Zhi Shan ເຊື່ອມຕໍ່ກັບຄວາມຮັກໃນຍາມບຸນໄຫ້ວພະຈັນ

10:54 | 05/10/2024

ຍສໝ - ໃນ​ບັນຍາກາດອັນຄຶກຄັກຂອງບຸນໄຫ້ວພະຈັນ, ​ກຸ່ມຜູ້​ອຸປະຖຳ ​ໄຕ້​ຫວັນ (ຈີນ) ຈາກ​ອົງການທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ Zhi Shan ​ໄດ້​ໄປ​ຢ້ຽມຢາມ ​ແລະ ພົບ​ປະ​ກັບ​ບັນດາ​ນັກ​ຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ພາກ​ກາງ​ ຫວຽດນາມ. ການເດີນທາງບໍ່ພຽງແຕ່ມີຄວາມໝາຍດ້ານມະນຸດສະທຳເທົ່ານັ້ນ ແຕ່ຍັງເປັນໂອກາດເພື່ອໃຫ້ບັນດາຜູ້ອຸປະຖຳເຂົ້າໃຈຫຼາຍຂຶ້ນ ໃນການບຸກບືນຂອງບັນດາເດັກນ້ອຍ ແລະ ສະພາບຕົວຈິງຢູ່ທ້ອງຖິ່ນອີກດ້ວຍ.

ເກາະເຈື່ອງຊາ - ຫວຽດນາມ ໄດ້ຈັດຕັ້ງງານບຸນໄຫ້ວພະຈັນ
ວັນບຸນໄຫ້ວພະຈັນຢ່າງຟົດຟື້ນມ່ວນຊື່ນ ຢູ່ຖະໜົນຮ່າໂນ້ຍ

21 ຜູ້ອຸປະຖໍາ​ ຈາກ​ ໄຕ້​ຫວັນ​ ມີ​ໜ້າຢູ່​ໃນ​ ຫວຽດ​ນາມ​ ໃນ​ການ​ເດີນ​ທາງ​ໃນ​ຄັ້ງ​ນີ້​, ດ້ວຍ​ຄວາມຫວັງວ່າ​ຈະໄດ້​ພົບ​ປະໂດຍກົງ​ກັບ​ນັກຮຽນ​ທີ່​ເຂົາ​ເຈົ້າ​ໄດ້​ອຸປະຖຳ. ​ເຖິງ​ວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ພາສາ ​ແລະ ວັດທະນະທຳ​ກໍ່ຕາມ, ​ແຕ່​ບັນດາ​ຜູ້​ອຸປະຖຳ​ກໍ່​ໄດ້​ສ້າງ​ສາຍ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ນັກຮຽນ​ໂດຍ​ຜ່ານ​ການ​ແລກປ່ຽນ​ຈົດໝາຍ ​ແລະ ບັດ​ອວຍພອນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ໄດ້​ມີ​ໂອກາດ​ພົບ​ປະ​ກັນໂດຍກົງ ​ແລະ ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ, ຕື້ນຕັນໃຈ

Các nhà tài trợ chụp ảnh cùng các em học sinh ở miền Trung Việt Nam mà họ hỗ trợ. (Ảnh: Zhi Shan)  ບັນດາ​ຜູ້​ອຸປະຖຳ​ຖ່າຍຮູບ​ຮ່ວມກັບ​ບັນດາ​ນັກ​ຮຽນ​ຢູ່​ພາກ​ກາງ ຫວຽດນາມ ທີ່​ຕົນ​ໄດ້ອຸປະຖໍາຢູ່. (ພາບ: Zhi Shan)

ບັນດາ​ຜູ້​ອຸປະຖຳ​ຖ່າຍຮູບ​ຮ່ວມກັບ​ບັນດາ​ນັກ​ຮຽນ​ທີ່​ຕົນ​ໄດ້ອຸປະຖໍາຢູ່​ພາກ​ກາງ ຫວຽດນາມ. (ພາບ: Zhi Shan)

ນອກຈາກ​ການ​ພົບ​ປະ​ກັບ​ນັກຮຽນ​ແລ້ວ, ຄະນະ​​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວອື່ນໆອີກຫຼາຍຢ່າງ ໂດຍ Zhi Shan ຈັດຂຶ້ນ. ຢູ່​ໂຮງຮຽນ​ປະຖົມ ຝູ​ກາດ (ເທື່ອທຽນ​ເຫວ້), ບັນດາ​ຜູ້ອຸປະຖໍາໄດ້ເຫັນ​ການ​ພັດທະນາຂອງ​ຂະ​ບວນການ​ອ່ານ​ປຶ້ມໃນ​ໂຮງຮຽນ, ສ່ວນ​ໜຶ່ງ​ແມ່ນຍ້ອນໂຄງການ​ໜູນ​ຊ່ວຍ​ຂອງ Zhi Shan.

Đoàn trao tặng quà Trung thu cho các em học sinh. (Ảnh: Zhi Shan)  ຄະນະ​ໄດ້​ມອບ​ຂອງຂວັນ​ບຸນໄຫ້ວພະຈັນໃຫ້ແກ້ພວກນ້ອງນັກຮຽນ. (ພາບ: Zhi Shan)

ຄະນະ​ໄດ້​ມອບ​ຂອງຂວັນ​ບຸນໄຫ້ວພະຈັນໃຫ້ແກ້ພວກນ້ອງນັກຮຽນ. (ພາບ: Zhi Shan)

ຢູ່​ເມືອງ ດັກ​ລັກ (ກວ໋າງ​ຈິ), ຄະນະ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ທຶນການ​ສຶກສາ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ຮ່ວມມ່ວນຊື່ນກັບ​ເດັກນ້ອຍ ​ຢູ່​ໂຮງຮຽນ​ອະນຸບານ ເຫືອງ​ຮຽບ. ຜ່ານ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້, ຜູ້​ອຸປະຖຳ​ໄດ້​ເຂົ້າ​ໃຈ​ແຈ້ງ​ຂຶ້ນຕື່ມ ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ໃຫ້​ທຶນການ​ສຶກສາ​ແກ່​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ກໍ່ຄືກັບ​ການກະທົບຢ່າງຕັ້ງໜ້າ​ຂອງ Zhi Shan ​ໃນ​ການຍົກສູງ​ຄຸນ​ນະພາ​ບການ​ສຶກສາ​ທ້ອງ​ຖິ່ນ.

ຕອນ​ທ້າຍ​ຂອງ​ການ​ເດີນທາງ, ຄະນະ​ໄດ້​ໄປ​ແວ່ຢ້ຽມຢາມ​ຮາກຖານອຸປະຖໍາ​ສັງຄົມ ດຶກ​ເຊີນ (​ເທື່ອທຽນເຫວ້), ​ເຊິ່ງເປັນບ່ອນ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ​ທີ່​ມີ​ສະພາບ​ພິ​ເສດ. ຄວາມ​ລອບຄອບ ແລະ ຄວາມສຸດອົກສຸດໃຈ​ຂອງ​ແມ່​ຂາວ ​ແລະ ພ້ອມດ້ວຍອົງການ Zhi Shan ທີ່ມີຕໍ່​ເດັກນ້ອຍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ອຸປະຖຳ.

Đoàn thăm Cơ sở Bảo trợ xã hội chăm sóc trẻ em có hoàn cảnh đặc biệt Đức Sơn (Thừa Thiên Huế). (Ảnh: Zhi Shan)  , ຄະນະ​ໄດ້​ໄປ​ແວ່ຢ້ຽມຢາມ​ສະຖານອຸປະຖໍາ​ສັງຄົມ ​ເບິ່ງ​ແຍງ​​ເດັກນ້ອຍ​ທີ່​ສະພາບ​ພິ​ເສດ ດຶກເຊີນ (​ເທື່ອ​ທຽນ​ເຫວ). (ພາບ: Zhi Shan)

ຄະນະ​ໄດ້​ໄປ​ແວ່ຢ້ຽມຢາມ​ຮາກຖານອຸປະຖໍາ​ສັງຄົມ ​ເບິ່ງ​ແຍງ​​ເດັກນ້ອຍ​ທີ່​ສະພາບ​ພິ​ເສດ ດຶກເຊີນ (​ເທື່ອ​ທຽນ​ເຫວ້). (ພາບ: Zhi Shan)

ບັນດາ​ຜູ້​ອຸປະຖໍາໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ເດີນທາງ​ຄັ້ງ​ນີ້ ຍ້ອນໄດ້ສ້າງ​ໂອກາດ​ເພື່ອພົບປະ,​ຊ່ວຍ​ເຫຼືອ​ບັນດາ​ນັກ​ຮຽນ ຫວຽດນາມ. ທ່ານຜູ້ຕາງໜ້າ Zhi Shan ກ່າວວ່າ ບັນດາການພົບປະກັນໃນຄັ້ງນີ້ ແມ່ນກຳລັງໜູນເພື່ອໃຫ້ອົງການໄດ້ສືບຕໍ່ໜູນຊ່ວຍເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ຮັກສາພາລະກິດຍົກສູງຄຸນນະພາບຊີວິດໃຫ້ແກ່ບັນດາເດັກນ້ອຍຢູ່ພາກກາງ ຫວຽດນາມ.

4 ເຫດການໃນສັບປະດາບຸນໄຫ້ວພະຈັນ ຢູ່ນະຄອນຫຼວງຮ່າໂນ້ຍ

4 ເຫດການໃນສັບປະດາບຸນໄຫ້ວພະຈັນ ຢູ່ນະຄອນຫຼວງຮ່າໂນ້ຍ

ຍສໝ - ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ບັນດາ​ງານ​ບຸນ​ລະດູ​ໃບ​ໄມ້​ປົ່ງ, ບຸນ​ກາງ​ລະດູ​ໃບ​ໄມ້​ປົ່ງ​ຢູ່​ເຂດ​ໄຕ​ງວຽນ​ເກົ່າ ​ແລະ ບຸນ​ອອກ​ເດືອນ​ເຕັມ​ໃນ​ອາທິດ​ບຸນ​ກາງ​ລະດູ​ໃບ​ໄມ້​ປົ່ງ​ປີ​ນີ້.

ຮ່າຕິ້ງ ແຫ່ໂຄມໄຟບຸນໄຫ້ວພະຈັນຢ່າງໃຫຍ່ພິລຶກ ເປັນຄັ້ງທຳອິດ

ຮ່າຕິ້ງ ແຫ່ໂຄມໄຟບຸນໄຫ້ວພະຈັນຢ່າງໃຫຍ່ພິລຶກ ເປັນຄັ້ງທຳອິດ

ຍສໝ - ເປັນ​ຄັ້ງ​ທຳ​ອິດ​ທີ່​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ສາມາດຊື່ນຊົມບັນດາ​ຂອງ​ງານ​ບຸນ​ໄຟບຸນໄຫ້ວພະຈັນຢ່າງໃຫຍ່ພິລຶກ ​ທີ່​​ຢູ່​ຖະໜົນ​ຫົນທາງ​ຂອງ​ນະຄອນ ຮ່າ​ຕິງ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.