ຫົກວິທີການຊຸກຍຸ້ການພົວພັນເສດຖະກິດ ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ

22:07 | 07/10/2024

ຍສໝ - ການຮັບປະກັນຕ່ອງໂສ້ການສະໜອງຈະມີຄວາມລຸລ່ວງ; ການຊຸກຍຸ້ການຂຸດຄົ້ນບັນດາເສັ້ນທາງຄອນເທນເນີທາງລົດໄຟ; ການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ ປະເທດຈີນ..." ແມ່ນບັນດາຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢ່ຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກໍາມະການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ຈີນ ວັນທີ 29 ເດືອນກັນຍາ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ
ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ
ຫົກວິທີການຊຸກຍຸ້ການພົວພັນເສດຖະກິດ ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ

ກອງ​ປະຊຸມ​ຄັ້ງ​ທີ 13 ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ​ , ການ​ຄ້າ​ຫວຽດນາມ - ຈີນ. (ພາບ: ໜັງສືພິມອຸດສາຫະກຳ ແລະ ການຄ້າ)

ລະອຽດ, ເພື່ອຊຸກຍຸ້ ແລະ ເພີ່ມທະວີການພົວພັນທາງດ້ານເສດຖະກິດ ການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ຈີນ ໃຫ້ຫຼາຍຂຶ້ນ, ທ່ານ ຫງວຽນຮົ່ງຢ່ຽນ ໄດ້ສະເໜີ 6 ວິທີການແກ້ໄຂໃໝ່ ດັ່ງນີ້:

ທີຫນຶ່ງ, ຮັບປະກັນຕ່ອງໂສ້ການສະໜອງມີຄວາມລຸລ່ວງ. ສອງຝ່າຍເພີ່ມທະວີການຮ່ວມມື, ຮັບປະກັນການຂົນສົ່ງສິນຄ້າຜ່ານດ່ານສາມາດດໍາເນີນໄປໄດ້ຢ່າງລຸລ່ວງ; ສົມທົບກັນແບ່ງແລວຂົນສົ່ງສິນຄ້າຜ່ານດ່ານ ແລະ ແຈ້ງການຂໍ້ມູນການຂົນສົ່ງຜ່ານດ່ານ ສຳລັບຜະລິດຕະພັນເອເລັກໂຕຣນິກ, ກະສິກຳ, ສິນໃນນ້ຳ, ຫມາກໄມ້ ແລະ ສິນຄ້າອື່ນໆໃຫ້ກັນກ່ອນ... ຕ້ອງສົມທົບກັນແບ່ງແລວຂົນສົ່ງສີນຄ້າໃຫ້ເໝາະສົມ ລະຫວ່າງດ່ານຊາຍແດນທາງບົກ ແລະ ສຶກສາຄົ້ນຄວ້າຮູບແບບການຮ່ວມມື ລະຫວ່າງບັນດາເຂດອຸດສາຫະກຳຂອງທັງສອງຝ່າຍ.

ທີສອງ, ສ້າງສຳເລັດພື້ນຖານໂຄງລ່າງຂອງດ່ານຊາຍແດນ. ສອງຝ່າຍຍູ້ໄວຄວາມຄືບຫນ້າໃນການເຮັດສຳເລັດລະບຽບການ, ເລີ່ມກໍ່ສ້າງຂົວຊາຍແດນທີ່ ບ້ານເວືອກ (ແຂວງ ລາວກາຍ) – ບ້ານ ບາສາຍ (ເມືອງ ເຫີໂຂ); ຈັດພິທີປະກາດການຍົກລະດັບຄູ່ດ່ານຊາຍແດນ ມາລູທາງ (ຫວຽດນາມ) – ຈິນຊຸ່ຍເຮື້ອ (ຈີນ) ຂຶ້ນເປັນດ່ານສາກົນ...

ຫົກວິທີການຊຸກຍຸ້ການພົວພັນເສດຖະກິດ ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ

ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນຮົ່ງຢ່ຽນ. (ພາບ: ໜັງສືພິມອຸດສາຫະກຳ ແລະ ການຄ້າ)

ທີສາມ, ຊຸກຍຸ້ການເປີດປະຕູຕະຫຼາດຜະລິດຕະພັນກະເສດ. ສະເໜີໃຫ້ຝ່າຍຈີນ ສືບຕໍ່ຊຸກຍູ້ການເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ ລວມມີບັນດາຫມາກໄມ້ປະເພດງິມ, ຫມາກ ອາໂວກາໂດ, ໝາກຂຽບ, ຫມາກຈຽງ, ແລະ ໝາກແໜ່ງ. ພ້ອມກັນນັ້ນ, ກໍ່ເຮັດສໍາເລັດວຽກງານການລົງນາມໃນອະນຸສັນຍາກ່ຽວກັບການຮຽກຮ້ອງການກັກກັນພືດ ສຳລັບຫມາກໄມ້ບາງຊະນິດທີ່ໄດ້ສົ່ງອອກຕາມຂົງເຂດເດີມໂດຍໄວ.

ທີສີ່, ຊຸກຍູ້ການຂຸດຄົ້ນເສັ້ນທາງຂົນສົ່ງຕູ້ຄອນເທນເນີທາງລົດໄຟ. ສະເໜີພ້ອມກັນຊີ້ນໍາ, ກໍານົດທິດທາງໃຫ້ແກ່ອົງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເພື່ອເພີ່ມທະວີການເຜີຍແຜ່ຂ່າວສານ, ໃຫ້ຄໍາແນະນໍາຕໍ່ບັນດາວິສາຫະກິດໃນການໝູນໃຊ້ເສັ້ນທາງຂົນສົ່ງຕູ້ຄອນເທນເນີທາງລົດໄຟ ລະຫວ່າງຫວຽດນາມ-ຈີນ.

ທີຫ້າ, ສຶກສາຄົ້ນຄວ້າຮູບແບບໃຫມ່ເພື່ອຜັນຂະຫຍາຍເຂດຮ່ວມມືເສດຖະກິດຜ່ານຊາຍແດນ.

ທີຫົກ, ສົ່ງເສີມການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ຈີນ.

ທ່ານ ຫງວຽນຮົ່ງຢ່ຽນ ໃຫ້ຮູ້ວ່າ ກະຊວງອຸດສາຫະກໍາ ແລະ ການຄ້າຂອງຫວຽດນາມ ຍາມໃດກໍ່ສະໜັບສະໜູນໃຫ້ວິສາຫະກິດຂອງທັງສອງຝ່າຍ ເພີ່ມທະວີບັນດາກິດຈະກຳການຮ່ວມມື , ແລກປ່ຽນກັນ ເພື່ອສ້າງລະບົບຕ່ອງໂສ້ການສະໜອງທີ່ແຫນ້ນແຟ້ນກວ່າ ແລະ ພ້ອມກັນຮັບມືກັບຜົນກະທົບຫຍໍ້ທໍ້ຂອງເສດຖະກິດທົ່ວໂລກ. ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບຝ່າຍຈີນ ເພື່ອແກ້ໄຂບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ.

ຫົກວິທີການຊຸກຍຸ້ການພົວພັນເສດຖະກິດ ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ

ທ່ານ Wangwendao ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ. (ພາບ: ໜັງສືພິມອຸດສາຫະກຳ ແລະ ການຄ້າ)

ໂດຍຕອບກັບບັນດາຂໍ້ສະເຫນີຂອງຝ່າຍຫວຽດນາມ, ທ່ານ ລັດຖະມົນຕີກະຊວງການຄ້າ ຈີນ ວາງເວີ່ນທ່າວ ຢືນຢັນວ່າ ຈະຫນູນຊ່ວຍ ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ສ້າງການພົວພັນຮ່ວມມືກັບບັນດາທ້ອງຖິ່ນທີ່ອາດມີທ່າແຮງດ້ານເສດຖະກິດ; ຊຸກຍູ້ການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຫນູນຊ່ວຍສິນຄ້າສົ່ງອອກຂອງ ຫວຽດນາມຫຼາຍປະເພດ ເຂົ້າສູ່ຕະຫຼາດ ຈີນ.

ພ້ອມກັນນັ້ນ, ທ່ານ Wangwendao ໄດ້ສະເໜີໃຫ້ຝ່າຍຫວຽດນາມ ເພີ່ມທະວີການຮ່ວມມືດ້ານການລົງທຶນ ແລະ ຕ່ອງໂສ້ການສະໜອງ, ໂດຍຖືເປັນສຳຄັນການຈັດຕັ້ງປະຕິບັດບັນດາເອກະສານຮ່ວມມືລົງທຶນ ແລະ ແຜນການເສດຖະກິດ – ການພັດທະນາສີຂຽວ ທີ່ທັງສອງຝ່າຍໄດ້ຕົກລົງເປັນເອກະພາບກັນແລ້ວ. ທ່ານໄດ້ສະເໜີໃຫ້ຫວຽດນາມ ມີນະໂຍບາຍສະໜັບສະໜູນ ແລະ ຊຸກຍູ້ການພັດທະນາບັນດາໂຄງການໄຟຟ້າ, ຮ່ວມມືເຂດອຸດສາຫະກໍາ; ຊຸກຍູ້ການຮ່ວມມືການຄ້າ, ໃນນັ້ນມີການເຈລະຈາ ແລະ ລົງນາມໃນເອກະສານຮ່ວມມືດ້ານການຄ້າຜະລິດຕະພັນກະເສດ; ເພີ່ມທະວີການຮ່ວມມືການຄ້າອີເລັກໂຕຣນິກ; ເພີ່ມທະວີການແລກປ່ຽນກ່ຽວກັບມາດຕະຖານ, ການຕີລາຄາຄວາມເໝາະສົມຂອງຜະລິດຕະພັນນຳເຂົ້າ-ສົ່ງອອກ, ແກ້ໄຂບັນດາການສືບສວນຕ້ານການຂາຍໂດຍບຸບລາຄາຢ່າງຖືກຕ້ອງ ແລະ ເໝາະສົມ...

ທັງສອງລັດຖະມົນຕີເຊື່ອໝັ້ນວ່າ ໝາກຜົນ ແລະ ຜົນສຳເລັດຂອງການປະຊຸມຄັ້ງນີ້ ຈະເປັນພື້ນຖານທີ່ສຳຄັນເພື່ອໃຫ້ທັງສອງຝ່າຍສາມາດຈັດຕັ້ງປະຕິບັດທິດທາງການຮ່ວມມືຕາມແຜນນະໂຍບາຍຂອງການນຳຂັ້ນສູງຂອງສອງພັກ , ສອງລັດ ຫວຽດນາມ ແລະ ຈີນ ເພື່ອປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ຈີນ ເລິກເຊິ່ງກວ່າອີກ.

ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ

ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ

ຍສໝ - ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ​ໂຕນ ​ແລະ 340 ​ໂຕນ, ກວມ​ເອົາ 95,7% ປະລິມານຂອງ​ການ​ສົ່ງ​ອອກ.

ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາກາວ (ຈີນ), ບັນຫາວີຊາ ຈະໄດ້ຮັບການແກ້ໄຂໂດຍໄວ

ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາກາວ (ຈີນ), ບັນຫາວີຊາ ຈະໄດ້ຮັບການແກ້ໄຂໂດຍໄວ

ຍສໝ - ການຫັນຂັ້ນຕອນວີຊາໃຫ້ເປັນງ່າຍດາຍ, ເປີດ​ວີ​ຊາ​ອອນ​ໄລ ​ແລະ​ ວີ​ຊາ​ເມື່ອເຂົ້າເມືອງ (visa on arrival) ​ໃຫ້​ພົນ​ລະ​ເມືອງ ​ຫວຽດ​ນາມ ໃນເວລາໄວທີ່ສຸດ; ສະແດງຄວາມຊົມເຊີຍການເປີດກ້ວາງໃຫ້ແຮງງານ ຫວຽດນາມ ໄປ​ເຮັດ​ວຽກ​ຢູ່ ມາ​ກາວ.

ແທັງຮັ່ງ

302 Found

Found

The document has moved here.