ລັດຖະບານລາວ ປະດັບຫຼຽນໄຊໃຫ້ແກ່ 1 ໝູ່ຄະນະ ແລະບຸກຄົນ 3 ທ່ານ ຂອງແຂວງກວ໋າງຫງາຍ

10:16 | 02/10/2024

ຍສໝ - 1 ໝູ່ຄະນະ ​ແລະ ບຸກຄົນ 3 ທ່ານ ຂອງ​ແຂວງ ກວ໋າງ​ຫງາຍ ​ໄດ້​ຮັບ​ຫຼຽນ​ໄຊ ຂອງ ສປປ ລາວ ​ຍ້ອນມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຊຸກຍູ້​ການ​ພັດທະນາສາຍພົວພັນ ລາວ - ຫວຽດນາມ.

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3

ໂດຍຮັບການມອບສິດຂອງ ປະທານປະເທດ ແຫ່ງ ສປປ ລາວ, ວັນທີ 28 ກັນຍາ, ຄະນະຜູ້ແທນຂັ້ນສູງແຂວງເຊກອງ (ລາວ) ປະສານສົມທົບກັບແຂວງ ກວ໋າງຫງາຍ ຈັດຕັ້ງພິທີປະດັບຫຼຽນໄຊ ຂອງ ສປປ ລາວ ໃຫ້ 1 ໝູ່ຄະນະ, ບຸກ​ຄົນ ​3 ທ່ານ ແລະ ​ແຂວງ ກວ໋າງ​ຫງາຍ ທີ່ໄດ້ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຊຸກຍູ້​ການ​ພັດທະນາສາຍພົວພັນ ລາວ - ຫວຽດນາມ.

Quang cảnh buổi Lễ trao tặng Huân chương của Nhà nước CHDCND Lào cho 1 tập thể và 3 cá nhân và của tỉnh Quảng Ngãi - (Ảnh: Minh Thiện/quangngai.gov.vn). ພາບພິທີ ປະດັບຫຼຽນໄຊ ຂອງ ສປປ ລາວ ໃຫ້ແກ່ 1 ກົມກອງລວມມູ່, ບຸກຄົນ 3 ທ່ານ ແລະ ຂອງແຂວງ ກວາງຫງາຍ - (ພາບ: ມິງທຽນ/ກວ໋າງຫງາຍ.gov.vn).

ພາບພິທີປະດັບຫຼຽນໄຊ ຂອງ ສປປ ລາວ ໃຫ້ແກ່ 1 ໝູ່ຄະນະ, ບຸກຄົນ 3 ທ່ານ ແລະ ຂອງແຂວງ ກວ໋າງຫງາຍ. ພາບ: ມິງທຽນ

​ໃນ​ພິທີ, ​ຮອງ​ຫົວໜ້າ​ພະ​ແນ​ກພາຍ​ໃນ​ແຂວງ ​ເຊ​ກອງ (ລາວ) ​ໄດ້​ປະກາດ​ມະຕິ​ຕົກລົງ​ຂອງ​ ສປປ ລາວ ຢ່າງເປັນທາງການ ກ່ຽວ​ກັບ​ການປະດັບ​ຫຼຽນ​ໄຊແຮງ​ງານ​ຊັ້ນ 1 ​ໃຫ້​ແກ່​ຄະນະ​ກຳມະການ​ປະຊາຊົນ ແຂວງ ກວ໋າງ​ຫງາຍ; ຫຼຽນໄຊອິດສະຫຼະ ຊັ້ນ 2 ໃຫ້ແກ່ ທ່ານນາງ ບຸ່ຍທິກວິ່ງເວີນ ປະທານສະພາປະຊາຊົນແຂວງ, ຫຼຽນ​ໄຊ​ອິດ​ສະ​ຫຼະ ຊັ້ນ​ 3 ໃຫ້ແກ່ ທ່ານນາງ ດິງທິຮົ່ງມິງ ​ຮອງ​ເລ​ຂາ​ພັກ​ແຂວງ, ຫຼຽນ​ໄຊ​ອິດ​ສະ​ຫຼະ ຊັ້ນ​ 3 ໃຫ້ແກ່ ທ່ານ ຫວໍຟຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງ.

ຕາມ ​ທ່ານ ເຫຼັກໄລ ສີວິໄລ ​ເລ​ຂາພັກ​ແຂວງ, ເຈົ້າແຂວງໆ ເຊ​ກອງ (ລາວ) ໃຫ້ຮູ້ວ່າ ຂໍ້ຕົກລົງວ່າດ້ວຍການ​ປະດັບຫຼຽນໄຊ ຂອງພັກ ແລະ ລັດຖະບານລາວ ໃຫ້ແກ່ບັນດາບຸກຄົນ, ກົມກອງລວມໝູ່ຂອງແຂວງ ກວ໋າງ​ນາມ ແມ່ນເພື່ອ​ແນ​ໃສ່​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບຸກ​ຄົນ ແລະ ກົມກອງລວມໝູ່​ຂອງ​ແຂວງ ກວ໋າງ​ຫງາຍ ​ໃນ​ການເພີ່ມທະວີ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​, ຄວາມສາມັກຄີແບບພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ​ເວົ້າ​ລວມ ​ແລະ ​ເຊ​ກອງ - ກວ໋າງ​ຫງາຍ ເວົ້າ​ສະ​ເພາະ.

Bí thư, Tỉnh trưởng tỉnh Sê Kông Lêck Lay Si Vi Lay trao tặng Huân chương Tự do (Itxala) hạng Nhì cho Uỷ viên BCH Trung ương Đảng, Bí thư Tỉnh ủy, Chủ tịch HĐND tỉnh Quảng Ngãi Bùi Thị Quỳnh Vân - (Ảnh: Minh Thiện/quangngai.gov.vn).  ​ທ່ານ ເຫຼັກໄລ ສີວິໄລ ​ເລ​ຂາພັກ​ແຂວງ, ເຈົ້າແຂວງໆ ເຊ​ກອງ ໄດ້​ປະດັບຫຼຽນກາ ອິດສະຫຼະ (Itxala) ຊັ້ນ​ທີ 2 ໃຫ້​ແກ່ ທ່ານນາງ ບຸ່ຍຖິກວິ່ງເວີນ ກໍາມະການຄະນະບໍລິຫານງານສູນກາງພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ກວ໋າງ​ຫງາຍ - (ພາບ: ມິງທຽນ/ກວ໋າງຫງາຍ.gov.vn).

ທ່ານ ເຫຼັກໄລ ສີວິໄລປະດັບຫຼຽນໄຊ ອິດສະຫຼະ (Itxala) ຊັ້ນ​ທີ 2 ໃຫ້​ແກ່ ທ່ານນາງ ບຸ່ຍທິກວິ່ງເວີນ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ກວ໋າງ​ຫງາຍ - (ພາບ: ມິງທຽນ/ກວ໋າງຫງາຍ.gov.vn).

ທ່ານນາງ ບຸ່ຍທິກວິ່ງເວີນ ປະກອບຄໍາເຫັນ ແລະ ເນັ້ນໜັກໃນ​ພິທີວ່າ: ລາວ ແລະ ຫວຽດນາມ ​ແມ່ນ​ 2 ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີສາຍພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ການຮ່ວມ​ມື​ຮອບດ້ານ. ການ​ພົວພັນ​ນີ້​ຍາມໃດກໍ່ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ພັກ, ລັດຖະບານ ​ແລະ ປະຊາຊົນ​ 2 ​ປະ​ເທດ ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ແລະ ນັບ​ມື້​ນັບ​ມີການປັບປຸງ, ພັດທະນາ, ເຂົ້າໄປສູ່ລວງ​ເລິກ​, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ບັນດາກົນ​ໄກ​ຮ່ວມ​ມື​ 2 ​ຝ່າຍ​ ສືບ​ຕໍ່ເສີມຂະຫຍາຍຢ່າງມີ​ປະ​ສິດ​ທິ​ຜົນ. ຜ່ານນັ້ນ ກໍ່ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ອັນສະໜິດແໜ້ນ, ຄວາມໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ນໍ້າໃຈຄວາມ​ສາມັກຄີ​ ມິດຕະພາບແບບ​ພິ​ເສດ​ ລະຫວ່າງ 2 ປະ​ເທດ.

ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບນ້ອຍ 15 ກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊພິລະອາດຫານໃຫ້ບັນດາໝູ່ຄະນະ, ບຸກຄົນ ແມ່ທັບນ້ອຍ 15

ຍສໝ - ທີ່ກອງປະຊຸມ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ປະກັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ແກ່ແມ່ທັບນ້ອຍ 15 ແລະບຸກຄົນຂອງແມ່ທັບນ້ອຍ 15.

ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້ ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້

ແຜນງານແນໃສ່ຊຸກຍູ້ສົ່ງເສີມການຄ້າ; ໂຄສະນາ​ເຜີຍ​ແຜ່​ຮູບ​ພາບ ​ແລະ ຍີ່​ຫໍ້​ບັນດາ​ຜະລິດ​ຕະພັນ​ທີ່​ພົ້ນ​ເດັ່ນ ​ແລະ ຜະລິດ​ຕະພັນ OCOP ຢູ່​ແຂວງ ກວາງ​ຈີ້

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.