ແລະປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ໄດ້ກາຍເປັນສາຍພົວພັນທີ່ແບບຢ່າງ, ທີ່ຊື່ສັດບໍລິສຸດ ແລະຫາຍາກໃນໂລກ. ເດືອນກຸມພາ ປີ 2019, ລັດຖະບານສອງປະເທດ ຫວຽດນາມ-ລາວ ໄດ້ເປັນເອກະພາບຍົກລະດັບເປັນ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ”, ສ້າງບາດກ້າວບຸກທະລຸໃໝ່ໃນສາຍພົວພັນຮ່ວມມືລະຫວ່າງສອງປະເທດ.

ມຸ່ງໄປເຖິງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ
ຄ້າຍທະຫານຊາຍແດນເຫືອງເລິ້ບ, ທະຫານຊາຍແດນແຂວງກວາງຈິ້ ຮ່ວມມືກັບກຳລັງປ້ອງກັນຊາຍແດນຂອງລາວ ຈັດລາຍການ “ບຸນໄຫວ້ພະຈັນຢູ່ເຂດຊາຍແດນໃຫ້ເດັກນ້ອຍຫວຽດນາມ-ລາວ ” ຄັ້ງທີ 2 ໃຫ້ເດັກນ້ອຍໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ. ພາບ: ດິ່ງຕຽນ

ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ, ອຳນດການປົກຄອງທຸກຂັ້ນ, ກໍາລັງປະກອບອາວຸດ, ໃນນັ້ນມີທະຫານຊາຍແດນຂອງສອງປະເທດ ຫວຽດນາມ ແລະລາວ ຍາມໃດກໍ່ສາມັກຄີ, ຮ່ວມມືຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາ ແລະກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ກໍ່ສ້າງເຂດຊາຍແດນໃຫ້ຮັ່ງມີສວຍງາມ. ໜຶ່ງໃນບັນດາກິດຈະກຳທີ່ມີຄວາມໝາຍແທດຈິງ ແມ່ນການເບິ່ງແຍງດຸແລເດັກນ້ອຍ ເຊິ່ງແມ່ນອະນາຄົດຂອງປະເທດ ລ້ານຊ້າງຢູ່ເຂດຊາຍແດນ.

ຄວາມຈິງແລ້ວ, ເຂດຊາຍແດນຂອງທັງສອງປະເທດລາວ-ຫວຽດນາມ ຍັງມີຄວາມຫຍຸ້ງຍາກຫຼາຍ, ການຄົມມະນາຄົມບໍ່ສະດວກ, ພື້ນຖານໂຄງລ່າງຍັງຈຳກັດ, ເງື່ອນໄຂເສດຖະກິດຍັງພັດທະນາຢ່າງຊັກຊ້າ ເມື່ອທຽບໃສ່ເຂດອື່ນໆ, ອັດຕາຄອບຄົວທຸກຍາກຍັງສູງ. ຍ້ອນຊີວິດຍັງທຸກຍາກ, ເດັກນ້ອຍລາວ ຫຼາຍຄົນຢູ່ເຂດຊາຍແດນອາດຈະບໍ່ໄດ້ໄປຮຽນ, ຂາດໂອກາດມຸ່ງໄປເຖິງອະນາຄົດທີ່ດີກວ່າ.

ດ້ວຍສາຍພົວພັນສາມັກຄີ, ມິດຕະພາບ, ອ້າຍນ້ອງທີ່ດີ, ໃນຫຼາຍປີຜ່ານມາ, ບັນດາກົມກອງທະຫານຊາຍແດນຫວຽດນາມ ໄດ້ຮັບອຸປະຖໍາໃຫ້ນັກຮຽນລາວ ຈຳນວນ 87 ຄົນໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ – ລູກລ້ຽງຄ້າຍທະຫານຊາຍແດນ”. ຕາມນັ້ນແລ້ວ, ນັກຮຽນແຕ່ລະຄົນຈະໄດ້ຮັບເງິນໜູນຊ່ວຍ 500,000 ດົງ/ເດືອນ ຈົນຮອດເວລາຮຽນຈົບມັດທະຍົມຕອນປາຍ. ນອກຈາກການໜູນຊ່ວຍດ້ວຍເງິນແລ້ວ, ບັນດາກົມກອງທະຫານຊາຍແດນຍັງໄດ້ມອບປຶ້ມ, ປາກກາ, ກະເປົ໋າ, ເສື້ອໂສ້ງ ແລະລົດຖີບອີກດ້ວຍ. ເຖິງວ່າຂອງຂວັນມີມູນຄ່າບໍ່ຫຼາຍກໍ່ຕາມ, ແຕ່ ໄດ້ຊ່ວຍໃຫ້ເດັກນ້ອຍລາວ ຫຼາຍຄົນມີໂອກາດໄດ້ ຮໍ່າຮຽນ ແລະບືນຂຶ້ນໃນຊິວິດການເປັນຢູ່.

ອາດເວົ້າໄດ້ວ່າ, ການອຸປະຖໍາ ແລະເບິ່ງແຍງດູແລເດັກນ້ອຍນັກຮຽນລາວ ຂອງທະຫານຊາຍແດນຫວຽດນາມ ສະແດງໃຫ້ເຫັນເຖິງຄວາມໝາຍມະນຸດສະທໍາຢ່າງເລິກເຊິ່ງ. ຜົນສຳເລັດຂອງລາຍການບໍ່ພຽງແຕ່ແມ່ນຜົນການຮ່ຳຮຽນຂອງເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ, ຫາກຜ່ານນັ້ນຍັງເປັນການບຳລຸງ, ສ້າງຊັບພະຍາກອນມະນຸດໃຫ້ແກ່ບັນດາທ້ອງຖິ່ນໃນເຂດຊາຍແດນຂອງລາວອີກດ້ວຍ. ນີ້ຍັງເປັນຫຼັກຖານທີ່ມີຊີວິດຊີວາກ່ຽວກັບຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ໝັ້ນຄົງທະໜົງແກ່ນຕະຫຼອດກາລະນານ, ສັດຊື່ບໍລິສຸດ.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ

ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການ​ສູນ​ກາງ​ພັກ, ຮອງ​ປະທານຮັບຜິດຊອບສະ​ພາ​ທິດ​ສະ​ດີ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ຫາກໍ່ເຂົ້າ​ຮ່ວມ​ໂຄງ​ການ “ພົບ​ປະ​ໄທ” ຄັ້ງ​ທີ 2 ທີ່ໄດ້ຈັດຕັ້ງຢູ່​ແຂວງ ລາວ​ກາຍ ແຕ່​ວັນ​ທີ 27-30 ສິງຫາ 2024.

ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ

ຍສໝ - ວັນ​ທີ 19 ກໍລະກົດ​, ຢູ່​ນະຄອນຫຼວງ ​ວຽງ​ຈັນ (ລາວ), ກອງ​ປະຊຸມ​ທົ່ວປະເທດ ​ຄັ້ງ​ທີ III ຂອງ​ສະມາຄົມ​ມິດຕະພາບ ​ລາວ - ຫວຽດນາມ ​ໄດ້​ໄຂ​ຂຶ້ນ. ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ໂດຍ​ທ່ານ ຫງວຽນ​ດັກ​ວິງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມາທິການ​ວັດທະນະທຳ ​ແລະ ...

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.