ສືບ​ຕໍ່ເພີ່ມພູນຄູນສ້າງສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ

10:19 | 02/10/2024

ຍສໝ - ວັນ​ທີ 30 ກັນຍາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ສະຫາຍເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ສປປ ​ລາວ ຫງວຽນ​ມິງເຕີມ ​ໄດ້ຍື່ນສານຕາຕັ້ງຕໍ່ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ.

ສືບ​ຕໍ່ເຮັດໃຫ້ເລິກເຊິ່ງ ແລະນຳ​ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້​ນັບ​ມື້​ນັບພັດທະນາຢ່າງໝັ້ນຄົງ, ແທດຈິງ
ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ

ທີ່ການພົບປະ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍສະຫາຍ ຫງວຽນມິງເຕີມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ຫວຽດນາມ ແຕ່ງຕັ້ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງພັກ, ລັດ ຫວຽດນາມ ກ່ຽວກັບການພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ.

ສືບ​ຕໍ່ເພີ່ມພູນຄູນສ້າງສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ສະຫາຍ ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ມິງເຕີມ ​ໄດ້ຍື່ນສານຕາຕັ້ງຕໍ່ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ. ພາບ: Xuan Tu/TTXVN

ສະຫາຍ ທອງລຸນ ສີສຸລິດ ຕີລາຄາສູງ ສະຫາຍເອກອັກຄະລັດຖະທູດ ຫງວຽນມິງເຕີມ ເປັນພະນັກງານທີ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ລາວ, ເປັນຜູ້ຮັບຜິດຊອບໂດຍກົງກ່ຽວກັບການພົວພັນ ຫວຽດນາມ - ລາວ ເປັນເວລາຫຼາຍປີ, ສະນັ້ນ ເຮັດໃຫ້ວຽກງານມີຄວາມສະດວກໃນການປະຕິບັດວຽກງານ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ ​ແລະ ປະສົບ​ການ​ຂອງ​ຕົນ, ສະຫາຍ​ເອກ​ອັກຄະ​ລັດຖະທູດ ຫງວຽນມິງເຕີມ ຈະ​ສຳ​ເລັດ​ໜ້າ​ທີ່​ດີເດັ່ນທີ່​ໄດ້​ຮັບ​ມອບ​ໝາຍ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກໍໄດ້ສົ່ງຄຳຢື້ຢາມຢ່າງເຄົາລົບຈິງໃຈເຖິງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ; ຕີລາຄາສູງ ແລະ ຂອບ​ໃຈ​ຢ່າງຈິງໃຈເຖິງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ແລະ ບັນດາສະຫາຍການນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ຫວຽດນາມ ທີ່ໄດ້ໃຫ້​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນ​ສູງໄປຢ້ຽມຢາມທາງລັດຖະກິດແລະ ການ​ເຂົ້າ​ຮ່ວມ​ການພົບປະຂັ້ນສູງລະຫວ່າງ​ສອງພັກ​ເມື່ອ​ບໍ່​ດົນ​ມາ​ນີ້ຢ່າງສົມກຽດ, ລະອຽດລະອໍ, ປອດ​ໄພ ​ແລະ ມີ​ຂໍ້​ຍົກ​ເວັ້ນຫຼາຍ​ຢ່າງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ອັນ​ຜູກພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ; ​ເນື້ອ​ໃນ​ຂອງ​ການ​ໂອ້​ລົມ​ສົນທະນາ​ໄດ້​ມີ​ການປ່ຽນແປງໃໝ່ຫຼາຍ​ຢ່າງ, ກ້າວເຂົ້າ​ສູ່​ລວງ​ເລິກ ​ແລະ ແທດຈິງ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໃຫ້ຮູ້ວ່າ ສະຫາຍເອກອັກຄະລັດຖະທູດ ຫງວຽນມິງເຕີມ ມາຮັບໜ້າທີ່ໃນສະພາບການທີ່ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາ​ກ້າວເຂົ້າ​ສູ່​ລວງ​ເລິກ, ແທດຈິງ ແລະ ມີປະສິດທິຜົນ; ພິເສດໃນປະຈຸ​ບັນ, ສອງ​ປະ​ເທດ​ພວມ​ກະກຽມ​ຢ່າງຕັ້ງໜ້າ​ໃຫ້​ກອງ​ປະຊຸມ​ສຸດຍອດປະຊາຄົມບັນດາປະເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 44 ​ແລະ 45 ​ແລະ ກອງ​ປະຊຸມໃຫຍ່ລະຫວ່າງລັດຖະສະພາບັນດາປະ​ເທດ​ອາ​ຊຽນ ຄັ້ງ​ທີ 45 (AIPA-45), ໄດ້​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການຂອງ 2 ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽມ​ໃຫ້​ແກ່ບັນດາ​ການ​ຢ້ຽມຢາມ​ເປັນ​ຢ່າງ​ດີ.

ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສະເໜີໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອຜັນຂະຫຍາຍບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຂັ້ນ​ສູງ, ສັນຍາ​ຮ່ວມ​ມື ​ແລະ ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ລາວ ຢ່າງມີ​ປະສິດທິ​ຜົນ​, ​ໃນ​ນັ້ນ ເນັ້ນ​ໜັກ​ວ່າ ສະຫາຍ​ເອກ​ອັກຄະ​ລັດຖະທູດມີບົດບາດສຳຄັນທີ່ສູດໃນການ​ເປັນ​ຂົວ​ຕໍ່​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ຝ່າຍ ເພື່ອ​ຊຸກຍູ້​ຜັນຂະຫຍາຍການ​ປະຕິບັດບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

ສືບ​ຕໍ່ເພີ່ມພູນຄູນສ້າງສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ຕ້ອນຮັບ ສະຫາຍ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ເຂົ້າຍື່ນສານຕາຕັ້ງ ພາບ: Xuan Tu/TTXVN

ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ກໍ່ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ໃນ​ອາຍຸການປະຕິບັດງານຂອງຕົນ, ສະຫາຍ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ຈະ​ສືບ​ຕໍ່​ເຮັດ​ວຽກ​ງານ​ເປັນເສນາທິການເປັນຢ່າງດີ​ໃຫ້​ແກ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງພັກ, ສອງ​ປະ​ເທດ​ໃນ​ການ​ພົວພັນ ຫວຽດນາມ - ລາວ, ຜັນ​ຂະຫຍາຍ​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ການປ້ອງ​ກັນຊາ​ດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ພິ​ເສດ​ແມ່ນ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ໃນ​ນັ້ນ​ມີ​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ, ການ​ເງິນ-ເງິນຕາ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ, ໂທລະ​ຄົມ ​ແລະ ທ່ອງ​ທ່ຽວ...; ປະກອບສ່ວນເພື່ອໃຫ້ການ​ພົວພັນແບບພິ​ເສດທີ່ຫາຍາກ ຫວຽດນາມ ​ແລະ ລາວ, “ມີໜຶ່ງ​ບໍ່ມີສອງ” ​ໃນໂລກ ນັບ​ມື້​ນັບ​ພັດທະນາ, ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະນົງແກ່ນຈົນຊົ່ວກາລະນານ.

ສະຫາຍເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ, ​ເປັນ​ກຽດ ​ແລະ ພາກ​ພູມ​ໃຈ ​ເມື່ອ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດຜູ້​ມີ​ອຳນາດ​ເຕັມ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ ລາວ, ຢືນຢັນ​ວ່າ ​ນີ້​ແມ່ນໜ້າທີ່ທີ່​ມີ​ກຽດ ​ແຕ່​ກໍ່​ມີ​ຄວາມ​ຮັບຜິດຊອບຫຼາຍ.

ສະຫາຍເອກ​ອັກຄະ​ລັດຖະທູດ ຫງວຽນ​ມິງເຕີມ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນແບບພິ​ເສດ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດໃຫ້ແກ່ການເພີ່ມພູນຄູນສ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ລາວ; ພ້ອມ​ກັນ​ກັບ​ ລາວ ຈະ​ປົກ​ປັກ​ຮັກ​ສາ ແລະ ສືບທອດສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ ແລະ ລາວ ​ໃຫ້ບັນດາ​ລຸ້ນ​ຕໍ່ໆ​ໄປ.

ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ​ຫວຽດນາມ, ​ວັນ​ທີ 10 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະຜູ້ແທນຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ໂດ້ວັນ​ຈ໋ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ...

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ແຕ່ລະຄົນ​ທີ່​​ເຂົ້າ​ຮ່ວມ​ການພົບປະ, ບໍ່​ວ່າ​ຈະ​ເປັນ​ໃຜ ຫຼື ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມ​ອັນ​ໃຫຍ່​ຫຼວງ ແມ່ນ​ສາຍ​ພົວພັນ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.