ນະຄອນ​ໂຮ່ຈິ​ມິນ: ​ເປີດ​ຕົວສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ

06:58 | 08/10/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 5 ຕຸລາ, ສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ ​ໄດ້​ປະກາດ​ຂໍ້ຕົກລົງວ່າດ້ວຍການ​ສ້າງ​ຕັ້ງ ​ແລະ ຈັດຕັ້ງ​ພິທີ​ເປີດ​ຕົວ.

ຄະນະ​ຜູ້​ແທນທ້ອງ​ຖິ່ນ​ສາກົນ ​ 35 ຄະນະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ 2024
ນະຄອນ​ ໂຮ່ຈິ​ມິນ: ແຈ້ງຂໍ້​ມູນກ່ຽວກັບມະຕິ​ເລກທີ 98 ​ໃຫ້​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່ ແຟງລັງ

ພິທີ​ໂດຍ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ສະມາຄົມ​ນັກຮົບ​ເກົ່າ​ເມືອງ ບິ່ງແຈ໋ງ ຈັດຕັ້ງ.

ສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ ​ໂດຍ​ທ່ານ ຟຸ່ງຮິວເຫງຍ, ປະທານ​ສະມາຄົມ​ນັກຮົບ​ເກົ່າ​ເມືອງ ​ເປັນ​ຫົວໜ້າ. ຄະນະບໍລິຫານງານສາຂາສະມາຄົມປະກອບມີສະມາຊິກ 5 ທ່ານ ແລະ ສະມາຊິກສະມາຄົມ 61 ທ່ານ.

ນະຄອນ​ໂຮ່ຈິ​ມິນ: ​ເປີດ​ຕົວສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ

ບັນຍາກາເທີ່​ກອງ​ປະ​ຊຸມ.

ທ່ານພົນຕີ ຫງວຽນ​ວັນ​ນາມ, ຜູ້ບັນຊາການກອງບັນຊາການນະຄອນ, ປະທານ​ສະມາຄົມ​ມິດຕະພາບຫວຽດນາມ - ກຳປູ​ເຈຍ ນະຄອນ ໃຫ້​ຮູ້​ວ່າ ການ​ສ້າງ​ຕັ້ງສາຂາສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແມ່ນເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ກໍ່ສ້າງ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື, ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນຫວຽດນາມ, ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ແລະ ປະຊາຊົນ​ເມືອງ ບິ່ງແຈ໋ງ ​ກັບປະຊາຊົນ​ກຳປູ​ເຈຍ ເວົ້າ​ສະ​ເພາະ.

ທ່ານພົນຕີ ຫງວຽນ​ວັນ​ນາມ ເຊື່ອໝັ້ນວ່າ ສາຂາສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເມືອງ ບິ່ງແຈ໋ງ ຈະພັດທະນາຢ່າງເຂັ້ມແຂງ, ປະກອບສ່ວນໃຫ້ການພົວພັນມິດຕະພາບຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຫວັງວ່າ ສາຂາສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເມືອງ ບິ່ງແຈ໋ງ ຈະປະສົບຜົນສຳເລັດ, ມີ​ໄຊນັລແຕ່ຊຸມ​ມື້​ທໍາ​ອິດ​ຂອງ​ການ​ສ້າງ​ຕັ້ງ​.

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບຫວຽດນາມ - ກຳປູ​ເຈຍ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ຊຸດ​ຄອມ​ພິວ​ເຕີ ​ແລະ ​ເຄື່ອງ​ພິມຫ້ອງການໃຫ້​ສະມາຄົມ​ມິດຕະພາບຫວຽດນາມ - ກຳປູ​ເຈຍ ເມືອງ ບິ່ງແຈ໋ງ ​ແລະ ເງິນສົດ 10 ລ້ານ​ດົ່ງ.

ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

ຍສໝ - ວັນ​ທີ 14 ກັນຍາ ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ (ສະມາຄົມ) ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຜູ້ແທນຄັ້ງ​ທີ 5 ອາຍຸ​ການ 2024-2029.

​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງນະຄອນ ໂຮ່ຈີ​ມິນ ​ເຂົ້າ​ເຖິງ ​ແລະ​ເປີດ​ກວ້າງຕະຫຼາດ​ຢູ່ກາ​ນາ​ດາ

​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງນະຄອນ ໂຮ່ຈີ​ມິນ ​ເຂົ້າ​ເຖິງ ​ແລະ​ເປີດ​ກວ້າງຕະຫຼາດ​ຢູ່ກາ​ນາ​ດາ

ຍສໝ - ວັນທີ 9 ສິງຫາ, ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ແລະ ສູນສົ່ງເສີມການຄ້າ ແລະການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ໄດ້ດຳເນີນກອງປະຊຸມແນໃສ່ຊ່ວຍວິສາຫະກິດສົ່ງອອກຂອງນະຄອນ ໂຮ່ຈີມິນ ເຂົ້າເຖິງການເປີດກວ້າງຕະຫຼາດຢູ່ການາດາ. ການເຮັດວຽກ​ໄດ້​ຈັດ​ຂຶ້ນ​ໃນ​ຮູບ​ແບບເຊິ່ງ​ຫນ້າ​ ແລະ ​ອອນ​ໄລ

ມີງດຶກ

ເຫດການ
302 Found

Found

The document has moved here.