ຫວຽດນາມ ຮຽກຮ້ອງເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ

20:50 | 15/10/2024

ຍສໝ - ​ແຕ່​ວັນ​ທີ 7-9 ຕຸລາ​, ຢູ່​ສຳນັກງານ​​ສະຫະ​ປະຊາ​ຊາດ (ສປຊ) ທີ່ນິວຢອກ ໄດ້ໄຂ​ກອງປະຊຸມຄະນະ​ກຳມະການ​ເສດຖະກິດ​ - ການ​ເງິນ (ຄະນະ​ກຳມະການ 2) ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ຊຸດ​ທີ 79.

ຫ້ອງຮຽນພາສາຫວຽດນາມ ຢູ່ໃນອຸມົງລີ້ໄພທີ່ Odessa (ອູແກຣນ)
ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ
ຫວຽດນາມ ຮຽກຮ້ອງເພີ່ມທະວີການພົວພັນຄູ່ຮ່ວມມືພັດທະນາແບບຍືນຍົງ

ບັນຍາກາດທີ່ກອງ​ປະຊຸມ​ສຳ​ມະ​ນາ.

ຕາມ​ນັກຂ່າວຫວຽດນາມ​ ​ປະຈຳ ​ນິວຢອກ ແລ້ວ​, ​ກ່າວຄຳ​ປາ​ໄສໃນພິທີໄຂ, ທ່ານປະທານ​ຄະນະ​ກຳມະການທີ 2 Muhammad Abdul Muhith ​ເນັ້ນ​ໜັກ​ວ່າ ຄະນະ​ກຳມະການ​ທີ 2 ຕ້ອງ​ສຸມ​ໃສ່​ປະຕິບັດ​ບັນດາ​ເປົ້າໝາຍ​ການກະທຳ​ຂອງ​ຂໍ້ຕົກລົງ​ເພື່ອອະນາຄົດ, ​ໃນ​ນັ້ນ​ ມີ​ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ປະຕິ​ຮູບ​ໂຄງສ້າງການ​ເງິນ​ສາກົນ. ຢູ່​ກອງ​ປະຊຸມ​ສຳ​ມະ​ນາ​ລວມ​ພາຍຫຼັງ​ພິທີໄຂ, ບັນດາ​ປະ​ເທດ​ໄດ້ແບ່ງປັນ​​ຄວາມ​ຄິດເຫັນ ກ່ຽວ​ກັບ​ບັນດາຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍສະຫຼັບກັນສຳລັບ​ການ​ປະຕິບັດ​ ໂຄງການດຳເນີນງານ 2030 ​ກ່ຽວກັບການ​ພັດທະນາ​ແບບ​ຍືນ​ຍົງ, ຮຽກຮ້ອງ​ຕ້ອງ​ສົມທົບ​ກັນ ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ດ້ານ​ເສດຖະກິດ, ການ​ເງິນ, ​ດິນ​ຟ້າ​ອາກາດ, ການ​ຫລຸດຜ່ອນ​ຄວາມທຸກ​ຍາກ...

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢ່າງ, ຫົວໜ້າ​ຄະນະຜູ້ປະຈຳການ​ຫວຽດນາມ ປະຈຳ ສປຊ, ​ໄດ້​ສະ​ແດງ​ຄວາມວິຕົກກັງວົນ​ວ່າ ເມື່ອຄາດ​ວ່າ​ມີປະມານ 80% ​ບັນດາເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງປະເຊີນໜ້າກັບຄວາມສ່ຽງທີ່ຈະບໍ່ສາມາດບັນລຸໄດ້​ຕາມ​ເວລາ​ກຳນົດ ຍ້ອນວ່າຜົນ​ກະ​ທົບ​ຂອງ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ, ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ, ສິ່ງ​ທ້າ​ທາຍກ່ຽວກັບ​ສະ​ພາບ​ອາ​ກາດ ແລະ ຄວາມ​ບໍ່​ສະ​ເໝີ​ພາບ​ທີ່​ເພີ່ມ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຊາ​ຄົມສາກົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມແຂງ​ໃນ​ການ​ປະຕິບັດ ​ໂຄງການດຳເນີນງານ​ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ຢູ່​ກອງ​ປະຊຸມ​ສຸດຍອດ ໃຫ້ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2023 ​ແລະ ການ​ຮັບຮອງ​ເອົາ​ສົນທິສັນຍາ​ເພື່ອ​ອະນາຄົດ ຫວ່າງມໍ່ໆນີ້.

ຫວຽດນາມ ຮຽກຮ້ອງເພີ່ມທະວີການພົວພັນຄູ່ຮ່ວມມືພັດທະນາແບບຍືນຍົງ

ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮວ່າງ​ຢ່າງ, ຫົວ​ໜ້າ​ຄະ​ນະ​ຜູ້ປະ​ຈຳ​ການຫວຽດ​ນາມ ປະ​ຈຳ ສ​ປ​ຊ, ກ່າວ​ຄຳ​ປາໄສ​ທີ່ກອງ​ປະຊຸມ​ສຳ​ມະ​ນາລວມ.

​ໃນ​ສະພາບ​ການ​ນັ້ນ, ທ່ານ ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢ່າງ ​ໄດ້​ສະ​ເໜີ​ບາງ​ຂົງ​ເຂດ​ເຄື່ອນ​ໄຫວຈຸດສຸມ ​​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ. ກ່ອນ​ອື່ນ​ໝົດ, ຕ້ອງ​ປະຕິ​ຮູບ​ໂຄງສ້າງການ​ເງິນ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ລະບອບລະບຽບການ​ການ​ເງິນ​ສາກົນ ​ແລະ ບັນດາ​ທະນາຄານ​ພັດທະນາ​ຫຼາຍ​ຝ່າຍ ​ເພື່ອ​ຮັບປະກັນ​ການ​ເຂົ້າ​ຮ່ວມ​ປະກອບສ່ວນຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ທົ່ວໂລກ. ບັນດາປະເທດຄວນສືບຕໍ່ເພີ່ມທະວີຄວາມຍືນຍົງຂອງພື້ນຖານເສດຖະກິດ ໂດຍຜ່ານບັນດານະໂຍບາຍເສດຖະກິດຢ່າງມີປະສິດທິຜົນ ແລະ ການສະໜັບສະໜູນຈາກບັນດາຄູ່ຮ່ວມມືສາກົນ ເພື່ອຮັບປະກັນການເງິນໃຫ້ແກ່ການພັດທະນາ, ຍາດແຍ່ງເອົາຜົນປະໂຫຍດຈາກການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່, ປັນຍາປະດິດ, ໃນນັ້ນມີການປະຕິບັດຂໍ້ຕົກລົງດີຈີຕອນທົ່ວໂລກຢ່າງມີປະສິດທິຜົນ.

ທີສອງ, ຕ້ອງ​ຍູ້ແຮງ​ການກະທຳກ່ຽວກັບ​ດິນ​ຟ້າ​ອາກາດ​ໂດຍ​ຜ່ານ​ການ​ປະຕິບັດ​ບັນດາຄຳ​ໝັ້ນ​ສັນຍາ ​ແລະ ​ເພີ່ມ​ທະວີ​ການ​ເງິນ​ສຳລັບດິນ​ຟ້າ​ອາກາດ; ການຫັນປ່ຽນໄປສູ່ພະລັງງານທົດແທນແມ່ນເສັ້ນທາງຈຳເປັນ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ສ້າງອະນາຄົດທີ່ຍືນຍົງກວ່າ. ຫວຽດນາມ ຊົມ​ເຊີຍ​ການ​ໜູນ​ຊ່ວຍ​ຂອງ ສປຊ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ​ໃນ​ການປະຕິບັດການ​ພົວພັນ​ຄູ່​ຮ່ວມ​ມື​ ກ່ຽວກັບການຫັນປ່ຽນພະລັງງານຍຸຕິທຳ​ ແລະ ຮຽກຮ້ອງ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ.

ທີ​ສາມ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃຫ້​ແກ່​ທຸກ​ຄົນ ​ໂດຍ​ຜ່ານ​ການ​ຊຸກຍູ້​ກະສິກຳ​ແບບ​ຍືນ​ຍົງ, ການ​ຫັນຕົ້ນໄມ້ປູກເປັນຫຼາຍຮູບແບບ ​ແລະ ຮັບປະກັນ​ຕ່ອງ​ໂສ້​ການ​ສະໜອງ​ສະບຽງ​ອາຫານ, ກໍ່ຄື​ທັງ​ເພີ່ມ​ທະວີ​ການ​ລົງທຶນ​ດ້ານ​ການ​ສຶກສາ, ສ້າງ​ວຽກ​​ເຮັດງານທຳ​.

ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​ວ່າງ​ຢ່າງ ກໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ບັນດາປະເທດທີ່ດ້ອຍພັດທະນາທີ່ສຸດ, ບັນດາປະ​ເທດ​ພວມ​ພັດ​ທະ​ນາທີ່​ບໍ່​ມີ​ທະເລ ແລະ ໝູ່ເກາະນ້ອຍ, ພ້ອມກັນນັ້ນ ກໍ່ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ ລາຍການກະທຳທີ່ຈັດແບ່ງໃຫ້​ບັນ​ດາ​ປະ​ເທດ​ດັ່ງກ່າວນີ້.

ປະຈຸ​ບັນ ຫວຽດນາມ ຢືນ​ອັນ​ດັບ​ທີ 55 ​ໃນ​ຈຳນວນ 166 ປະ​ເທດ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ, ​ແຕ່​ຍັງ​ຕ້ອງ​ໄດ້​ເຮັດຫຼາຍ​ວຽກ​ງານ ​ເພື່ອ​ສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ໄພ​ທຳ​ມະ​ຊາດ. ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ປະຈຳການຫວຽດນາມ ປະຈຳ ສປຊ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ການ​ສະໜອງ​ດ້ານການ​ເງິນ​ເພື່ອ​ພັດທະນາ,​ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ມຸ່ງ​ໄປ​ເຖິງ​ອະນາຄົດ​ແບບ​ຍືນ​ຍົງ ​ແລະ ບໍ່​ປະ​ໃຜ​ໄວ້​ຢູ່ທາງຫຼັງ.

ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ

ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ

ຍສໝ - ການສຳມະນາດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ -ຍີ່ປຸ່ນ ຄັ້ງທີ 2 ໂດຍມີຫົວຂໍ້ວ່າ “ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຮ່ວມມືມຸ່ງໄປເຖິງການທ່ອງທ່ຽວແບບຍືນຍົງ” ຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ.

ຊາວຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນ 44,000 ເອີໂຣ ໃຫ້ປະຊາຊົນຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸນໍ້າຖ້ວມ

ຊາວຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນ 44,000 ເອີໂຣ ໃຫ້ປະຊາຊົນຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸນໍ້າຖ້ວມ

ຍສໝ - ຊຸມຊົນຊາວ ຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນປະມານ 44,000 ເອີໂຣ (ເທົ່າກັບປະມານ 1,2 ຕື້ ດົງ) ເພື່ອຊ່ວຍເຫຼືອພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກພາຍຸ ຍາກີ ຢູ່ບ້ານເກີດເມືອງນອນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.