ຊຸດບຳລຸງວິຊາການສື່ມວນຊົນໃຫ້ແກ່ພະນັກງານໃນ 4 ແຂວງພາກໃຕ້ຂອງລາວ

22:27 | 07/10/2024

ຍສໝ - ວັນທີ 30 ກັນຍາ, ຢູ່ນະຄອນ ກວີເຍີນ (ບິ່ງດິງ) ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມ, ບຳລຸງ, ​ແລກປ່ຽນວິຊາການກ່ຽວກັບທັກສະສ້າງສື່ມວນຊົນມັນຕິມີເດຍໃຫ້ແກ່ພະນັກງານເຮັດວຽກງານສື່ມວນຊົນຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 4 ແຂວງພາກໃຕ້ຂອງລາວ (ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ).

ປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ
ບິ່ງດິງ ໄດ້ລົງນາມໃນສັນຍາຮ່ວມມືກັບ 4 ແຂວງພາກໃຕ້ຂອງລາວ

ກ່າວ​ຄຳປາໄສທີ່ພິທີເປີດຊຸດຝຶກອົບຮົມ, ຫົວໜ້າພະ​ແນ​ກຖະແຫຼງຂ່າວ ແລະ ການສື່ສານ​ແຂວງ ບິ່ງ​ດິງ ​ເຈິ່ນ​ກິມຄາ ປາດ​ຖະໜາ​ວ່າ ໃນ​ຂະ​ບວນການ​ຝຶກ​ອົບຮົມບັນດາພະນັກງານ​ຈະ​​ແລກປ່ຽນຢ່າງຕັ້ງໜ້າ, ແບ່ງປັນ​ບັນດາເນື້ອໃນທັກສະ, ບົດຮຽນວິຊາການ​ໃນການເຄື່ອນໄຫວດຳເນີນວິຊາການສື່ມວນຊົນ, ໂດຍຜ່ານນັ້ນ ກໍ່ຊ່ວຍໃຫ້ພະນັກງານນຳໃຊ້ຄວາມຮູ້ທີ່ຮັບໄດ້ຈາກຫຼັກສູດຝຶກອົບຮົມໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນຢ່າງຄ່ອງຕົວ ແລະ ສ້າງສັນ.

ຊຸດບຳລຸງວິຊາການສື່ມວນຊົນໃຫ້ແກ່ພະນັກງານໃນ 4 ແຂວງພາກໃຕ້ຂອງລາວ

ພາບຂອງຫ້ອງຮຽນຊຸດຝຶກອົບຮົມ.

​ໃນ​ໄລຍະ​ການ​ຝຶກ​ອົບຮົມ, ສຳມະນາກອນແມ່ນພະນັກງານຄຸ້ມຄອງ, ນັກບັນນາທິການ​ຫນັງ​ສື​ພິມ​, ໂຄສົກ ແລະ ຜູ້​ທີ່​ເຮັດ​ວຽກ​ງານ​ອອກ​ແບບ, ການ​ນໍາ​ສະ​ເຫນີສື່ມວນຊົນພ້ອມກັບການປຶກສາຫາລືບັນດາເນື້ອໃນ ລວມມີ: ທັກສະເຮັດຂ່າວມັນຕິມີເດຍ; ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຢູ່​ບັນດາ​ອົງການ​ສື່ມວນຊົນ ແລະ ເຫັນດີເປັນເອກະພາບແຜນງານອອກແບບ, ຍົກລະດັບເວັບໄຊໃຫ້ບັນດາຫົວໜ່ວຍຂຶ້ນກັບບັນດາແຂວງພາກໃຕ້ຂອງລາວ.

ຊຸດບຳລຸງວິຊາການສື່ມວນຊົນໃຫ້ແກ່ພະນັກງານໃນ 4 ແຂວງພາກໃຕ້ຂອງລາວ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ

ຫຼັກສູດ​ຝຶກ​ອົບຮົມ​ແມ່ນ​ໄດ້​ຈັດ​ຕັ້ງ​ເພື່ອຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໄລຍະ 2021 – 2025 ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະ ອຳນາດການປົກຄອງບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ຢ່າງມີປະສິດທິຜົນ; ສ້າງການ​ພົວພັນນ້ຳໃຈສາມັກຄີ, ໄດ້ຮັບການປັບປຸງ, ພັດທະນາ ​ແລະ ຕິດພັນກັບແບບຍືນ​ຍົງ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ສັງຄົມ, ການປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ການຮ່ວມມືພັດທະນາ​ໃນ​ຂົງ​ເຂດຖະແຫຼງຂ່າວ, ໂຄສະນາ, ສື່ມວນຊົນ ແລະ ພິມຈຳໜ່າຍແມ່ນ​ເນື້ອ​ໃນ​ສຳຄັນ, ປະກອບສ່ວນ​ໂຄສະນາຮູບ​ພາບ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບລະຫວ່າງບັນດາ​ແຂວງ​ ເວົ້າສະເພາະ ແລະ ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້ພະນັກງານຂອງພະ​ແນ​ກຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ໄດ້​ພົບປະ, ​ແລກປ່ຽນ, ​ແບ່ງປັນ​ປະສົບ​ການ​ ແລະ ຢ້ຽມຢາມ​ບັນດາ​ຮ່ອງຮອຍປະຫວັດສາດ, ທັດສະນີຍະພາບແລະ ຊອກ​ຮູ້​ກ່ຽວ​ກັບດິນແດນ, ຊາວ​ ບິ່ງ​ດິງ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ຍສໝ - ເມື່ອບໍ່ດົນມານີ້, ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021.

ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.